bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Isaiah 21
Isaiah 21
Lao Bible 2012 (ພຣະຄຳພີສັກສິ)
← Chapter 20
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 53
Chapter 54
Chapter 55
Chapter 56
Chapter 57
Chapter 58
Chapter 59
Chapter 60
Chapter 61
Chapter 62
Chapter 63
Chapter 64
Chapter 65
Chapter 66
Chapter 22 →
1
ຕໍ່ໄປນີ້ແມ່ນຖ້ອຍຄຳກ່ຽວກັບບາບີໂລນ. ໄພພິບັດຈະມາຈາກດິນແດນທີ່ໜ້າຢ້ານກົວຫລາຍ ດັ່ງລົມບ້າໝູພັດຜ່ານຖິ່ນແຫ້ງແລ້ງກັນດານ.
2
ຂ້າພະເຈົ້າໄດ້ເຫັນນິມິດຂອງເຫດການທີ່ໂຫດຮ້າຍ ຄືນິມິດຂອງການທໍລະຍົດ ແລະການທຳລາຍ. ກອງທັບຂອງເອລາມເອີຍ ຈົ່ງໂຈມຕີເຖີດ ກອງທັບຂອງມີເດຍເອີຍ ຈົ່ງປິດລ້ອມເມືອງທັງຫລາຍໄວ້ເຖີດ ພຣະເຈົ້າໄດ້ກະທຳໃຫ້ຄວາມທົນທຸກ ຊຶ່ງນະຄອນບາບີໂລນໄດ້ສ້າງຂຶ້ນນັ້ນສິ້ນສຸດລົງແລ້ວ.
3
ສິ່ງທີ່ຂ້າພະເຈົ້າໄດ້ເຫັນ ແລະໄດ້ຍິນໃນນິມິດນັ້ນ ເຮັດໃຫ້ຂ້າພະເຈົ້າຢ້ານກົວເຕັມທີ ແລະເຈັບປວດເໝືອນຜູ້ຍິງຄອດລູກ.
4
ຂ້າພະເຈົ້າວິນຫົວແລະຢ້ານກົວຈົນສັ່ນເຊັນ. ຂ້າພະເຈົ້າລໍຖ້າໃຫ້ເຖິງຕອນຄໍ່າ ແຕ່ຄວາມຢ້ານກົວໃຫຍ່ພັດປົກຄຸມຂ້າພະເຈົ້າໄວ້.
5
ໃນນິມິດນັ້ນງານກິນລ້ຽງກໍຕຽມພ້ອມແລ້ວ ພວກເຂົາພືພົມອອກສຳລັບໃຫ້ແຂກນັ່ງ. ພວກເຂົາກຳລັງກິນແລະດື່ມ. ແຕ່ໃນທັນໃດນັ້ນ ກໍມີຄຳສັ່ງດັງກ້ອງຂຶ້ນວ່າ, “ນາຍທະຫານທັງຫລາຍ ຕຽມໂລ້ໄວ້ໃຫ້ພ້ອມ.”
6
ແລ້ວອົງພຣະຜູ້ເປັນເຈົ້າກໍກ່າວແກ່ຂ້າພະເຈົ້າວ່າ, “ຈົ່ງໄປຈັດທະຫານຍາມຄົນໜຶ່ງໄວ້ ທັງບອກລາວໃຫ້ລາຍງານເຈົ້າສິ່ງທີ່ລາວເຫັນ.
7
ຖ້າລາວເຫັນຄົນກຳລັງຂີ່ມ້າຄຽງຄູ່ກັນມາ ພ້ອມທັງມີຄົນຂີ່ລໍແລະຂີ່ອູດ ລາວຈະຕ້ອງສັງເກດເບິ່ງພວກເຂົາຢ່າງລະມັດລະວັງ.”
8
ຄົນເຝົ້າຍາມໄດ້ເອີ້ນບອກວ່າ, “ອົງພຣະຜູ້ເປັນເຈົ້າເອີຍ ຂ້ານ້ອຍໄດ້ຢືນຍາມທັງເວັນທັງຄືນ.”
9
ໃນທັນໃດນັ້ນ ກໍມີຄົນມາ ຄົນຂີ່ມ້າຄຽງຄູ່ກັນມາ. ຄົນເຝົ້າຍາມສົ່ງຂ່າວໃຫ້ຮູ້ວ່າ, “ນະຄອນບາບີໂລນແຕກແລ້ວ ຮູບເຄົາຣົບທັງໝົດທີ່ພວກເຂົາຂາບໄຫວ້ນັ້ນກໍແຕກເປັນປ່ຽງໆ ຢາຍເດຍລະດາດຢູ່ຕາມໜ້າດິນ.”
10
ປະຊາຊົນອິດສະຣາເອນຂອງຂ້າພະເຈົ້າເອີຍ ພວກເຈົ້າໄດ້ຖືກຢຽບຢໍ່າເໝືອນດັ່ງນວດເຂົ້າ ແຕ່ບັດນີ້ ຂ້າພະເຈົ້າປະກາດຂ່າວດີທີ່ຂ້າພະເຈົ້າໄດ້ຍິນ ຈາກພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນໃຫ້ພວກເຈົ້າຮູ້.
11
ຕໍ່ໄປນີ້ແມ່ນຖ້ອຍຄຳກ່ຽວກັບດິນແດນເອໂດມ. ມີບາງຄົນໄດ້ເອີ້ນຖາມຂ້າພະເຈົ້າຈາກດິນແດນເອໂດມວ່າ, “ຄົນຍາມເອີຍ ເຫີງປານໃດຈະແຈ້ງ? ບອກຂ້ອຍແດ່ໄດ້ບໍວ່າຍັງເຫິງປານໃດຈະສິ້ນສຸດ.”
12
ຂ້າພະເຈົ້າຕອບວ່າ, “ຕອນເຊົ້າກຳລັງມາ ແຕ່ຕອນຄໍ່າຈະມາອີກ. ຖ້າເຈົ້າຢາກຈະຖາມອີກກໍກັບມາຖາມໄດ້.”
13
ຕໍ່ໄປນີ້ແມ່ນຖ້ອຍຄຳກ່ຽວກັບອາຣາເບຍ. ປະຊາຊົນຊາວເມືອງເດດານເອີຍ ຄືຂະບວນຂອງພວກທີ່ໄດ້ຕັ້ງຄ້າຍພັກ ຢູ່ໃນດິນແດນຂອງອາຣາເບຍບ່ອນແຫ້ງແລ້ງ
14
ຈົ່ງໃຫ້ນໍ້າດື່ມແກ່ຄົນຫິວນໍ້າທີ່ມາຫາພວກເຈົ້າ. ພວກເຈົ້າປະຊາຊົນຂອງດິນແດນເຕມາເອີຍ ຈົ່ງເອົາເຂົ້າຈີ່ໃຫ້ແກ່ພວກອົບພະຍົບ.
15
ປະຊາຊົນໄດ້ປົບໜີຈາກຄົມດາບ ຊຶ່ງພ້ອມແລ້ວທີ່ຈະສັງຫານພວກເຂົາ ຈາກໜ້າທະນູ ຊຶ່ງພ້ອມແລ້ວທີ່ຈະຍິງໃສ່ພວກເຂົາ ຈາກໄພອັນຕະລາຍຂອງເສິກສົງຄາມ.
16
ແລ້ວອົງພຣະຜູ້ເປັນເຈົ້າກໍກ່າວແກ່ຂ້າພະເຈົ້າວ່າ, “ໃນໜຶ່ງປີເຕັມ ຄວາມຍິ່ງໃຫຍ່ຂອງຄົນໃນເຜົ່າຕ່າງໆຂອງເກດາຈະສິ້ນສຸດໄປ.
17
ນັກຍິງໜ້າທະນູຜູ້ເກັ່ງທີ່ສຸດຂອງຊາວເກດາກໍຈະມີແຕ່ໜ້ອຍຄົນເຫຼືອຢູ່.” ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນໄດ້ກ່າວດັ່ງນີ້ແຫລະ.
← Chapter 20
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 53
Chapter 54
Chapter 55
Chapter 56
Chapter 57
Chapter 58
Chapter 59
Chapter 60
Chapter 61
Chapter 62
Chapter 63
Chapter 64
Chapter 65
Chapter 66
Chapter 22 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50
51
52
53
54
55
56
57
58
59
60
61
62
63
64
65
66