bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Isaiah 24
Isaiah 24
Lao Bible 2012 (ພຣະຄຳພີສັກສິ)
← Chapter 23
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 53
Chapter 54
Chapter 55
Chapter 56
Chapter 57
Chapter 58
Chapter 59
Chapter 60
Chapter 61
Chapter 62
Chapter 63
Chapter 64
Chapter 65
Chapter 66
Chapter 25 →
1
ພຣະເຈົ້າຢາເວກຳລັງຈະທຳລາຍແຜ່ນດິນໂລກ ແລະປະໄວ້ໃຫ້ເປົ່າປ່ຽວ. ພຣະອົງຈະບິດໜ້າດິນ ແລະເຮັດໃຫ້ປະຊາກອນກະຈັດກະຈາຍ.
2
ທຸກຄົນຈະໄດ້ຮັບຊາຕາກຳຢ່າງດຽວກັນເຊັ່ນ: ປະໂຣຫິດແລະປະຊາຊົນ, ທາດຮັບໃຊ້ແລະນາຍ, ຜູ້ຂາຍແລະຜູ້ຊື້, ຜູ້ຢືມກັບຜູ້ໃຫ້ຢືມ, ຄົນຮັ່ງມີກັບຄົນຍາກຈົນ.
3
ແຜ່ນດິນໂລກຈະພິນາດແລະຮົກຮ້າງເພພັງ. ພຣະເຈົ້າຢາເວໄດ້ກ່າວໄວ້ຢ່າງໃດກໍຈະເປັນໄປຢ່າງນັ້ນ.
4
ແຜ່ນດິນໂລກຈະແຫ້ງແລ້ງ ແລະທຸກສິ່ງຈະຫ່ຽວແຫ້ງໄປ; ທົ່ວທັງໂລກຈະອ່ອນລົງ ທັງແຜ່ນດິນໂລກ ແລະຟ້າສະຫວັນ ກໍຈະເສື່ອມເສຍໄປ.
5
ປະຊາກອນໄດ້ເຮັດໃຫ້ໂລກນີ້ເປັນມົນທິນ ໂດຍລະເມີດກົດບັນຍັດຂອງພຣະເຈົ້າ ແລະຝ່າຝືນພັນທະສັນຍາທີ່ພຣະອົງໄດ້ເຮັດໄວ້ກັບພວກເຂົາຕະຫລອດໄປ.
6
ສະນັ້ນ ແຜ່ນດິນໂລກນີ້ ຈຶ່ງຖືກສາບແຊ່ງ ໃຫ້ສົມກັບສິ່ງທີ່ພວກເຂົາໄດ້ເຮັດ ຄືໜ້ອຍຄົນທີ່ສຸດຈະມີຊີວິດຢູ່.
7
ກົກອະງຸ່ນຈະຫ່ຽວແຫ້ງໄປ ແລະເຫຼົ້າອະງຸ່ນຈະຫາຍາກທີ່ສຸດ. ທຸກໆຄົນທີ່ເຄີຍມີຄວາມສຸກ ບັດນີ້ ກໍຈະມີແຕ່ຄວາມທຸກ
8
ແລະສຽງພິນ ແລະສຽງກອງທີ່ເຄີຍດັງຢ່າງອອນຊອນ ກໍໄດ້ຢຸດສະງັກລົງ.
9
ການຮ້ອງເພງເຮຮາເພາະລິດເຫຼົ້າອະງຸ່ນບໍ່ມີອີກຕໍ່ໄປ; ແລະບໍ່ມີຜູ້ໃດຊົມຊື່ນຍ້ອນໄດ້ຊີມຣົດເຫຼົ້າອະງຸ່ນອີກຕໍ່ໄປ.
10
ຢູ່ໃນເມືອງເກີດສັບສົນວຸ້ນວາຍກັນໄປໝົດ ແລະຊາວເມືອງກໍຢູ່ໃນເຮືອນອັດປະຕູໃສ່ໄລໄວ້ເພື່ອຄວາມປອດໄພ.
11
ຊາວເມືອງຮ້ອງດ່າຕາມຫົນທາງຍ້ອນບໍ່ມີເຫຼົ້າອະງຸ່ນດື່ມອີກ. ຄວາມສຸກໝົດໄປຈາກດິນແດນຢ່າງບໍ່ມີມື້ຈະກັບຄືນມາ.
12
ເມືອງຮົກຮ້າງຫັກພັງ ແລະປະຕູເມືອງກໍເພພັງລົງ.
13
ສິ່ງນີ້ແຫລະ ຈະເກີດຂຶ້ນກັບທຸກໆຊາດທົ່ວໂລກນີ້. ຈະເປັນດັ່ງຕອນທີ່ສິ້ນສຸດຂອງລະດູເກັບກ່ຽວ ເມື່ອເຂົາສັ່ນເອົາໝາກກອກເທດໃນທຸກກົກ ແລະເກັບເອົາພົ້ວໝາກອະງຸ່ນໃນທຸກຕົ້ນ.
14
ຜູ້ໃດທີ່ມີຊີວິດຢູ່ຈະຮ້ອງເພງດ້ວຍຄວາມຊົມຊື່ນຍິນດີ. ຜູ້ທີ່ຢູ່ທາງທິດຕາເວັນຕົກກໍຈະບອກວ່າ, ພຣະເຈົ້າຢາເວຍິ່ງໃຫຍ່ສໍ່າໃດ
15
ແລະຜູ້ທີ່ຢູ່ທາງທິດຕາເວັນອອກກໍຈະສັນລະເສີນພຣະເຈົ້າຢາເວ. ປະຊາຊົນທີ່ຢູ່ຕາມແຄມທະເລຈະສັນລະເສີນພຣະນາມຂອງພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ.
16
ແຕ່ທາງພາກຕ່າງໆຂອງໂລກທີ່ຢູ່ໄກສຸດ ພວກເຮົາຈະໄດ້ຍິນສຽງເພງຮ້ອງສັນລະເສີນອິດສະຣາເອນ ຊົນຊາດທີ່ຊອບທຳ. ສ່ວນຂ້າພະເຈົ້ານັ້ນໝົດຫວັງສາແລ້ວ ຂ້າພະເຈົ້າຈ່ອຍຜອມລົງເລື້ອຍໆ ພວກທີ່ທໍລະຍົດກໍສືບຕໍ່ທໍລະຍົດ ແລະພວກເຂົາຍິ່ງທໍລະຍົດຢ່າງຊົ່ວຮ້າຍຫລາຍຂຶ້ນ.
17
ທຸກຄົນຈົ່ງຟັງຂ້າພະເຈົ້າເທີ້ນ ຄວາມຢ້ານກົວອັນໃຫຍ່, ຫລຸມ ແລະແຮ້ວກຳລັງລໍດັກຈັບພວກເຮົາຢູ່.
18
ຜູ້ໃດທີ່ຊອກຫາປົບໜີຈາກຄວາມຢ້ານກົວອັນໃຫຍ່ນັ້ນ ກໍຈະຕົກລົງໃນຫລຸມ; ແລະຜູ້ໃດທີ່ປົບໜີຈາກຫລຸມກໍຈະຖືກແຮ້ວ. ຫ່າຝົນຈະຕົກລົງມາຈາກທ້ອງຟ້າ ແລະຮາກຖານຂອງໂລກກໍຈະສັ່ນຄອນແຄນໝົດ.
19
ໂລກຈະແຕກເປັນປ່ຽງແລະຍະອອກ.
20
ແຜ່ນດິນໂລກຈະໂຊເຊໄປມາດັ່ງຄົນເມົາເຫຼົ້າ ຫລືໂຢກເຢກດັ່ງຕູບໄມ້ໃນທ່າມກາງພະຍຸຮ້າຍ. ບາບໄດ້ເຮັດໃຫ້ໂລກນີ້ເສື່ອມໂຊມລົງຈົນລົ້ມທະລາຍ ແລະແຜ່ນດິນໂລກກໍຈະຟື້ນຕົວຂຶ້ນມາອີກບໍ່ໄດ້ຈັກເທື່ອ.
21
ເມື່ອເວລານັ້ນມາເຖິງ ພຣະເຈົ້າຢາເວຈະລົງໂທດບັນດາອຳນາດເບື້ອງເທິງ ແລະບັນດານັກປົກຄອງເບື້ອງລຸ່ມທີ່ເທິງແຜ່ນດິນໂລກນີ້.
22
ພຣະເຈົ້າຈະນຳບັນດາກະສັດມາຮ່ວມກັນເປັນຝູງ ດັ່ງນຳຊະເລີຍເສິກມາໃນເຫວ. ພຣະອົງຈະຂັງພວກເຂົາໄວ້ໃນຄຸກ ຈົນຮອດເວລາຕັດສິນລົງໂທດ.
23
ດວງຈັນຈະມືດມົວ ແລະດວງອາທິດຈະບໍ່ສ່ອງແສງ. ດ້ວຍວ່າ, ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ຈະຂຶ້ນເປັນກະສັດ. ພຣະອົງຈະປົກຄອງຢູ່ໃນນະຄອນເຢຣູຊາເລັມທີ່ເທິງພູເຂົາຊີໂອນ ແລະພວກຜູ້ນຳປະຊາຊົນຈະເຫັນສະຫງ່າຣາສີຂອງພຣະອົງ.
← Chapter 23
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 53
Chapter 54
Chapter 55
Chapter 56
Chapter 57
Chapter 58
Chapter 59
Chapter 60
Chapter 61
Chapter 62
Chapter 63
Chapter 64
Chapter 65
Chapter 66
Chapter 25 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50
51
52
53
54
55
56
57
58
59
60
61
62
63
64
65
66