bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Isaiah 3
Isaiah 3
Lao Bible 2012 (ພຣະຄຳພີສັກສິ)
← Chapter 2
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 53
Chapter 54
Chapter 55
Chapter 56
Chapter 57
Chapter 58
Chapter 59
Chapter 60
Chapter 61
Chapter 62
Chapter 63
Chapter 64
Chapter 65
Chapter 66
Chapter 4 →
1
ບັດນີ້ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ໃກ້ຈະເອົາທຸກສິ່ງແລະທຸກຄົນທີ່ປະຊາຊົນເພິ່ງພາອາໄສໄດ້ໄປຈາກນະຄອນເຢຣູຊາເລັມແລະຢູດາຍ. ສິ່ງທີ່ພຣະອົງກຳລັງຈະເອົາໄປຈາກພວກເຂົາມີດັ່ງນີ້: ເຂົ້າຈີ່ແລະນໍ້າດື່ມ,
2
ບັນດາວິລະບູລຸດແລະພວກທະຫານ, ບັນດາຜູ້ຕັດສິນແລະພວກຜູ້ທຳນວາຍ, ບັນດາໝໍດູແລະພວກຜູ້ປົກຄອງ,
3
ພວກນາຍທະຫານແລະພວກຜູ້ປົກຄອງພົນລະເຮືອນ, ບັນດານັກການເມືອງແລະທຸກຄົນທີ່ໃຊ້ເວດມົນຄາຖາເພື່ອເບິ່ງເຫດການຕ່າງໆ.
4
ອົງພຣະຜູ້ເປັນເຈົ້າຈະປ່ອຍໃຫ້ເດັກນ້ອຍປົກຄອງປະຊາຊົນ.
5
ທຸກຄົນຈະເອົາລັດເອົາປຽບຊຶ່ງກັນແລະກັນ. ຄົນໜຸ່ມຈະບໍ່ໃຫ້ຄວາມນັບຖືແກ່ພວກຜູ້ອາວຸໂສ ແລະຄົນຊົ່ວຈະບໍ່ໃຫ້ຄວາມນັບຖືແກ່ຜູ້ມີກຽດ.
6
ເມື່ອເວລານັ້ນມາເຖິງ ສະມາຊິກໃນຕະກຸນໜຶ່ງຈະເລືອກເອົາຜູ້ໜຶ່ງໃນພວກເຂົາ ແລະເວົ້າກັບລາວວ່າ, “ຢ່າງໜ້ອຍເຈົ້າກໍມີເຄື່ອງນຸ່ງຫົ່ມບາງໂຕ; ສະນັ້ນ ໃນເວລາທີ່ເດືອດຮ້ອນຢ່າງນີ້ ຈົ່ງເປັນຜູ້ນຳຂອງພວກເຮົາເຖີດ.”
7
ແຕ່ລາວຈະຕອບວ່າ, “ຢ່າເລືອກເອົາຂ້ອຍເທາະ ຂ້ອຍຊ່ວຍພວກເຈົ້າບໍ່ໄດ້ດອກ. ຂ້ອຍບໍ່ມີອາຫານແລະເຄື່ອງນຸ່ງຫົ່ມເລີຍ. ຢ່າສູ່ເລືອກເອົາຂ້ອຍເປັນຜູ້ນຳເທາະ.”
8
ຖືກຕ້ອງ ຄວາມຫຼົ້ມຈົມເປັນຂອງນະຄອນເຢຣູຊາເລັມສາແລ້ວ ຢູດາຍກໍກຳລັງຫຼົ້ມຈົມດ້ວຍ ພວກເຂົາເວົ້າແລະເຮັດທຸກຢ່າງຕໍ່ສູ້ພຣະເຈົ້າຢາເວ; ພວກເຂົາດູຖູກໝິ່ນປະໝາດພຣະອົງຢ່າງເປີດເຜີຍ.
9
ຈິດໃຈລຳອຽງຂອງພວກເຂົາຕໍ່ສູ້ພວກເຂົາເອງ. ພວກເຂົາເຮັດບາບຢ່າງເປີດເຜີຍດັ່ງຊາວໂຊໂດມໄດ້ເຮັດ. ເຄາະກຳເປັນຂອງພວກເຂົາສາແລ້ວ ເພາະພວກເຂົາເອງເປັນຜູ້ນຳເຄາະກຳນັ້ນມາ.
10
ຝ່າຍຄົນຊອບທຳຈະມີຄວາມສຸກ ແລະສິ່ງທັງຫລາຍຈະເປັນໄປໂດຍດີສຳລັບພວກເຂົາ. ພວກເຂົາສາມາດທີ່ຈະສະໜຸກຢູ່ກັບສິ່ງທີ່ຫາມາໄດ້.
11
ແຕ່ຄົນຊົ່ວຊ້າ ພັດໄດ້ຮັບຄວາມຫາຍຍະນະ; ສິ່ງທີ່ພວກເຂົາໄດ້ກະທຳໃຫ້ຜູ້ອື່ນນັ້ນ ບັດນີ້ ສິ່ງນັ້ນໄດ້ຕາມມາສະໜອງພວກເຂົາເອງ.
12
ພວກໃຫ້ກູ້ຢືມເງິນ ກົດຂີ່ປະຊາຊົນຂອງເຮົາ ແລະພວກເຈົ້າໜີ້ກໍສໍ້ໂກງພວກເຂົາ. ປະຊາຊົນຂອງເຮົາເອີຍ ບັນດາຜູ້ນຳຂອງພວກເຈົ້າກຳລັງນຳພວກເຈົ້າໄປໃນທາງຜິດ ພວກເຈົ້າຈຶ່ງບໍ່ຮູ້ເລີຍວ່າຄວນລ້ຽວໄປທາງໃດດີ.
13
ພຣະເຈົ້າຢາເວພ້ອມແລ້ວທີ່ຈະກ່າວຄະດີຂອງພຣະອົງ; ພຣະອົງພ້ອມແລ້ວທີ່ຈະຕັດສິນປະຊາຊົນຂອງພຣະອົງ.
14
ພຣະເຈົ້າຢາເວກຳລັງນຳຄົນເຫຼົ່ານີ້ມາຕັດສິນ ຄືບັນດາເຖົ້າແກ່ແລະບັນດາຜູ້ນຳປະຊາຊົນຂອງພຣະອົງ. ພຣະອົງກ່າວຟ້ອງດັ່ງນີ້: “ພວກເຈົ້າໄດ້ປຸ້ນເອົາສວນອະງຸ່ນ ແລະໃນເຮືອນຂອງພວກເຈົ້າກໍເຕັມໄປດ້ວຍສິ່ງຂອງ ທີ່ພວກເຈົ້າໄດ້ຢຶດເອົາມາຈາກຄົນຍາກຈົນ.
15
ພວກເຈົ້າບໍ່ມີສິດທີ່ຈະຢຽບຢໍ່າປະຊາຊົນຂອງເຮົາ ແລະເອົາລັດເອົາປຽບຄົນຍາກຈົນ.” ອົງພຣະຜູ້ເປັນເຈົ້າ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ກ່າວດັ່ງນີ້ແຫລະ.
16
ພຣະເຈົ້າຢາເວກ່າວວ່າ, “ເບິ່ງດູ ຜູ້ຍິງຊາວນະຄອນເຢຣູຊາເລັມອວດອົ່ງຈອງຫອງສໍ່າໃດ ພວກເຂົາຍ່າງເບີດຈົນດັງຕັ້ງຊື່. ພວກເຂົາມັກທ່ຽວເລາະຫລິ້ນສະເໝີໂດຍຍ່າງບາດກ້າວອັນຜ່າເຜີຍ ຈົນປອກຕີນດັງເປັນຈັງຫວະ.
17
ແຕ່ອົງພຣະຜູ້ເປັນເຈົ້າຈະລົງໂທດພວກເຂົາ ຄືເຮົາຈະແຖຫົວພວກເຂົາໃຫ້ໂຫລ້ນ ແລະພຣະເຈົ້າຢາເວຈະໃຫ້ພວກເຂົາປາກົດຕົວເປືອຍກາຍຢູ່.”
18
ເມື່ອວັນນັ້ນມາເຖິງ ອົງພຣະຜູ້ເປັນເຈົ້າຈະເອົາທຸກສິ່ງ ທີ່ພວກຜູ້ຍິງຊາວນະຄອນເຢຣູຊາເລັມໂອ້ອວດນັ້ນໜີໄປໃຫ້ໝົດເຊັ່ນ: ເຄື່ອງເອ້ທີ່ພວກເຂົາໃສ່ຕາມຂໍ້ຕີນ, ຕາມເທິງຫົວ, ຕາມຄໍ,
19
ແລະຕາມຂໍ້ມື. ພຣະອົງຈະເອົາຜ້າປົກໜ້າຂອງພວກເຂົາໄປ
20
ແລະໝວກຂອງພວກເຂົາດ້ວຍ; ຄາຖາທີ່ພວກເຂົາມີຕາມແຂນແລະຕາມແອວ;
21
ແຫວນທີ່ໃສ່ຕາມນິ້ວມືແລະເກາະທີ່ດັງຂອງພວກເຂົາ;
22
ກະໂປ່ງອັນງາມໆ, ເສື້ອຊຸດຜ້າຄຸມ, ກະເປົາຖືຂອງພວກເຂົາ;
23
ເສື້ອໃຫຍ່, ແພມົນບາງໆ, ຜ້າພັນຄໍ ແລະຜ້າຍາວໆທີ່ໃຊ້ປົກຫົວຂອງພວກເຂົາ.
24
ແທນທີ່ຕົນຕົວພວກເຂົາຈະມີກິ່ນຫອມ ພວກເຂົາຈະມີກິ່ນເໝັນ; ແທນທີ່ຈະມີສາຍແອວງາມ ພວກເຂົາຈະມີເຊືອກມັດແອວ; ແທນທີ່ຈະມີຜົມງາມ ພວກເຂົາຈະຫົວໂຫລ້ນ; ແທນທີ່ຈະໃສ່ເສື້ອງາມ ພວກເຂົາຈະນຸ່ງຜ້າຂາດ; ຄວາມງາມຂອງພວກເຂົາຈະປ່ຽນເປັນຄວາມອັບອາຍຂາຍໜ້າ.
25
ແມ່ນແລ້ວ ພວກຜູ້ຊາຍໃນເມືອງແມ່ນແຕ່ຄົນທີ່ແຂງແຮງທີ່ສຸດ ກໍຈະຖືກຂ້າໃນສະໜາມຮົບ.
26
ທົ່ວທັງເມືອງຈະຮ້ອງໄຫ້ຄວນຄາງດັ່ງຍິງຜູ້ໜຶ່ງກຳລັງນັ່ງຢູ່ກັບພື້ນດິນ ເພາະສູນເສຍທຸກສິ່ງ.
← Chapter 2
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 53
Chapter 54
Chapter 55
Chapter 56
Chapter 57
Chapter 58
Chapter 59
Chapter 60
Chapter 61
Chapter 62
Chapter 63
Chapter 64
Chapter 65
Chapter 66
Chapter 4 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50
51
52
53
54
55
56
57
58
59
60
61
62
63
64
65
66