bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Isaiah 34
Isaiah 34
Lao Bible 2012 (ພຣະຄຳພີສັກສິ)
← Chapter 33
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 53
Chapter 54
Chapter 55
Chapter 56
Chapter 57
Chapter 58
Chapter 59
Chapter 60
Chapter 61
Chapter 62
Chapter 63
Chapter 64
Chapter 65
Chapter 66
Chapter 35 →
1
ປະຊາຊົນທຸກຊົນຊາດເອີຍ ຈົ່ງມາເທີ້ນ ຈົ່ງມາເຕົ້າໂຮມກັນແລະຟັງ. ຈົ່ງໃຫ້ໝົດທັງໂລກ ແລະໝົດທຸກຄົນຢູ່ໃນໂລກມາທີ່ນີ້ແລະຟັງ.
2
ພຣະເຈົ້າຢາເວໂກດຮ້າຍຊົນຊາດທັງໝົດ ແລະກອງທັບທັງຫລາຍຂອງພວກເຂົາ. ພຣະອົງລົງໂທດພວກເຂົາໃຫ້ໄປສູ່ຄວາມຈິບຫາຍ.
3
ຈະບໍ່ມີຜູ້ໃດຝັງຊາກສົບຂອງພວກເຂົາ ແຕ່ຈະຖືກປະໃຫ້ເປື່ອຍແລະເນົ່າເໝັນ ຈົນພູເຂົາທັງຫລາຍຈະນອງໄປດ້ວຍເລືອດ.
4
ດວງອາທິດ, ດວງຈັນ ແລະດວງດາວທັງຫລາຍຈະໝຸ່ນເປັນຂີ້ຝຸ່ນດິນ. ທ້ອງຟ້າຈະດັບສູນໄປດັ່ງໜັງສືມ້ວນທີ່ໄດ້ມ້ວນໄວ້ ແລະດວງດາວຈະຕົກລົງດັ່ງໃບໄມ້ທີ່ຫລົ່ນຈາກເຄືອອະງຸ່ນແລະກົກໝາກເດື່ອ.
5
ພຣະເຈົ້າຢາເວໄດ້ຈັດຕຽມດາບຂອງພຣະອົງໄວ້ໃນຟ້າສະຫວັນ; ບັດນີ້ ພຣະອົງຈະໃຊ້ດາບນັ້ນຟັນເມືອງເອໂດມ ຄືຟັນປະຊາຊົນເຫຼົ່ານັ້ນທີ່ພຣະອົງລົງໂທດໄປສູ່ຄວາມຈິບຫາຍ.
6
ດາບຂອງພຣະອົງຈະເຕັມໄປດ້ວຍເລືອດແລະໄຂມັນ ດັ່ງເລືອດແລະໄຂມັນຂອງແກະ ແລະແບ້ທີ່ຄົນໄດ້ຂ້າເພື່ອຖວາຍບູຊາ. ພຣະເຈົ້າຢາເວຈະຖວາຍເຄື່ອງບູຊານີ້ຢູ່ໃນເມືອງໂບຊະຣາ; ພຣະອົງຈະໃຫ້ການຂ້າລ້າງຜານນີ້ເກີດຂຶ້ນໃນດິນແດນເອໂດມ.
7
ປະຊາຊົນຈະລົ້ມຕາຍດັ່ງງົວປ່າ ແລະງົວເຖິກໜຸ່ມ ແລະແຜ່ນດິນຈະນອງໄປດ້ວຍເລືອດ ແລະເຕັມໄປດ້ວຍໄຂມັນ.
8
ມາເຖິງຕອນນີ້ແມ່ນເວລາທີ່ພຣະເຈົ້າຢາເວຈະຊ່ວຍກູ້ເອົາພູເຂົາຊີໂອນ ແລະແກ້ແຄ້ນເຫຼົ່າສັດຕູຂອງພູເຂົາຊີໂອນໃຫ້ໝົດສິ້ນ.
9
ແມ່ນໍ້າຕ່າງໆຂອງເອໂດມຈະກາຍເປັນນໍ້າມັນດິນ ແລະຂີ້ດິນກໍຈະກາຍເປັນມາດທີ່ໄໝ້ເຜົາຜານທົ່ວປະເທດ.
10
ມັນຈະໄໝ້ເຜົາຜານທັງເວັນທັງຄືນ ແລະຄວັນຈະພຸ່ງຂຶ້ນຈາກທີ່ນັ້ນຕະຫລອດໄປ. ດິນແດນຈະຖືກປະເປົ່າລ້າທຸກຍຸກທຸກສະໄໝ ແລະທັງຈະບໍ່ມີຜູ້ໃດທ່ອງທ່ຽວໄປມາຜ່ານທີ່ນັ້ນອີກຈັກເທື່ອ.
11
ນົກເຄົ້າກັບນົກກາເວົາຈະເປັນເຈົ້າຂອງດິນແດນນັ້ນ. ອົງພຣະຜູ້ເປັນເຈົ້າຈະເຮັດໃຫ້ດິນແດນເປັນທີ່ແຫ້ງແລ້ງອີກ ດັ່ງກ່ອນຄາວການນິຣະມິດສ້າງ.
12
ໃນໂລກນີ້ຈະບໍ່ມີກະສັດປົກຄອງ ແລະພວກຜູ້ນຳກໍຈະໝົດສິ້ນໄປ.
13
ກົກໜາມໃຫຍ່ນ້ອຍຈະປົ່ງຂຶ້ນເຕັມຣາຊວັງ ແລະຕາມກຳແພງເມືອງ ແລະທີ່ນັ້ນຈະເປັນບ່ອນຢູ່ຂອງໝາປ່າແລະນົກເຄົ້າ.
14
ໃນທີ່ນັ້ນຈະເປັນບ່ອນທ່ອງທ່ຽວຂອງສັດປ່າ ແລະຝູງຜີປີສາດກໍຈະຮ້ອງໃສ່ກັນແລະກັນ. ສັດປະຫລາດ ຈະມາຫາທີ່ພັກເຊົາຢູ່ໃນບ່ອນນັ້ນ.
15
ນົກເຄົ້າຈະເຮັດຮັງຟັກໄຂ່ອອກລູກ ແລະລ້ຽງລູກຂອງຕົນໃນທີ່ນັ້ນ. ແຮ້ງຈະບິນມາເທື່ອລະໂຕເພື່ອເຕົ້າໂຮມກັນຢູ່ໃນບ່ອນນັ້ນ.
16
ຈົ່ງຄົ້ນເບິ່ງໃນໜັງສືຂອງພຣະເຈົ້າຢາເວ ກ່ຽວກັບສັບພະທຸກສິ່ງທີ່ມີຊີວິດວ່າ ມີກ່າວໄວ້ຢ່າງໃດ. ສັດເຫຼົ່ານີ້ຈະບໍ່ຂາດໄປຈັກໂຕແລະຈະບໍ່ມີໂຕໃດຂາດຄູ່. ພຣະເຈົ້າຢາເວສັ່ງໄວ້ເພື່ອໃຫ້ເປັນດັ່ງນັ້ນ ວິນຍານຂອງພຣະອົງຈະເປັນຜູ້ນຳສັດເຫຼົ່ານີ້ມາເຕົ້າໂຮມກັນ.
17
ພຣະອົງທີ່ຈະເປັນຜູ້ແບ່ງປັນດິນແດນໃຫ້ສັດເຫຼົ່ານັ້ນ ແລະແບ່ງສ່ວນໃຫ້. ພວກມັນຈະຢູ່ໃນດິນແດນທຸກຍຸກທຸກສະໄໝ ແລະດິນແດນນັ້ນກໍຈະເປັນຂອງພວກມັນຕະຫລອດໄປ.
← Chapter 33
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 53
Chapter 54
Chapter 55
Chapter 56
Chapter 57
Chapter 58
Chapter 59
Chapter 60
Chapter 61
Chapter 62
Chapter 63
Chapter 64
Chapter 65
Chapter 66
Chapter 35 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50
51
52
53
54
55
56
57
58
59
60
61
62
63
64
65
66