bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Isaiah 32
Isaiah 32
Lao Bible 2012 (ພຣະຄຳພີສັກສິ)
← Chapter 31
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 53
Chapter 54
Chapter 55
Chapter 56
Chapter 57
Chapter 58
Chapter 59
Chapter 60
Chapter 61
Chapter 62
Chapter 63
Chapter 64
Chapter 65
Chapter 66
Chapter 33 →
1
ວັນໜຶ່ງຈະມາເຖິງ ຄືຈະມີກະສັດຄົນໜຶ່ງຜູ້ທີ່ປົກຄອງດ້ວຍຄວາມຊອບທຳ ແລະຜູ້ນຳພາຊາດທີ່ປົກຄອງດ້ວຍຄວາມຍຸດຕິທຳ.
2
ແຕ່ລະຄົນໃນພວກເຂົານັ້ນ ຈະເປັນດັ່ງບ່ອນຊົ້ນຈາກລົມ ແລະບ່ອນຫລົບລີ້ຈາກພະຍຸ. ພວກເຂົາຈະເປັນດັ່ງສາຍນໍ້າທີ່ຫລັ່ງໄຫລຢູ່ໃນຖິ່ນແຫ້ງແລ້ງກັນດານ ດັ່ງຮົ່ມເງົາໂງ່ນຫີນໃຫຍ່ໃນດິນແດນທີ່ແຫ້ງແລ້ງ.
3
ພວກເຂົາຈະມືນຕາເບິ່ງ ແລະງ່ຽງຫູຟັງຄຳຮ້ອງທຸກຕ່າງໆຂອງປະຊາຊົນ.
4
ພວກເຂົາຈະບໍ່ຂາດຄວາມອົດທົນອີກຕໍ່ໄປ ແຕ່ພວກເຂົາຈະດຳເນີນການດ້ວຍຄວາມເຂົ້າໃຈ ແລະເວົ້າຈາຢ່າງກົງໄປກົງມາ.
5
ບໍ່ມີຜູ້ໃດເລີຍທີ່ຈະຄິດຍົກຍ້ອງຄົນໂງ່ຈ້າຫລືຈະເວົ້າວ່າ, ຄົນອັນທະພານມີໃຈສັດຊື່.
6
ຄົນໂງ່ກໍເວົ້າຢ່າງໂງ່ໆ ແລະຄິດຫາເຮັດແຕ່ສິ່ງຊົ່ວໆ. ສິ່ງທີ່ລາວເຮັດ ແລະສິ່ງທີ່ລາວເວົ້ານັ້ນ ເປັນການໝິ່ນປະໝາດພຣະເຈົ້າຢາເວທັງນັ້ນ ແລະລາວກໍບໍ່ເຄີຍໃຫ້ອາຫານແກ່ຄົນທີ່ອຶດຫິວ ແລະໃຫ້ນໍ້າດື່ມແກ່ຄົນທີ່ກະຫາຍ.
7
ຄົນໂງ່ຈ້ານັ້ນຊົ່ວຊ້າ ແລະເຮັດແຕ່ສິ່ງທີ່ບໍ່ດີ; ລາວວາງແຜນລ້າງຜານຄົນຍາກຈົນ ໂດຍເວົ້າຕົວະແລະກີດກັ້ນພວກເຂົາ ບໍ່ໃຫ້ໄດ້ຮັບສິດທິທີ່ພວກເຂົາຄວນໄດ້ຮັບ.
8
ແຕ່ຄົນທີ່ມີກຽດກະທຳຢ່າງສັດຊື່ ແລະຕັ້ງໝັ້ນຄົງຢູ່ໃນຄວາມຖືກຕ້ອງ.
9
ບັນດາຜູ້ຍິງທີ່ໃຊ້ຊີວິດຢູ່ຢ່າງສຸກສະບາຍ ແລະບໍ່ວິຕົກກັງວົນກັບສິ່ງໃດເອີຍ ຈົ່ງຟັງສິ່ງທີ່ຂ້າພະເຈົ້າກ່າວ.
10
ດຽວນີ້ ພວກເຈົ້າຄົງອີ່ມໜຳສຳລານໃຈແລ້ວນໍ ແຕ່ປີໜ້າໃນເວລາດຽວກັນນີ້ ພວກເຈົ້າຈະສິ້ນຫວັງເພາະຈະບໍ່ມີໝາກອະງຸ່ນໃຫ້ພວກເຈົ້າເກັບ.
11
ພວກເຈົ້າໃຊ້ຊີວິດຢູ່ຢ່າງສຸກສະບາຍ ບໍ່ມີຄວາມວິຕົກກັງວົນຫຍັງເລີຍ; ແຕ່ບັດນີ້ ຈົ່ງຢ້ານກົວຈົນສັ່ນເຊັ່ນສາເຖີດ ຈົ່ງແກ້ເຄື່ອງນຸ່ງອອກ ແລະເອົາຜ້າຂາດມັດແອວໄວ້.
12
ຈົ່ງຕີເອິກຮ້ອງໄຫ້ຢ່າງຂົມຂື່ນສາ ເພາະທົ່ງນາແລະສວນອະງຸ່ນທີ່ອຸດົມສົມບູນໄດ້ຖືກທຳລາຍສາແລ້ວ
13
ແລະພຸ່ມໜາມນ້ອຍໃຫຍ່ກຳລັງຈະເກີດຂຶ້ນໃນດິນແດນປະຊາຊົນຂອງເຮົາ. ຈົ່ງຮ້ອງໄຫ້ຮໍ່າໄຮເຖິງເຮືອນທີ່ເຄີຍຢູ່ຢ່າງຜາສຸກ ແລະເຖິງເມືອງທີ່ເຕັມໄປດ້ວຍຊີວິດຊີວານັ້ນສາ.
14
ແມ່ນແຕ່ຣາຊວັງກໍຈະຖືກປະຖິ້ມ ແລະເມືອງຫລວງກໍຈະຮ້າງຫວ່າງເປົ່າຢ່າງໝົດສິ້ນ. ເຮືອນແລະປ້ອມປ້ອງກັນທັງຫລາຍຈະຮົກຮ້າງເພພັງຕະຫລອດໄປ. ລໍປ່າຈະທ່ຽວຫລິ້ນຢູ່ທີ່ນັ້ນ ແລະຝູງແກະກໍຈະກິນຫຍ້າຢູ່ທີ່ນັ້ນ.
15
ແຕ່ພຣະເຈົ້າຈະສົ່ງພຣະວິນຍານຂອງພຣະອົງມາໃຫ້ພວກເຮົາອີກເທື່ອໜຶ່ງ. ດິນທີ່ປູກຝັງບໍ່ໄດ້ກໍຈະກາຍເປັນດິນທີ່ປູກຝັງໄດ້ ແລະທົ່ງນາກໍຈະຜະລິດຜົນລະປູກໄດ້ຢ່າງອຸດົມສົມບູນ.
16
ທຸກໆບ່ອນໃນດິນແດນຈະມີແຕ່ຄວາມຊອບທຳ ແລະຄວາມຍຸດຕິທຳ.
17
ຄວາມສະຫງົບສຸກ ແລະຄວາມປອດໄພຈະມີຕະຫລອດໄປ ເພາະທຸກຄົນຈະເຮັດໃນສິ່ງທີ່ຖືກຕ້ອງ.
18
ປະຊາຊົນຂອງພຣະເຈົ້າຈະບໍ່ວິຕົກກັງວົນກັບສິ່ງໃດໆຕໍ່ໄປ ແລະບ້ານເຮືອນຂອງພວກເຂົາກໍຈະມີແຕ່ສັນຕິສຸກ ແລະຄວາມປອດໄພ.
19
ແຕ່ໝາກເຫັບຈະຕົກໃນປ່າ ແລະເມືອງກໍຈະເພພັງລົງ.
20
ທຸກຄົນຈະມີຄວາມສຸກຫລາຍສໍ່າໃດ ໃນເມື່ອຢູ່ທີ່ນັ້ນມີນໍ້າຢ່າງສົມບູນສຳລັບເຄື່ອງປູກຂອງຝັງ ແລະມີທົ່ງຫຍ້າໃຫ້ລໍ ແລະຝູງແກະກິນຫຍ້າຢ່າງປອດໄພ.
← Chapter 31
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 53
Chapter 54
Chapter 55
Chapter 56
Chapter 57
Chapter 58
Chapter 59
Chapter 60
Chapter 61
Chapter 62
Chapter 63
Chapter 64
Chapter 65
Chapter 66
Chapter 33 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50
51
52
53
54
55
56
57
58
59
60
61
62
63
64
65
66