bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Isaiah 1
Isaiah 1
Lao Bible 2012 (ພຣະຄຳພີສັກສິ)
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 53
Chapter 54
Chapter 55
Chapter 56
Chapter 57
Chapter 58
Chapter 59
Chapter 60
Chapter 61
Chapter 62
Chapter 63
Chapter 64
Chapter 65
Chapter 66
Chapter 2 →
1
ພຣະທຳເຫຼັ້ມນີ້ບັນຈຸຖ້ອຍຄຳກ່ຽວກັບອານາຈັກຢູດາຍ ແລະນະຄອນເຢຣູຊາເລັມ ທີ່ພຣະເຈົ້າໄດ້ເປີດເຜີຍໃຫ້ແກ່ເອຊາຢາ ລູກຊາຍຂອງອາໂມດໃນຣາຊການຂອງເຈົ້າອຸດຊີຢາ, ເຈົ້າໂຢທາມ, ເຈົ້າອາຮາດແລະເຈົ້າເຮເຊກີຢາປົກຄອງອານາຈັກຢູດາຍ.
2
ພຣະເຈົ້າຢາເວໄດ້ກ່າວວ່າ, “ໂອ ຈັກກະວານແລະແຜ່ນດິນໂລກເອີຍ ຈົ່ງຟັງສິ່ງທີ່ເຮົາກຳລັງກ່າວ ພວກເດັກນ້ອຍທີ່ເຮົາລ້ຽງມາຈົນໃຫຍ່ໄດ້ກະບົດຕໍ່ສູ້ເຮົາ.
3
ງົວຍັງຮູ້ຈັກເຈົ້າຂອງ ແລະລໍກໍຍັງຮູ້ຈັກບ່ອນທີ່ນາຍເອົາໄປລ້ຽງ, ແຕ່ຊາດອິດສະຣາເອນ ປະຊາຊົນຂອງເຮົາບໍ່ຮູ້ຈັກສໍ່ານັ້ນເລີຍ. ພວກເຂົາບໍ່ເຂົ້າໃຈຫຍັງຈັກດີ້.”
4
ເຄາະກຳເປັນຂອງພວກເຈົ້າສາແລ້ວ ຊົນຊາດບາບໜາເອີຍ ປະຊາຊົນທີ່ຈິດໃຈຊົ່ວຊ້າແລະຮ້າຍກາດ ເຊື້ອຊາດທີ່ເຮັດບາບ ເຊື້ອສາຍທີ່ຊົ່ວຊາມເອີຍ ພວກເຈົ້າໄດ້ປະຖິ້ມພຣະເຈົ້າຢາເວ ແລະຫັນໜີຈາກພຣະອົງ ພຣະເຈົ້າອົງບໍຣິສຸດຂອງຊາດອິດສະຣາເອນ.
5
ເປັນຫຍັງພວກເຈົ້າຈຶ່ງສືບຕໍ່ກະບົດ? ພວກເຈົ້າຢາກຈະໃຫ້ເຮົາລົງໂທດໜັກຂຶ້ນຊັ້ນບໍ? ຊາດອິດສະຣາເອນເອີຍ ຫົວເຈົ້າມີແຕ່ບາດແຜ ແລະແນວຄິດຈິດໃຈຂອງເຈົ້າກໍເສື່ອມເສຍ.
6
ແຕ່ຫົວເຖິງຕີນ ຄືທົ່ວທັງຮ່າງກາຍບໍ່ມີບ່ອນປອດເລີຍ. ຕົນຕົວເຈົ້າເຕັມໄປດ້ວຍຮອຍຟົກຊໍ້າດຳຂຽວ ທັງເປັນບາດແຜແລະເຈັບປວດ. ບາດແຜບໍ່ໄດ້ລ້າງໃຫ້ສະອາດແລະບໍ່ໄດ້ໃຊ້ຜ້າພັນໄວ້. ບໍ່ມີຢາຊະນິດໃດໆດອກທີ່ຈະໃສ່ໃຫ້ຫາຍດີໄດ້.
7
ດິນແດນຂອງພວກເຈົ້າໄດ້ຖືກທຳລາຍ ແລະບ້ານເມືອງຂອງພວກເຈົ້າກໍໄດ້ຖືກເຜົາຜານຈົນໝົດກ້ຽງ. ຊາວຕ່າງດ້າວໄດ້ເຂົ້າຢຶດຄອງດິນແດນ ແລະທຳລາຍທຸກສິ່ງ ຕໍ່ໜ້າຕໍ່ຕາຂອງພວກເຈົ້າຈົນໝົດກ້ຽງ.
8
ມີແຕ່ນະຄອນເຢຣູຊາເລັມເທົ່ານັ້ນທີ່ເຫຼືອຢູ່; ແຕ່ພັດເປັນເມືອງທີ່ຖືກປິດລ້ອມ, ຂາດສິ່ງປ້ອງກັນ ແລະເປັນດັ່ງຕູບຂອງຄົນເຝົ້າສວນອະງຸ່ນ ຫລືເປັນດັ່ງຖຽງໄຮ່ຂອງສວນໝາກແຕງກວາທີ່ບໍ່ມີຄົນເຝົ້າ.
9
ຖ້າພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ບໍ່ໄດ້ໂຜດບາງຄົນໃຫ້ລອດຊີວິດຢູ່ແລ້ວ ນະຄອນເຢຣູຊາເລັມກໍຈະຖືກທຳລາຍກ້ຽງດັ່ງເມືອງໂຊໂດມແລະໂກໂມຣາ.
10
ນະຄອນເຢຣູຊາເລັມເອີຍ ບັນດາຜູ້ປົກຄອງແລະຊາວເມືອງຂອງເຈົ້ານັ້ນ ເປັນດັ່ງພວກຜູ້ປົກຄອງຂອງຊາວເມືອງໂຊໂດມແລະໂກໂມຣາ. ຈົ່ງຕັ້ງໃຈຟັງສິ່ງທີ່ພຣະເຈົ້າຢາເວກຳລັງກ່າວແກ່ພວກເຈົ້າ. ຈົ່ງເອົາໃຈໃສ່ຕໍ່ກົດບັນຍັດທີ່ພຣະເຈົ້າຂອງພວກເຮົາກຳລັງສັ່ງສອນພວກເຈົ້າ.
11
ພຣະເຈົ້າຢາເວກ່າວວ່າ, “ພວກເຈົ້າຄິດວ່າເຮົາຢາກໄດ້ສິ່ງທີ່ພວກເຈົ້າ ສືບຕໍ່ນຳມາຖວາຍແກ່ເຮົາຊັ້ນບໍ? ເຮົາອີ່ມພໍແລ້ວສຳລັບແກະທີ່ພວກເຈົ້ານຳມາເຜົາບູຊາ ແລະໄຂມັນສັດໂຕຕຸ້ຍພີດີຂອງພວກເຈົ້ານັ້ນ. ເຮົາເປີດໜ່າຍເລືອດງົວກັບເລືອດແກະແລະເລືອດແບ້.
12
ຜູ້ໃດບອກພວກເຈົ້າໃຫ້ນຳສິ່ງທັງໝົດນີ້ມາ ເມື່ອພວກເຈົ້າເຂົ້ານະມັດສະການເຮົາ? ຜູ້ໃດບອກພວກເຈົ້າເຂົ້າມາຢຽບຢໍ່າວິຫານຂອງເຮົາ?
13
ການທີ່ພວກເຈົ້ານຳເອົາເຄື່ອງມາຖວາຍນັ້ນ ເປັນການບໍ່ມີປະໂຫຍດ. ເຮົາເບື່ອໜ່າຍຕໍ່ກິ່ນທູບຄວັນທຽນຂອງພວກເຈົ້າ. ເຮົາບໍ່ອາດທົນຕໍ່ວັນສະຫລອງເດືອນອອກໃໝ່, ວັນຊະບາໂຕ ແລະການມາເຕົ້າໂຮມກັນອື່ນໆຂອງພວກເຈົ້າໄດ້ອີກແລ້ວ; ເທດສະການທັງໝົດເຫຼົ່ານັ້ນເປັນມົນທິນ ເພາະການບາບຂອງພວກເຈົ້າ.
14
ເຮົາກຽດຊັງການສະຫລອງວັນເດືອນອອກໃໝ່ແລະວັນເທດສະການຕາມກຳນົດຕ່າງໆຂອງພວກເຈົ້າ; ມັນເປັນພາລະອັນໜັກໜ່ວງສຳລັບເຮົາ.
15
ເມື່ອພວກເຈົ້າຍົກມືຂຶ້ນພາວັນນາອະທິຖານຫາເຮົາ, ເຮົາກໍຈະບໍ່ຫລຽວເບິ່ງພວກເຈົ້າ. ແມ່ນວ່າພວກເຈົ້າຈະພາວັນນາອະທິຖານຢ່າງໃດກໍຕາມ ເຮົາກໍຈະບໍ່ຟັງເພາະມືພວກເຈົ້າເປິເປື້ອນດ້ວຍເລືອດ.
16
ຈົ່ງຊຳລະຕົວຂອງພວກເຈົ້າໃຫ້ສະອາດ. ຈົ່ງເລີກຈາກການຊົ່ວຊ້າທັງໝົດທີ່ເຮົາເຫັນພວກເຈົ້າກຳລັງເຮັດຢູ່ນັ້ນສາ. ແມ່ນແລ້ວ ຈົ່ງເລີກເຮັດຊົ່ວສາ
17
ແລະຈົ່ງຮຽນເຮັດໃນສິ່ງທີ່ຖືກຕ້ອງ. ຈົ່ງສະແຫວງຫາຄວາມຍຸດຕິທຳເຊັ່ນ: ຊ່ວຍຜູ້ທີ່ຖືກຂົ່ມເຫັງ, ໃຫ້ສິດທິແກ່ບັນດາເດັກກຳພ້າ ແລະຄຸ້ມຄອງພວກແມ່ໝ້າຍ.”
18
ພຣະເຈົ້າຢາເວກ່າວວ່າ, “ບັດນີ້ ຈົ່ງມາຕົກລົງເລື່ອງລາວກັນເທາະ. ເຖິງແມ່ນວ່າບາບຂອງພວກເຈົ້ານັ້ນເປັນສີແດງເຂັ້ມ ແຕ່ເຮົາກໍຈະຊຳລະໃຫ້ຂາວສະອາດດັ່ງຫິມະ ເຖິງແມ່ນວ່າຮອຍເປິເປື້ອນຈະແດງເຂັ້ມ ພວກເຈົ້າກໍຈະຂາວສະອາດດັ່ງຂົນແກະ.
19
ຖ້າພວກເຈົ້າເຕັມໃຈແລະເຊື່ອຟັງແຕ່ເທົ່ານັ້ນ ພວກເຈົ້າກໍຈະໄດ້ກິນສິ່ງດີທີ່ເກີດຂຶ້ນໃນດິນແດນ.
20
ແຕ່ຖ້າພວກເຈົ້າປະຕິເສດແລະກະບົດ ພວກເຈົ້າກໍຈະໄດ້ຮັບໂທດເຖິງຕາຍ. ເພາະວ່າປາກຂອງພຣະເຈົ້າຢາເວໄດ້ກ່າວໄວ້.”
21
ຄັ້ງໜຶ່ງ ນະຄອນທີ່ເຄີຍສັດຊື່ ແຕ່ບັດນີ້ກຳລັງປະພຶດຕົນດັ່ງຍິງແມ່ຈ້າງ; ໃນຄັ້ງໜຶ່ງ ນະຄອນນັ້ນເຕັມໄປດ້ວຍຄົນຊອບທຳ ແຕ່ບັດນີ້ມີແຕ່ຄາດຕະກອນທັງນັ້ນ.
22
ນະຄອນເຢຣູຊາເລັມເອີຍ ຄັ້ງໜຶ່ງ ເຈົ້າເປັນດັ່ງເງິນ ແຕ່ດຽວນີ້ ເຈົ້າສິ້ນຄຸນຄ່າສາແລ້ວ; ເຈົ້າເຄີຍເປັນດັ່ງເຫຼົ້າອະງຸ່ນທີ່ດີ, ແຕ່ບັດນີ້ ເຈົ້າເປັນພຽງນໍ້າລ້າເທົ່ານັ້ນ.
23
ບັນດາຜູ້ນຳຂອງພວກເຈົ້າເປັນກະບົດ ແລະເປັນເພື່ອນຂອງບັນດານັກປຸ້ນ; ພວກເຂົາຮັບເອົາຂອງຂວັນແລະສິນຈ້າງລາງວັນເປັນປະຈຳ. ພວກເຂົາບໍ່ເຄີຍເວົ້າຕາງເດັກກຳພ້າໃນສານ ຫລືຟັງຄຳໃຫ້ການຂອງແມ່ໝ້າຍ ເມື່ອພວກເຂົາມີຄະດີ.
24
ສະນັ້ນ ບັດນີ້ຈົ່ງຟັງສິ່ງທີ່ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ອົງຊົງຣິດອຳນາດຂອງຊາດອິດສະຣາເອນກຳລັງກ່າວວ່າ, “ເຮົາຈະແກ້ແຄ້ນພວກເຈົ້າຜູ້ທີ່ເປັນສັດຕູຂອງເຮົາ ແລ້ວພວກເຈົ້າກໍຈະບໍ່ສ້າງຄວາມເດືອດຮ້ອນໃຫ້ເຮົາອີກຕໍ່ໄປ.
25
ເຮົາຈະດຳເນີນການຕໍ່ສູ້ພວກເຈົ້າ. ເຮົາຈະຊຳລະພວກເຈົ້າໃຫ້ບໍຣິສຸດຕາມວິທີຫລອມໂລຫະ ຄືຈະຂູດຂີ້ໝ້ຽງອອກໃຫ້ໝົດ.
26
ເຮົາຈະໃຫ້ພວກເຈົ້າມີຜູ້ນຳ ແລະທີ່ປຶກສາ ດັ່ງພວກເຈົ້າເຄີຍມີມາຕັ້ງແຕ່ດົນນານ. ແລ້ວຄົນກໍຈະເອີ້ນນະຄອນເຢຣູຊາເລັມວ່າ ນະຄອນທີ່ຊອບທຳແລະສັດຊື່.”
27
ຍ້ອນພຣະເຈົ້າຢາເວຊົງຊອບທຳ ພຣະອົງຈະຊ່ວຍນະຄອນເຢຣູຊາເລັມໃຫ້ພົ້ນໄພ ແລະທຸກຄົນໃນນະຄອນນີ້ທີ່ກັບໃຈໃໝ່.
28
ແຕ່ພຣະອົງຈະທຳລາຍທຸກຄົນທີ່ເຮັດບາບແລະກະບົດຕໍ່ພຣະອົງ; ພຣະອົງຈະຂ້າທຸກຄົນທີ່ປະຖິ້ມພຣະອົງ.
29
ພວກເຈົ້າຈະເສຍໃຈທີ່ໄດ້ຂາບໄຫວ້ຕົ້ນໄມ້ ແລະປຸກສ້າງບ່ອນສັກສິດໃນສວນ.
30
ພວກເຈົ້າຈະຫ່ຽວແຫ້ງໄປດັ່ງຕົ້ນໂອກແລະດັ່ງສວນທີ່ບໍ່ມີຜູ້ໃດຫົດນໍ້າ.
31
ສະເກັດໄຟຍ່ອມໄໝ້ຫຍ້າແຫ້ງໄດ້ສັນໃດ ຄົນແຂງແຮງກໍຈະຖືກການຊົ່ວທີ່ຕົນເອງເຮັດທຳລາຍໄດ້ສັນນັ້ນ ແລະຈະບໍ່ມີຜູ້ໃດຢັບຢັ້ງການທຳລາຍນັ້ນໄດ້.
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 53
Chapter 54
Chapter 55
Chapter 56
Chapter 57
Chapter 58
Chapter 59
Chapter 60
Chapter 61
Chapter 62
Chapter 63
Chapter 64
Chapter 65
Chapter 66
Chapter 2 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50
51
52
53
54
55
56
57
58
59
60
61
62
63
64
65
66