bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Isaiah 53
Isaiah 53
Lao Bible 2012 (ພຣະຄຳພີສັກສິ)
← Chapter 52
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 53
Chapter 54
Chapter 55
Chapter 56
Chapter 57
Chapter 58
Chapter 59
Chapter 60
Chapter 61
Chapter 62
Chapter 63
Chapter 64
Chapter 65
Chapter 66
Chapter 54 →
1
ປະຊາຊົນຖາມຄືນວ່າ, “ຜູ້ໃດແດ່ໄດ້ເຊື່ອ ເລື່ອງທີ່ພວກເຮົາລາຍງານດຽວນີ້? ຜູ້ໃດແດ່ໄດ້ເຫັນຢ່າງປະຈັກຕາຕົນເອງ ສິ່ງທີ່ພຣະເຈົ້າຢາເວທຳການໃນເລື່ອງນີ້?
2
ມັນແມ່ນພຣະປະສົງທີ່ຜູ້ຮັບໃຊ້ຂອງພຣະອົງ ໃຫຍ່ຂຶ້ນດັ່ງໄມ້ພັນດີທັງຢັ່ງຮາກໃນດິນແຫ້ງແລ້ງ. ທ່ານບໍ່ມີທ່າທາງຜ່າເຜີຍ ແລະສະຫງ່າງາມໃດໆ ເພື່ອໃຫ້ພວກເຮົາສັງເກດເຫັນໃນຕົວທ່ານໄດ້. ໃນຕົວທ່ານນັ້ນບໍ່ມີຫຍັງພໍຈະດຶງດູດຈິດໃຈ ພໍຈະດູດດຶງພວກເຮົາເຂົ້າໄປຫາທ່ານໄດ້.
3
ພວກເຮົາດູໝິ່ນປະໝາດແລະປະຖິ້ມທ່ານໄປ ທ່ານໄດ້ທົນທຸກນາໆ ແລະທົນຕໍ່ຄວາມເຈັບປວດ. ບໍ່ມີຜູ້ໃດແມ່ນແຕ່ຈະຫລຽວແລເບິ່ງທ່ານເລີຍ ຕ່າງກໍເມີນເສີຍດັ່ງເພິ່ນບໍ່ມີຫຍັງຈັກດີ້.
4
ແທ້ຈິງທ່ານທົນຕໍ່ຄວາມທຸກທີ່ເປັນຂອງພວກເຮົາ ແລະທົນຄວາມເຈັບປວດທີ່ພວກເຮົາສົມຄວນໄດ້ຮັບ. ຄວາມລຳບາກທີ່ທ່ານຮັບເອົານັ້ນພວກເຮົາຄິດຢູ່ສະເໝີ ວ່າເປັນການລົງໂທດມາຈາກພຣະເຈົ້າ.
5
ແຕ່ຍ້ອນການບາບຂອງພວກເຮົານັ້ນທ່ານຈຶ່ງໄດ້ຮັບບາດເຈັບ ຖືກຂ້ຽນຖືກຕີຍ້ອນການຊົ່ວຮ້າຍຂອງພວກເຮົາ. ພວກເຮົາໄດ້ຮັບການປິ່ນປົວໃຫ້ດີ ຍ້ອນໂທດກຳທີ່ທ່ານຮັບ ດີປົກກະຕິຍ້ອນການຕົບຕີທີ່ທ່ານຮັບເອົາ.
6
ພວກເຮົາທຸກຄົນເປັນດັ່ງແກະທີ່ໄດ້ຫຼົງເສຍໄປ ແຕ່ລະຄົນເດີນຕາມທາງຂອງຕົນເອງທັງນັ້ນ. ແຕ່ພຣະເຈົ້າຢາເວໄດ້ໃຫ້ທ່ານຮັບໂທດທັນ ຄືໂທດກຳທີ່ເຮົາທຸກຄົນສົມຄວນໄດ້ຮັບ.
7
ທ່ານຖືກທາລຸນໜັກ ແຕ່ທົນເອົາຢ່າງຖ່ອມໃຈ ທ່ານບໍ່ເຄີຍເອີ່ຍປາກເວົ້າຈາແມ່ນແຕ່ຄຳດຽວ. ດັ່ງລູກແກະພວມຖືກນຳໄປຂ້າ ດັ່ງແກະທີ່ຖືກຕັດເອົາຂົນ ຄຳດຽວທ່ານກໍບໍ່ເຄີຍກ່າວອອກ.
8
ທ່ານຖືກຈັບໄປເພື່ອໃສ່ໂທດທັນ ທ່ານຖືກນຳອອກໄປເພື່ອປະຫານຊີວິດ ບໍ່ມີຜູ້ໃດຫ່ວງໃຍເຄາະກຳທີ່ທ່ານຖືກສັງຫານ ຍ້ອນການບາບຂອງປະຊາຊົນພວກເຮົານັ້ນ.
9
ທ່ານຖືກວາງໄວ້ໃນອຸບມຸງກັບຄົນຊົ່ວຊາມ ທ່ານຖືກຝັງໄວ້ກັບຄົນຮັ່ງມີເປັນດີດ້ວຍ ເຖິງວ່າທ່ານບໍ່ເຄີຍກໍ່ໂທດກຳໄວ້ເລີຍກໍຕາມ ທ່ານບໍ່ເຄີຍເວົ້າຕົວະແລະຫລອກລວງຜູ້ໃດຈັກເທື່ອ.”
10
ພຣະເຈົ້າຢາເວກ່າວວ່າດັ່ງນີ້: “ການທີ່ທ່ານທົນທຸກຄືຄວາມປະສົງຂອງເຮົາ ຄວາມຕາຍຂອງທ່ານເປັນເຄື່ອງບູຊາ ເພື່ອນຳເອົາການຍົກໂທດມາໃຫ້. ທ່ານຈຶ່ງໄດ້ເຫັນເຊື້ອສາຍມີຊີວິດຍາວໄກ ເປົ້າໝາຍຂອງພຣະເຈົ້າຢາເວຈະສຳເລັດທາງທ່ານ.
11
ຫລັງຈາກມີຊີວິດຢ່າງທົນທຸກທໍລະມານ ທ່ານກໍຈະມີຄວາມສຸກຊົມຊື່ນຍິນດີອີກ; ທ່ານຈະຮູ້ວ່າທ່ານບໍ່ໄດ້ທົນທຸກຢ່າງໄຮ້ຜົນ ເປັນຜູ້ຮັບໃຊ້ອຸທິດຕົນທີ່ເຮົາພໍໃຈນຳແທ້ໆ. ທ່ານຈະແບກໂທດກຳຂອງຄົນທັງຫລາຍ ເພື່ອເຫັນແກ່ທ່ານ ເຮົາຈະຍົກໂທດໃຫ້ພວກເຂົາ.
12
ສະນັ້ນ ເຮົາຈຶ່ງຈະໃຫ້ທ່ານໄດ້ນັ່ງບ່ອນມີກຽດສັກສີ ຄືບ່ອນໜຶ່ງທ່າມກາງຜູ້ຍິ່ງໃຫຍ່ທີ່ມີອຳນາດ. ທ່ານຍິນດີມອບຊີວິດຕົນເອງໃຫ້ຢ່າງເຕັມໃຈ ແລະເຂົ້າສ່ວນໃນຊາຕາກຳຂອງຄົນຊົ່ວຮ້າຍ. ທ່ານໄດ້ເຂົ້າແທນບ່ອນຄົນບາບທັງຫລາຍ ແລະພາວັນນາອະທິຖານເພື່ອພວກເຂົາໃຫ້ໄດ້ຮັບການຍົກໂທດ.”
← Chapter 52
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 53
Chapter 54
Chapter 55
Chapter 56
Chapter 57
Chapter 58
Chapter 59
Chapter 60
Chapter 61
Chapter 62
Chapter 63
Chapter 64
Chapter 65
Chapter 66
Chapter 54 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50
51
52
53
54
55
56
57
58
59
60
61
62
63
64
65
66