bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Isaiah 2
Isaiah 2
Lao Bible 2012 (ພຣະຄຳພີສັກສິ)
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 53
Chapter 54
Chapter 55
Chapter 56
Chapter 57
Chapter 58
Chapter 59
Chapter 60
Chapter 61
Chapter 62
Chapter 63
Chapter 64
Chapter 65
Chapter 66
Chapter 3 →
1
ຕໍ່ໄປນີ້ ແມ່ນຖ້ອຍຄຳທີ່ພຣະເຈົ້າໄດ້ບອກເອຊາຢາລູກຊາຍຂອງອາໂມດ ກ່ຽວກັບຢູດາຍແລະນະຄອນເຢຣູຊາເລັມວ່າ:
2
ໃນວັນທັງຫລາຍທີ່ຈະໝູນວຽນມາເຖິງ ພູບ່ອນທີ່ຕັ້ງພຣະວິຫານຂອງພຣະເຈົ້າຢາເວຈະສູງກວ່າທຸກໆແຫ່ງ ພູນັ້ນຈະຕັ້ງຢູ່ສູງສົ່ງເທິງເນີນພູທັງໝົດ ດັ່ງນັ້ນ ຫລາຍຊົນຊາດຈຶ່ງຈະຫລັ່ງມາສູ່ທີ່ນັ້ນ
3
ປະຊາຊົນຫລາຍຊົນຊາດຈະພາກັນກ່າວວ່າ, “ໃຫ້ພວກເຮົາຂຶ້ນໄປເທິງພູເຂົາຂອງພຣະເຈົ້າຢາເວເດີ ສູ່ວິຫານຂອງພຣະເຈົ້າແຫ່ງຊາດອິດສະຣາເອນ ພຣະອົງຈະສັ່ງສອນພວກເຮົາເຖິງສິ່ງທີ່ພຣະອົງຢາກໃຫ້ເຮັດ. ພວກເຮົາຈະພາກັນຍ່າງຕາມຮ່ອມແຫ່ງຫົນທາງ ທີ່ພຣະອົງໄດ້ເລືອກສັນໄວ້ແລ້ວນັ້ນ. ຖ້ອຍຄຳຂອງພຣະເຈົ້າຢາເວມາແຕ່ນະຄອນເຢຣູຊາເລັມ ແຕ່ພູເຂົາຊີໂອນທີ່ພຣະອົງກ່າວແກ່ປະຊາຊົນນັ້ນ.”
4
ພຣະອົງຈະຕັດສິນການຂັດແຍ່ງ ໃນທ່າມກາງຊົນຊາດທັງຫລາຍ. ພວກເຂົາຈະຕີດາບເປັນໝາກສົບໄຖ ແລະຕີຫອກເປັນມີດຕອນຕົ້ນໄມ້. ຊົນຊາດທັງຫລາຍຈະບໍ່ເຮັດເສິກອີກຕໍ່ໄປ ຈະບໍ່ຕຽມເຂົ້າສູ່ການສົງຄາມອີກຈັກເທື່ອ.
5
ບັດນີ້ ເຊື້ອສາຍຂອງຢາໂຄບເອີຍ ໃຫ້ພວກເຮົາເດີນໄປໃນຄວາມສະຫວ່າງ ຊຶ່ງພຣະເຈົ້າຢາເວໄດ້ມອບໃຫ້ນັ້ນເທີ້ນ.
6
ໂອພຣະເຈົ້າເອີຍ ພຣະອົງໄດ້ປະຖິ້ມປະຊາຊົນຂອງພຣະອົງສາແລ້ວ ຄືເຊື້ອສາຍຂອງຢາໂຄບ ດິນແດນເຕັມແຕ່ການໃຊ້ເວດມົນຄາຖາ ຈາກທິດຕາເວັນອອກແລະຈາກຟີລິດສະຕິນ. ປະຊາຊົນຕ່າງກໍເຮັດຕາມປະເພນີຂອງຊາວຕ່າງຊາດ.
7
ດິນແດນຂອງພວກເຂົານັ້ນເຕັມໄປດ້ວຍເງິນແລະຄຳ ແລະຊັບສົມບັດຂອງພວກເຂົາກໍບໍ່ໝົດເປັນຈັກເທື່ອ. ດິນແດນຂອງພວກເຂົາເຕັມໄປດ້ວຍຝູງມ້າ ແລະລົດຮົບຂອງພວກເຂົາກໍບໍ່ໝົດເປັນຈັກເທື່ອ.
8
ດິນແດນຂອງພວກເຂົາເຕັມໄປດ້ວຍຮູບເຄົາຣົບ ແລະຕ່າງກໍຂາບໄຫວ້ວັດຖຸທີ່ຖືກສ້າງຂຶ້ນດ້ວຍມືຂອງພວກເຂົາເອງ.
9
ທຸກຄົນຈະຖືກລົດກຽດແລະຖືກອັບອາຍຂາຍໜ້າ, ຂໍຢ່າຍົກໂທດໃຫ້ພວກເຂົາເລີຍ.
10
ພວກເຂົາຈະລີ້ຢູ່ໃນຖໍ້າ ຢູ່ໃນໂງ່ນຫີນຕາມເນີນພູ ຫລືຂຸດຮູຢູ່ໃນດິນ ເພື່ອຊອກຫາທີ່ຈະປົບໜີຈາກຄວາມໂກດຮ້າຍຂອງພຣະເຈົ້າຢາເວ ແລະຫລົບລີ້ຈາກຣິດອຳນາດແລະສະຫງ່າຣາສີຂອງພຣະອົງ
11
ວັນໜຶ່ງຈະມາເຖິງ ເມື່ອຄວາມອວດອົ່ງຈອງຫອງຂອງມະນຸດຈະສິ້ນສຸດລົງ ແລະຄວາມອວດດີຂອງພວກເຂົາຈະຖືກທຳລາຍ. ແລ້ວແມ່ນພຣະເຈົ້າຢາເວເທົ່ານັ້ນ ທີ່ຈະໄດ້ຮັບກຽດແລະຄຳຍົກຍໍສັນລະເສີນ.
12
ໃນວັນນັ້ນ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ຈະເຮັດໃຫ້ທຸກຄົນທີ່ມີອຳນາດ ທຸກຄົນທີ່ອວດອົ່ງ ແລະທຸກຄົນທີ່ຈອງຫອງນັ້ນໄດ້ຖ່ອມຕົວລົງ.
13
ພຣະອົງຈະທຳລາຍຕົ້ນແປກສູງແຫ່ງເລບານອນ ແລະຕົ້ນໂອກທັງໝົດຢູ່ໃນດິນແດນລົງ.
14
ພຣະອົງຈະເຮັດໃຫ້ພູສູງທຸກໜ່ວຍພ້ອມທັງເນີນພູທັງຫລາຍ
15
ຫໍຄອຍສູງແລະປ້ອມປ້ອງກັນເມືອງທຸກແຫ່ງເຫຼົ່ານັ້ນໃຫ້ຮາບກ້ຽງ.
16
ພຣະອົງຈະເຮັດໃຫ້ແມ່ນແຕ່ເຮືອໃຫຍ່ແລະງາມທີ່ສຸດຈົມ.
17
ຄວາມອວດອົ່ງຈອງຫອງຂອງມະນຸດຈະຈົບລົງ ແລະຄວາມອວດດີຂອງມະນຸດຈະຖືກທຳລາຍ. ຮູບເຄົາຣົບທັງຫລາຍຈະສູນສິ້ນໄປ ແລະແມ່ນພຣະເຈົ້າຢາເວເທົ່ານັ້ນ ທີ່ຈະໄດ້ຮັບກຽດແລະຄຳຍົກຍໍສັນລະເສີນໃນວັນນັ້ນ.
19
ປະຊາຊົນຈະລີ້ຢູ່ໃນຖໍ້າຢູ່ໃນໂງ່ນຫີນຕາມເນີນພູ ຫລືຂຸດຮູຢູ່ໃນດິນ ເພື່ອຊອກຫາທີ່ຈະປົບໜີຈາກຄວາມໂກດຮ້າຍຂອງພຣະເຈົ້າຢາເວ ແລະຫລົບລີ້ຈາກຣິດອຳນາດແລະສະຫງ່າຣາສີຂອງພຣະອົງ ເມື່ອພຣະອົງມາເຮັດໃຫ້ໂລກສັ່ນສະເທືອນ.
20
ເມື່ອວັນນັ້ນມາເຖິງ ພວກເຂົາຈະໂຍນຮູບເຄົາຣົບເປັນເງິນເປັນຄຳ ທີ່ພວກເຂົາໄດ້ສ້າງຂຶ້ນນັ້ນຖິ້ມເສຍ ແລະປະໃຫ້ເປັນບ່ອນຢູ່ຂອງໂຕໜູແລະໂຕເຈຍ.
21
ເມື່ອພຣະເຈົ້າຢາເວມາເຮັດໃຫ້ໂລກສັ່ນສະເທືອນ ປະຊາຊົນຈະລີ້ຢູ່ໃນຖໍ້າ ຢູ່ໃນໂງ່ນຫີນຕາມເນີນພູ ຫລືຂຸດຮູຢູ່ໃນດິນ ເພື່ອຊອກຫາທີ່ຈະປົບໜີຈາກຄວາມໂກດຮ້າຍຂອງພຣະອົງ ແລະຫລົບລີ້ຈາກຣິດອຳນາດແລະສະຫງ່າຣາສີຂອງພຣະອົງ.
22
ຢ່າເຊື່ອໝັ້ນຕາຍໃຈໃນມະນຸດທີ່ຕາຍເປັນ. ພວກເຂົາມີຄ່າຫຍັງແດ່?
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 53
Chapter 54
Chapter 55
Chapter 56
Chapter 57
Chapter 58
Chapter 59
Chapter 60
Chapter 61
Chapter 62
Chapter 63
Chapter 64
Chapter 65
Chapter 66
Chapter 3 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50
51
52
53
54
55
56
57
58
59
60
61
62
63
64
65
66