bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Ezekiel 22
Ezekiel 22
Lao Bible 2012 (ພຣະຄຳພີສັກສິ)
← Chapter 21
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 23 →
1
ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າກ່າວວ່າ,
2
“ມະນຸດເອີຍ ເຈົ້າຕຽມພ້ອມແລ້ວບໍທີ່ຈະຕັດສິນເມືອງທີ່ເຕັມໄປດ້ວຍຄາດຕະກຳ? ຈົ່ງບອກໃຫ້ເມືອງນີ້ຟັງຢ່າງແຈ່ມແຈ້ງເຖິງສິ່ງອັນໜ້າກຽດຊັງທີ່ນາງໄດ້ເຮັດ.
3
ຈົ່ງບອກເມືອງນີ້ວ່າ, ‘ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ ຍ້ອນເຈົ້າໄດ້ຂ້າຄົນຂອງເຈົ້າເອງຢ່າງຫລວງຫລາຍ ແລະໄດ້ປະພຶດຕົນເປັນມົນທິນ ໂດຍຂາບໄຫວ້ບັນດາຮູບເຄົາຣົບ ເວລາຂອງເຈົ້າກຳລັງມາເຖິງ.
4
ເຈົ້າມີຄວາມຜິດຍ້ອນການຄາດຕະກຳເຫຼົ່ານັ້ນ ແລະການເປັນມົນທິນຍ້ອນບັນດາຮູບເຄົາຣົບທີ່ເຈົ້າໄດ້ເຮັດຂຶ້ນເອງ; ດັ່ງນັ້ນ ມື້ຂອງເຈົ້າຈຶ່ງກຳລັງມາ ເວລາຂອງເຈົ້າໝົດສາແລ້ວ ເພາະສະນັ້ນ ເຮົາຈຶ່ງໄດ້ໃຫ້ຊົນຊາດທັງຫລາຍດູຖູກເຈົ້າ ແລະໃຫ້ທຸກປະເທດເວົ້າເຍາະເຍີ້ຍເຈົ້າ.
5
ປະເທດຕ່າງໆທັງໃກ້ແລະໄກເວົ້າເຍາະເຍີ້ຍເຈົ້າ ຍ້ອນເຈົ້າບໍ່ປະຕິບັດຕາມກົດໝາຍ.
6
ພວກຜູ້ນຳຂອງຊາດອິດສະຣາເອນຕ່າງກໍເພິ່ງໃນກຳລັງຂອງຕົນເອງ ແລະກໍ່ການຄາດຕະກຳ.
7
ໃນເມືອງບໍ່ມີຜູ້ໃດທີ່ນັບຖືພໍ່ແມ່ຂອງຕົນ. ເຈົ້າສໍ້ໂກງຄົນຕ່າງດ້າວ ແລະເອົາລັດເອົາປຽບພວກແມ່ໝ້າຍ ແລະເດັກກຳພ້າ.
8
ເຈົ້າບໍ່ໄດ້ເຄົາຣົບສະຖານທີ່ສັກສິດຂອງເຮົາ ແລະເຈົ້າບໍ່ໄດ້ຢຶດຖືວັນຊະບາໂຕທັງຫລາຍຂອງເຮົາ.
9
ບາງຄົນໃສ່ຮ້າຍຄົນອື່ນເພື່ອໃຫ້ຖືກປະຫານ. ບາງຄົນກິນເຄື່ອງທີ່ໄດ້ຖວາຍບູຊາໃຫ້ບັນດາຮູບເຄົາຣົບແລ້ວ. ບາງຄົນກໍມີແຕ່ພໍໃຈຢູ່ກັບຣາຄະຕັນຫາ.
10
ບາງຄົນນອນນຳເມຍຂອງພໍ່ຕົນ. ບາງຄົນຂົ່ມເຫັງພວກແມ່ຍິງໃຫ້ສົມສູ່ກັບຕົນໃນເວລານາງເປັນປະຈຳເດືອນ.
11
ບາງຄົນກໍຫລີ້ນຊູ້ສູ່ຜົວເມຍເຂົາ ແລະຄົນອື່ນໆອີກກໍລໍ້ລວງຫລີ້ນລູກໃພ້ ຫລືລູກສາວຕ່າງແມ່ຂອງຕົນ.
12
ບາງຄົນຮັບຈ້າງຂ້າຄົນ. ບາງຄົນໃຫ້ກູ້ຢືມເອົາກຳໄລນຳພີ່ນ້ອງຮ່ວມຊາດຊາວອິດສະຣາເອນ ແລະສ້າງຮັ່ງຄູນມີໂດຍເອົາລັດເອົາປຽບພວກເຂົາ. ພວກເຂົາໄດ້ລືມໄລເຮົາ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.
13
ເຮົາຈະຍົກກຳປັ້ນຕີພວກທີ່ກໍ່ການປຸ້ນສະດົມກັບກໍ່ການຄາດຕະກຳ.
14
ເຈົ້າຄິດວ່າເຈົ້າຍັງຈະມີຄວາມກ້າຫານເຫຼືອຢູ່ ຫລືມີກຳລັງພໍທີ່ຈະຍົກມືເຈົ້າຂຶ້ນບໍ ເມື່ອເຮົາຈັດການກັບເຈົ້າແລ້ວ? ເຮົາຄືພຣະເຈົ້າຢາເວໄດ້ກ່າວດັ່ງນີ້ແຫຼະ ແລະເຮົາຈະກະທຳ.
15
ເຮົາຈະກະຈັດກະຈາຍປະຊາຊົນຂອງເຈົ້າໄປທົ່ວທຸກໆປະເທດແລະທຸກໆຊາດ; ເຮົາຈະດັບສູນການກະທຳອັນຊົ່ວຮ້າຍທັງໝົດຂອງເຈົ້າ.
16
ສະນັ້ນ ຊົນຊາດອື່ນຈະລຶບກຽດເຈົ້າ; ແລະເຈົ້າຈະຮູ້ວ່າເຮົາແມ່ນພຣະເຈົ້າຢາເວ.”’
17
ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າກ່າວວ່າ,
18
“ມະນຸດເອີຍ ສຳລັບເຮົາແລ້ວ ຊາວອິດສະຣາເອນແມ່ນໃຊ້ການບໍ່ໄດ້. ພວກເຂົາເປັນດັ່ງຂອງຖິ້ມແລ້ວ ເສດໂລຫະເຊັ່ນ: ທອງແດງ, ຂີ້ກົ່ວ, ເຫຼັກ ແລະຊືນ ຄືສິ່ງເສດເຫລືອຂອງເງິນ ຫລັງຈາກຖືກຫລອມໃນເຕົາໃຫ້ບໍຣິສຸດ.
19
ສະນັ້ນ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້: ພວກເຂົາໃຊ້ການບໍ່ໄດ້ເໝືອນສິ່ງເຫຼົ່ານັ້ນແຫຼະ. ເຮົາຈະນຳພວກເຂົາທັງໝົດໄປເຕົ້າໂຮມກັນຢູ່ໃນນະຄອນເຢຣູຊາເລັມ
20
ຕາມວິທີດຽວກັນກັບແຮ່ເງິນ, ທອງແດງ, ເຫຼັກ, ຊືນ ແລະກົ່ວ ຖືກນຳເຂົ້າໄປໃນເຕົາຫລອມ. ຄວາມໂກດຮ້າຍແລະຄວາມໂມໂຫຂອງເຮົາຈະຫລອມພວກເຂົາ ເໝືອນໄຟຫລອມແຮ່ຂອງໂລຫະ.
21
ແມ່ນແລ້ວ ເຮົາຈະເຕົ້າໂຮມພວກເຂົາຢູ່ໃນນະຄອນເຢຣູຊາເລັມ ແລ້ວຈູດໄຟຫລອມພວກເຂົາດ້ວຍຄວາມໂກດຮ້າຍຂອງເຮົາ.
22
ພວກເຂົາຈະຖືກຫລອມຢູ່ໃນນະຄອນເຢຣູຊາເລັມ ຕາມວິທີທີ່ເງິນຖືກຫລອມໃນເຕົາໄຟ; ແລ້ວພວກເຂົາກໍຈະຮູ້ວ່າ ພວກເຂົາກຳລັງໄດ້ຊີມຣິດແຫ່ງຄວາມໂກດຮ້າຍຂອງເຮົາຄືພຣະເຈົ້າຢາເວ.”
23
ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າກ່າວວ່າ,
24
“ມະນຸດເອີຍ ຈົ່ງບອກຊາວອິດສະຣາເອນວ່າ ດິນແດນຂອງພວກເຂົາເປັນຄືດິນແດນທີ່ບໍ່ຮັບນໍ້າຝົນ; ສະນັ້ນ ເຮົາຈຶ່ງລົງໂທດດິນແດນນີ້ດ້ວຍຄວາມໂກດຮ້າຍ.
25
ບັນດາຜູ້ນຳ ເປັນດັ່ງໂຕສິງທີ່ຮ້ອງຄຳຣາມເທິງສັດທີ່ມັນໄດ້ຂ້າ. ພວກເຂົາຂ້າປະຊາຊົນຢຶດເອົາເງິນຄຳ ແລະຊັບສົມບັດທັງໝົດທີ່ພວກເຂົາສາມາດເອົາໄດ້ ແລະເຮັດໃຫ້ຍິງຫລາຍຄົນເປັນໝ້າຍເພາະການຄາດຕະກຳທີ່ພວກເຂົາໄດ້ກໍ່ຂຶ້ນ.
26
ບັນດາປະໂຣຫິດຝ່າຝືນກົດບັນຍັດຂອງເຮົາ ແລະບໍ່ໃຫ້ຄວາມນັບຖືແກ່ສິ່ງບໍຣິສຸດ. ພວກເຂົາບໍ່ເຫັນຄວາມແຕກຕ່າງລະຫວ່າງສິ່ງບໍຣິສຸດ ແລະສິ່ງບໍ່ບໍຣິສຸດ. ພວກເຂົາບໍ່ສັ່ງສອນໃຫ້ຮູ້ເຖິງຄວາມແຕກຕ່າງ ລະຫວ່າງສິ່ງທີ່ບໍ່ເປັນມົນທິນແລະສິ່ງທີ່ເປັນມົນທິນ ແລະພວກເຂົາກໍບໍ່ເອົາໃຈໃສ່ຕໍ່ວັນຊະບາໂຕດ້ວຍ. ຜົນກໍຄືປະຊາຊົນອິດສະຣາເອນບໍ່ໄດ້ນັບຖືເຮົາ.
27
ບັນດາເຈົ້ານາຍຂອງອິດສະຣາເອນເປັນດັ່ງໝາປ່າທີ່ກຳລັງຈີກສັດ ຊຶ່ງພວກຕົນໄດ້ຂ້ານັ້ນເປັນຕ່ອນໆ. ພວກເຂົາກໍ່ການຄາດຕະກຳເພື່ອສ້າງຮັ່ງຄູນມີໃຫ້ແກ່ຕົນ.
28
ພວກຜູ້ທຳນວາຍໄດ້ເຊື່ອງບາບເຫຼົ່ານີ້ໄວ້ ເໝືອນຄົນໜຶ່ງທີ່ໃຊ້ປູນຂາວໂອບບ່ອນທີ່ກຳແພງແຕກ. ພວກເຂົາເຫັນນິມິດແລະການທຳນວາຍອັນຈອມປອມ. ພວກເຂົາອ້າງວ່າ ‘ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້’ ໃນເມື່ອພຣະເຈົ້າຢາເວບໍ່ໄດ້ກ່າວຫຍັງເລີຍ.
29
ຄົນຮັ່ງມີສໍ້ໂກງແລະປຸ້ນຈີ້. ພວກເຂົາຂົ່ມເຫັງຄົນຍາກຈົນແລະຕ່າງກໍເອົາລັດເອົາປຽບຄົນຕ່າງດ້າວ.
30
ເຮົາໄດ້ຊອກຫາບາງຄົນທີ່ສາມາດກໍ່ກຳແພງຂຶ້ນ ຄືຜູ້ທີ່ສາມາດຢືນຢູ່ໃນບ່ອນກຳແພງເພພັງ ແລະປ້ອງກັນດິນແດນ ເມື່ອຄວາມໂກດຮ້າຍຂອງເຮົາມາທຳລາຍເມືອງ ແຕ່ເຮົາກໍຫາບໍ່ໄດ້.
31
ສະນັ້ນ ເຮົາຈຶ່ງຈະປ່ອຍໃຫ້ຄວາມໂກດຮ້າຍຂອງເຮົາດັ່ງໄຟທີ່ເຜົາຜານ ອອກໄປທຳລາຍພວກເຂົາ ເພາະສິ່ງທີ່ພວກເຂົາໄດ້ເຮັດນັ້ນ.” ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫລະ.
← Chapter 21
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 23 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48