bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Isaiah 55
Isaiah 55
Lao Bible 2012 (ພຣະຄຳພີສັກສິ)
← Chapter 54
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 53
Chapter 54
Chapter 55
Chapter 56
Chapter 57
Chapter 58
Chapter 59
Chapter 60
Chapter 61
Chapter 62
Chapter 63
Chapter 64
Chapter 65
Chapter 66
Chapter 56 →
1
ອົງພຣະຜູ້ເປັນເຈົ້າກ່າວວ່າດັ່ງນີ້: “ເຊີນທຸກໆຄົນມາ ຈົ່ງເຊີນມາເທີ້ນ ຜູ້ທີ່ຫິວນໍ້າ ນໍ້າມີໃຫ້ດື່ມຢູ່ທີ່ນີ້ເດ ຜູ້ທີ່ບໍ່ມີເງິນ ເຊີນມາ ຈົ່ງຊື້ເຂົ້າກິນເຖີດ ຈົ່ງເຊີນມາຊື້ເຫຼົ້າອະງຸ່ນແລະນໍ້ານົມດື່ມ ໂດຍບໍ່ຕ້ອງເສຍຄ່າຫຍັງໝົດ.
2
ເປັນຫຍັງຈຶ່ງຈ່າຍເງິນຊື້ສິ່ງຂອງທີ່ບໍ່ແມ່ນເຂົ້າຈີ່. ເປັນຫຍັງຈຶ່ງຈ່າຍໄປແຕ່ພັດຍັງຢາກຢູ່? ຈົ່ງຕັ້ງໃຈຟັງເຮົາ ແລະກິນອາຫານທີ່ດີ ແລະຈົ່ງປິຕິຍິນດີໃນອາຫານອັນດີເປັນປະໂຫຍດທີ່ສຸດ.
3
ບັດນີ້ ຈົ່ງມາຟັງເຮົາເທີ້ນ ໄພ່ພົນຂອງເຮົາເອີຍ ເຊີນມາຫາເຮົາແລະພວກເຈົ້າຈະໄດ້ຊີວິດ ເຮົາຈະເຮັດພັນທະສັນຍາກັບພວກເຈົ້າສືບໆໄປ ເຮົາຈະໃຫ້ພອນດັ່ງທີ່ເຮົາໄດ້ສັນຍາກັບດາວິດ.
4
ເຮົາໄດ້ເຮັດໃຫ້ເພິ່ນນຳພາແລະສັ່ງການ ບັນດາຊົນຊາດໄດ້ຮູ້ຣິດອຳນາດເຮົາທາງເພິ່ນ.
5
ບັດນີ້ ເຈົ້າຈະເອີ້ນຊົນຊາດຕ່າງດ້າວທັງຫລາຍ ຊຶ່ງໃນເວລາໜຶ່ງພວກເຂົາບໍ່ເຄີຍຮູ້ຈັກເຈົ້າ ແຕ່ບັດນີ້ ພວກເຂົາຈະແລ່ນມາຫາເຈົ້າ ເພື່ອຂໍຮ່ວມເຂົ້າກັບເຈົ້າໃດ ເພາະພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ ແລະເພາະພຣະເຈົ້າອົງບໍຣິສຸດຂອງຊາດອິດສະຣາເອນ ພຣະອົງຈະໃຫ້ເຈົ້າມີສະຫງ່າຣາສີແລະກຽດຕິຍົດ.”
6
ຈົ່ງສະແຫວງຫາພຣະເຈົ້າຢາເວໃນຂະນະທີ່ຈະພົບພຣະອົງໄດ້ ຈົ່ງພາວັນນາອະທິຖານຕໍ່ ພຣະອົງໃນຂະນະທີ່ພຣະອົງສະຖິດຢູ່ໃກ້.
7
ຈົ່ງໃຫ້ຄົນຊົ່ວຮ້າຍປະວິທີດຳເນີນຊີວິດເດີມຂອງພວກເຂົາ ແລະປ່ຽນແນວທາງທີ່ພວກເຂົາເຄີຍຄິດນັ້ນ. ຈົ່ງໃຫ້ພວກເຂົາກັບຄືນມາຫາພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ ພຣະອົງເຕັມດ້ວຍຄວາມເມດຕາແລະອະໄພໃຫ້.
8
ພຣະເຈົ້າຢາເວກ່າວວ່າ, “ຄວາມຄິດເຮົານັ້ນ ບໍ່ຄືຄວາມຄິດຂອງພວກເຈົ້າ ແລະວິຖີທາງຂອງເຮົານັ້ນກໍແຕກຕ່າງໃດ ບໍ່ຄືວິຖີທາງຂອງພວກເຈົ້າ.
9
ຟ້າສະຫວັນສູງກວ່າແຜ່ນດິນໂລກສັນໃດ ວິຖີທາງທັງຄວາມຄິດເຮົາກໍສູງກວ່າສັນນັ້ນ.”
10
“ຖ້ອຍຄຳຂອງເຮົາເປັນດັ່ງນໍ້າຝົນ ແລະຫິມະ ຊຶ່ງລົງມາຈາກສະຫວັນເບື້ອງເທິງ ແລະຫົດແຜ່ນດິນໂລກໃຫ້ຊຸ່ມເຢັນ ຊຶ່ງເຮັດໃຫ້ເຄື່ອງປູກງອກງາມໃຫຍ່ຂຶ້ນ ທັງຈັດຫາໃຫ້ມີແນວພືດສຳລັບປູກຝັງ ທັງໃຫ້ມີເຂົ້າຈີ່ກິນດ້ວຍ.
11
ສະນັ້ນ ຖ້ອຍຄຳທີ່ເຮົາກ່າວໄປກໍເຊັ່ນດຽວກັນ ຄືຈະບໍ່ກັບຄືນມາຫາເຮົາໂດຍສູນເປົ່າ ຈະສຳເລັດຕາມທີ່ເຮົາໄດ້ວາງແຜນການ ແລະທຸກສິ່ງທີ່ເຮົາໃຊ້ໄປເຮັດນັ້ນ ຈະເກີດຜົນຈະເລີນຂຶ້ນ.
12
ພວກເຈົ້າຈະຈາກນະຄອນບາບີໂລນຢ່າງຊົມຊື່ນຍິນດີ ຈະຖືກນຳອອກໄປຢ່າງສັນຕິສຸກເຫລືອລົ້ນ. ພູເຂົາແລະເນີນພູທຸກໜ່ວຍກໍຈະເປັ່ງສຽງຮ້ອງເພງ ແລະຕົ້ນໄມ້ກໍຈະໂຮຮ້ອງຢ່າງຊົມຊື່ນຍິນດີຍິ່ງ.
13
ຕົ້ນສົນຈະງອກໃຫຍ່ຂຶ້ນແທນຕົ້ນໜາມ ກົກໄມ້ຫອມຈະເກີດຂຶ້ນແທນກໍໜາມ. ການນີ້ຈະເປັນໝາຍສຳຄັນທີ່ຈະດຳລົງຢູ່ສືບໄປ ຄືເຕືອນເຖິງສິ່ງທີ່ພຣະເຈົ້າຢາເວໄດ້ຊົງກະທຳ.”
← Chapter 54
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 53
Chapter 54
Chapter 55
Chapter 56
Chapter 57
Chapter 58
Chapter 59
Chapter 60
Chapter 61
Chapter 62
Chapter 63
Chapter 64
Chapter 65
Chapter 66
Chapter 56 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50
51
52
53
54
55
56
57
58
59
60
61
62
63
64
65
66