bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Isaiah 14
Isaiah 14
Lao Bible 2012 (ພຣະຄຳພີສັກສິ)
← Chapter 13
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 53
Chapter 54
Chapter 55
Chapter 56
Chapter 57
Chapter 58
Chapter 59
Chapter 60
Chapter 61
Chapter 62
Chapter 63
Chapter 64
Chapter 65
Chapter 66
Chapter 15 →
1
ອີກເທື່ອໜຶ່ງ ພຣະເຈົ້າຢາເວຈະເມດຕາປະຊາຊົນອິດສະຣາເອນ ແລະຈະເລືອກພວກເຂົາເອງໃຫ້ເປັນພວກຂອງພຣະອົງ. ພຣະອົງຈະໃຫ້ພວກເຂົາມາຢູ່ໃນດິນແດນຂອງພວກເຂົາເອງອີກ ແລະຊາວຕ່າງດ້າວກໍຈະມາອາໄສຢູ່ນຳໃນທີ່ນັ້ນ.
2
ຫລາຍຊົນຊາດຈະຊ່ວຍປະຊາຊົນອິດສະຣາເອນໃຫ້ກັບຄືນມາສູ່ດິນແດນ ບ່ອນທີ່ພຣະເຈົ້າຢາເວໄດ້ມອບໃຫ້ແກ່ພວກເຂົາ; ໃນທີ່ນັ້ນ ຊົນຊາດເຫຼົ່ານັ້ນຈະຮັບໃຊ້ຊາດອິດສະຣາເອນດັ່ງທາດ. ພວກທີ່ເຄີຍຈັບຄົນໃນຊາດອິດສະຣາເອນໄປຄັ້ງໜຶ່ງນັ້ນ ບັດນີ້ ຈະຖືກຄົນໃນຊາດອິດສະຣາເອນຈັບຄືນ ແລະປະຊາຊົນອິດສະຣາເອນຈະປົກຄອງ ຄົນເຫຼົ່ານັ້ນທີ່ເຄີຍກົດຂີ່ພວກຕົນມາຄັ້ງໜຶ່ງ.
3
ພຣະເຈົ້າຢາເວຈະໃຫ້ປະຊາຊົນອິດສະຣາເອນ ໄດ້ບັນເທົາຈາກຄວາມເຈັບປວດ ແລະຄວາມທົນທຸກຂອງພວກເຂົາ ແລະຈະໃຫ້ພວກເຂົາພົ້ນຈາກການຖືກບັງຄັບໃຫ້ເຮັດວຽກໜັກ.
4
ເມື່ອພຣະອົງກະທຳການນັ້ນ ພວກເຂົາຈະເວົ້າເຍາະເຍິ້ຍກະສັດແຫ່ງບາບີໂລນວ່າ: “ກະສັດຜູ້ຮ້າຍກາດໄດ້ລົ້ມລົງແລ້ວ ເພິ່ນຈະບໍ່ໄດ້ກົດຂີ່ຜູ້ໃດຜູ້ໜຶ່ງອີກຕໍ່ໄປ
5
ພຣະເຈົ້າຢາເວໄດ້ເຮັດໃຫ້ອຳນາດຂອງພວກຜູ້ປົກຄອງທີ່ຊົ່ວຮ້າຍສິ້ນສຸດໄປ
6
ຄືຜູ້ກົດຂີ່ປະຊາຊົນຢ່າງໂຫດຮ້າຍ ແລະບໍ່ໄດ້ຢຸດເຂັ່ນຂ້າຊົນຊາດທັງຫລາຍທີ່ພວກຕົນຕີໄດ້ນັ້ນ.
7
ບັດນີ້ໃນທີ່ສຸດ ທົ່ວທັງໂລກມີສິດໄດ້ພັກຜ່ອນ ແລະໄດ້ຢູ່ຢ່າງສະຫງົບສຸກ ແລະທຸກຄົນຕ່າງກໍຮ້ອງເພງດ້ວຍຄວາມຊົມຊື່ນຍິນດີ.
8
ຕົ້ນສົນແລະຕົ້ນແປກຂອງເລບານອນຕ່າງກໍຊົມຊື່ນຍິນດີ ທີ່ກະສັດຜູ້ນີ້ໄດ້ລົ້ມລົງ; ບັດນີ້ຈຶ່ງບໍ່ມີຜູ້ໃດຕັດມັນລົງອີກ ຍ້ອນກະສັດຜູ້ນັ້ນໄດ້ສາບສູນໄປແລ້ວ.
9
ແດນມໍຣະນາກຳລັງຕຽມພ້ອມເພື່ອຕ້ອນຮັບກະສັດແຫ່ງບາບີໂລນ. ບັນດາວິນຍານຂອງພວກທີ່ເຄີຍມີອຳນາດເທິງໂລກນີ້ ຕ່າງກໍຖືກປຸກຂຶ້ນມາ. ວິນຍານຂອງບັນດາກະສັດທີ່ຕາຍໄປແລ້ວ ຕ່າງກໍລຸກຂຶ້ນມາຈາກບັນລັງຂອງຕົນ.
10
ພວກມັນທັງໝົດຮ້ອງອອກມາວ່າ, ‘ບັດນີ້ ເຈົ້າກໍອ່ອນແຮງຄືກັນກັບພວກເຮົານໍ ເຈົ້າກໍເປັນຜູ້ໜຶ່ງໃນພວກເຮົາແລ້ວ
11
ເຈົ້າເຄີຍມີຄົນດີດພິນຍ້ອງຍໍໃຫ້ກຽດ; ແຕ່ບັດນີ້ ເຈົ້າພັດໄດ້ຢູ່ໃນແດນມໍຣະນາ. ເຈົ້ານອນເທິງໜອນທີ່ເປັນຕຽງຂອງເຈົ້າ ແລະມີໜອນຢູ່ເທິງເຈົ້າແທນຜ້າຫົ່ມ.”’
12
ລູຊີເຟີ ດວງດາວສ່ອງໃສໃນຕອນເຊົ້າເອີຍ ເຈົ້າໄດ້ຕົກລົງຈາກສະຫວັນແລ້ວນໍ ໃນອະດີດນັ້ນ ເຈົ້າໄດ້ຕີຊະນະຫລາຍໆຊົນຊາດ ແຕ່ບັດນີ້ ເຈົ້າພັດຖືກໂຍນລົງຂີ້ດິນ.
13
ເຈົ້າໄດ້ເວົ້າໃນໃຈວ່າ, “ຂ້ອຍຈະຂຶ້ນໄປສະຫວັນ ແລະຕັ້ງບັນລັງຂອງຂ້ອຍໄວ້ໃນທີ່ສູງສຸດເໜືອດວງດາວຕ່າງໆ. ຂ້ອຍຈະຕ້ອງນັ່ງດັ່ງກະສັດເທິງພູທາງທິດເໜືອ ບ່ອນທີ່ພະທັງຫລາຍຊຸມນຸມກັນຢູ່ນັ້ນ.
14
ຂ້ອຍຈະຕ້ອງຂຶ້ນໄປເໜືອຈອມເມກ ແລະເປັນດັ່ງອົງຊົງຣິດອຳນາດຍິ່ງໃຫຍ່.”
15
ແຕ່ແລ້ວເຈົ້າພັດໄດ້ຖືກຖິ້ມລົງມາສູ່ບ່ອນເລິກທີ່ສຸດຂອງແດນມໍຣະນາ.
16
ພວກຄົນຕາຍຈະຈ້ອງຕາເບິ່ງເຈົ້າ ແລະຈະຖາມວ່າ, “ຄົນນີ້ບໍ່ແມ່ນຜູ້ທີ່ໄດ້ເຮັດໃຫ້ໂລກແລະບັນດາອານາຈັກສັ່ນສະເທືອນນັ້ນບໍ?
17
ຄົນນີ້ບໍ່ແມ່ນຜູ້ທີ່ໄດ້ທຳລາຍເມືອງທັງຫລາຍ ແລະເຮັດໃຫ້ໂລກເປັນທີ່ຮົກຮ້າງຫວ່າງຄົນນັ້ນບໍ? ຄົນນີ້ບໍ່ແມ່ນຜູ້ທີ່ກັກຊະເລີຍເສິກໄວ້ ຫລືຜູ້ທີ່ບໍ່ຍິນຍອມປ່ອຍໃຫ້ພວກເຂົາກັບຄືນເມືອນັ້ນບໍ?”
18
ກະສັດໝົດທົ່ວທັງໂລກນອນຢູ່ໃນຂຸມຝັງສົບອັນງົດງາມ
19
ແຕ່ເຈົ້າພັດບໍ່ມີຂຸມຝັງສົບ. ຊາກສົບຂອງເຈົ້າຖືກໂຍນອອກໄປ ປະໃຫ້ເປື່ອຍເນົ່າຢູ່ລຸ່ມຊາກສົບຂອງພວກທະຫານຊຶ່ງຖຶກຂ້າໃນສະໜາມຮົບ ແລະໄດ້ຖືກໂຍນລົງພ້ອມກັນໄປໃນເຫວແລະຖືກຢຽບຢໍ່າ.
20
ຍ້ອນເຈົ້າໄດ້ທຳລາຍປະເທດຂອງເຈົ້າໃຫ້ຮົກຮ້າງເພພັງ ແລະຂ້າປະຊາຊົນຂອງຕົນເອງ; ສະນັ້ນ ເຈົ້າຈະບໍ່ໄດ້ຖືກຝັງໄວ້ດັ່ງກະສັດອື່ນໆ. ບໍ່ມີຜູ້ໃດຈັກຄົນໃນຄອບຄົວອັນຊົ່ວຮ້າຍຂອງເຈົ້ານັ້ນຈະລອດຊີວິດ.
21
ຈົ່ງໃຫ້ການສັງຫານໝູ່ເລີ່ມຂຶ້ນສາ ພວກລູກຊາຍຂອງກະສັດຜູ້ນີ້ຈະຕາຍ ຍ້ອນບັນພະບຸລຸດຂອງພວກເຂົາໄດ້ເຮັດບາບ. ບໍ່ມີຜູ້ໃດໃນພວກເຂົາຈະໄດ້ປົກຄອງແຜ່ນດິນ ຫລືສ້າງບ້ານເມືອງທັງຫລາຍຂຶ້ນໃໝ່.
22
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, “ເຮົາຈະໂຈມຕີນະຄອນບາບີໂລນໃຫ້ພັງພິນາດໄປ. ເຮົາຈະບໍ່ປະຫຍັງໃຫ້ເຫຼືອໄວ້ເລີຍ ຄືບໍ່ໃຫ້ມີເດັກນ້ອຍແລະຜູ້ລອດຊີວິດເຫຼືອຢູ່ຈັກຄົນ.” ພຣະເຈົ້າຢາເວໄດ້ກ່າວດັ່ງນີ້ແຫລະ.
23
“ເຮົາຈະປ່ຽນນະຄອນບາບີໂລນໃຫ້ເປັນບຶງ ແລະຝູງນົກເຄົ້າຈະຢູ່ທີ່ນັ້ນ. ເຮົາຈະໃຊ້ຟອຍກວາດນະຄອນບາບີໂລນ ພ້ອມທັງສັບພະທຸກສິ່ງໄປໃຫ້ໝົດ.” ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ກ່າວດັ່ງນີ້ແຫລະ.
24
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ສາບານວ່າ: “ສິ່ງທີ່ເຮົາໄດ້ວາງແຜນໄວ້ແລ້ວຈະຕ້ອງເກີດຂຶ້ນ. ສິ່ງທີ່ເຮົາໄດ້ຕັ້ງໃຈໄວ້ແລ້ວ ເຮົາຈະຕ້ອງເຮັດ.
25
ເຮົາຈະທຳລາຍຊາວອັດຊີເຣຍໃນດິນແດນອິດສະຣາເອນຂອງເຮົາ ແລະຈະຢຽບຢໍ່າພວກເຂົາລົງທີ່ເທິງພູຂອງເຮົາ. ເຮົາຈະປົດປ່ອຍປະຊາຊົນຂອງເຮົາອອກຈາກແອກຂອງຊາວອັດຊີເຣຍ ແລະຈາກພາລະໜັກທີ່ພວກເຂົາແບກຢູ່ນັ້ນ.
26
ອັນນີ້ແມ່ນແຜນການຂອງເຮົາສຳລັບໂລກ ຄືແຂນຂອງເຮົາໄດ້ຢຽດອອກເພື່ອລົງໂທດຊົນຊາດທັງຫລາຍ.”
27
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ຕັ້ງໃຈເຮັດສິ່ງນີ້ ພຣະອົງຢຽດແຂນພຣະອົງອອກເພື່ອລົງໂທດ ແລະບໍ່ມີຜູ້ໃດທີ່ຢຸດຢັ້ງພຣະອົງໄດ້.
28
ອັນນີ້ແມ່ນຖ້ອຍຄຳທີ່ໄດ້ຖືກປະກາດໃນປີທີ່ກະສັດອາຮາດໄດ້ຕາຍໄປ.
29
ປະຊາຊົນຊາວຟີລິດສະຕິນເອີຍ ໄມ້ຄ້ອນທີ່ໃຊ້ຕີພວກເຈົ້ານັ້ນຫັກສາແລ້ວ ແຕ່ພວກເຈົ້າຢ່າສູ່ຟ້າວດີໃຈ. ເມືອງູໂຕໜຶ່ງຕາຍໄປ ງູໂຕໂຫດຮ້າຍທີ່ສຸດກໍຂຶ້ນມາແທນ ເໝືອນດັ່ງໄຂ່ງູຟັກອອກເປັນໂຕມັງກອນ.
30
ອົງພຣະຜູ້ເປັນເຈົ້າຈະເປັນຜູ້ລ້ຽງປະຊາຊົນຂອງພຣະອົງຜູ້ຍາກຈົນ ແລະຈະໃຫ້ພວກເຂົາມີຊີວິດຢູ່ຢ່າງປອດໄພ, ແຕ່ພຣະອົງຈະສົ່ງຄວາມອຶດຢາກອັນຮ້າຍແຮງມາສູ່ຊາວຟີລິດສະຕິນ ແລະສິ່ງນັ້ນຈະບໍ່ປ່ອຍໃຫ້ຜູ້ໃດລອດຊີວິດເຫຼືອຢູ່ເລີຍ.
31
ສຽງຄວນຄາງກັບສຽງຮ້ອງຂໍໃຫ້ຊ່ວຍເຫລືອ ຈະມີຢູ່ໃນທຸກເມືອງຂອງຊາວຟີລິດສະຕິນ ພວກເຈົ້າທັງໝົດຈະປະສົບຄວາມໜ້າຢ້ານ ເພາະມັນເໝືອນດັ່ງເມກກຳລັງມາຈາກທາງທິດເໜືອ ແມ່ນກອງທັບໜຶ່ງທີ່ມີແຕ່ຜູ້ກ້າຫານທັງນັ້ນ ທີ່ກຳລັງເດີນທາງມາ.
32
ພວກເຮົາຈະຕ້ອງຕອບພວກຜູ້ນຳຂ່າວ ທີ່ມາຈາກຟີລິດສະຕິນນັ້ນຢ່າງໃດ? ພວກເຮົາຈະບອກພວກເຂົາວ່າ, “ພຣະເຈົ້າຢາເວໄດ້ຕັ້ງພູເຂົາຊີໂອນຂຶ້ນແລ້ວ ແລະປະຊາຊົນຂອງພຣະອົງຜູ້ທີ່ທົນທຸກຈະໄດ້ພົບຄວາມປອດໄພໃນທີ່ນັ້ນ.”
← Chapter 13
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 53
Chapter 54
Chapter 55
Chapter 56
Chapter 57
Chapter 58
Chapter 59
Chapter 60
Chapter 61
Chapter 62
Chapter 63
Chapter 64
Chapter 65
Chapter 66
Chapter 15 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50
51
52
53
54
55
56
57
58
59
60
61
62
63
64
65
66