bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Isaiah 47
Isaiah 47
Lao Bible 2012 (ພຣະຄຳພີສັກສິ)
← Chapter 46
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 53
Chapter 54
Chapter 55
Chapter 56
Chapter 57
Chapter 58
Chapter 59
Chapter 60
Chapter 61
Chapter 62
Chapter 63
Chapter 64
Chapter 65
Chapter 66
Chapter 48 →
1
ອົງພຣະຜູ້ເປັນເຈົ້າກ່າວວ່າ, “ຈົ່ງລົງຈາກບັນລັງເຖີດ ນະຄອນບາບີໂລນເອີຍ ແລະນັ່ງເທິງພື້ນຕາມຂີ້ຝຸ່ນດິນສາເຖີດ ຄັ້ງໜຶ່ງ ເຈົ້າເປັນດັ່ງສາວປອດຜູ້ໜຶ່ງໃດ ເປັນນະຄອນໜຶ່ງທີ່ບໍ່ມີຜູ້ໃດກ້າໂຈມຕີເອົາໄດ້ ແຕ່ເຈົ້າຈະບໍ່ອ່ອນໂຍນແລະໜ້າຈັບໃຈຕໍ່ໄປ ບັດນີ້ ເຈົ້າໄດ້ຕົກເປັນທາດຮັບໃຊ້ສາແລ້ວ
2
ຈົ່ງສີເຂົ້າເປືອກເຖີດ ຈົ່ງໂມ້ແປ້ງສາ ຈົ່ງເອົາຜ້າປົກໂສມໜ້າເຈົ້າອອກສາເຖີດ ຈົ່ງແກ້ເຄື່ອງງາມລະອຽດຂອງເຈົ້າອອກສາ ຈົ່ງຮື້ກະໂປ່ງເຈົ້າຂຶ້ນ ແລະຍ່າງຂ້າມຫ້ວຍນໍ້າ
3
ເພື່ອປະຊາຊົນຈະໄດ້ເຫັນເຈົ້າເປືອຍກາຍ ພວກເຂົາຈະໄດ້ເຫັນເຈົ້າຕົກຕໍ່າແລະຂາຍໜ້າ. ເຮົາຈະລົງມືແກ້ແຄ້ນໃຫ້ແກ່ເຮົາເອງ ແລະຈະບໍ່ມີຜູ້ໃດຂັດຂືນທັງຢັບຢັ້ງເຮົາໄດ້.”
4
ພຣະຜູ້ໄຖ່ຂອງພວກເຮົາມີນາມຊື່ວ່າພຣະເຈົ້າຢາເວ ອົງຊົງຣິດອຳນາດຍິ່ງໃຫຍ່ອົງບໍຣິສຸດແຫ່ງຊາດອິດສະຣາເອນ.
5
ອົງພຣະຜູ້ເປັນເຈົ້າລັ່ນປາກກ່າວຕໍ່ນະຄອນບາບີໂລນວ່າ, “ຈົ່ງນັ່ງໃນທີ່ງຽບສະຫງົບ ແລະໃນທີ່ມືດສາເຖີດ ເພາະເຈົ້າໄດ້ສູນເສຍຕໍ່າແໜ່ງຂອງເຈົ້າໄປ ຄືຕໍ່າແໜ່ງແຫ່ງຣາຊີນີຂອງບັນດາຊົນຊາດ
6
ເຮົາໄດ້ໂກດຮ້າຍໃຫ້ປະຊາຊົນຂອງເຮົາ ເຮົາໄດ້ເຮັດຕໍ່ພວກເຂົາດັ່ງບໍ່ໄດ້ເປັນຂອງເຮົາອີກ: ເຮົາໄດ້ມອບພວກເຂົາໄວ້ໃນອຳນາດຂອງເຈົ້າໝົດ ເຈົ້າບໍ່ໄດ້ເມດຕາປານີພວກເຂົາເລີຍ.
7
ເຈົ້າຄິດວ່າເຈົ້າຈະໄດ້ເປັນຣາຊີນີສືບໄປບໍ? ຈຶ່ງບໍ່ຄິດວ່າເລື່ອງຈະຈົບລົງຢ່າງໃດແທ້? ແມ່ນແຕ່ຄົນເຖົ້າແກ່ຊະຣາກໍຕາມ ກໍໄດ້ເຮັດກັບພວກເຂົາຢ່າງໂຫດຮ້າຍທາລຸນ.
8
ເຈົ້າຜູ້ມັກມ່ວນຊື່ນເອີຍ ຈົ່ງຟັງເລື່ອງນີ້ ເຈົ້າເຄີຍຄິດວ່າຕົນປອດໄພແລະໝັ້ນຄົງແລ້ວ. ເຈົ້າອ້າງຕົນວ່າຍິ່ງໃຫຍ່ເທົ່າກັບພຣະເຈົ້າບໍ ເວົ້າວ່າ, ບໍ່ມີຜູ້ໜຶ່ງຜູ້ໃດດຸດດັ່ງຕົນໄດ້. ເຈົ້າຄິດວ່າຈະບໍ່ໄດ້ເປັນຍິງໝ້າຍຜົວຕາຍປະບໍ ຫລືທຸກຮ້ອນໃຈຍ້ອນຕົນສູນເສຍລູກ.
9
ແຕ່ພຽງບຶດດຽວເທົ່ານັ້ນ ພຽງແຕ່ໃນມື້ດຽວ ເຫດການເຫຼົ່ານີ້ທັງສອງກໍຈະເກີດຂຶ້ນ: ເຖິງວ່າຈະໃຊ້ເວດມົນຄາຖາທັງໝົດກໍຕາມ ເຈົ້າກໍຈະສູນເສຍຜົວ ແລະລູກຂອງເຈົ້າ.
10
ເຈົ້າເຊື່ອໝັ້ນໃນຄວາມຊົ່ວຊ້າຂອງເຈົ້ານໍ ເຈົ້າຄິດວ່າບໍ່ມີຜູ້ໜຶ່ງຜູ້ໃດເບິ່ງເຫັນເຈົ້າໄດ້. ປັນຍາຂອງເຈົ້າ ແລະຄວາມຮູ້ຂອງເຈົ້າເອງ ໄດ້ພາໃຫ້ເຈົ້າເດີນໄປໃນທາງຜິດສາແລ້ວ; ເຈົ້າຈຶ່ງຄິດວ່າ ‘ຂ້ອຍຄືພຣະເຈົ້າອົງໜຶ່ງໃດ ແລະບໍ່ມີຜູ້ໜຶ່ງຜູ້ໃດທີ່ຄ້າຍຄືກັບຂ້ອຍ.’
11
ໄພພິບັດອັນໃຫຍ່ນັ້ນມັນຈະມາຖືກເຈົ້າເດີ ບໍ່ມີເວດມົນຄາຖາໃດໆຈະຢັບຢັ້ງມັນໄວ້ໄດ້. ການຮົກຮ້າງເພພັງຈະມາຖືກເຈົ້າໃນທັນທີ ຄືການຮົກຮ້າງເພພັງທີ່ເຈົ້າບໍ່ຄາດຝັນມາກ່ອນ
12
ຈົ່ງສືບຕໍ່ໃຊ້ເວດມົນກັບເຄື່ອງແຄ້ວຂອງຄົງສາ ເພາະເຈົ້າໄດ້ໃຊ້ມັນມາແຕ່ສະໄໝຍັງໜຸ່ມພຸ້ນ. ບາງທີມັນອາດຊ່ວຍບາງສິ່ງບາງຢ່າງໄດ້ກໍມີ ບາງທີໃຊ້ມັນໃຫ້ເຫຼົ່າສັດຕູຢ້ານກົວກໍໄດ້.
13
ສິ້ນອຳນາດແລ້ວເຖິງວ່າໄດ້ຮັບຄຳແນະນຳກໍດີ ຈົ່ງໃຫ້ພວກໝໍໂຫນໝໍທວາຍອອກມາ ແລະຊ່ວຍເອົາເຈົ້າໄວ້ ຄືບັນດາຄົນທີ່ສຶກສາເບິ່ງດວງດາວທັງຫລາຍ ທັງເຮັດແຜນທີ່ຂອງຟ້າສະຫວັນອອກມາເປັນຊັ້ນໆ ແລະບອກເຈົ້າເດືອນແລ້ວເດືອນເຫຼົ່າອີກວ່າ ມີເຫດການຫຍັງແດ່ຈະເກີດຂຶ້ນກັບເຈົ້ານໍ.
14
ພວກເຂົາຈະເປັນດັ່ງເຟືອງທ່ອນນ້ອຍໆທັງຫລາຍ ແລະໄຟກໍຈະໄໝ້ໃຫ້ວອດວາຍໄປໝົດສິ້ນ ພວກເຂົາຈະຊ່ວຍແມ່ນແຕ່ພວກເຂົາເອງບໍ່ໄດ້ເລີຍ ໄຟຈະລຸກແຮງສຳລັບພວກເຂົາ ບໍ່ແມ່ນໄຟໃຫ້ອົບອຸ່ນ.
15
ນີ້ແຫລະ ແມ່ນສິ່ງດີທີ່ພວກເຂົາຈະເຮັດຕໍ່ເຈົ້າຄື ບັນດາໝໍໂຫນໝໍທວາຍທີ່ເຈົ້າຂໍຄຳປຶກສາມາຕະຫລອດ ພວກເຂົາຈະປະຖິ້ມເຈົ້າ ແລະໜີໄປຕາມທາງຂອງພວກເຂົາເອງ ແລະຈະບໍ່ມີຜູ້ໃດເຫຼືອຢູ່ເພື່ອຊ່ວຍເຈົ້າໃຫ້ພົ້ນ.”
← Chapter 46
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 53
Chapter 54
Chapter 55
Chapter 56
Chapter 57
Chapter 58
Chapter 59
Chapter 60
Chapter 61
Chapter 62
Chapter 63
Chapter 64
Chapter 65
Chapter 66
Chapter 48 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50
51
52
53
54
55
56
57
58
59
60
61
62
63
64
65
66