bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Isaiah 57
Isaiah 57
Lao Bible 2012 (ພຣະຄຳພີສັກສິ)
← Chapter 56
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 53
Chapter 54
Chapter 55
Chapter 56
Chapter 57
Chapter 58
Chapter 59
Chapter 60
Chapter 61
Chapter 62
Chapter 63
Chapter 64
Chapter 65
Chapter 66
Chapter 58 →
1
ຄົນຊອບທຳຕາຍໄປໂດຍບໍ່ມີຜູ້ໃດເຂົ້າໃຈຫລືເອົາໃຈໃສ່ເລີຍ, ແຕ່ເມື່ອເຂົາຕາຍໄປນັ້ນ ບໍ່ມີໂພຍໄພອັນໃດຈະທຳຮ້າຍເຂົາໄດ້.
2
ພວກທີ່ດຳເນີນຊີວິດໃນຄວາມທ່ຽງທຳຈະພົບສັນຕິສຸກ ແລະການພັກຜ່ອນໃນຄວາມຕາຍຂອງພວກເຂົາ.
3
ພວກຄົນບາບເອີຍ ຈົ່ງມານີ້ ຮັບເອົາການພິພາກສາ ພວກເຈົ້າບໍ່ດີໄປກວ່າພວກໝໍວິຊາອາຄົມ, ຄົນຜິດປະເວນີ ແລະພວກແມ່ຈ້າງນາງເລງ.
4
ພວກເຈົ້າຫຍໍ້ຫຍັນຜູ້ໃດກັນໜໍ? ຄົນຂີ້ຕົວະເອີຍ
5
ພວກເຈົ້າຂາບໄຫວ້ບັນດາພະແຫ່ງຄວາມອຸດົມສົມບູນ ໂດຍສົມສູ່ກັນທາງເພດຢູ່ລຸ່ມຕົ້ນໄມ້ສັກສິດຂອງພວກເຈົ້າ. ພວກເຈົ້າຖວາຍລູກຂອງພວກເຈົ້າເປັນເຄື່ອງບູຊາຢູ່ໃນຖໍ້າຫີນຂ້າງຫ້ວຍນໍ້າ.
6
ພວກເຈົ້າເອົາຫີນກ້ຽງຈາກທີ່ນັ້ນມາເຮັດເປັນຮູບພະເພື່ອຂາບໄຫວ້ບູຊາ. ພວກເຈົ້າໄດ້ຖອກເຫຼົ້າອະງຸ່ນແລະນຳພືດຜົນເປັນເມັດຖວາຍເປັນເຄື່ອງບູຊາແກ່ຮູບພະເຫຼົ່ານີ້. ພວກເຈົ້າຄິດວ່າເຮົາພໍໃຈນຳສິ່ງທັງໝົດເຫຼົ່ານີ້ຊັ້ນບໍ?
7
ພວກເຈົ້າໄດ້ຂຶ້ນໄປທີ່ເທິງພູໜ່ວຍສູງໆ ເພື່ອຖວາຍບູຊາແລະສົມສູ່ກັນທາງເພດ.
8
ພວກເຈົ້າໄດ້ຕັ້ງຮູບລາມົກໄວ້ຢູ່ຕໍ່ໜ້າປະຕູເຂົ້າບ້ານຂອງພວກເຈົ້າ. ພວກເຈົ້າປະຖິ້ມເຮົາ, ພວກເຈົ້າແກ້ເສື້ອຜ້າອອກ, ແລະກ້າວຂຶ້ນເທິງຕຽງໃຫຍ່ນອນນຳຄູ່ຮັກຂອງພວກເຈົ້າ ຄືຜູ້ທີ່ພວກເຈົ້າໄດ້ຈ່າຍເງິນຄຳໃຫ້ເພື່ອຈະໄດ້ນອນນຳ. ໃນທີ່ນັ້ນ ພວກເຈົ້າອີ່ມໜຳສຳລານໃຈກັບຕັນຫາຂອງພວກເຈົ້າ.
9
ພວກເຈົ້າໃສ່ນໍ້າຫອມແລະທານວດສະເໜ່ໄປຂາບໄຫວ້ພະໂມເລັກ. ເພື່ອຈະໄດ້ບັນດາພະມາຂາບໄຫວ້ ພວກເຈົ້າໄດ້ສົ່ງຄະນະທູດໄປສູ່ແດນໄກໄປຮອດແມ່ນແຕ່ແດນຂອງຄົນຕາຍ.
10
ພວກເຈົ້າຊອກຫາບັນດາພະຕົນອື່ນ ຈົນພວກເຈົ້າເອງໝົດເຮື່ອໝົດແຮງ ແຕ່ພວກເຈົ້າກໍຍັງບໍ່ຍອມຍົກເລີກ. ພວກເຈົ້າຄິດວ່າບັນດາຮູບລາມົກໃຫ້ກຳລັງພວກເຈົ້າໄດ້; ສະນັ້ນ ພວກເຈົ້າຈຶ່ງບໍ່ຍອມອ່ອນເພຍ.
11
ອົງພຣະຜູ້ເປັນເຈົ້າຖາມວ່າ, “ບັນດາພະເຫຼົ່ານີ້ ທີ່ເຮັດໃຫ້ພວກເຈົ້າຢ້ານນັ້ນເປັນຜູ້ໃດ ຈຶ່ງເຮັດໃຫ້ພວກເຈົ້າເວົ້າຕົວະແລະລືມໄລເຮົາໄປຢ່າງໝົດສິ້ນ? ພວກເຈົ້າເຊົາໃຫ້ກຽດເຮົາຍ້ອນເຮົາມິດງຽບຢູ່ຕັ້ງດົນນານຊັ້ນບໍ?
12
ພວກເຈົ້າຄິດວ່າສິ່ງທີ່ພວກເຈົ້າເຮັດນັ້ນຖືກຕ້ອງ; ແຕ່ເຮົາຈະເປີດເຜີຍຄວາມປະພຶດຂອງພວກເຈົ້າ ແລະຮູບພະເຫຼົ່ານັ້ນຈະຊ່ວຍຫຍັງພວກເຈົ້າບໍ່ໄດ້.
13
ເມື່ອພວກເຈົ້າຮ້ອງຫາໃຫ້ຊ່ວຍເຫລືອ ຈົ່ງໃຫ້ບັນດາຮູບພະຂອງພວກເຈົ້າຊ່ວຍເຫລືອພວກເຈົ້າສາ ລົມພະຍຸພັດມາພຽງເທື່ອດຽວກໍຈະກວາດເອົາບັນດາຮູບພະເຫຼົ່ານີ້ໄປໝົດ ແຕ່ພວກທີ່ໄວ້ວາງໃຈໃນເຮົາຈະອາໄສຢູ່ໃນດິນແດນ ແລະຈະນະມັດສະການເຮົາຢູ່ໃນພຣະວິຫານຂອງເຮົາ.”
14
ອົງພຣະຜູ້ເປັນເຈົ້າກ່າວວ່າ, “ໃຫ້ປະຊາຊົນຂອງເຮົາກັບມາຫາເຮົາສາ. ຈົ່ງຍົກຍ້າຍສິ່ງທີ່ກີດຂວາງທຸກຢ່າງຈາກທາງຂອງພວກເຂົາ ຈົ່ງສ້າງຖະໜົນແລະຕຽມຫົນທາງໃຫ້ພ້ອມເຖີດ.
15
ເຮົາເປັນພຣະເຈົ້າອົງສູງສຸດ, ອົງບໍຣິສຸດ, ແລະອົງຊົງຊີວິດຢູ່ຕະຫລອດໄປ. ເຮົາຢູ່ໃນສະຖານທີ່ສູງສຸດແລະບໍຣິສຸດ; ແຕ່ເຮົາຢູ່ນຳປະຊາຊົນຜູ້ທີ່ຖ່ອມໃຈແລະຜູ້ທີ່ກັບໃຈໃໝ່ ເພື່ອວ່າເຮົາຈະໄດ້ຟື້ນຟູຈິດວິນຍານ ແລະຄວາມຫວັງຂອງພວກເຂົາຂຶ້ນໃໝ່.
16
ເຮົາໄດ້ໃຫ້ຊີວິດແກ່ປະຊາຊົນຂອງເຮົາ ແລະເຮົາຈະບໍ່ສືບຕໍ່ກ່າວຫາຫລືໂກດຮ້າຍພວກເຂົາຕະຫລອດໄປ.
17
ເຮົາໂກດຮ້າຍພວກເຂົາ ເພາະການບາບແລະຄວາມໂລບມາກຂອງພວກເຂົາ; ສະນັ້ນ ເຮົາຈຶ່ງໄດ້ລົງໂທດແລະປະຖິ້ມພວກເຂົາ. ແຕ່ພວກເຂົາຍັງດື້ດ້ານແລະສືບຕໍ່ເຮັດຕາມວິຖີທາງຂອງຕົນຢູ່.
18
ເຮົາເຫັນວ່າພວກເຂົາໄດ້ປະພຶດຕົນຢ່າງໃດ, ແຕ່ເຮົາກໍຈະປິ່ນປົວພວກເຂົາໃຫ້ດີ. ເຮົາຈະນຳພາແລະຊ່ວຍເຫລືອພວກເຂົາ ແລະເຮົາຈະເລົ້າໂລມອອຍໃຈຄົນທີ່ໂສກເສົ້າເສຍໃຈ.
19
ເຮົາໃຫ້ສັນຕິສຸກແກ່ທຸກຄົນ ທັງຜູ້ທີ່ຢູ່ໄກແລະຜູ້ທີ່ຢູ່ໃກ້, ພຣະເຈົ້າຢາເວກ່າວດັ່ງນີ້ ເຮົາຈະປິ່ນປົວປະຊາຊົນຂອງເຮົາໃຫ້ດີ.
20
ແຕ່ຄົນຊົ່ວຮ້າຍກໍເປັນດັ່ງທະເລທີ່ປັ່ນປ່ວນ ຊຶ່ງຄື້ນຂອງມັນບໍ່ເຊົາພັດຕີຕາຝັ່ງຈັກເທື່ອ ທັງນຳເອົາຂອງເປິເປື້ອນແລະຂີ້ຕົມມາດ້ວຍ.”
21
ພຣະເຈົ້າຂອງເຮົາກ່າວວ່າ, “ຄົນຊົ່ວຮ້າຍຈະບໍ່ໄດ້ຮັບສັນຕິສຸກຈັກເທື່ອ.”
← Chapter 56
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 53
Chapter 54
Chapter 55
Chapter 56
Chapter 57
Chapter 58
Chapter 59
Chapter 60
Chapter 61
Chapter 62
Chapter 63
Chapter 64
Chapter 65
Chapter 66
Chapter 58 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50
51
52
53
54
55
56
57
58
59
60
61
62
63
64
65
66