bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Isaiah 37
Isaiah 37
Lao Bible 2012 (ພຣະຄຳພີສັກສິ)
← Chapter 36
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 53
Chapter 54
Chapter 55
Chapter 56
Chapter 57
Chapter 58
Chapter 59
Chapter 60
Chapter 61
Chapter 62
Chapter 63
Chapter 64
Chapter 65
Chapter 66
Chapter 38 →
1
ພໍເມື່ອກະສັດເຮເຊກີຢາໄດ້ຟັງຄຳລາຍງານນັ້ນ ເພິ່ນກໍຈີກເຄື່ອງນຸ່ງຂອງຕົນດ້ວຍຄວາມທຸກໃຈ, ໃສ່ເຄື່ອງທີ່ເຮັດດ້ວຍຜ້າກະສອບເຂົ້າ ແລະໄປທີ່ວິຫານຂອງພຣະເຈົ້າຢາເວ.
2
ເພິ່ນໄດ້ໃຊ້ເອລີອາກິມ ຜູ້ຮັບຜິດຊອບວັງ, ເຊັບນາເລຂາທິການ ແລະພວກປະໂຣຫິດອາວຸໂສໄປຫາຜູ້ທຳນວາຍເອຊາຢາລູກຊາຍຂອງອາໂມດ. ພວກເຂົານຸ່ງເຄື່ອງທີ່ເຮັດດ້ວຍຜ້າກະສອບເຂົ້າເຊັ່ນກັນ.
3
ພວກເຂົາໄດ້ນຳຖ້ອຍຄຳໄປບອກເອຊາຢາດັ່ງນີ້: “ມື້ນີ້ແມ່ນມື້ທີ່ພວກເຮົາເປັນທຸກໃຈຫລາຍ; ພວກເຮົາໄດ້ຮັບໂທດໜັກ ແລະໄດ້ຮັບຄວາມອັບອາຍຂາຍໜ້າ. ພວກເຮົາເປັນຄືແມ່ຍິງທີ່ກຳລັງຈະອອກລູກ, ແຕ່ອ່ອນເພຍເກີນກວ່າທີ່ຈະເບັ່ງລູກອອກໄດ້.
4
ກະສັດແຫ່ງອັດຊີເຣຍໄດ້ສົ່ງຂ້າຣາຊການຊັ້ນຜູ້ໃຫຍ່ ມາເວົ້າໝິ່ນປະໝາດພຣະເຈົ້າອົງຊົງຊີວິດຢູ່. ຂໍໃຫ້ພຣະເຈົ້າຢາເວ ພຣະເຈົ້າຂອງທ່ານໄດ້ຍິນຄຳໝິ່ນປະໝາດເຫຼົ່ານີ້ ແລະລົງໂທດພວກທີ່ເວົ້າຄຳໝິ່ນປະໝາດຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງທ່ານດ້ວຍ. ສະນັ້ນ ຈົ່ງພາວັນນາອະທິຖານພຣະເຈົ້າສຳລັບປະຊາຊົນຂອງພວກເຮົາ ໃຫ້ມີຊີວິດລອດຢູ່ດ້ວຍເຖີດ.”
5
ເມື່ອເອຊາຢາໄດ້ຮັບຂໍ້ຄວາມຂອງກະສັດເຮເຊກີຢາ
6
ເພິ່ນຈຶ່ງສົ່ງຄຳຕອບກັບຄືນໄປດັ່ງນີ້: “ພຣະເຈົ້າຢາເວ ບອກທ່ານດັ່ງນີ້ວ່າ, ‘ບໍ່ໃຫ້ຕົກໃຈຢ້ານກົວ ເພາະຄຳກ່າວອ້າງຂອງຄົນຮັບໃຊ້ກະສັດອັດຊີເຣຍທີ່ໄດ້ປ້ອຍດ່າເຮົາ.
7
ເຮົາຈະບັນດານໃຫ້ກະສັດໄດ້ຍິນຂ່າວເລົ່າລື ທີ່ຈະເຮັດໃຫ້ລາວກັບຄືນເມືອປະເທດຂອງຕົນເອງ ແລະເຮົາຈະໃຫ້ລາວຖືກສັງຫານດ້ວຍດາບໃນທີ່ນັ້ນ.”’
8
ຂ້າຣາຊການຊັ້ນຜູ້ໃຫຍ່ແຫ່ງອັດຊີເຣຍຮູ້ວ່າ ກະສັດໄດ້ຈາກເມືອງລາກິດໄປແລ້ວ ແລະກຳລັງສູ້ຮົບກັບເມືອງລິບນາທີ່ຢູ່ໃກ້ນັ້ນ; ສະນັ້ນ ຂ້າຣາຊການຈຶ່ງໄປທີ່ນັ້ນເພື່ອປຶກສາຫາລືກັບເພິ່ນ.
9
ພວກອັດຊີເຣຍໄດ້ຂ່າວວ່າກອງທັບເອຢິບ ນຳໂດຍກະສັດຕີຣາກາແຫ່ງເອທີໂອເປຍ ກຳລັງຍົກທັບມາໂຈມຕີພວກຕົນ. ເມື່ອໄດ້ຍິນເຊັ່ນນີ້ ກະສັດຈຶ່ງສົ່ງຂໍ້ຄວາມສະບັບໜຶ່ງໄປຫາກະສັດເຮເຊກີຢາແຫ່ງຢູດາຍ ໂດຍບອກວ່າ,
10
“ພຣະທີ່ທ່ານໄວ້ວາງໃຈນັ້ນໄດ້ບອກວ່າ, ທ່ານຈະບໍ່ຕົກຢູ່ໃຕ້ອຳນາດຂອງເຮົາ ແຕ່ຢ່າໃຫ້ສິ່ງນັ້ນຫລອກລວງທ່ານເລີຍ.
11
ທ່ານໄດ້ຍິນແລ້ວສິ່ງທີ່ກະສັດແຫ່ງອັດຊີເຣຍ ເຮັດກັບທຸກປະເທດທີ່ເພິ່ນຕັ້ງໃຈຈະທຳລາຍ. ທ່ານຄິດວ່າທ່ານຈະປົບໜີພົ້ນໄດ້ບໍ?
12
ພວກບັນພະບຸລຸດຂອງຂ້າພະເຈົ້າໄດ້ທຳລາຍເມືອງເຫຼົ່ານີ້ເຊັ່ນ: ໂກຊານ, ຮາຣານ ແລະເຣເຊັບ ທັງໄດ້ຂ້າປະຊາຊົນຊາວເອເດນທີ່ໄດ້ອາໄສຢູ່ໃນເມືອງເຕລາສາ ແລະບັນດາພະຂອງພວກເຂົາກໍຊ່ວຍພວກເຂົາບໍ່ໄດ້ເລີຍ.
13
ກະສັດແຫ່ງນະຄອນຮາມັດ, ອັກປັດ, ເສຟາກວາອິມ, ເຮນາ ແລະອີວາຢູ່ໃສໝົດແລ້ວ?”
14
ກະສັດເຮເຊກີຢາໄດ້ຈັບເອົາຂໍ້ຄວາມຈາກພວກຜູ້ສົ່ງຂ່າວມາອ່ານ. ແລ້ວເພິ່ນກໍໄປທີ່ວິຫານຂອງພຣະເຈົ້າຢາເວ ວາງຂໍ້ຄວາມນັ້ນໄວ້ຊ້ອງໜ້າພຣະເຈົ້າຢາເວ
15
ແລະພາວັນນາອະທິຖານຕໍ່ພຣະເຈົ້າຢາເວວ່າ,
16
“ຂ້າແດ່ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນເອີຍ ພຣະອົງນັ່ງທີ່ເທິງເຄຣຸບ ພຣະອົງເທົ່ານັ້ນເປັນພຣະເຈົ້າທີ່ປົກຄອງອານາຈັກທັງໝົດຢູ່ໃນແຜ່ນດິນໂລກນີ້. ພຣະອົງເປັນຜູ້ໄດ້ສ້າງຟ້າສະຫວັນ ແລະແຜ່ນດິນໂລກ.
17
ຂ້າແດ່ພຣະເຈົ້າຢາເວ ຂໍໂຜດຫງ່ຽງຫູຟັງພວກຂ້ານ້ອຍ ແລະເບິ່ງສິ່ງທີ່ກຳລັງເກີດຂຶ້ນກັບພວກຂ້ານ້ອຍນັ້ນດ້ວຍ. ຂ້າແດ່ພຣະເຈົ້າຢາເວ ຂໍໂຜດຟັງແລະເບິ່ງສິ່ງທັງໝົດທີ່ເຊັນນາເກຣິບກຳລັງເວົ້າໝິ່ນປະໝາດພຣະອົງ ພຣະເຈົ້າອົງຊົງຊີວິດຢູ່.
18
ຂ້າແດ່ພຣະເຈົ້າຢາເວ ພວກຂ້ານ້ອຍທຸກຄົນຮູ້ວ່າກະສັດແຫ່ງອັດຊີເຣຍ ໄດ້ທຳລາຍຫລາຍຊົນຊາດ, ໄດ້ເຮັດໃຫ້ດິນແດນຂອງພວກເຂົາຮົກຮ້າງຫວ່າງເປົ່າ,
19
ທັງໄດ້ຈູດບັນດາພະຂອງພວກເຂົາຖິ້ມຊຶ່ງບໍ່ແມ່ນພຣະແທ້, ແຕ່ເປັນພຽງຮູບໄມ້ ແລະຫີນທີ່ມືມະນຸດໄດ້ເຮັດຂຶ້ນເທົ່ານັ້ນ.
20
ແຕ່ບັດນີ້ ພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍເອີຍ ຂໍໂຜດຊ່ວຍກູ້ເອົາພວກຂ້ານ້ອຍໃຫ້ພົ້ນຈາກພວກອັດຊີເຣຍດ້ວຍເຖີດ ເພື່ອວ່າຊົນຊາດທັງໝົດທີ່ຢູ່ໃນໂລກຈະໄດ້ຮູ້ວ່າ ພຣະເຈົ້າຢາເວອົງດຽວແຕ່ເທົ່ານັ້ນທີ່ເປັນພຣະເຈົ້າ.”
21
ແລ້ວເອຊາຢາລູກຊາຍຂອງອາໂມດກໍໄດ້ສົ່ງຖ້ອຍຄຳໄປບອກກະສັດເຮເຊກີຢາວ່າ: ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນກ່າວວ່າ: ເພາະເຈົ້າໄດ້ພາວັນນາອະທິຖານຫາເຮົາກ່ຽວກັບກະສັດເຊັນນາເກຣິບແຫ່ງອັດຊີເຣຍ,
22
ນີ້ແມ່ນຖ້ອຍຄຳຂອງພຣະເຈົ້າຢາເວໄດ້ກ່າວຕໍ່ສູ້ລາວວ່າ, “ລູກສາວພົມມະຈາຣີແຫ່ງຊີໂອນດູຖູກແລະຫົວຂວັນໃສ່ເຈົ້າ ລູກສາວນະຄອນເຢຣູຊາເລັມກໍຫົວເຍາະເຍີ້ຍເຈົ້າ.
23
ເຈົ້າຄິດວ່າເຈົ້າເວົ້າໝິ່ນປະໝາດຜູ້ໃດ? ແລະໄດ້ປ້ອຍດ່າຜູ້ໃດ? ເຈົ້າໄດ້ຂື້ນສຽງຕໍ່ສູ້ຜູ້ໃດ? ແລະແຫງນຕາທີ່ໂອ້ອວດຂອງເຈົ້າຕໍ່ສູ້ພຣະເຈົ້າອົງບໍຣິສຸດແຫ່ງຊາດອິດສະຣາເອນ.
24
ເຈົ້າໄດ້ສົ່ງຜູ້ຮັບໃຊ້ຂອງເຈົ້າມາຄຸຍໂມ້ໃສ່ອົງພຣະຜູ້ເປັນເຈົ້າ ແລະເຈົ້າໄດ້ກ່າວວ່າ ດ້ວຍລົດຮົບທັງໝົດເຈົ້າໄດ້ຕີເອົາພູເຂົາໜ່ວຍສູງທີ່ສຸດຂອງເລບານອນ. ເຈົ້າຄຸຍໂມ້ວ່າເຈົ້າໄດ້ຕັດຕົ້ນແປກທີ່ງາມທີ່ສຸດ ແລະຕົ້ນສົນທີ່ສູງທີ່ສຸດລົງ ແລະທັງໄດ້ເຂົ້າໄປໃນປ່າເລິກທີ່ສຸດດ້ວຍ.
25
ເຈົ້າຄຸຍໂມ້ວ່າເຈົ້າໄດ້ຂຸດນໍ້າສ້າງ ແລະດື່ມນໍ້າໃນດິນແດນຕ່າງດ້າວ ແລະທັງຄຸຍອີກວ່າທະຫານຂອງເຈົ້າໄດ້ຢຽບແມ່ນໍ້ານິນ ຈົນແຫ້ງ.
26
ເຈົ້າຍັງບໍ່ເຄີຍໄດ້ຍິນບໍວ່າ ເຮົາວາງແຜນການທັງໝົດນີ້ໄວ້ຕັ້ງນານແລ້ວ? ບັດນີ້ ເຮົາກໍດຳເນີນຕາມແຜນການນັ້ນ. ເຮົາໄດ້ໃຫ້ອຳນາດແກ່ເຈົ້າປ່ຽນນະຄອນທີ່ມີປ້ອມປ້ອງກັນ ໃຫ້ເປັນກອງສິ່ງຮົກຮ້າງເພພັງ.
27
ປະຊາຊົນທີ່ໄດ້ອາໄສຢູ່ໃນທີ່ນັ້ນບໍ່ມີກຳລັງ. ພວກເຂົາຕົກໃຈຈົນສະຫລົບ ດັ່ງຕົ້ນຫຍ້າໃນທົ່ງນາ ຫລືຫຍ້າຮົກຊຶ່ງເກີດທີ່ເທິງຫລັງຄາ ເມື່ອຖືກລົມຮ້ອນທາງທິດຕາເວັນອອກພັດມາ.
28
ແຕ່ເຮົາຮູ້ທຸກສິ່ງກ່ຽວກັບເຈົ້າ ຄືສິ່ງທີ່ເຈົ້າເຮັດ ແລະບ່ອນທີ່ເຈົ້າໄປ. ເຮົາຮູ້ວ່າເຈົ້າໂກດແຄ້ນເຮົາສໍ່າໃດ.
29
ເຮົາໄດ້ຮັບລາຍງານເຖິງຄວາມໂກດແຄ້ນ ແລະຄວາມຈອງຫອງຂອງເຈົ້າ; ບັດນີ້ ເຮົາຈະເອົາເບັດເກາະດັງເຈົ້າ, ຈະເອົາບັງຫຽນໃສ່ປາກເຈົ້າ ແລະພາກັບຄືນໄປທາງເກົ່າທີ່ເຈົ້າມາ.”
30
ແລ້ວເອຊາຢາກໍໄດ້ກ່າວແກ່ກະສັດເຮເຊກີຢາວ່າ, “ນີ້ແມ່ນໝາຍສຳຄັນຂອງເຫດການທີ່ຈະເກີດຂຶ້ນ. ໃນປີນີ້ກັບປີໜ້າ ທ່ານຈະໄດ້ກິນແຕ່ເມັດພືດໃນປ່າເທົ່ານັ້ນ, ແຕ່ໃນປີຕໍ່ໄປ ທ່ານສາມາດປູກຝັງທັງເກັບກ່ຽວ ແລະປູກໝາກອະງຸ່ນກິນໄດ້.
31
ພວກທີ່ລອດຊີວິດຢູ່ໃນຢູດາຍຈະຮຸ່ງເຮືອງຂຶ້ນ ດັ່ງຕົ້ນໄມ້ທີ່ຢັ່ງຮາກລົງເລິກໃນພື້ນດິນ ແລະເກີດໝາກໄດ້ຫລາຍ.
32
ໃນນະຄອນເຢຣູຊາເລັມ ແລະທີ່ພູເຂົາຊີໂອນຈະມີປະຊາຊົນທີ່ລອດຊີວິດຢູ່ ເພາະພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ກຳນົດໄວ້ວ່າ ສິ່ງເຫຼົ່ານັ້ນຈະເກີດຂຶ້ນແທ້.
33
ສິ່ງທີ່ພຣະເຈົ້າຢາເວໄດ້ກ່າວໄວ້ເຖິງກະສັດແຫ່ງອັດຊີເຣຍນັ້ນ ມີດັ່ງນີ້: ລາວຈະບໍ່ໄດ້ເຂົ້າມາໃນນະຄອນນີ້ ຫລືແມ່ນແຕ່ຍິງທະນູລູກດຽວເຂົ້າໄປ. ບໍ່ມີທະຫານຄົນໃດທີ່ຈະຖືໂລ້ເຂົ້າມາໃກ້ ແລະຈະບໍ່ມີຜູ້ໃດສ້າງສິ່ງປິດລ້ອມນະຄອນ.
34
ລາວຈະກັບຄືນເມືອທາງເກົ່າທີ່ລາວໄດ້ມາ ໂດຍບໍ່ໄດ້ເຂົ້າມາໃນນະຄອນ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫລະ.
35
“ເຮົາຈະປ້ອງກັນ ແລະຮັກສານະຄອນນີ້ໄວ້ເພື່ອເຫັນແກ່ກຽດຂອງເຮົາເອງ ແລະຍ້ອນຄຳສັນຍາທີ່ເຮົາໄດ້ເຮັດໄວ້ກັບດາວິດຜູ້ຮັບໃຊ້ຂອງເຮົາ.”
36
ຕໍ່ມາ ເທວະດາຕົນໜຶ່ງຂອງພຣະເຈົ້າຢາເວໄດ້ເຂົ້າໄປ ທີ່ຄ້າຍພັກຂອງກອງທັບອັດຊີເຣຍ ແລະຂ້າທະຫານໜຶ່ງຮ້ອຍແປດສິບຫ້າພັນຄົນ. ພໍເຊົ້າຂອງວັນໃໝ່ ພວກເຂົາທັງໝົດກໍນອນຕາຍເດຍລະດາດຢູ່ທີ່ນັ້ນ
37
ແລ້ວເຈົ້າເຊັນນາເກຣິບ ກະສັດແຫ່ງອັດຊີເຣຍກໍລ່າຖອຍກັບຄືນເມືອເມືອງນີເນເວ.
38
ວັນໜຶ່ງ ໃນຂະນະທີ່ເພິ່ນກຳລັງຂາບໄຫວ້ນີຊະໂລກ ພະຂອງຕົນຢູ່ໃນວິຫານ ອັດຣຳເມເລັກແລະຊາເຣເຊ ລູກຊາຍສອງຄົນຂອງເພິ່ນ ໄດ້ສັງຫານເພິ່ນດ້ວຍດາບຂອງພວກເຂົາ ແລ້ວກໍປົບໜີໄປໃນດິນແດນອາຣາຣັດ. ເອສາຮັດໂດນລູກຊາຍອີກຄົນໜຶ່ງຂອງເພິ່ນໄດ້ຂຶ້ນເປັນກະສັດແທນ.
← Chapter 36
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 53
Chapter 54
Chapter 55
Chapter 56
Chapter 57
Chapter 58
Chapter 59
Chapter 60
Chapter 61
Chapter 62
Chapter 63
Chapter 64
Chapter 65
Chapter 66
Chapter 38 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50
51
52
53
54
55
56
57
58
59
60
61
62
63
64
65
66