bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Isaiah 6
Isaiah 6
Lao Bible 2012 (ພຣະຄຳພີສັກສິ)
← Chapter 5
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 53
Chapter 54
Chapter 55
Chapter 56
Chapter 57
Chapter 58
Chapter 59
Chapter 60
Chapter 61
Chapter 62
Chapter 63
Chapter 64
Chapter 65
Chapter 66
Chapter 7 →
1
ໃນປີທີ່ກະສັດອຸດຊີຢາຕາຍໄປນັ້ນ ໃນນິມິດຂ້າພະເຈົ້າໄດ້ເຫັນພຣະເຈົ້າຢາເວ ກຳລັງນັ່ງຢູ່ເທິງບັນລັງອັນສູງສົ່ງຂອງພຣະອົງ ແລະເຄື່ອງນຸ່ງຂອງພຣະອົງກໍຄຸມຢູ່ເຕັມພຣະວິຫານ.
2
ຢູ່ຮອບພຣະອົງນັ້ນ ມີເສຣາຟິມມີປີກຫລາຍຕົນກຳລັງຢືນຢູ່ ແຕ່ລະຕົນມີປີກຫົກປີກ. ແຕ່ລະຕົນນັ້ນໄດ້ໃຊ້ສອງປີກປົກໜ້າ ສອງປີກປົກໂຕ ແລະອີກສອງປີກສຳລັບໃຊ້ບິນ.
3
ເສຣາຟິມເຫຼົ່ານີ້ເອີ້ນໃສ່ກັນແລະກັນວ່າ, “ບໍຣິສຸດ ບໍຣິສຸດ ບໍຣິສຸດ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ຊົງບໍຣິສຸດ ພຣະສະຫງ່າຣາສີກໍແຜ່ກະຈາຍໄປທົ່ວໂລກ.”
4
ສັດເຫຼົ່ານັ້ນຮ້ອງ ຈົນຮາກຖານຂອງພຣະວິຫານສັ່ນສະເທືອນ ແລະມີຄວັນຄຸມຢູ່ເຕັມພຣະວິຫານ.
5
ຂ້າພະເຈົ້າເວົ້າຂຶ້ນວ່າ, “ຂ້ານ້ອຍໝົດຫວັງສາແລ້ວ ເຄາະກຳເປັນຂອງຂ້ານ້ອຍສາແລ້ວ ຍ້ອນຄຳເວົ້າທຸກຄຳທີ່ອອກຈາກປາກຂອງຂ້ານ້ອຍນັ້ນລ້ວນແຕ່ຊົ່ວມົວໝອງ ຂ້ານ້ອຍໄດ້ອາໄສຢູ່ນຳຊົນຊາດທີ່ເວົ້າແຕ່ສິ່ງຊົ່ວຊ້າ. ບັດນີ້ຂ້ານ້ອຍໄດ້ເຫັນກະສັດ ຄືພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກັບຕາຂອງຂ້ານ້ອຍເອງແລ້ວ.”
6
ຕໍ່ມາ ໄດ້ມີເສຣາຟິມຕົນໜຶ່ງບິນລົງມາຫາຂ້າພະເຈົ້າ ໂດຍໃຊ້ເຫຼັກຄີບເອົາຖ່ານໄຟແດງມາຈາກແທ່ນບູຊາ.
7
ເສຣາຟິມຕົນນັ້ນໄດ້ເອົາຖ່ານໄຟແປະໃສ່ທີ່ຮີມສົບຂອງຂ້າພະເຈົ້າ ພ້ອມທັງກ່າວວ່າ, “ຖ່ານໄຟນີ້ໄດ້ຖືກຮີມສົບເຈົ້າ ບັດນີ້ຄວາມຜິດຂອງເຈົ້າໄດ້ໝົດໄປແລ້ວ ແລະບາບຂອງເຈົ້າກໍໄດ້ຮັບການອະໄພ.”
8
ແລ້ວຂ້າພະເຈົ້າກໍໄດ້ຍິນອົງພຣະຜູ້ເປັນເຈົ້າຖາມວ່າ, “ເຮົາຈະໃຊ້ຜູ້ໃດໄປ? ຜູ້ໃດຈະເປັນຜູ້ນຳຖ້ອຍຄຳຂອງເຮົາໄປກ່າວຕາງເຮົາ?” ຂ້າພະເຈົ້າຈຶ່ງຕອບວ່າ, “ຂ້ານ້ອຍຢູ່ທີ່ນີ້ ໂຜດໃຊ້ຂ້ານ້ອຍໄປເຖີດ.”
9
ສະນັ້ນ ພຣະອົງຈຶ່ງສັ່ງຂ້າພະເຈົ້າໄປບອກປະຊາຊົນດັ່ງນີ້: “ແມ່ນວ່າພວກເຈົ້າຈະຟັງຫລາຍປານໃດ ພວກເຈົ້າກໍຈະບໍ່ເຂົ້າໃຈ. ແມ່ນວ່າພວກເຈົ້າຈະເບິ່ງຄັກປານໃດ ພວກເຈົ້າກໍຈະບໍ່ຮູ້ເຫັນວ່າ ແມ່ນຫຍັງກຳລັງເກີດຂຶ້ນ.”
10
ແລ້ວພຣະອົງກໍບອກຂ້າພະເຈົ້າວ່າ, “ຈົ່ງເຮັດໃຫ້ຈິດໃຈຂອງຊົນຊາດນີ້ມືດມົນ, ຫູຂອງພວກເຂົາໜວກ ແລະຕາຂອງພວກເຂົາບອດ ເພື່ອບໍ່ໃຫ້ພວກເຂົາເຫັນ ຫລືໄດ້ຍິນ ຫລືເຂົ້າໃຈໄດ້. ຖ້າພວກເຂົາເຫັນ ຫລືໄດ້ຍິນ ຫລືເຂົ້າໃຈໄດ້ ພວກເຂົາຈະກັບມາຫາເຮົາແລະຮັບການປິ່ນປົວໃຫ້ດີ.”
11
ຂ້າພະເຈົ້າຈຶ່ງຖາມວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ ເຫດການເຊັ່ນນັ້ນຈະເປັນຢູ່ຢ່າງນີ້ເຫິງນານປານໃດ?” ພຣະອົງຕອບວ່າ, “ຈົນກວ່າເມືອງຕ່າງໆຖືກທຳລາຍແລະຮ້າງເປົ່າ ໝູ່ບ້ານທັງຫລາຍບໍ່ມີຄົນຢູ່ອາໄສແລະຜືນແຜ່ນດິນງຽບເຫງົາເປົ່າປ່ຽວ.
12
ພຣະເຈົ້າຢາເວຈະກວາດຕ້ອນເອົາຝູງຄົນໃຫ້ໜີໄປໄກ ແລະຈະໃຫ້ດິນດອນຕ່ອນຫຍ້າໂສກເສົ້າຫງອຍເຫງົາ.
13
ເຖິງແມ່ນວ່າໜຶ່ງໃນສິບຄົນຈະຍັງເຫລືອຢູ່ກໍຕາມ ເຂົາກໍຈະຖືກທຳລາຍຄືກັນ ເຂົາຈະເປັນດັ່ງກົກແປກທີ່ຖືກຕັດເຫຼືອແຕ່ຕໍ.” (ຕໍນັ້ນໝາຍເຖິງການເລີ່ມຕົ້ນໃໝ່ຂອງປະຊາຊົນຂອງພຣະເຈົ້າ.)
← Chapter 5
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 53
Chapter 54
Chapter 55
Chapter 56
Chapter 57
Chapter 58
Chapter 59
Chapter 60
Chapter 61
Chapter 62
Chapter 63
Chapter 64
Chapter 65
Chapter 66
Chapter 7 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50
51
52
53
54
55
56
57
58
59
60
61
62
63
64
65
66