bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Isaiah 58
Isaiah 58
Lao Bible 2012 (ພຣະຄຳພີສັກສິ)
← Chapter 57
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 53
Chapter 54
Chapter 55
Chapter 56
Chapter 57
Chapter 58
Chapter 59
Chapter 60
Chapter 61
Chapter 62
Chapter 63
Chapter 64
Chapter 65
Chapter 66
Chapter 59 →
1
ອົງພຣະຜູ້ເປັນເຈົ້າກ່າວວ່າ, “ຈົ່ງຮ້ອງດັງໆຈົນສຸດສຽງເຖີດ ຈົ່ງບອກປະຊາຊົນອິດສະຣາເອນຂອງເຮົາກ່ຽວກັບການບາບຂອງພວກເຂົາ
2
ພວກເຂົານະມັດສະການເຮົາທຸກວັນໂດຍອ້າງວ່າ ພວກຕົນຢາກຮູ້ສິ່ງທີ່ເຮົາຕ້ອງການໃຫ້ພວກເຂົາເຮັດ ແລະຢາກປະຕິບັດຕາມຂໍ້ກົດບັນຍັດຂອງເຮົາ. ພວກເຂົາບອກວ່າ, ຕ້ອງການກົດບັນຍັດທີ່ທ່ຽງທຳ ແລະພວກເຂົາກໍມີຄວາມສຸກໃນການນະມັດສະການເຮົາ.”
3
ປະຊາຊົນຖາມວ່າ, “ເປັນຫຍັງພວກເຮົາຈຶ່ງຕ້ອງຖືສິນອົດອາຫານ ໃນເມື່ອພຣະອົງບໍ່ໄດ້ສັງເກດເຫັນ? ເປັນຫຍັງພວກເຮົາຈຶ່ງຕ້ອງອົດບໍ່ກິນເຂົ້າ ໃນເມື່ອພຣະອົງບໍ່ໄດ້ເອົາໃຈໃສ່?” ອົງພຣະຜູ້ເປັນເຈົ້າກ່າວແກ່ພວກເຂົາວ່າ, “ຄວາມຈິງກໍຄືວ່າໃນເວລາທີ່ພວກເຈົ້າຖືສິນອົດອາຫານນັ້ນ ພວກເຈົ້າເຫັນແກ່ໄດ້ ແລະກົດຂີ່ຄົນງານຂອງພວກເຈົ້າ.
4
ການທີ່ພວກເຈົ້າຖືສິນອົດອາຫານນັ້ນພາໃຫ້ພວກເຈົ້າຮຸນແຮງ ທັງທະເລາະຜິດຖຽງກັນ ແລະຕໍ່ສູ້ຊຶ່ງກັນແລະກັນ. ພວກເຈົ້າຄິດວ່າການຖືສິນອົດອາຫານແບບນີ້ ຈະເຮັດໃຫ້ເຮົາຟັງຄຳພາວັນນາອະທິຖານຂອງພວກເຈົ້າຈັ່ງຊັ້ນບໍ?
5
ເມື່ອຖືສິນອົດອາຫານນັ້ນ ພວກເຈົ້າເຮັດໃຫ້ພວກເຈົ້າເອງເປັນທຸກ; ພວກເຈົ້າກົ້ມຫົວລົງຕໍ່າໆດັ່ງໃບຫຍ້າອ່ອນໂນ້ມ ແລະປູກະສອບເຂົ້າເທິງຂີ້ເຖົ່າເນີ້ງຕົວລົງນອນ. ອັນນັ້ນບໍທີ່ພວກເຈົ້າເອີ້ນວ່າຖືສິນອົດອາຫານ? ພວກເຈົ້າຄິດວ່າພຣະເຈົ້າຢາເວຈະພໍໃຈນຳການກະທຳເຊັ່ນນັ້ນບໍ?
6
ການຖືສິນອົດອາຫານແບບທີ່ເຮົາຕ້ອງການແມ່ນດັ່ງນີ້: ຄືແກ້ໂສ້ແຫ່ງການກົດຂີ່ ແລະປົດແອກແຫ່ງຄວາມບໍ່ຍຸດຕິທຳ ແລະປົດປ່ອຍຄົນທີ່ຖືກກົດຂີ່ໃຫ້ເປັນອິດສະຫລະ.
7
ຈົ່ງແບ່ງປັນອາຫານໃຫ້ແກ່ຜູ້ທີ່ອຶດຫິວ ແລະໃຫ້ທີ່ພັກແກ່ຜູ້ທີ່ຍາກຈົນຂາດບ່ອນພັກພາອາໄສ. ຈົ່ງຫາເຄື່ອງນຸ່ງຫົ່ມໃຫ້ແກ່ຜູ້ທີ່ບໍ່ມີ ແລະຢ່າລະເລີຍໃນການຊ່ວຍເຫລືອເພື່ອນມະນຸດ.
8
ແລ້ວຄວາມກະລຸນາຂອງເຮົາກໍຈະສ່ອງແສງດັ່ງຕາເວັນຂຶ້ນໃນຕອນເຊົ້າ ແລະບາດແຜຂອງເຈົ້າກໍຈະຖືກປິ່ນປົວໃຫ້ຫາຍດີໄວ. ແລະຄວາມຊອບທຳຂອງເຈົ້າຈະນຳໜ້າເຈົ້າໄປ, ສະຫງ່າຣາສີຂອງພຣະເຈົ້າຢາເວຈະປົກປັກຮັກສາເຈົ້າຮອບດ້ານ.
9
ເມື່ອນັ້ນເຈົ້າຈະພາວັນນາອະທິຖານຫາເຮົາ ເຮົາກໍຈະຕອບເຈົ້າ. ເມື່ອເຈົ້າເອີ້ນຫາເຮົາ ເຮົາກໍຈະຂານຕອບເຈົ້າ. ຖ້າເຈົ້າເຊົາກົດຂີ່ຄົນອື່ນ ເລີກການດູໝິ່ນປະໝາດທຸກປະການ ແລະເຊົາເວົ້າຄຳຊົ່ວຊ້າທຸກຢ່າງ;
10
ຖ້າເຈົ້າໃຫ້ອາຫານແກ່ຜູ້ທີ່ອຶດຫິວ ແລະໃຫ້ຜູ້ທີ່ຂັດສົນໄດ້ມີຄວາມອີ່ມໃຈ ແລ້ວມືດທີ່ອ້ອມຮອບເຈົ້ານັ້ນ ກໍຈະປ່ຽນເປັນແຈ້ງໃນຕອນກາງເວັນ.
11
ແລ້ວພຣະເຈົ້າຢາເວກໍຈະນຳພາເຈົ້າໄປສະເໝີ ແລະຈະໃຫ້ເຈົ້າໄດ້ອີ່ມໃຈກັບສິ່ງທີ່ດີທັງຫລາຍ. ເຮົາຈະຮັກສາເຈົ້າໃຫ້ເຂັ້ມແຂງແລະທັງຈະໃຫ້ຢູ່ດີກິນດີດ້ວຍ. ເຈົ້າຈະເປັນດັ່ງສວນທີ່ມີນໍ້າລໍ່ລ້ຽງຢ່າງອຸດົມສົມບູນ ເປັນດັ່ງນໍ້າພຸທີ່ບໍ່ແຫ້ງເປັນຈັກເທື່ອ.
12
ປະຊາຊົນຂອງເຈົ້າຈະສ້າງສິ່ງທີ່ຮົກຮ້າງເພພັງແຕ່ດົນນານຂຶ້ນໃໝ່ ຄືສ້າງຂຶ້ນໃໝ່ຢູ່ໃນບ່ອນທີ່ມີຮາກຖານເດີມ. ເຈົ້າຈະເປັນທີ່ຮູ້ຈັກໃນຖານະປະຊາຊົນ ຜູ້ທີ່ສ້າງກຳແພງເມືອງຂຶ້ນໃໝ່ ຜູ້ທີ່ສ້າງບ້ານເຮືອນທີ່ຮົກຮ້າງເພພັງຂຶ້ນໃໝ່.”
13
ອົງພຣະຜູ້ເປັນເຈົ້າກ່າວວ່າ, “ຖ້າເຈົ້າຢຶດຖືວັນຊະບາໂຕ ແລະບໍ່ເຫັນແກ່ຕົວໃນວັນສັກສິດຂອງເຮົາ; ຖ້າເຈົ້ານັບຖືແລະໃຫ້ກຽດວັນນັ້ນໂດຍບໍ່ທ່ອງທ່ຽວໄປມາ, ບໍ່ເຮັດການ ຫລືເວົ້າສິ່ງທີ່ບໍ່ມີປະໂຫຍດໃນວັນສັກສິດຂອງພຣະເຈົ້າຢາເວ
14
ແລ້ວເຈົ້າກໍຈະໄດ້ພົບຄວາມຊົມຊື່ນຍິນດີໃນພຣະເຈົ້າຢາເວ ເນື່ອງຈາກບົວລະບັດຮັບໃຊ້ເຮົາ. ເຮົາຈະໃຫ້ເຈົ້າໄດ້ຮັບກຽດໃນທົ່ວທັງໂລກນີ້ ແລະເຈົ້າກໍຈະມ່ວນຊື່ນເບີກບານໃຈໃນດິນແດນ ທີ່ເຮົາໄດ້ມອບໃຫ້ແກ່ຢາໂຄບບັນພະບຸລຸດຂອງເຈົ້າ.” ປາກຂອງພຣະເຈົ້າຢາເວໄດ້ກ່າວດັ່ງນີ້ແຫລະ.
← Chapter 57
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 53
Chapter 54
Chapter 55
Chapter 56
Chapter 57
Chapter 58
Chapter 59
Chapter 60
Chapter 61
Chapter 62
Chapter 63
Chapter 64
Chapter 65
Chapter 66
Chapter 59 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50
51
52
53
54
55
56
57
58
59
60
61
62
63
64
65
66