bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Isaiah 62
Isaiah 62
Lao Bible 2012 (ພຣະຄຳພີສັກສິ)
← Chapter 61
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 53
Chapter 54
Chapter 55
Chapter 56
Chapter 57
Chapter 58
Chapter 59
Chapter 60
Chapter 61
Chapter 62
Chapter 63
Chapter 64
Chapter 65
Chapter 66
Chapter 63 →
1
ນະຄອນເຢຣູຊາເລັມເອີຍ ດ້ວຍຄວາມຮັກທີ່ມີຕໍ່ເຈົ້າ ເຮົາຈະບໍ່ຍອມມິດງຽບໄປຈັກເທື່ອ ຈົນກວ່ານະຄອນນີ້ຈະໄດ້ມີໄຊແລະພົ້ນໄພ ຄືຄວາມມີໄຊສ່ອງແຈ້ງດັ່ງໂຄມໄຟຍາມຄໍ່າມືດ.
2
ນະຄອນເຢຣູຊາເລັມເອີຍ ທຸກຊົນຊາດຈະເຫັນເຈົ້າມີໄຊ ກະສັດຂອງທຸກຊົນຊາດຈະເຫັນສະຫງ່າຣາສີຂອງເຈົ້າ. ຄົນຈະເອີ້ນເຈົ້າຕາມຊື່ໃໝ່ຂອງເຈົ້າ ຄືຊື່ທີ່ປາກຂອງພຣະເຈົ້າຢາເວຈະໃຫ້ໄວ້.
3
ເຈົ້າຈະເປັນດັ່ງມົງກຸດອັນງົດງາມໃນມືຂອງພຣະເຈົ້າຢາເວ ແລະເປັນມົງກຸດໃນມືຂອງພຣະເຈົ້າຂອງເຈົ້າ,
4
ຄົນຈະບໍ່ເອີ້ນເຈົ້າອີກຕໍ່ໄປວ່າ, “ຜູ້ຖືກປະຖິ້ມ.” ຄົນຈະບໍ່ເອີ້ນຢ່າງນີ້ອີກວ່າ, “ເມຍທີ່ຜົວໜີປະ.” ສຳລັບດິນແດນຂອງເຈົ້າຄົນຈະເວົ້າກັນວ່າ, “ພຣະເຈົ້າພໍໃຈນຳນາງ” ຄືຊື່ໃໝ່ຂອງເຈົ້າ. ຄົນຈະເອີ້ນວ່າ, “ຜູ້ແຕ່ງງານທີ່ມີຄວາມສຸກ”. ສຳລັບກ່າວເຖິງດິນແດນຂອງເຈົ້າ ເພາະພຣະເຈົ້າຢາເວພໍໃຈນຳເຈົ້າໃດ ພຣະອົງຈະເປັນຜົວສຳລັບດິນແດນຂອງເຈົ້າ.
5
ດັ່ງຊາຍໜຸ່ມທີ່ໄດ້ຍິງບໍຣິສຸດເປັນເມຍຂອງຕົນ ພຣະອົງຜູ້ຫລໍ່ຫລອມເຈົ້າຈະແຕ່ງງານກັບເຈົ້າ. ເຈົ້າບ່າວຊົມຊື່ນຍິນດີນຳເຈົ້າສາວຂອງຕົນສັນໃດ ພຣະເຈົ້າຂອງເຈົ້າກໍຈະຊົມຊື່ນຍິນດີນຳເຈົ້າສັນນັ້ນ.
6
ນະຄອນເຢຣູຊາເລັມເອີຍ ເທິງກຳແພງເມືອງຂອງເຈົ້າ ເຮົາໄດ້ວາງຄົນຍາມຫລາຍໆຄົນໄວ້; ພວກເຂົາບໍ່ຕ້ອງມິດງຽບໃນກາງເວັນຫລືກາງຄືນ ພວກເຂົາຕ້ອງບອກພຣະເຈົ້າຢາເວໃຫ້ຈົດຈຳເລື້ອຍໆ ຄືໃຫ້ລະນຶກເຖິງຄຳສັນຍາຂອງພຣະອົງ ແລະບໍ່ປ່ອຍໃຫ້ພຣະອົງລືມໄລຈັກເທື່ອ.
7
ພວກເຂົາຈະບໍ່ໃຫ້ພຣະອົງໄດ້ພັກຜ່ອນຫລັບນອນ ຈົນກວ່າພຣະອົງໄດ້ສ້າງນະຄອນເຢຣູຊາເລັມຂຶ້ນໃໝ່ ຈົນກວ່າໄດ້ເຮັດໃຫ້ນະຄອນນີ້ກາຍເປັນພຣະນະຄອນ ຊຶ່ງເປັນທີ່ຍົກຍໍຂອງຄົນທົ່ວທຸກມຸມໂລກ.
8
ພຣະເຈົ້າຢາເວໄດ້ເຮັດສັນຍາໜຶ່ງອັນໜັກແໜ້ນໄວ້ ແລະຈະເຮັດຕາມນັ້ນດ້ວຍຣິດອຳນາດຂອງພຣະອົງ: “ເຂົ້າຂອງເຈົ້າຈະບໍ່ເປັນອາຫານແກ່ສັດຕູອີກຕໍ່ໄປ ຄົນຕ່າງດ້າວຈະບໍ່ໄດ້ດື່ມເຫຼົ້າອະງຸ່ນຂອງເຈົ້າອີກ.
9
ແຕ່ເຈົ້າຜູ້ທີ່ໄດ້ປູກແລະເກັບກ່ຽວເຂົ້າມານັ້ນ ກໍຈະໄດ້ກິນເຂົ້າຈີ່ ແລະສັນລະເສີນພຣະເຈົ້າຢາເວ. ເຈົ້າຜູ້ທີ່ໄດ້ດູແລທັງເກັບໂຮມເອົາໝາກອະງຸ່ນ ຈະໄດ້ດື່ມເຫຼົ້າອະງຸ່ນທີ່ເດີ່ນພຣະວິຫານນັ້ນ.”
10
ຊາວເຢຣູຊາເລັມເອີຍ ຈົ່ງອອກໄປຈາກນະຄອນ ແລະສ້າງທາງສຳລັບປະຊາຊົນທີ່ກຳລັງກັບມານັ້ນ. ຈົ່ງຕຽມທາງຫລວງໄວ້ ແລະເກັບຫີນອອກໃຫ້ໝົດ ເຮັດເຄື່ອງໝາຍເພື່ອຊົນຊາດທັງຫລາຍຈະໄດ້ຮູ້
11
ພຣະເຈົ້າຢາເວໄດ້ປະກາດຈົນສຸດປາຍແຜ່ນດິນໂລກທັງໝົດວ່າ, “ຈົ່ງບອກລູກສາວຂອງຊີໂອນວ່າ ຈົ່ງເບິ່ງຄວາມພົ້ນຂອງເຈົ້າກຳລັງມາ ລາງວັນຂອງພຣະອົງກໍຢູ່ກັບພຣະອົງ ແລະບຳເໜັດຂອງພຣະອົງກໍຢູ່ກ່ອນໜ້າພຣະອົງ.”
12
ຄົນຈະເອີ້ນຊື່ພວກເຂົາວ່າ, “ປະຊາຊົນບໍຣິສຸດ” “ຜູ້ທີ່ພຣະເຈົ້າຢາເວໄດ້ຊົງໄຖ່ໄວ້ແລ້ວ.” ເຈົ້າຈະມີຊື່ວ່າ, “ເມືອງທີ່ພຣະເຈົ້າຊົງຮັກ” “ນະຄອນທີ່ພຣະເຈົ້າບໍ່ຍອມປະຖິ້ມຈັກເທື່ອ.”
← Chapter 61
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 53
Chapter 54
Chapter 55
Chapter 56
Chapter 57
Chapter 58
Chapter 59
Chapter 60
Chapter 61
Chapter 62
Chapter 63
Chapter 64
Chapter 65
Chapter 66
Chapter 63 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50
51
52
53
54
55
56
57
58
59
60
61
62
63
64
65
66