bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Isaiah 54
Isaiah 54
Lao Bible 2012 (ພຣະຄຳພີສັກສິ)
← Chapter 53
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 53
Chapter 54
Chapter 55
Chapter 56
Chapter 57
Chapter 58
Chapter 59
Chapter 60
Chapter 61
Chapter 62
Chapter 63
Chapter 64
Chapter 65
Chapter 66
Chapter 55 →
1
ເຢຣູຊາເລັມເອີຍ ເຈົ້ານັ້ນເປັນດັ່ງຍິງເປັນໝັນ ແຕ່ບັດນີ້ ຈົ່ງຮ້ອງລຳທຳເພງຍິນດີກັນເຖີດ ບັດນີ້ ເຈົ້າຈະມີລູກຕື່ມຢ່າງຫລວງຫລາຍ ລື່ນກວ່າຍິງຜູ້ທີ່ຜົວບໍ່ເຄີຍໜີປະຈັກເທື່ອ. ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
2
ຈົ່ງເຮັດຜ້າເຕັນຂອງເຈົ້າໃຫ້ກວ້າງຂວາງ, ຕໍ່ເຊືອກເຕັນໃຫ້ຍາວທັງສຽບຫລັກລົງໃຫ້ແໜ້ນ.
3
ເຈົ້າຈະຂະຫຍາຍເຂດແດນຂອງເຈົ້າໄປທຸກທິດທາງ ຄົນຂອງເຈົ້າຈະໄດ້ດິນແດນໃກ້ຄຽງຄືນມາອີກ ເປັນດິນແດນທີ່ຊາດອື່ນໄດ້ຢຶດໃນປະຈຸບັນ ເມືອງຮົກຮ້າງກໍຈະເຕັມແຕ່ຄົນອາໄສຢູ່.
4
ຢ່າສູ່ຢ້ານ ເພາະເຈົ້າຈະບໍ່ຖືກອັບອາຍອີກເລີຍ ເຈົ້າຈະບໍ່ໄດ້ເສຍກຽດສັກສີແຕ່ຢ່າງໃດ. ເຈົ້າຈະລືມຄວາມອາຍໃນໄວສາວ ເຈົ້າຈະບໍ່ຈົດຈຳຄຳຕ້ອງຕິໃນຄາວເຈົ້າເປັນໝ້າຍ.
5
ພຣະຜູ້ສ້າງຂອງເຈົ້າຈະເປັນຄືຜົວຂອງເຈົ້າເດີ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ແມ່ນພຣະນາມຂອງພຣະອົງ. ແລະພຣະຜູ້ໄຖ່ໃຫ້ພົ້ນຂອງເຈົ້າຄືພຣະເຈົ້າອົງບໍຣິສຸດຂອງຊາດອິດສະຣາເອນ ພຣະອົງຊົງປົກຄອງທົ່ວທັງໂລກນີ້.
6
ອິດສະຣາເອນເອີຍ ເຈົ້າເປັນຄືເມຍສາວຜູ້ໜຶ່ງ ທີ່ຖືກຜົວປະແລະອຸກອັ່ງຄັ່ງໃຈຈົນສຸດຂີດ. ແຕ່ພຣະເຈົ້າຢາເວເອີ້ນເຈົ້າໃຫ້ກັບຄືນມາ ຈົ່ງກັບມາຫາພຣະອົງຜູ້ທີ່ເວົ້າກັບເຈົ້າວ່າ,
7
“ເຮົາໄດ້ປະຮ້າງເຈົ້າພຽງແຕ່ໄລຍະຊົ່ວຄາວ ເຮົາຈະເອົາເຈົ້າຄືນດ້ວຍຄວາມຮັກອັນສຸດຫົວໃຈ.
8
ເຮົາປິ່ນໜ້າດ້ວຍຄວາມໂກດຮ້າຍພຽງຊົ່ວຄາວ ເຮົາບໍ່ໄດ້ແນມເບິ່ງໜ້າເຈົ້າພຽງໄລຍະໜຶ່ງ ແຕ່ເຮົາຈະສຳແດງຄວາມຮັກຕໍ່ເຈົ້າສືບໄປ.” ພຣະເຈົ້າຢາເວພຣະຜູ້ໄຖ່ກ່າວດັ່ງນີ້ແຫລະ.
9
“ເຮົາໄດ້ສັນຍາໄວ້ໃນສະໄໝຂອງໂນອາວ່າ ເຮົາຈະບໍ່ໃຫ້ນໍ້າຖ້ວມແຜ່ນດິນໂລກອີກເລີຍ. ບັດນີ້ ເຮົາສັນຍາວ່າຈະບໍ່ໂກດຮ້າຍເຈົ້າອີກຕໍ່ໄປ ເຮົາຈະບໍ່ຕິຕຽນຫລືຈະບໍ່ລົງໂທດເຈົ້າອີກ.
10
ພູໃຫຍ່ແລະພູນ້ອຍອາດພັງທະລາຍລົງ ແຕ່ຄວາມຮັກຂອງເຮົາໝັ້ນຄົງບໍ່ສິ້ນສຸດໄດ້; ເຮົາຈະຮັກສາສັນຍາຄວາມສະຫງົບສຸກໄວ້ສືບໄປ.” ພຣະເຈົ້າຢາເວຜູ້ຊົງເມດຕາເຈົ້າກ່າວດັ່ງນີ້ແຫລະ.
11
ອົງພຣະຜູ້ເປັນເຈົ້າກ່າວວ່າດັ່ງນີ້: “ໂອ ເຢຣູຊາເລັມເອີຍ ເຈົ້າທົນທຸກແລ້ວ ນະຄອນຂາດທີ່ເພິ່ງຫາຜູ້ເລົ້າໂລມໃຈກໍບໍ່ມີ ດ້ວຍຫີນປະເສີດເຮົາຈະສ້າງຮາກຖານເຈົ້າໃໝ່.
12
ດ້ວຍທັບທີມອັນແທ້ ເຮົາຈະສ້າງຫໍຄອຍ ດ້ວຍແກ້ວເຈຍລະໄນຈະສ້າງປະຕູເມືອງຂຶ້ນ. ດ້ວຍເພັດນິນຈິນດາຈະສ້າງກຳແພງເມືອງ ໃຫ້ເປັນປ້ອມລ້ອມກຳແພງປ້ອງກັນເຈົ້າໄວ້.
13
ສ່ວນປະຊາຊົນຂອງເຈົ້າເຮົາຈະສັ່ງສອນພວກເຂົາໂດຍພຣະເຈົ້າຢາເວ ຈະໃຫ້ມີສັນຕິສຸກແລະໃຫ້ຈະເລີນຮຸ່ງເຮືອງດ້ວຍ.
14
ຄວາມຍຸດຕິທຳແລະຄວາມຖືກຕ້ອງຈະໃຫ້ເຈົ້າເຂັ້ມແຂງຂຶ້ນ ເຈົ້າຈະພົ້ນຈາກການກົດຂີ່ແລະຈາກຄວາມຢ້ານ.
15
ຖ້າຜູ້ໃດໂຈມຕີເຈົ້າ ກໍເຮັດໂດຍທີ່ເຮົາບໍ່ເຫັນດີ ຜູ້ໃດຂັດຂວາງຕໍ່ສູ້ເຈົ້າ ກໍຈະລົ້ມລົງ.
16
ເຮົາສ້າງຊ່າງຕີເຫລັກເປົ່າໄຟເຮັດອາວຸດ ເຮົາສ້າງທະຫານໃຫ້ໃຊ້ອາວຸດຂ້າຟັນກັນ.
17
ແຕ່ບໍ່ມີອາວຸດໃດໆທີ່ທຳຮ້າຍເຈົ້າໄດ້ເລີຍ ເຈົ້າຈະມີຄຳຕອບແກ່ທຸກຄົນທີ່ຟ້ອງເຈົ້າ. ເຮົາຈະປ້ອງກັນຜູ້ຮັບໃຊ້ຂອງເຮົາໃຫ້ມີໄຊ.” ພຣະເຈົ້າຢາເວໄດ້ກ່າວດັ່ງນີ້ແຫລະ.
← Chapter 53
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 53
Chapter 54
Chapter 55
Chapter 56
Chapter 57
Chapter 58
Chapter 59
Chapter 60
Chapter 61
Chapter 62
Chapter 63
Chapter 64
Chapter 65
Chapter 66
Chapter 55 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50
51
52
53
54
55
56
57
58
59
60
61
62
63
64
65
66