bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Isaiah 59
Isaiah 59
Lao Bible 2012 (ພຣະຄຳພີສັກສິ)
← Chapter 58
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 53
Chapter 54
Chapter 55
Chapter 56
Chapter 57
Chapter 58
Chapter 59
Chapter 60
Chapter 61
Chapter 62
Chapter 63
Chapter 64
Chapter 65
Chapter 66
Chapter 60 →
1
ຢ່າໄດ້ຄິດວ່າພຣະເຈົ້າຢາເວອ່ອນແອເກີນໄປ ທີ່ຈະຊ່ວຍຊູພວກເຈົ້າໃຫ້ພົ້ນ ຫລືວ່າພຣະອົງຫູຕຶງໂພດ ທີ່ຈະໄດ້ຍິນຄຳຮ້ອງຂໍຄວາມຊ່ວຍເຫລືອ
2
ເພາະການບາບຂອງພວກເຈົ້າເອງ ພຣະອົງຈຶ່ງບໍ່ໄດ້ຍິນພວກເຈົ້າຮ້ອງຂໍໃຫ້ຊ່ວຍເຫລືອ. ເມື່ອພວກເຈົ້າພະຍາຍາມນະມັດສະການພຣະເຈົ້າ ແມ່ນການບາບຂອງພວກເຈົ້ານັ້ນແຫລະ ທີ່ແຍກພວກເຈົ້າຈາກພຣະອົງ.
3
ພວກເຈົ້າເຮັດຜິດໃນຖານເວົ້າຕົວະ, ເຮັດຮຸນແຮງ ແລະຂ້າຄົນ.
4
ພວກເຈົ້າໄປສານແຕ່ຄວາມຍຸດຕິທຳຈະບໍ່ຢູ່ຝ່າຍພວກເຈົ້າ ເພາະພວກເຈົ້າເວົ້າຕົວະເພື່ອເອົາຊະນະຄະດີ. ພວກເຈົ້າໃຊ້ອຸບາຍເພື່ອທຳຮ້າຍຄົນອື່ນ.
5
ແຜນປອງຮ້າຍທີ່ພວກເຈົ້າໄດ້ວາງໄວ້ນັ້ນ ເຮັດໃຫ້ເຖິງຕາຍໄດ້ດັ່ງໄຂ່ຂອງງູພິດ. ເມື່ອໄຂ່ແຕກ ໂຕງູຈະອອກມາໂລດ ແຕ່ແຜນປອງຮ້າຍນັ້ນ ຈະບໍ່ເຮັດໃຫ້ພວກເຈົ້າດີຫຍັງເລີຍ ເພາະມັນບໍ່ມີປະໂຫຍດດັ່ງເຄື່ອງນຸ່ງທີ່ເຮັດດ້ວຍໃຍແມງມຸມ
7
ພວກເຈົ້າຄິດແຜນການຊົ່ວຢູ່ສະເໝີ ແລະອົດທີ່ຈະເຮັດຕາມແຜນການນັ້ນຈົນບໍ່ໄຫວ. ພວກເຈົ້າບໍ່ເຄີຍລັ່ງເລໃຈທີ່ຈະຂ້າຄົນທີ່ບໍ່ມີຄວາມຜິດ. ບໍ່ວ່າໄປທີ່ໃດພວກເຈົ້າກໍຈະສ້າງຄວາມຈິບຫາຍໄວ້ທີ່ນັ້ນ
8
ແລະເມື່ອພວກເຈົ້າຢູ່ທີ່ໃດ ທີ່ນັ້ນຈະບໍ່ມີຄວາມປອດໄພເລີຍ. ທຸກສິ່ງທີ່ພວກເຈົ້າເຮັດນັ້ນ ລ້ວນແຕ່ບໍ່ຍຸດຕິທຳ. ພວກເຈົ້າເດີນຕາມທາງຄົດ ແລະຄົນທີ່ເດີນໄປຕາມທາງນັ້ນ ບໍ່ມີຜູ້ໃດເລີຍທີ່ຈະປອດໄພ.
9
ປະຊາຊົນເວົ້າວ່າ, “ບັດນີ້ ພວກເຮົາຮູ້ແລ້ວວ່າ ເປັນຫຍັງພຣະເຈົ້າຈຶ່ງບໍ່ຊ່ວຍພວກເຮົາໃຫ້ພົ້ນຈາກພວກທີ່ກົດຂີ່ພວກເຮົານັ້ນ. ພວກເຮົາຫວັງຈະໃຫ້ມີແຈ້ງຕາມທາງເດີນ ພັດມີແຕ່ມືດເທົ່ານັ້ນ
10
ແລະພວກເຮົາກໍງົມໆທາວໆໄປເໝືອນຄົນຕາບອດ. ພວກເຮົາລົ້ມລົງໃນຕອນທ່ຽງ ຄືກັບວ່າເດີນໄປໃນຕອນກາງຄືນ ຄືກັບວ່າພວກເຮົາຢູ່ໃນທີ່ມືດຂອງແດນມໍຣະນາ.
11
ພວກເຮົາຢ້ານແລະເປັນທຸກໃຈຫລາຍ. ພວກເຮົາຫວັງທີ່ຈະເຫັນພຣະເຈົ້າຊ່ວຍພວກເຮົາໃຫ້ພົ້ນຈາກການກົດຂີ່ແລະການຜິດພາດ ແຕ່ກໍບໍ່ເຫັນມີຫຍັງເກີດຂຶ້ນ.
12
ຂ້າແດ່ອົງພຣະຜູ້ເປັນເຈົ້າ ການຊົ່ວທີ່ພວກຂ້ານ້ອຍທັງຫລາຍໄດ້ເຮັດຕໍ່ສູ້ພຣະອົງນັ້ນມີຫລາຍແທ້. ການບາບຂອງພວກຂ້ານ້ອຍກ່າວໂທດຕໍ່ສູ້ພວກຂ້ານ້ອຍແລ້ວ ແລະພວກຂ້ານ້ອຍກໍຮູ້ດີ.
13
ພວກຂ້ານ້ອຍທັງຫລາຍໄດ້ກະບົດຕໍ່ສູ້ພຣະເຈົ້າຢາເວ, ປະຖິ້ມພຣະອົງ ແລະບໍ່ຍອມຕິດຕາມພຣະອົງ. ພວກຂ້ານ້ອຍໄດ້ກົດຂີ່ຄົນອື່ນ ແລະຫັນໜີໄປຈາກພຣະເຈົ້າຂອງພວກຂ້ານ້ອຍ. ຄວາມຄິດຂອງພວກຂ້ານ້ອຍຜິດພາດ ແລະຄຳເວົ້າຂອງພວກຂ້ານ້ອຍກໍລ້ວນແຕ່ເປັນຄຳຕົວະ.
14
ຄວາມຍຸດຕິທຳຖືກຂັບໄລ່ໃຫ້ໜີໄປ ແລະຄວາມຖືກຕ້ອງກໍເຂົ້າມາໃກ້ບໍ່ໄດ້. ຄວາມຈິງເຕະສະດຸດລົ້ມລົງທີ່ສີ່ແຍກກາງເມືອງ ແລະຄວາມສັດຊື່ກໍບໍ່ມີຢູ່ໃນທີ່ນັ້ນ.
15
ຄວາມຍຸດຕິທຳນັ້ນ ແມ່ນແຕ່ໜ້ອຍດຽວກໍບໍ່ມີເລີຍ ແລະຄົນທີ່ຢາກເຊົາເຮັດຊົ່ວກໍເປັນເຫຍື່ອຂອງອາຊະຍາກຳ.” ເມື່ອພຣະເຈົ້າຢາເວຮູ້ເຫັນເລື່ອງນີ້ ພຣະອົງກໍບໍ່ພໍໃຈເລີຍທີ່ບໍ່ເຫັນຄວາມຍຸດຕິທຳເກີດມີຂຶ້ນ.
16
ພຣະອົງບໍ່ພໍໃຈຫລາຍ ທີ່ເຫັນຄົນຖືກກົດຂີ່ບໍ່ໄດ້ຮັບການຊ່ວຍເຫລືອໃນທີ່ນັ້ນ. ດັ່ງນັ້ນ ພຣະອົງຈະໃຊ້ຣິດອຳນາດຂອງພຣະອົງເອງຊ່ວຍກູ້ເອົາພວກເຂົາ ເພື່ອຊີງເອົາໄຊຊະນະ.
17
ພຣະອົງຈະສວມຄວາມຍຸດຕິທຳໄວ້ ດັ່ງສວມເສື້ອຫຸ້ມເກາະ ແລະສວມໄຊຊະນະໄວ້ ດັ່ງໃສ່ໝວກແຫ່ງຄວາມພົ້ນ. ພຣະອົງຈະປະດັບຕົນເອງດ້ວຍຄວາມປາຖະໜາອັນແຮງກ້າ ເພື່ອເຮັດທຸກສິ່ງໃຫ້ຖືກຕ້ອງ ທັງລົງໂທດແລະແກ້ແຄ້ນຄວາມຜິດທີ່ປະຊາຊົນທົນທຸກ.
18
ພຣະອົງຈະລົງໂທດເຫຼົ່າສັດຕູຂອງພຣະອົງຕາມການກະທຳຂອງພວກເຂົາ ແມ່ນແຕ່ຄົນທີ່ອາໄສຢູ່ໃນດິນແດນຕ່າງໆທີ່ຫ່າງໄກກໍຕາມ.
19
ຕັ້ງແຕ່ທິດຕາເວັນອອກເຖິງທິດຕາເວັນຕົກ ທຸກຄົນຈະຢຳເກງພຣະເຈົ້າຢາເວແລະຣິດອຳນາດອັນຍິ່ງໃຫຍ່ຂອງພຣະອົງ. ພຣະເຈົ້າຢາເວຈະມາດັ່ງນໍ້າຫ້ວຍໄຫລເຊາະແລະດັ່ງລົມພະຍຸກ້າ.
20
ພຣະເຈົ້າຢາເວກ່າວແກ່ປະຊາຊົນຂອງພຣະອົງວ່າ, “ເຮົາຈະມາທີ່ນະຄອນເຢຣູຊາເລັມເພື່ອປ້ອງກັນພວກເຈົ້າ ແລະເພື່ອຊ່ວຍພວກເຈົ້າທຸກຄົນທີ່ຫັນໜີຈາກການບາບຂອງຕົນ.
21
ຝ່າຍເຮົາເຮັດພັນທະສັນຍາກັບພວກເຈົ້າ ພຣະເຈົ້າຢາເວກ່າວວ່າ: ເຮົາໄດ້ມອບພຣະວິນຍານຂອງເຮົາໃຫ້ພວກເຈົ້າ ແລະມອບຂໍ້ຄຳສັ່ງສອນຂອງເຮົາໃຫ້ເປັນຂອງພວກເຈົ້າຕະຫລອດໄປ ແລະຕັ້ງແຕ່ນີ້ຕໍ່ໄປພວກເຈົ້າຕ້ອງເຊື່ອຟັງເຮົາ ພ້ອມທັງສັ່ງສອນພວກລູກຫລານແລະເຊື້ອສາຍຂອງພວກເຈົ້າ ໃຫ້ເຊື່ອຟັງເຮົາທຸກຍຸກທຸກສະໄໝ.” ພຣະເຈົ້າຢາເວກ່າວດັ່ງນັ້ນແຫລະ.
← Chapter 58
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 53
Chapter 54
Chapter 55
Chapter 56
Chapter 57
Chapter 58
Chapter 59
Chapter 60
Chapter 61
Chapter 62
Chapter 63
Chapter 64
Chapter 65
Chapter 66
Chapter 60 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50
51
52
53
54
55
56
57
58
59
60
61
62
63
64
65
66