bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Isaiah 5
Isaiah 5
Lao Bible 2012 (ພຣະຄຳພີສັກສິ)
← Chapter 4
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 53
Chapter 54
Chapter 55
Chapter 56
Chapter 57
Chapter 58
Chapter 59
Chapter 60
Chapter 61
Chapter 62
Chapter 63
Chapter 64
Chapter 65
Chapter 66
Chapter 6 →
1
ເມື່ອຂ້ອຍຮ້ອງເພງນີ້ ຂໍທ່ານຈົ່ງຟັງເອົາເດີ ທີ່ເອີ່ຍເຖິງສວນອະງຸ່ນກັບໝູ່ເພື່ອນຂອງຂ້ອຍ: ເພື່ອນຂອງຂ້ອຍມີສວນອະງຸ່ນຕອນໜຶ່ງ ຊຶ່ງສວນນີ້ຕັ້ງຢູ່ຕາມເນີນພູທີ່ມີດິນດີ.
2
ລາວຂຸດທັງພູນດິນຫລັງຈາກເກັບກ້ອນຫີນອອກໄປ ແລ້ວຈຶ່ງໄດ້ປູກເບ້ຍພັນອະງຸ່ນດີໆທັງນັ້ນໃສ່. ລາວປຸກຫໍຄອຍຫລັງໜຶ່ງໄວ້ສຳລັບເຝົ້າສວນອະງຸ່ນ ລາວເຈາະອ່າງຫີນໄວ້ສຳລັບບີບໝາກອະງຸ່ນດ້ວຍ. ແລ້ວກໍຕັ້ງໃຈລໍຄອຍຖ້າ ຈົນໝາກອະງຸ່ນສຸກງອມ ແຕ່ໝາກອະງຸ່ນທີ່ສຸກພັດມີຣົດສົ້ມທັງໝົດ.
3
ສະນັ້ນ ເພື່ອນຂອງຂ້ອຍຈຶ່ງເວົ້າວ່າ, “ພວກເຈົ້າທີ່ຢູ່ໃນນະຄອນເຢຣູຊາເລັມ ແລະຢູດາຍເອີຍ ຈົ່ງຕັດສິນລະຫວ່າງຂ້ອຍກັບສວນອະງຸ່ນເບິ່ງດູ.
4
ມີອັນໃດແດ່ ທີ່ຂ້ອຍບໍ່ໄດ້ເຮັດສຳລັບສວນນີ້? ແລ້ວເປັນຫຍັງໝາກອະງຸ່ນຈຶ່ງສົ້ມໝົດ ທັງໆທີ່ຂ້ອຍຫວັງໄວ້ວ່າຈະໄດ້ໝາກຫວານດີ?
5
ບັດນີ້ ຂ້ອຍຈະເຮັດກັບສວນອະງຸ່ນຂອງຂ້ອຍດັ່ງນີ້: ຈະຮື້ໜາມແລະມ້າງຮົ້ວທີ່ລ້ອມມັນນັ້ນອອກ ແລະປ່ອຍໃຫ້ສັດປ່າມາກິນແລະຢຽບຢໍ່າມັນຖິ້ມ.
6
ຂ້ອຍຈະປ່ອຍໃຫ້ຫຍ້າເກີດຂຶ້ນເຕັມໄປທົ່ວ. ຂ້ອຍຈະບໍ່ຕັດແໜງຫລືພວນດິນ; ແຕ່ຈະປ່ອຍໃຫ້ເຄືອແລະກົກໜາມປົ່ງຂຶ້ນຫຸ້ມຫໍ່. ຂ້ອຍຈະບໍ່ໃຫ້ແມ່ນແຕ່ຝົນຕົກລົງມາຮຳສວນນັ້ນເລີຍ.”
7
ສວນອະງຸ່ນຂອງພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ແມ່ນຊາດອິດສະຣາເອນ ແລະປະຊາຊົນຊາວຢູດາແມ່ນເບ້ຍອະງຸ່ນ ຊຶ່ງພຣະອົງໄດ້ປູກໄວ້. ພຣະອົງຄາດຫວັງໃຫ້ພວກເຂົາເຮັດໃນສິ່ງທີ່ດີ, ແຕ່ພວກເຂົາມີແຕ່ປະພຶດຕົນເປັນຜູ້ຂ້າຄົນ. ພຣະອົງຄາດຫວັງໃຫ້ພວກເຂົາເຮັດໃນສິ່ງທີ່ຊອບທຳ, ແຕ່ຄົນຮັບເຄາະກຳຮ້ອງຂໍຄວາມຍຸດຕິທຳ.
8
ວິບັດເປັນຂອງພວກເຈົ້າສາແລ້ວ ພວກເຈົ້າຊື້ເຮືອນຕື່ມອີກຫລາຍຫລັງ ແລະຊື້ນາຕື່ມອີກຫລາຍທົ່ງ ເພີ່ມກັບສິ່ງທີ່ພວກເຈົ້າມີຢູ່. ບໍ່ດົນກໍຈະບໍ່ມີບ່ອນສຳລັບຄົນອື່ນຢູ່ ແລະແມ່ນພວກເຈົ້າເທົ່ານັ້ນທີ່ຈະຢູ່ໃນດິນແດນ.
9
ຂ້າພະເຈົ້າໄດ້ຍິນພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, “ເຮືອນຫລັງໃຫຍ່ໆແລະງາມໆເຫຼົ່ານີ້ຈະເປົ່າຮ້າງແລະເພພັງລົງ.
10
ເບ້ຍອະງຸ່ນທີ່ປູກຢູ່ໃນທີ່ດິນສິບສອງໄຮ່ຈະກັ່ນເຫຼົ້າອະງຸ່ນໄດ້ ພຽງແປດລິດເທົ່ານັ້ນ. ຫວ່ານແນວປູກໄປແປດສິບລິດ ຈະເກັບກ່ຽວພືດຜົນເປັນເມັດໄດ້ພຽງແຕ່ແປດລິດເທົ່ານັ້ນ.”
11
ເຄາະກຳເປັນຂອງພວກເຈົ້າສາແລ້ວ ພວກເຈົ້າລຸກຂຶ້ນແຕ່ເຊົ້າໆຕັ້ງຕົ້ນດື່ມເຫຼົ້າ ແລະພວກເຈົ້າກໍເມົາເຫຼົ້າຕະຫລອດຄືນ.
12
ໃນງານກິນລ້ຽງ ພວກເຈົ້າມີພິນແລະມີກອງ ແລະມີຂຸ່ຍພ້ອມທັງເຫຼົ້າອະງຸ່ນ. ແຕ່ພວກເຈົ້າບໍ່ເຂົ້າໃຈສິ່ງທີ່ພຣະເຈົ້າຢາເວກຳລັງຈະເຮັດ
13
ສະນັ້ນ ພວກເຈົ້າຈະຖືກຈັບໄປເປັນຊະເລີຍເສິກ. ບັນດາຜູ້ນຳຂອງພວກເຈົ້າຈະຕາຍຍ້ອນຫິວເຂົ້າ ແລະຄົນສາມັນທຳມະດາຈະຕາຍຍ້ອນຫິວນໍ້າ.
14
ແດນມໍຣະນາກໍຫິວຢາກກິນພວກເຂົາ ແລະອ້າປາກຂອງມັນອອກກວ້າງລໍຖ້າຢູ່. ມັນຈະກືນກິນພວກຂຸນນາງຂອງນະຄອນເຢຣູຊາເລັມ ແລະຝູງຄົນສາມັນທີ່ຮ້ອງສຽງດັງຢ່າງອຶກກະທຶກ.
15
ທຸກຄົນຈະຖືກອັບອາຍຂາຍໜ້າ ແລະຜູ້ທີ່ອວດອົ່ງຈອງຫອງຈະຖ່ອມຕົວ.
16
ແຕ່ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ສຳແດງຣິດທານຸພາບຂອງພຣະອົງໂດຍເຮັດໃນສິ່ງທີ່ຍຸດຕິທຳ ແລະເປີດເຜີຍໃຫ້ເຫັນຄວາມບໍຣິສຸດຂອງພຣະອົງ ໂດຍຕັດສິນປະຊາຊົນຂອງພຣະອົງ.
17
ໃນເມືອງທີ່ຮົກຮ້າງເພພັງນັ້ນ ແກະນ້ອຍຈະມີຫຍ້າກິນ ແລະແບ້ນ້ອຍກໍຈະພົບທົ່ງຫຍ້າ.
18
ເຄາະກຳເປັນຂອງພວກເຈົ້າສາແລ້ວ ພວກເຈົ້າຈະເປັນອິດສະຫລະໂດຍຫລຸດພົ້ນຈາກບາບໄປບໍ່ໄດ້ດອກ.
19
ພວກເຈົ້າເວົ້າວ່າ, “ໃຫ້ພຣະເຈົ້າຟ້າວເຮັດ ໃນສິ່ງທີ່ພຣະອົງກ່າວວ່າຈະເຮັດນັ້ນສາເທາະ ເພື່ອວ່າພວກເຮົາຈະໄດ້ເຫັນ. ໃຫ້ພຣະເຈົ້າອົງບໍຣິສຸດຂອງຊາດອິດສະຣາເອນ ເຮັດຕາມແຜນການຂອງພຣະອົງເຖີດ ພວກເຮົາຢາກຈະຮູ້ຈັກແຜນການນັ້ນ.”
20
ເຄາະກຳເປັນຂອງພວກເຈົ້າສາແລ້ວ ພວກເຈົ້າເອີ້ນສິ່ງທີ່ດີວ່າເປັນສິ່ງທີ່ຊົ່ວ ແລະເອີ້ນສິ່ງທີ່ຊົ່ວວ່າເປັນສິ່ງທີ່ດີ. ພວກເຈົ້າປ່ຽນມືດເປັນແຈ້ງ ແລະແຈ້ງເປັນມືດ. ພວກເຈົ້າເຮັດສິ່ງທີ່ຂົມໃຫ້ເປັນຫວານ ແລະສິ່ງທີ່ຫວານໃຫ້ເປັນຂົມ.
21
ເຄາະກຳເປັນຂອງພວກເຈົ້າສາແລ້ວ ພວກເຈົ້າຄິດວ່າຕົນເປັນຄົນສະຫລາດ ແລະເປັນຄົນຫລັກແຫລມຫລາຍແທ້ນໍ.
22
ເຄາະກຳເປັນຂອງພວກເຈົ້າສາແລ້ວ ຈອມຂີ້ເມົາເອີຍ ແລະຜູ້ເກັ່ງກ້າທີ່ປະສົມສິ່ງມືນເມົາ.
23
ແຕ່ຍ້ອນສິນຈ້າງລາງວັນ ພວກເຈົ້າປ່ອຍໃຫ້ຄົນຜິດໜີໄປລ້າໆ ແລະບໍ່ໃຫ້ຄວາມຍຸດຕິທຳແກ່ຄົນບໍ່ມີຄວາມຜິດ.
24
ສະນັ້ນ ບັດນີ້ ເຟືອງ ແລະຫຍ້າແຫ້ງຖືກເຜົາໄໝ້ໃນໄຟສັນໃດ ຮາກເຫງົ້າຂອງພວກເຈົ້າຈະຂຸແລະດອກຂອງພວກເຈົ້າຈະຫ່ຽວແຫ້ງ ທັງຖືກລົມພັດໜີໄປສັນນັ້ນ; ເພາະພວກເຈົ້າໄດ້ປະຖິ້ມຄຳສັ່ງສອນຂອງພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ຄືດູຖູກຢຽບຫຍາມຖ້ອຍຄຳຂອງພຣະເຈົ້າອົງບໍຣິສຸດຂອງຊາດອິດສະຣາເອນ ໄດ້ສັ່ງສອນພວກເຮົາ.
25
ພຣະເຈົ້າຢາເວໂກດຮ້າຍປະຊາຊົນຂອງພຣະອົງ ແລະຢຽດມືອອກລົງໂທດພວກເຂົາສາແລ້ວ. ພູທັງຫລາຍຈະສັ່ນສະເທືອນ ແລະຊາກສົບຂອງຄົນຕາຍກໍຈະຖືກປະປ່ອຍໄວ້ຕາມຖະໜົນຫົນທາງດັ່ງຂີ້ເຫຍື້ອ. ເຖິງປານນັ້ນ ພຣະອົງກໍຍັງບໍ່ເຊົາໂກດຮ້າຍ ແຕ່ຍັງຈະຢຽດມືອອກເພື່ອລົງໂທດພວກເຂົາຕໍ່ໄປ.
26
ພຣະອົງເຮັດສັນຍາເອີ້ນເອົາຊາດໜຶ່ງທີ່ຢູ່ຫ່າງໄກ. ພຣະອົງຖິວເອົາພວກເຂົາມາແຕ່ທີ່ສຸດປາຍແຜ່ນດິນໂລກ. ພວກເຂົາມາຢ່າງວ່ອງໄວໂດຍບໍ່ຊັກຊ້າ
27
ບໍ່ມີຜູ້ໃດໃນພວກເຂົາອິດເມື່ອຍ; ບໍ່ມີຜູ້ໃດໃນພວກເຂົາຕຳສະດຸດ. ພວກເຂົາບໍ່ງ້ວງຫລືເຫງົານອນ. ສາຍຮັດກໍບໍ່ຫລຸດແລະເກີບກໍບໍ່ຂາດ.
28
ລູກທະນູຂອງພວກເຂົາແຫລມ ແລະໜ້າທະນູກໍພ້ອມແລ້ວທີ່ຈະຍິງ. ກີບຕີນມ້າຂອງພວກເຂົາແຂງດັ່ງຫີນ ແລະຕີນລົດກໍປິ່ນດັ່ງລົມບ້າໝູ.
29
ພວກທະຫານຕ່າງກໍຄວນຄາງ ສຽງດັງຄືສຽງໂຕສິງທີ່ໄດ້ຂ້າເຫຍື່ອ ແລະຄາບໄປສູ່ບ່ອນທີ່ບໍ່ມີຜູ້ໃດຍາດເອົາຈາກມັນໄດ້.
30
ເມື່ອວັນນັ້ນມາເຖິງ ພວກເຂົາຈະໂຮຮ້ອງໃສ່ຊາດອິດສະຣາເອນດັ່ງຄື້ນອຶກກະທຶກຂອງທະເລ. ເບິ່ງປະເທດນີ້ແມ ຊ່າງມືດມິດ ແລະທຸກລະທົມແທ້ ຄວາມສະຫວ່າງກາຍເປັນມືດມົວສາແລ້ວ.
← Chapter 4
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 53
Chapter 54
Chapter 55
Chapter 56
Chapter 57
Chapter 58
Chapter 59
Chapter 60
Chapter 61
Chapter 62
Chapter 63
Chapter 64
Chapter 65
Chapter 66
Chapter 6 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50
51
52
53
54
55
56
57
58
59
60
61
62
63
64
65
66