bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Isaiah 22
Isaiah 22
Lao Bible 2012 (ພຣະຄຳພີສັກສິ)
← Chapter 21
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 53
Chapter 54
Chapter 55
Chapter 56
Chapter 57
Chapter 58
Chapter 59
Chapter 60
Chapter 61
Chapter 62
Chapter 63
Chapter 64
Chapter 65
Chapter 66
Chapter 23 →
1
ຕໍ່ໄປນີ້ແມ່ນຖ້ອຍຄຳກ່ຽວກັບຮ່ອມພູນິມິດ. ມີຫຍັງກຳລັງເກີດຂຶ້ນ? ເປັນຫຍັງຊາວເມືອງທັງໝົດຈຶ່ງສະເຫລີມສະຫລອງທີ່ເທິງຫລັງຄາເຮືອນຂອງຕົນ?
2
ທົ່ວທັງເມືອງກຳລັງອຶກກະທຶກ ເຕັມໄປດ້ວຍສຽງຄຶກໂຄມແລະຕື່ນເຕັ້ນ. ພວກຜູ້ຊາຍທີ່ຕາຍໃນເສິກນີ້ ບໍ່ໄດ້ຕາຍຍ້ອນການສູ້ຮົບ.
3
ບັນດາຜູ້ນຳທັງໝົດໄດ້ແລ່ນປົບໜີໄປ ແລະຖືກຈັບໄດ້ກ່ອນຖືກຍິງດ້ວຍລູກທະນູ.
4
ບັດນີ້ ຈົ່ງປ່ອຍໃຫ້ຂ້າພະເຈົ້າຮ້ອງໄຫ້ຢ່າງຂົມຂື່ນ ເຖິງປະຊາຊົນຂອງຂ້າພະເຈົ້າທຸກຄົນທີ່ໄດ້ຕາຍໄປນັ້ນ. ຢ່າພະຍາຍາມເລົ້າໂລມໃຈຂ້າພະເຈົ້າ.
5
ຄາວນີ້ແມ່ນເວລາທີ່ອົນລະຫົນວຸ້ນວາຍ, ພ່າຍແພ້ ແລະສັບສົນຢູ່ໃນຮ່ອມພູນິມິດຊຶ່ງອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ນຳມາສູ່ພວກເຮົາ. ກຳແພງນະຄອນຂອງພວກເຮົາກໍຖືກທຳລາຍເພພັງລົງ ແລະສຽງຮ້ອງຂໍໃຫ້ຊ່ວຍເຫລືອກໍດັງກ້ອງໄປທົ່ວເນີນພູ.
6
ພວກທະຫານຈາກດິນແດນເອລາມໄດ້ຂີ່ມ້າມາ ພ້ອມທັງມີໜ້າທະນູ ແລະລູກທະນູຄົບມື. ພວກທະຫານຈາກດິນແດນກີຣະ ກໍມີໂລ້ຂອງພວກເຂົາຕຽມໄວ້ພ້ອມ.
7
ຮ່ອມພູທີ່ມີດິນອຸດົມສົມບູນດີຂອງດິນແດນຢູດາຍກໍເຕັມໄປດ້ວຍລົດຮົບ; ບັນດາທະຫານມ້າກໍຢູ່ຕໍ່ໜ້າປະຕູຂອງນະຄອນເຢຣູຊາເລັມແລ້ວ.
8
ບ່ອນປ້ອງກັນທັງໝົດຂອງດິນແດນຢູດາຍໄດ້ພັງທະລາຍລົງສາແລ້ວ. ເມື່ອສິ່ງເຫຼົ່ານັ້ນເກີດຂຶ້ນແລ້ວ ພວກເຈົ້າກໍໄດ້ນຳອາວຸດອອກຈາກສາງ.
9
ພວກເຈົ້າໄດ້ພົບບ່ອນຊຶ່ງກຳແພງຂອງນະຄອນເຢຣູຊາເລັມ ຕ້ອງການໃຫ້ສ້ອມແປງ. ພວກເຈົ້າໄດ້ກວດເບິ່ງເຮືອນທຸກຫລັງໃນນະຄອນເຢຣູຊາເລັມ ແລະມ້າງບາງຫລັງລົງເພື່ອຈະເອົາຫີນໄປສ້ອມແປງກຳແພງ. ເພື່ອຈະເກັບຮັກສານໍ້າໄວ້ໃຊ້
11
ພວກເຈົ້າໄດ້ສ້າງອ່າງນໍ້າໄວ້ຢູ່ພາຍໃນເມືອງ ເພື່ອກັກນໍ້າທີ່ໄຫລມາແຕ່ສະນໍ້າເກົ່າ, ແຕ່ພວກເຈົ້າບໍ່ເອົາໃຈໃສ່ຕໍ່ພຣະເຈົ້າ ຜູ້ທີ່ໄດ້ວາງແຜນສິ່ງທັງໝົດນີ້ແຕ່ດົນນານມາແລ້ວ ແລະຜູ້ທີ່ໄດ້ບັນດານໃຫ້ເຫດການຕ່າງໆເກີດຂຶ້ນ.
12
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ ກຳລັງຮ້ອງບອກພວກເຈົ້າໃຫ້ຮ້ອງໄຫ້ ແລະໄວ້ທຸກ ໂດຍແຖຫົວແລະນຸ່ງເຄື່ອງທີ່ເຮັດດ້ວຍຜ້າກະສອບເຂົ້າ.
13
ແຕ່ພວກເຈົ້າພັດຫົວເລາະ ແລະສະເຫລີມສະຫລອງກັນ. ພວກເຈົ້າໄດ້ຂ້າແກະແລະງົວກິນ ທັງມີເຫຼົ້າອະງຸ່ນດື່ມດ້ວຍ. ພວກເຈົ້າໄດ້ກ່າວວ່າ, “ຈົ່ງກິນແລະດື່ມສາ ມື້ອື່ນພວກເຮົາຈະຕາຍ.”
14
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ນັ້ນເອງ ກ່າວແກ່ຂ້າພະເຈົ້າວ່າ, “ຄວາມຊົ່ວຊ້າເຊັ່ນນີ້ຈະບໍ່ໄດ້ຮັບການຍົກໂທດຈັກເທື່ອ ຈົນກວ່າພວກເຂົາຈະຕາຍໄປ.” ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ກ່າວດັ່ງນີ້ແຫລະ.
15
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ ໄດ້ບອກຂ້າພະເຈົ້າໃຫ້ໄປຫາເຊັບນາ ຜູ້ດູແລສຳນັກຂອງກະສັດ ແລະກ່າວຕໍ່ລາວວ່າ,
16
“ເຈົ້າຄິດວ່າເຈົ້າເປັນຜູ້ໃດ? ເຈົ້າມີສິດຫຍັງຈຶ່ງຕ້ອງເຈາະອຸບມຸງໄວ້ຢູ່ໃນພູນີ້ສຳລັບເຈົ້າເອງ?
17
ເຈົ້າອາດເປັນຄົນສຳຄັນ, ແຕ່ພຣະເຈົ້າຢາເວຈະຈັບເຈົ້າໂຍນຖິ້ມອອກໄປຢ່າງແຮງ.
18
ພຣະອົງຈະຈັບເຈົ້າດັ່ງຈັບໝາກບານ ແລະແກວ່ງເຈົ້າໄປໃນເມືອງທີ່ໃຫຍ່ກວ່ານີ້. ເຈົ້າຈະຕາຍຢູ່ທີ່ຂ້າງລົດຮົບ ທີ່ເຈົ້າແສນພູມໃຈນຳນັ້ນ. ເຈົ້າໄດ້ເຮັດໃຫ້ບ້ານນາຍຂອງຕົນອັບອາຍຂາຍໜ້າ.
19
ເຮົາຈະຂັບໄລ່ເຈົ້າອອກຈາກຕໍ່າແໜ່ງຂອງເຈົ້າ ແລະປົດເຈົ້າລົງຈາກໜ້າທີ່ການງານຂອງເຈົ້າ.”
20
“ໃນວັນນັ້ນ ເຮົາຈະສົ່ງເອລີອາກິມ ລູກຊາຍຂອງຮິນກີຢາຜູ້ຮັບໃຊ້ຂອງເຮົາມາຫາ.
21
ເຮົາຈະໃຫ້ລາວນຸ່ງເສື້ອ ແລະຮັດສາຍແອວປະຈຳຕຳແໜ່ງຂອງເຈົ້າ ພ້ອມໃຫ້ລາວມີອຳນາດທັງໝົດທີ່ເຈົ້າເຄີຍມີມາ. ລາວຈະເປັນດັ່ງພໍ່ຜູ້ໜຶ່ງສຳລັບປະຊາຊົນຊາວນະຄອນເຢຣູຊາເລັມແລະຊາວຢູດາ.
22
ເຮົາຈະໃຫ້ລາວມີອຳນາດທັງໝົດຮອງຈາກກະສັດຜູ້ທີ່ເປັນເຊື້ອສາຍຂອງດາວິດ. ລາວຈະມີໜ້າທີ່ສຳຄັນ; ສິ່ງທີ່ລາວໄຂຈະບໍ່ມີຜູ້ໃດອັດໄດ້ ແລະສິ່ງທີ່ລາວອັດໄວ້ຈະບໍ່ມີຜູ້ໃດໄຂໄດ້.
23
ເຮົາຈະຮັດລາວໄວ້ກັບບ່ອນຢ່າງໝັ້ນຄົງດັ່ງຕອກຫລັກໄວ້ ແລະລາວຈະເປັນບໍ່ແຫ່ງກຽດສັກສີໃນຄອບຄົວທັງໝົດຂອງຕົນ.
24
ແຕ່ພວກພີ່ນ້ອງຂອງລາວກັບຜູ້ເພິ່ງພາອາໄສທັງຫລາຍ ຈະເປັນພາລະໜັກໃຫ້ແກ່ລາວ. ພວກເຂົາຈະແຂວນລາວໄວ້ດັ່ງໝໍ້ ແລະເຄື່ອງໃຊ້ທີ່ຫ້ອຍເທິງຫລັກ
25
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, ໃນວັນນັ້ນ ຫລັກຊຶ່ງມັດໄວ້ຢ່າງໝັ້ນຄົງກໍຈະຫລຸດ ແລະຕົກລົງ. ອັນນັ້ນຈະແມ່ນຈຸດຈົບຂອງທຸກໆສິ່ງທີ່ເກາະຫ້ອຍຢູ່ເທິງນັ້ນ.” ພຣະເຈົ້າຢາເວໄດ້ກ່າວດັ່ງນີ້ແຫລະ.
← Chapter 21
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 53
Chapter 54
Chapter 55
Chapter 56
Chapter 57
Chapter 58
Chapter 59
Chapter 60
Chapter 61
Chapter 62
Chapter 63
Chapter 64
Chapter 65
Chapter 66
Chapter 23 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50
51
52
53
54
55
56
57
58
59
60
61
62
63
64
65
66