bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Isaiah 42
Isaiah 42
Lao Bible 2012 (ພຣະຄຳພີສັກສິ)
← Chapter 41
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 53
Chapter 54
Chapter 55
Chapter 56
Chapter 57
Chapter 58
Chapter 59
Chapter 60
Chapter 61
Chapter 62
Chapter 63
Chapter 64
Chapter 65
Chapter 66
Chapter 43 →
1
ພຣະເຈົ້າກ່າວວ່າ, “ນີ້ຄືຜູ້ຮັບໃຊ້ທີ່ເຮົາໃຫ້ກຳລັງ” “ຜູ້ທີ່ເຮົາໄດ້ເລືອກເອົາແລະພໍໃຈນຳດ້ວຍ. ເຮົາໃຫ້ລາວເຕັມໄປດ້ວຍພຣະວິນຍານຂອງເຮົາ ລາວຈະນຳຄວາມຍຸດຕິທຳມາສູ່ທຸກຊົນຊາດ.
2
ລາວຈະບໍ່ເປັ່ງສຽງຮ້ອງຫລືຈະບໍ່ຍົກສຽງຂອງຕົນ ຫລືຈະບໍ່ເປັ່ງສຽງດັງຕາມຖະໜົນຕ່າງໆ.
3
ລາວຈະບໍ່ຫັກຕົ້ນອໍ້ຊຶ່ງກຳລັງກົ່ງລົງ ທັງຈະບໍ່ດັບໄຟໃນຕະກຽງທີ່ກຳລັງຈະມອດ. ແຕ່ລາວຈະນຳຄວາມຍຸດຕິທຳ ອັນບໍ່ສິ້ນສຸດມາໃຫ້ແກ່ມວນມະນຸດຊາດ.
4
ລາວຈະບໍ່ເສຍຫວັງຫລືຄວາມກ້າຫານໃດໆ ລາວຈະຕັ້ງຄວາມຍຸດຕິທຳເທິງແຜ່ນດິນໂລກ. ບັນດາປະເທດທີ່ຢູ່ຫ່າງໄກທັງຫລາຍ ສົນໃຈລໍຖ້າໃນຄຳສັ່ງສອນຂອງລາວທັງນັ້ນ.”
5
ພຣະເຈົ້າ, ພຣະເຈົ້າຢາເວ, ຜູ້ນິຣະມິດສ້າງຟ້າສະຫວັນ ແລະກາງອອກມາ ອອກແບບແຜ່ນດິນໂລກ ແລະທຸກສິ່ງຢູ່ໃນນັ້ນ; ພຣະອົງໃຫ້ຊີວິດແລະລົມຫາຍໃຈແກ່ທຸກຄົນ ພຣະອົງກ່າວດັ່ງນີ້:
6
“ເຮົາຄືພຣະເຈົ້າຢາເວ ເຮົາໄດ້ເອີ້ນເຈົ້າຕາມແຜນການ ອັນສັດຊື່ຂອງເຮົາທີ່ໃຫ້ຄວາມຍຸດຕິທຳແກ່ໂລກ. ໂດຍທາງເຈົ້າເຮົາຈະເຮັດພັນທະສັນຍາກັບທຸກຄົນ ແລະເຮົາຈະໃຫ້ແສງແຈ້ງແກ່ຊາວໂລກ.
7
ເຈົ້າຈະເຮັດໃຫ້ຄົນຕາບອດໄດ້ເຫັນຮຸ່ງ ປົດປ່ອຍຄົນໃນຄຸກມືດໃຫ້ເປັນເສລີ.
8
ເຮົາແມ່ນພຣະເຈົ້າຢາເວ ນາມນີ້ແມ່ນນາມຊື່ຂອງເຮົາ ເຮົາຈະບໍ່ຍົກສະຫງ່າຣາສີຂອງເຮົາໃຫ້ແກ່ຜູ້ອື່ນ; ເຮົາຈະບໍ່ຍອມໃຫ້ຄຳຍົກຍໍສັນລະເສີນ ທີ່ເປັນຂອງເຮົາແຕ່ເທົ່ານັ້ນໃຫ້ແກ່ຮູບເຄົາຣົບທັງຫລາຍ.
9
ສິ່ງທີ່ເຮົາໄດ້ກ່າວໄວ້ດຽວນີ້ກາຍເກີດເປັນຈິງ ບັດນີ້ ເຮົາຈະໃຫ້ຮູ້ສິ່ງໃໝ່ໆກ່ອນທີ່ຈະເກີດຂຶ້ນ.”
10
ຈົ່ງຮ້ອງເພງບົດໃໝ່ຖວາຍຍ້ອງຍໍສັນລະເສີນ ທົ່ວທັງໂລກ ຈົ່ງຮ້ອງເພງຍ້ອງຍໍພຣະເຈົ້າຢາເວ ຜູ້ເດີນເຮືອໃນທະເລນັ້ນ ຈົ່ງສັນລະເສີນພຣະອົງ ທຸກສິ່ງທີ່ມີຊີວິດໃນນັ້ນ ຈົ່ງສັນລະເສີນພຣະເຈົ້າ ບັນດາປະເທດຕ່າງໆທີ່ຢູ່ຫ່າງໄກແສນໄກ ແລະປະຊາຊົນທີ່ອາໄສຢູ່ໃນເມືອງນັ້ນ ຈົ່ງສັນລະເສີນພຣະເຈົ້າ
11
ເມືອງທີ່ຖິ່ນແຫ້ງແລ້ງ ຈົ່ງຍົກຍໍພຣະເຈົ້າເດີ ປະຊາຊົນທີ່ເມືອງເກດາ ຈົ່ງສັນລະເສີນພຣະເຈົ້າ ຂໍໃຫ້ຄົນທີ່ອາໄສຢູ່ໃນເມືອງເສລາ ຮ້ອງຈາກຈອມພູຢ່າງຊົມຊື່ນຍິນດີເຖີດ
12
ຂໍໃຫ້ຄົນທີ່ອາໄສຢູ່ໃນແດນຫ່າງໄກ ຈົ່ງຖວາຍສະຫງ່າຣາສີແກ່ພຣະເຈົ້າຢາເວ
13
ພຣະເຈົ້າຢາເວອອກສູ່ສະໜາມ ດັ່ງນັກຮົບຜູ້ໜຶ່ງ ຕຽມເຂົ້າສູ່ສົງຄາມ ແລະຫ້າວຫັນເພື່ອສູ້ຮົບ. ພໍພຣະອົງຮ້ອງຕໍ່ສູ້ກໍມີສຽງສູ້ຮົບໃນສະໜາມ ເປັນສົງຄາມສູ້ຮົບສັດຕູດ້ວຍຣິດທານຸພາບ.
14
ພຣະເຈົ້າກ່າວວ່າ, “ດົນແລ້ວທີ່ເຮົາມິດງຽບ ເຮົາບໍ່ຕອບສິ່ງທີ່ປະຊາຊົນຂອງເຮົາໄດ້ຂໍຮ້ອງ. ແຕ່ບັດນີ້ ເວລາທີ່ດຳເນີນການກໍໄດ້ມາເຖິງແລ້ວ ເຮົາຮ້ອງອອກມາດັ່ງຍິງຖືພາກຳລັງຈະຄອດລູກ.
15
ເຮົາຈະທຳລາຍເນີນພູແລະພູເຂົາທັງຫລາຍ ແລ້ວຫຍ້າກັບຕົ້ນໄມ້ກໍຈະຫ່ຽວແຫ້ງຕາຍສິ້ນ. ເຮົາຈະປ່ຽນຮ່ອມພູທີ່ມີນໍ້າໃຫ້ເປັນຖິ່ນແຫ້ງແລ້ງກັນດານ ຈະໃຫ້ສະນໍ້າແຫ້ງແລ້ງລົງຈົນບໍ່ມີນໍ້າ.
16
ປະຊາຊົນຂອງເຮົາຜູ້ຕາບອດ ເຮົາຈະນຳພາ ໃຫ້ເດີນໄປຕາມທາງທີ່ພວກເຂົາບໍ່ເຄີຍທຽວຈັກເທື່ອ. ເຮົາຈະປ່ຽນມືດໃຫ້ເປັນແຈ້ງສຳລັບພວກເຂົາ ທີ່ຫລຸບທີ່ໂນນໃຫ້ເປັນທີ່ຮາບພຽງແລະອ່ອນນຸ້ມ. ສິ່ງເຫຼົ່ານີ້ແຫລະ ເປັນຄຳສັນຍາຂອງເຮົາ ເຮົາຈະຮັກສາສິ່ງນັ້ນໄວ້ຢ່າງແນ່ແທ້.
17
ທຸກຄົນທີ່ວາງໃຈໃນຮູບເຄົາຣົບທັງຮ້ອງຫາມັນ ກໍຈະຖືກດູໝິ່ນນິນທາ ແລະອັບອາຍຂາຍໜ້າ.”
18
ພຣະເຈົ້າກ່າວວ່າ, “ຄົນຫູໜວກເອີຍ ຈົ່ງຟັງ ມາເບິ່ງໃກ້ໆພີ້ດູ ພວກເຈົ້າຄົນຕາບອດ
19
ມີຜູ້ໃດແດ່ຕາບອດກວ່າຜູ້ຮັບໃຊ້ຂອງເຮົາບໍ? ຜູ້ໃດແດ່ຫູໜວກກວ່າຜູ້ສົ່ງຂ່າວທີ່ເຮົາໃຊ້ໄປນັ້ນ? ຜູ້ໃດເປັນຕາບອດເໝືອນດັ່ງທ່ານທີ່ເຮົາມອບໝາຍນັ້ນ, ແລະຕາບອດເໝືອນດັ່ງຜູ້ຮັບໃຊ້ຂອງພຣະເຈົ້າຢາເວ.
20
ເຈົ້າເຄີຍເຫັນມາຫລາຍແລ້ວ ແຕ່ບໍ່ຈົດຈຳ ເຈົ້າມີຫູເປີດ ແຕ່ໄດ້ຍິນອັນໃດແທ້ໆ?”
21
ເພາະເຫັນແກ່ຄວາມຊອບທຳຂອງພຣະອົງ ພຣະເຈົ້າຢາເວຊົງພໍພຣະໄທ ທີ່ຈະເຊີດຊູກົດບັນຍັດ ແລະເຮັດໃຫ້ກົດບັນຍັດນັ້ນມີກຽດ.
22
ແຕ່ບັດນີ້ ປະຊາຊົນຂອງພຣະອົງໄດ້ຖືກປຸ້ນ ຖືກຂັງທີ່ຫ້ອງໃຕ້ດິນລັບໆກັບພວກນັກໂທດ. ພວກເຂົາຖືກປຸ້ນຈົນສິ້ນເນື້ອປະດາຕົວ ແລະບໍ່ມີຜູ້ໃດມາຊ່ວຍກູ້ເອົາພວກເຂົາເຈົ້າ.
23
ມີຜູ້ໃດແດ່ໃນພວກເຈົ້າທີ່ຈະຮັບຟັງເລື່ອງນີ້ບໍ? ແຕ່ນີ້ຕໍ່ໄປ ພວກເຈົ້າຈະຟັງຢ່າງເອົາໃຈໃສ່ຫລືບໍ່?
24
ຜູ້ໃດໃຫ້ອິດສະຣາເອນເປັນເຫຍື່ອພວກນັກປຸ້ນເດ? ແມ່ນພຣະເຈົ້າຢາເວທີ່ພວກເຮົາໄດ້ເຮັດບາບຕໍ່ສູ້ນັ້ນ ພວກເຮົາບໍ່ໄດ້ດຳເນີນຊີວິດດັ່ງທີ່ພຣະອົງຕ້ອງການ ຫລືເຊື່ອຟັງຄຳສັ່ງສອນທີ່ພຣະອົງໄດ້ມອບໃຫ້.
25
ສະນັ້ນ ພຣະອົງຈຶ່ງໃຫ້ໄດ້ຊີມຣິດພຣະໂກດຮ້າຍ ທັງທົນທຸກຍ້ອນສົງຄາມອັນໂຫດຫ້ຽມ. ພຣະໂກດຮ້າຍເປັນດັ່ງໄຟໄໝ້ຊາດອິດສະຣາເອນ ແຕ່ພວກເຮົາບໍ່ຮູ້ເຫັນຖືເອົາເປັນບົດຮຽນຈັກດີ້.
← Chapter 41
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 53
Chapter 54
Chapter 55
Chapter 56
Chapter 57
Chapter 58
Chapter 59
Chapter 60
Chapter 61
Chapter 62
Chapter 63
Chapter 64
Chapter 65
Chapter 66
Chapter 43 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50
51
52
53
54
55
56
57
58
59
60
61
62
63
64
65
66