bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Isaiah 48
Isaiah 48
Lao Bible 2012 (ພຣະຄຳພີສັກສິ)
← Chapter 47
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 53
Chapter 54
Chapter 55
Chapter 56
Chapter 57
Chapter 58
Chapter 59
Chapter 60
Chapter 61
Chapter 62
Chapter 63
Chapter 64
Chapter 65
Chapter 66
Chapter 49 →
1
ປະຊາຊົນອິດສະຣາເອນເອີຍ ຈົ່ງຟັງເລື່ອງນີ້ ພວກທີ່ສືບເຊື້ອສາຍມາຈາກເຜົ່າຢູດານັ້ນ: ພວກເຈົ້າໄດ້ສາບານໃນນາມຂອງພຣະເຈົ້າຢາເວ ແລະອ້າງວ່າຕົນນະມັດສະການພຣະເຈົ້າ ຄືຍ້ອງຍໍພຣະເຈົ້າຂອງຊາດອິດສະຣາເອນ ແຕ່ບໍ່ໄດ້ຕັ້ງໃຈເວົ້າແມ່ນແຕ່ຄຳດຽວຢ່າງນັ້ນ.
2
ແຕ່ເຖິງປານນັ້ນ ພວກເຈົ້າກໍຍັງພູມໃຈໃນຕົວເອງ ວ່າເປັນໄພ່ພົນແຫ່ງນະຄອນບໍຣິສຸດຂອງພຣະເຈົ້າ ວ່າຕົນສຸດຂາດນຳພຣະເຈົ້າແຫ່ງອິດສະຣາເອນ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ຄືພຣະນາມຂອງພຣະອົງ.
3
ອົງພຣະຜູ້ເປັນເຈົ້າກ່າວແກ່ຊາດອິດສະຣາເອນວ່າ, “ດົນແລ້ວເດ ທີ່ເຮົາໄດ້ກ່າວລ່ວງໜ້າໄວ້ ຄືບອກໄວ້ກ່ອນເຖິງເຫດການທີ່ຈະເກີດມາ ແລ້ວທັນໃດນັ້ນເອງ ເຮົາກໍໃຫ້ເກີດຂຶ້ນແທ້.
4
ເຮົາຮູ້ວ່າພວກເຈົ້າຕ້ອງກາຍເປັນຄົນດື້ດຶງ ແຂງຄືເຫຼັກ ບໍ່ຍອມອ່ອນຂໍ້ດັ່ງທອງສຳຣິດ.
5
ເຮົາຈຶ່ງກ່າວເຖິງອະນາຄົດພວກເຈົ້າໄວ້ແຕ່ດົນ ໂດຍປະກາດເຖິງເຫດການກ່ອນຈະເກີດຂຶ້ນ. ເພື່ອບໍ່ໃຫ້ພວກເຈົ້າອວດອ້າງໄດ້ເລີຍວ່າແມ່ນ ຮູບເຄົາຣົບແລະຮູບພະຂອງພວກເຈົ້າໃຫ້ເກີດຂຶ້ນ.
6
ທຸກສິ່ງທີ່ເຮົາບອກໄວ້ ບັດນີ້ກໍໄດ້ເກີດຂຶ້ນມາ ພວກເຈົ້າຕ້ອງຮັບສິ່ງທີ່ເຮົາກ່າວໄວ້ວ່າຖືກຕ້ອງ. ບັດນີ້ ເຮົາຈະບອກເຖິງສິ່ງໃໝ່ໆທີ່ຈະເກີດມາ ຄືເຫດການທີ່ເຮົາບໍ່ເຄີຍເປີດເຜີຍມາກ່ອນ.
7
ເຮົາກຳລັງໃຫ້ເກີດຂຶ້ນໃນປັດຈຸບັນນີ້ເອງ ບໍ່ມີເຫດການຄືນີ້ເລີຍ ທີ່ໄດ້ເກີດຂຶ້ນໃນອະດີດ. ຖ້າໄດ້ມີເຊັ່ນນັ້ນ ພວກເຈົ້າຈະຖືເປັນຂໍ້ອ້າງອີງ ວ່າພວກເຈົ້າເອງຮູ້ເຫັນເຫດການນັ້ນແລ້ວ.
8
ເຮົາຮູ້ວ່າພວກເຈົ້າບໍ່ເປັນທີ່ໄວ້ວາງໃຈໄດ້ເລີຍ ເປັນຄົນກະບົດຕະຫລອດມາເລື້ອຍໆ. ສະນັ້ນ ພວກເຈົ້າຈຶ່ງບໍ່ໄດ້ຍິນສິ່ງເຫຼົ່ານີ້ເລີຍ ເປັນຫຍັງຖ້ອຍຄຳຈຶ່ງບໍ່ຊອດຫູພວກເຈົ້າ.
9
ເພື່ອປະຊາຊົນຈະໄດ້ສັນລະເສີນນາມຂອງເຮົາ ເຮົາຈະຢັບຢັ້ງຄວາມໂກດຮ້າຍຂອງເຮົາໄວ້; ເຮົາອົດກັ້ນທັງຜ່ອນຜັນຄວາມໂກດຮ້າຍທີ່ເຮົາມີ ເພື່ອວ່າເຮົາຈະບໍ່ໄດ້ທຳລາຍພວກເຈົ້າ.
10
ເຮົາທົດສອບພວກເຈົ້າໃຫ້ທົນທຸກໃນແປວໄຟ ດັ່ງຊຸບເງິນໃຫ້ບໍຣິສຸດໃນເຕົາຫລອມຮ້ອນ.
11
ສິ່ງທີ່ເຮົາເຮັດແມ່ນເພື່ອເຫັນແກ່ເຮົາເອງ ເຮົາຈະບໍ່ຍອມໃຫ້ນາມຂອງເຮົາຖືກລົດກຽດ ຫລືຍອມໃຫ້ພະອື່ນໄດ້ຮ່ວມຮັບສະຫງ່າຣາສີ ທີ່ເປັນຂອງເຮົາ ຂອງເຮົາແຕ່ຜູ້ດຽວເທົ່ານັ້ນ.”
12
ອົງພຣະຜູ້ເປັນເຈົ້າກ່າວວ່າ, “ຈົ່ງຟັງເທີ້ນ ຊາດອິດສະຣາເອນ ພວກທີ່ເຮົາໄດ້ເອີ້ນ ເຮົາເປັນຜູ້ຕົ້ນແລະເປັນຜູ້ປາຍ ແມ່ນພຣະເຈົ້າແຕ່ອົງດຽວເທົ່ານັ້ນ
13
ມືເຮົາທີ່ໄດ້ສ້າງຮາກຖານແຜ່ນດິນໂລກ ແລະທັງໄດ້ກາງຟ້າສະຫວັນອອກດ້ວຍ. ເມື່ອເຮົາເອີ້ນພວກມັນມາຫາ, ພວກມັນກໍມາສະເໜີຕົວໃນທັນທີທັນໃດໂລດ.”
14
“ເຈົ້າທັງໝົດ ຈົ່ງມາເຕົ້າໂຮມກັນແລະຟັງ ບໍ່ມີພະໃດໃນທ່າມກາງບັນດາພະເຫຼົ່ານັ້ນໄດ້ປະກາດສິ່ງເຫຼົ່ານີ້ ວ່າພຣະເຈົ້າຢາເວຊົງຮັກທ່ານ ພຣະອົງຈະໂຈມຕີນະຄອນບາບີໂລນ ຈະເຮັດສິ່ງທີ່ເຮົາຕ້ອງການໃຫ້ເຮັດທຸກຢ່າງ.
15
ເຮົາແມ່ນຜູ້ທີ່ໄດ້ກ່າວແລະເອີ້ນເອົາລາວ ເຮົາໄດ້ນຳລາວໄປ ແລະໃຫ້ເຮັດສຳເລັດ.
16
ບັດນີ້ ຈົ່ງຫຍັບເຂົ້າມາໃກ້ ແລະຕັ້ງໃຈຟັງ ສິ່ງທີ່ເຮົາໄດ້ກ່າວຢ່າງເປີດເຜີຍຕັ້ງແຕ່ຕົ້ນ ແລະເຮັດໃຫ້ຄຳເວົ້າຕ່າງໆຂອງເຮົາ ກາຍເປັນຄວາມຈິງມາຕະຫລອດ.” (ບັດນີ້ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າໄດ້ໃຫ້ອຳນາດຂອງພຣະອົງແກ່ຂ້ານ້ອຍ ແລະໄດ້ສົ່ງຂ້ານ້ອຍໄປ.)
17
ພຣະເຈົ້າອົງບໍຣິສຸດຂອງຊາດອິດສະຣາເອນ ພຣະເຈົ້າຢາເວອົງພຣະຜູ້ໄຖ່ຂອງເຈົ້າກ່າວວ່າ, “ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າເດີ ຢາກສັ່ງສອນຄວາມດີແລະຊີ້ທາງເດີນໃຫ້ເຈົ້າ.”
18
“ຖ້າເຈົ້າໄດ້ເຮັດແຕ່ຕາມຄຳສັ່ງຂອງເຮົາ ແລ້ວພອນກໍຈະຫລັ່ງໄຫລດັ່ງສາຍນໍ້າບໍ່ບົກແຫ້ງ. ແລ້ວໄຊຊະນະກໍຈະເປັນຂອງເຈົ້າໃນທັນທີ ດັ່ງຄື້ນທະເລທີ່ຖືກລົມພັດມາເທິງຊາຍຫາດ.
19
ເຊື້ອສາຍເຈົ້າກໍຈະຫລວງຫລາຍດັ່ງເມັດຊາຍ ເຮົາຈະຮັກສາພວກເຂົາບໍ່ໃຫ້ຖືກທຳລາຍຈັກເທື່ອ.”
20
ຈົ່ງອອກໄປຢ່າງອິດສະຫລະຈາກນະຄອນບາບີໂລນ ຈົ່ງປະກາດຂ່າວດີຢ່າງຊົມຊື່ນຍິນດີເຖີດ. ຈົ່ງບອກທຸກໆບ່ອນໃຫ້ຮູ້ແລະໄດ້ຍິນວ່າ, “ພຣະເຈົ້າຢາເວໄດ້ໄຖ່ອິດສະຣາເອນຜູ້ຮັບໃຊ້ຂອງພຣະອົງແລ້ວ.”
21
ເມື່ອພຣະອົງໄດ້ນຳປະຊາຊົນຂອງພຣະອົງ ຜ່ານຖິ່ນແຫ້ງແລ້ງກັນດານອັນອົບເອົ້າ ພວກເຂົາກໍບໍ່ໄດ້ທົນທຸກເນື່ອງຈາກຂາດນໍ້າກິນ ພຣະອົງໃຫ້ນໍ້າອອກຈາກໂງ່ນຫີນເພື່ອໄດ້ດື່ມ. ພຣະອົງໄດ້ເຮັດໃຫ້ໂງ່ນຫີນຍະອອກຈາກກັນ ແລະນໍ້າກໍຫລັ່ງໄຫລອອກມາຢ່າງເຫລືອລົ້ນ.
22
ພຣະເຈົ້າຢາເວກ່າວວ່າ, “ຄວາມປອດໄພ ຈະບໍ່ມີສຳລັບພວກຄົນຊົ່ວຮ້າຍ.”
← Chapter 47
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 53
Chapter 54
Chapter 55
Chapter 56
Chapter 57
Chapter 58
Chapter 59
Chapter 60
Chapter 61
Chapter 62
Chapter 63
Chapter 64
Chapter 65
Chapter 66
Chapter 49 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50
51
52
53
54
55
56
57
58
59
60
61
62
63
64
65
66