bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Isaiah 50
Isaiah 50
Lao Bible 2012 (ພຣະຄຳພີສັກສິ)
← Chapter 49
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 53
Chapter 54
Chapter 55
Chapter 56
Chapter 57
Chapter 58
Chapter 59
Chapter 60
Chapter 61
Chapter 62
Chapter 63
Chapter 64
Chapter 65
Chapter 66
Chapter 51 →
1
ພຣະເຈົ້າຢາເວກ່າວວ່າ, “ເຮົາໄດ້ສົ່ງຄົນຂອງເຮົາໜີໄປແທ້ບໍ? ດັ່ງຊາຍຮ້າງເມຍແລະປະນາງຫລືນີ້? ຖ້າດັ່ງນັ້ນ ໜັງສືປະຮ້າງນັ້ນຢູ່ໃສ? ເຮົາໄດ້ຂາຍເຈົ້າໄປເປັນທາດຮັບໃຊ້ແທ້ຫລືນີ້? ດັ່ງຄົນຂາຍລູກໄປເປັນທາດຮັບໃຊ້ຊັ້ນບໍ? ບໍ່ແມ່ນດອກ ທີ່ຖືກຈັບໄປຍ້ອນການບາບຂອງເຈົ້າ; ການບາບນັ້ນເປັນເຫດໃຫ້ເຈົ້າຖືກສົ່ງໜີໄປ ທັງນີ້ກໍຍ້ອນໂທດກຳຂອງເຈົ້າ.
2
ເປັນຫຍັງປະຊາຊົນຂອງເຮົາຈຶ່ງບໍ່ຍອມຕອບນໍ ເມື່ອເຮົາມາຊ່ວຍກູ້ເອົາພວກເຂົາເຈົ້າ. ເມື່ອເຮົາເອີ້ນຫາ ເປັນຫຍັງພວກເຂົາຈຶ່ງບໍ່ຕອບນໍ? ຫລືວ່າເຮົາອ່ອນແອຫຼາຍທີ່ຈະຊ່ວຍໃຫ້ພົ້ນ? ເຮົາສັ່ງຄຳດຽວເທົ່ານັ້ນ ນໍ້າໃນທະເລກໍແຫ້ງລົງ ແລະແມ່ນໍ້ານັ້ນກໍກາຍເປັນຖິ່ນແຫ້ງແລ້ງ ແລ້ວຝູງປາໃນແມ່ນໍ້ານັ້ນກໍຈະຕາຍໄປ ຍ້ອນນໍ້າໃນລຳທານບໍ່ມີເສຍແລ້ວ.
3
ເຮົາໄດ້ຫົ່ມຟ້າສະຫວັນ ໃຫ້ມືດມົວສະຫລົວໄປ ດັ່ງເປັນການໄວ້ທຸກໃຫ້ຄົນທີ່ຕາຍໄປແລ້ວ.”
4
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ພຣະອົງໄດ້ສັ່ງສອນສິ່ງທີ່ຂ້ອຍຈະເວົ້າ ເພື່ອວ່າຂ້ອຍຈະໄດ້ຊ່ວຍຜູ້ທີ່ອ່ອນແຮງ ໃຫ້ພວກເຂົາເຂັ້ມແຂງແລະມີແຮງຂຶ້ນໃໝ່. ທຸກໆເຊົ້າ ພຣະອົງໄດ້ໃຫ້ຂ້ອຍຫິວກະຫາຍ ຟັງສິ່ງທີ່ພຣະອົງກຳລັງສັ່ງສອນຂ້ອຍ.
5
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າໃຫ້ຂ້ອຍໄດ້ມີຄວາມເຂົ້າໃຈ ແລະຂ້ອຍກໍບໍ່ໄດ້ກະບົດຫລືຫັນໜີຈາກພຣະອົງ.
6
ຂ້ອຍໄດ້ແບຫລັງໃຫ້ຜູ້ທີ່ຂ້ຽນຕີ ຂ້ອຍບໍ່ໄດ້ຢັບຢັ້ງຄົນທີ່ດູໝິ່ນນິນທາຂ້ອຍ. ເມື່ອພວກເຂົາກຳໜວດຈັບເຄົາຂ້ອຍດຶງໄປ ກໍປິ່ນໜ້າໂດຍດີໃຫ້ພວກເຂົາຖົ່ມນໍ້າລາຍໃສ່.
7
ແຕ່ຄຳດູໝິ່ນປະໝາດບໍ່ໄດ້ທຳຮ້າຍຂ້ອຍເລີຍ ເພາະອົງພຣະຜູ້ເປັນເຈົ້າ ພຣະເຈົ້າຊ່ວຍເຫຼືອຂ້ອຍໄວ້. ຂ້ອຍຫລໍ່ຫລອມຕົນເອງຂຶ້ນເພື່ອທົນທານຕໍ່ພວກເຂົາ ຂ້ອຍຮູ້ວ່າຕົນເອງຈະບໍ່ໄດ້ຖືກອັບອາຍຂາຍໜ້າ
8
ພຣະອົງຜູ້ຕັ້ງຂ້ອຍໄວ້ໃນຄວາມຊອບທຳກໍສະຖິດຢູ່ໃກ້ຊິດຂ້ອຍທຸກເວລາ ແລະຈະພິສູດວ່າຂ້ອຍບໍ່ມີຜິດຫຍັງ. ຜູ້ໃດແດ່ກ້ານຳເລື່ອງກ່າວຟ້ອງຂ້ອຍໄດ້ເດ? ຈົ່ງໄປທີ່ສານຕັດສິນນຳກັນເທາະ ຈົ່ງໃຫ້ພວກເຂົານັ້ນນຳຄຳກ່າວຫາມາເບິ່ງດູ ນຳຄະດີຂອງພວກເຂົາຂຶ້ນມາຟ້ອງເບິ່ງ
9
ຜູ້ປ້ອງກັນຂ້ອຍຄືອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ແລ້ວຜູ້ໃດແດ່ພິສູດເອົາຄວາມຜິດກັບຂ້ອຍໄດ້? ພວກທີ່ກ່າວຫາຂ້ອຍນັ້ນຈະສູນຫາຍໄປໝົດ ພວກເຂົາຈະສະຫລາຍໄປດັ່ງເຄື່ອງນຸ່ງທີ່ຕົກໂໝະ.
10
ຂໍໃຫ້ທຸກຄົນຈົ່ງຢຳເກງພຣະເຈົ້າຢາເວ ເຊື່ອຟັງຄຳສັ່ງສອນຂອງຜູ້ຮັບໃຊ້ພຣະເຈົ້າ ເຖິງວ່າທາງທີ່ເດີນໄປນັ້ນມືດມົວກໍຈິງ ແຕ່ຈົ່ງໄວ້ວາງໃຈໃນພຣະນາມແຫ່ງພຣະເຈົ້າຢາເວ ແລະເພິ່ງພຣະເຈົ້າແຫ່ງຕົນ.
11
ສ່ວນຜູ້ທີ່ວາງແຜນຕໍ່ສູ້ຄົນອື່ນໃນພວກເຈົ້າທຸກຄົນ ກໍຈະຖືກທຳລາຍຍ້ອນແຜນການຂອງພວກເຈົ້າເອງ. ພຣະອົງເອງຈະເຮັດໃຫ້ສິ່ງນີ້ເກີດຂຶ້ນມາ ພວກເຈົ້າຈະທົນທຸກຢ່າງເວດທະນາເຫລືອລົ້ນ.
← Chapter 49
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 53
Chapter 54
Chapter 55
Chapter 56
Chapter 57
Chapter 58
Chapter 59
Chapter 60
Chapter 61
Chapter 62
Chapter 63
Chapter 64
Chapter 65
Chapter 66
Chapter 51 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50
51
52
53
54
55
56
57
58
59
60
61
62
63
64
65
66