bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Isaiah 17
Isaiah 17
Lao Bible 2012 (ພຣະຄຳພີສັກສິ)
← Chapter 16
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 53
Chapter 54
Chapter 55
Chapter 56
Chapter 57
Chapter 58
Chapter 59
Chapter 60
Chapter 61
Chapter 62
Chapter 63
Chapter 64
Chapter 65
Chapter 66
Chapter 18 →
1
ອົງພຣະຜູ້ເປັນເຈົ້າໄດ້ກ່າວວ່າ, “ດາມັສກັດຈະບໍ່ເປັນນະຄອນອີກຕໍ່ໄປ; ແຕ່ຈະເປັນພຽງກອງສິ່ງຮົກຮ້າງເພພັງເທົ່ານັ້ນ.
2
ເມືອງຕ່າງໆຂອງຊີເຣຍຈະເປົ່າຮ້າງຫວ່າງຄົນຕະຫລອດໄປ. ເມືອງເຫຼົ່ານັ້ນຈະເປັນທົ່ງຫຍ້າ ໃຫ້ຝູງແກະແລະຝູງງົວ ແລະຈະບໍ່ມີຜູ້ໃດໄລ່ພວກມັນໜີໄປ.
3
ຊາດອິດສະຣາເອນຈະຂາດທີ່ປ້ອງກັນ ແລະນະຄອນດາມັສກັດກໍຈະສູນເສຍເອກະລາດ. ຊາວຊີເຣຍຜູ້ທີ່ຍັງລອດຊີວິດຢູ່ຈະຖືກອັບອາຍຂາຍໜ້າເໝືອນກັນກັບຊາວອິດສະຣາເອນ.” ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນີ້ແຫລະ.
4
“ເມື່ອວັນນັ້ນມາເຖິງ ຄວາມຍິ່ງໃຫຍ່ຂອງຊາດອິດສະຣາເອນຈະເຖິງຈຸດຈົບ ແລະຄວາມຮັ່ງມີກໍຈະປ່ຽນເປັນຄວາມທຸກລຳບາກ.
5
ຊາດອິດສະຣາເອນຈະເປັນດັ່ງທົ່ງນາທີ່ຖືກຄົນເກັບກ່ຽວເອົາເຂົ້າໄປ ຄືເປົ່າປ່ຽວດັ່ງທົ່ງນາໃນຮ່ອມພູເຣຟາອິມທີ່ຖືກເກັບກ່ຽວເອົາເຂົ້າໄປໝົດ.
6
ມີພຽງໜ້ອຍຄົນເທົ່ານັ້ນທີ່ລອດຊີວິດຢູ່ ແລະຊາດອິດສະຣາເອນຈະເປັນດັ່ງກົກໝາກກອກເທດ ຊຶ່ງໝາກໃນຕົ້ນຖືກປິດເອົາໄປໝົດ ເວັ້ນໄວ້ແຕ່ສອງຫລືສາມໝາກທີ່ຢູ່ປາຍກົກເທົ່ານັ້ນ ຫລືບາງໜ່ວຍທີ່ເຫຼືອຢູ່ລຸ່ມງ່າ.” ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນກ່າວດັ່ງນີ້ແຫລະ.
7
ເມື່ອວັນນັ້ນມາເຖິງ ປະຊາຊົນຈະຫັນໜ້າມາ ຂໍໃຫ້ພຣະຜູ້ສ້າງຂອງພວກເຂົາຊ່ວຍເຫລືອ ຄືຂໍຕໍ່ພຣະເຈົ້າອົງບໍຣິສຸດຂອງຊາດອິດສະຣາເອນ.
8
ພວກເຂົາຈະບໍ່ເພິ່ງພາອາໄສແທ່ນບູຊາ ທີ່ພວກເຂົາໄດ້ເຮັດດ້ວຍມືຂອງເຂົາເອງ ຫລືໄວ້ວາງໃຈໃນສີມືຂອງຕົນເອງອີກຕໍ່ໄປ ເຊັ່ນ: ຮູບເຈົ້າແມ່ອາເຊຣາແລະແທ່ນເຜົາເຄື່ອງຫອມບູຊາຕ່າງໆ.
9
ເມື່ອວັນນັ້ນມາເຖິງ ເມືອງທີ່ປ້ອງກັນດີທີ່ສຸດຈະເປົ່າຮ້າງຫວ່າງຄົນ ແລະປະໃຫ້ເພພັງດັ່ງເມືອງຂອງຊາວຮີວີແລະຊາວອາໂມ ທີ່ໄດ້ຖືກປະຖິ້ມໄປ ເມື່ອພວກເຂົາປົບໜີຈາກປະຊາຊົນອິດສະຣາເອນ.
10
ຊາດອິດສະຣາເອນເອີຍ ພວກເຈົ້າໄດ້ລືມໄລພຣະເຈົ້າຂອງເຈົ້າ ຜູ້ໄດ້ຊ່ວຍກູ້ເອົາແລະປ້ອງກັນພວກເຈົ້າໄວ້ດັ່ງໂງ່ນຫີນທີ່ແຂງແກ່ນ. ແຕ່ພວກເຈົ້າພັດໄດ້ເຮັດສວນສັກສິດ ເພື່ອຂາບໄຫວ້ພະຕ່າງຊາດ.
11
ແມ່ນວ່າດອກອັນງົດງາມເກີດມາແຕ່ເຊົ້າໆ ຍ້ອນພວກເຈົ້າປູກກໍດີ; ແຕ່ພວກເຈົ້າຈະບໍ່ໄດ້ເດັດດອກມາດົມ. ຄວາມເດືອດຮ້ອນແລະການເຈັບປວດ ທີ່ປິ່ນປົວບໍ່ດີແຕ່ເທົ່ານັ້ນຈະເກີດມີມາ.
12
ຊົນຊາດຕ່າງໆທີ່ມີອຳນາດພາກັນອົນລະຫົນວຸ້ນວາຍ ຄ້າຍສຽງອຶກກະທຶກຂອງທ້ອງທະເລ ຄ້າຍສຽງຄື້ນອັນໃຫຍ່ໂຕມາກະທົບກັນ.
13
ຊົນຊາດທັງຫລາຍຕ່າງກໍບຸກໜ້າມາດັ່ງຟອງທະເລຖືກລົມພັດ, ແຕ່ພຣະເຈົ້າຈະຕີໂຕ້ພວກເຂົາໃຫ້ພ່າຍແພ້ໄປໂດຍໄລ່ພວກເຂົາໃຫ້ໜີໄປ ດັ່ງຂີ້ຝຸ່ນຕາມເນີນພູ ດັ່ງເຟືອງທີ່ຖືກລົມຫົວກຸດພັດ.
14
ໃນຕອນແລງ ມັນນຳເອົາຄວາມຢ້ານກົວອັນໃຫຍ່ມາ; ແຕ່ພໍຕອນເຊົ້າມາມັນກໍໜີໄປ. ນີ້ແຫລະ ຄືຊາຕາກຳຂອງພວກນັກປຸ້ນດິນແດນຂອງພວກເຮົາ.
← Chapter 16
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 53
Chapter 54
Chapter 55
Chapter 56
Chapter 57
Chapter 58
Chapter 59
Chapter 60
Chapter 61
Chapter 62
Chapter 63
Chapter 64
Chapter 65
Chapter 66
Chapter 18 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50
51
52
53
54
55
56
57
58
59
60
61
62
63
64
65
66