bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Isaiah 66
Isaiah 66
Lao Bible 2012 (ພຣະຄຳພີສັກສິ)
← Chapter 65
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 53
Chapter 54
Chapter 55
Chapter 56
Chapter 57
Chapter 58
Chapter 59
Chapter 60
Chapter 61
Chapter 62
Chapter 63
Chapter 64
Chapter 65
Chapter 66
1
ພຣະເຈົ້າຢາເວກ່າວວ່າ, “ສະຫວັນເປັນບັນລັງຂອງເຮົາ ແລະແຜ່ນດິນໂລກເປັນທີ່ຮອງຕີນຂອງເຮົາ. ແລ້ວພວກເຈົ້າຈະສ້າງຫໍໂຮງຊະນິດໃດສຳລັບເຮົາ ຈະສ້າງວັງຊະນິດໃດໃຫ້ເຮົາຢູ່?
2
ທຸກສິ່ງເຫຼົ່ານີ້ແມ່ນມືຂອງເຮົາເອງໄດ້ສ້າງທັງໝົດ ສິ່ງທັງໝົດເຫຼົ່ານີ້ຈຶ່ງເກີດຂື້ນມາ. ພຣະເຈົ້າຢາເວກ່າວດັ່ງນີ້: ແຕ່ເຮົາພໍໃຈນຳຜູ້ທີ່ຖ່ອມໃຈ ແລະຜູ້ທີ່ຍອມກັບໃຈໃໝ່ ແລະຜູ້ທີ່ຢຳເກງເຊື່ອຟັງຖ້ອຍຄຳຂອງເຮົາຈົນຕົວສັ່ນ.
3
ປະຊາຊົນເຮັດຕາມຄວາມພໍໃຈຂອງພວກເຂົາ. ບໍ່ວ່າຈະຂ້າງົວເຖິກເປັນເຄື່ອງບູຊາຫລືເອົາມະນຸດບູຊາກໍດີ; ບໍ່ວ່າຈະຂ້າແກະຫລືຫັກຄໍໝາມາບູຊາກໍດີ; ບໍ່ວ່ານຳພືດຜົນເປັນເມັດຫລືເອົາເລືອດໝູມາບູຊາກໍດີ; ບໍ່ວາຈະເຜົາເຄື່ອງຫອມຖວາຍບູຊາ ຫລືວອນຂໍຕໍ່ຮູບເຄົາຣົບກໍດີ ທັງໝົດນັ້ນຄືກັນສຳລັບພວກເຂົາ. ພວກເຂົາພໍໃຈກັບວິທີຂາບໄຫວ້ແບບໜ້າລັງກຽດນີ້.
4
ສະນັ້ນ ເຮົາຈະນຳໄພພິບັດມາສູ່ພວກເຂົາ ຄືໄພພິບັດທີ່ພວກເຂົາຢ້ານກົວນັ້ນ ເພາະບໍ່ມີຜູ້ໃດຂານຕອບ ເມື່ອເຮົາໄດ້ເອີ້ນຫາ ຫລືຟັງ ເມື່ອເຮົາໄດ້ກ່າວ. ພວກເຂົາເລືອກເອົາການບໍ່ເຊື່ອຟັງເຮົາ ແລະເລືອກເຮັດສິ່ງທີ່ຊົ່ວຮ້າຍ.”
5
ຈົ່ງຟັງຖ້ອຍຄຳຂອງພຣະເຈົ້າຢາເວກ່າວ ພວກເຈົ້າຜູ້ທີ່ຢຳເກງແລະເຊື່ອຟັງພຣະອົງວ່າ: “ເພາະພວກເຈົ້າສັດຊື່ຕໍ່ເຮົາ ບາງຄົນໃນພວກເຈົ້າເອງຈະກຽດຊັງເຈົ້າ ແລະຈະບໍ່ຄົບຫາສະມາຄົມກັບເຈົ້າ. ພວກເຂົາຈະຫຍໍ້ຫຍັນເຈົ້າ ແລະເວົ້າວ່າ, ‘ຂໍໃຫ້ພຣະເຈົ້າຢາເວສຳແດງຄວາມຍິ່ງໃຫຍ່ຂອງພຣະອົງ ແລະຊ່ວຍເຈົ້າໃຫ້ພົ້ນສາ ເພື່ອວ່າພວກເຮົາຈະໄດ້ເຫັນເຈົ້າມີຄວາມສຸກ,’ ແຕ່ພວກເຂົາເອງຈະໄດ້ຮັບຄວາມອັບອາຍ
6
ຈົ່ງຟັງແມ ສຽງອຶກກະທຶກຢູ່ໃນເມືອງພຸ້ນ ສຽງຢູ່ໃນພຣະວິຫານພຸ້ນ ແມ່ນສຽງພຣະເຈົ້າຢາເວກຳລັງລົງໂທດເຫຼົ່າສັດຕູຂອງພຣະອົງ.
7
ນະຄອນອັນສັກສິດຂອງເຮົາເປັນດັ່ງແມ່ຜູ້ໜຶ່ງ ທີ່ເກີດເດັກຊາຍຜູ້ໜຶ່ງຢ່າງກະທັນຫັນໂດຍບໍ່ໄດ້ເຈັບທ້ອງອອກລູກ.
8
ມີຜູ້ໃດເຄີຍໄດ້ເຫັນແລະເຄີຍໄດ້ຍິນເຊັ່ນນີ້ມາແດ່ບໍ? ມີຊົນຊາດໃດແດ່ທີ່ເກີດຂຶ້ນມາໄດ້ພຽງມື້ດຽວ? ພູເຂົາຊີໂອນຈະບໍ່ຕ້ອງທົນທຸກດົນນານ ກ່ອນຈະເປັນຊົນຊາດໜຶ່ງ.
9
ເຮົາຈະນຳມາເຖິງການເກີດລູກ ແລະບໍ່ໃຫ້ເກີດໄດ້ບໍ? ພຣະເຈົ້າຢາເວກ່າວວ່າ, ຝ່າຍເຮົາທີ່ໃຫ້ເກີດລູກ ຈະປິດທ້ອງບໍ່ໃຫ້ເກີດໄດ້ບໍ?” ພຣະເຈົ້າຂອງພວກເຈົ້າກ່າວດັ່ງນີ້ແຫລະ.
10
ຈົ່ງຍິນດີເຖີດ ຈົ່ງດີໃຈນຳນະຄອນເຢຣູຊາເລັມ ພວກເຈົ້າທຸກຄົນທີ່ຮັກແພງນະຄອນນີ້ ບັດນີ້ ຈົ່ງຍິນດີເຖີດ ຈົ່ງດີໃຈນຳນະຄອນນີ້ສາ ພວກເຈົ້າທຸກຄົນທີ່ໄດ້ໄວ້ທຸກໃຫ້ນະຄອນນີ້
11
ພວກເຈົ້າຈະດີໃຈທີ່ເຫັນພະນະຄອນຮຸ່ງເຮືອງ ດັ່ງເດັກນ້ອຍຜູ້ໜຶ່ງຢູ່ໃນອ້ອມເອິກຂອງແມ່.
12
ພຣະເຈົ້າຢາເວກ່າວວ່າ, “ເຮົາຈະນຳຄວາມຈະເລີນຮຸ່ງເຮືອງທີ່ຍາວນານມາສູ່ພວກເຈົ້າ; ຊັບສົມບັດຂອງປະຊາຊາດຕ່າງໆຈະຫລັ່ງໄຫລມາສູ່ພວກເຈົ້າ ດັ່ງສາຍນໍ້າທີ່ບົກແຫ້ງບໍ່ເປັນຈັກເທື່ອ. ພວກເຈົ້າຈະເປັນດັ່ງເດັກນ້ອຍ ຜູ້ທີ່ແມ່ອຸ້ມໃຫ້ກິນນົມແລະຖະໜຸຖະໜອມດ້ວຍຄວາມຮັກ.
13
ເຮົາຈະເລົ້າໂລມພວກເຈົ້າຢູ່ໃນນະຄອນເຢຣູຊາເລັມ ດັ່ງແມ່ຜູ້ໜຶ່ງເລົ້າໂລມລູກຂອງຕົນ.
14
ເມື່ອພວກເຈົ້າເຫັນເຫດການນີ້ເກີດຂຶ້ນ ພວກເຈົ້າຈະເບີກບານໃຈ; ແລະສິ່ງນັ້ນຈະເຮັດໃຫ້ພວກເຈົ້າເຂັ້ມແຂງຂຶ້ນແລະມີສຸຂະພາບດີ. ແລ້ວພວກເຈົ້າກໍຈະຮູ້ວ່າ ເຮົາຄືພຣະເຈົ້າຢາເວຜູ້ຊ່ວຍເຫຼືອພວກທີ່ຮັບໃຊ້ເຮົາ ແລະໂກດຮ້າຍຕໍ່ເຫຼົ່າສັດຕູຂອງເຮົາ.”
15
ພຣະເຈົ້າຢາເວຈະສະເດັດມາພ້ອມກັບໄຟ. ພຣະອົງຈະມາເທິງປີກຂອງລົມພະຍຸເພື່ອລົງໂທດພວກທີ່ພຣະອົງໂກດຮ້າຍ.
16
ພຣະເຈົ້າຢາເວຈະລົງໂທດປະຊາກອນທຸກຄົນໃນໂລກນີ້ດ້ວຍໄຟແລະດ້ວຍດາບ ທີ່ພຣະເຈົ້າຢາເວພົບຄວາມຜິດແລະຫລາຍຄົນຈະຖືກປະຫານ.
17
ພຣະເຈົ້າຢາເວກ່າວວ່າ, “ຄາວສຸດທ້າຍມາໃກ້ແລ້ວ ສຳລັບຜູ້ທີ່ຊຳລະຕົນເອງເພື່ອຂາບໄຫວ້ພະຂອງຊາວຕ່າງຊາດ ຄືຜູ້ເຂົ້າຮ່ວມໃນຂະບວນການບູຊາສວນສັກສິດ ແລະຜູ້ກິນໝູແລະກິນໜູແລະອາຫານຂີ້ດຽດອື່ນໆອີກ.
18
ເຮົາຮູ້ຈັກ ຄວາມຄິດແລະການກະທຳຂອງພວກເຂົາ. ເຮົາກຳລັງມາ ເພື່ອເຕົ້າໂຮມປະຊາຊົນໃນບັນດາຊົນຊາດທັງໝົດ. ເມື່ອເຕົ້າໂຮມແລ້ວ ພວກເຂົາຈະເຫັນວ່າເຮົາມີຣິດອຳນາດກະທຳສິ່ງໃດໄດ້ແດ່
19
ແລະເຮົາຈະຕັ້ງໝາຍສຳຄັນໄວ້ໃນທ່າມກາງພວກເຂົາ. ເຮົາຈະໄວ້ຊີວິດບາງຄົນໃນພວກເຂົາ ແລະສົ່ງພວກເຂົາໄປຍັງຊົນຊາດຕ່າງໆແລະສູ່ດິນແດນທີ່ຫ່າງໄກ ບ່ອນທີ່ບໍ່ໄດ້ຍິນເຖິງຊື່ສຽງ ຫລືໄດ້ເຫັນຄວາມຍິ່ງໃຫຍ່ແລະຣິດອຳນາດຂອງເຮົາເລີຍຄື: ສະເປນ, ລີເບຍ, ແລະລີເດຍ ພ້ອມດ້ວຍນັກຍິງທະນູຜູ້ທີ່ຊຳນິຊຳນານ ແລະໄປຍັງຕູບານແລະກຣີກ. ໃນທ່າມກາງຊົນຊາດເຫຼົ່ານີ້ ພວກເຂົາຈະປະກາດຄວາມຍິ່ງໃຫຍ່ຂອງເຮົາ.
20
ພວກເຂົາຈະນຳພວກພີ່ນ້ອງຮ່ວມຊາດຂອງພວກເຈົ້າ ກັບຄືນມາຈາກຊົນຊາດຕ່າງໆເພື່ອເປັນຂອງຂວັນໃຫ້ແກ່ພຣະເຈົ້າຢາເວ. ພວກເຂົາຈະນຳພີ່ນ້ອງຮ່ວມຊາດຂອງພວກເຈົ້າທັງໝົດ ມາສູ່ເນີນພູສັກສິດຂອງເຮົາ ໃນນະຄອນເຢຣູຊາເລັມ ໂດຍໃຊ້ມ້າ, ລໍ, ອູດ, ລໍ້ ແລະກວຽນ. ພຣະເຈົ້າຢາເວກ່າວວ່າ, ດັ່ງຊາວອິດສະຣາເອນນຳພືດຜົນເປັນເມັດໃສ່ພາຊະນະທີ່ຊຳລະໃຫ້ໝົດມົນທິນແລ້ວ ມາທີ່ພຣະວິຫານຂອງພຣະເຈົ້າຢາເວ.
21
ເຮົາຈະໃຫ້ບາງຄົນໃນພວກເຂົາເປັນປະໂຣຫິດແລະເປັນຊາວເລວີ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
22
ພຣະເຈົ້າຢາເວກ່າວວ່າ, “ຟ້າສະຫວັນໃໝ່ແລະແຜ່ນດິນໂລກໃໝ່ ຈະຍືນຍົງຄົງຢູ່ຕໍ່ໜ້າເຮົາສັນໃດ ເຊື້ອສາຍແລະນາມຊື່ຂອງພວກເຈົ້າກໍຈະຍືນຍົງຄົງຢູ່ສັນນັ້ນ.”
23
ພຣະເຈົ້າຢາເວກ່າວວ່າ, “ໃນທຸກໆວັນຂອງເທດສະການເດືອນຂຶ້ນໃໝ່ແລະທຸກໆວັນຊະບາໂຕ ປະຊາຊົນທຸກຊາດຈະມານະມັດສະການຕໍ່ໜ້າເຮົາ.
24
ເມື່ອອອກໄປ ພວກເຂົາຈະເຫັນຊາກສົບຂອງພວກທີ່ໄດ້ກະບົດຕໍ່ເຮົາ. ຕົວໜອນທີ່ເຈາະກິນພວກເຂົານັ້ນຈະຕາຍບໍ່ເປັນຈັກເທື່ອ ແລະໄຟທີ່ໄໝ້ພວກເຂົານັ້ນຈະມອດບໍ່ເປັນຈັກເທື່ອ. ເຊື້ອຊາດມະນຸດທັງໝົດທີ່ໄດ້ເຫັນພວກເຂົາແລ້ວກໍຈະຮູ້ສຶກເບື່ອໜ່າຍ.”
← Chapter 65
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 53
Chapter 54
Chapter 55
Chapter 56
Chapter 57
Chapter 58
Chapter 59
Chapter 60
Chapter 61
Chapter 62
Chapter 63
Chapter 64
Chapter 65
Chapter 66
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50
51
52
53
54
55
56
57
58
59
60
61
62
63
64
65
66