bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Isaiah 16
Isaiah 16
Lao Bible 2012 (ພຣະຄຳພີສັກສິ)
← Chapter 15
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 53
Chapter 54
Chapter 55
Chapter 56
Chapter 57
Chapter 58
Chapter 59
Chapter 60
Chapter 61
Chapter 62
Chapter 63
Chapter 64
Chapter 65
Chapter 66
Chapter 17 →
1
ຈາກເມືອງເສລາໃນຖິ່ນແຫ້ງແລ້ງກັນດານ ປະຊາຊົນແຫ່ງໂມອາບສົ່ງລູກແກະໄປ ເພື່ອເປັນຂອງຂວັນໃຫ້ຜູ້ປົກຄອງໃນນະຄອນເຢຣູຊາເລັມ.
2
ພວກເຂົາຄອຍຖ້າຢູ່ຕາມຕາຝັ່ງແມ່ນໍ້າອາກໂນນ ແລະເຄື່ອນຍ້າຍໄປມາຢ່າງບໍ່ມີເປົ້າໝາຍ ດັ່ງນົກທີ່ຖືກໄລ່ໃຫ້ໜີໄປຈາກຮັງ.
3
ພວກເຂົາເວົ້າກັບປະຊາຊົນຊາວຢູດາວ່າ, “ຈົ່ງບອກພວກເຮົາວ່າຄວນຈະເຮັດຢ່າງໃດດີ. ຂໍປົກປ້ອງພວກເຮົາໄວ້ດັ່ງຕົ້ນໄມ້ໃຫ້ຮົ່ມເຢັນ ໃນທ່າມກາງແສງແດດຂອງຕອນທ່ຽງດ້ວຍ; ແລະຂໍໃຫ້ພວກເຮົາໄດ້ພັກຜ່ອນຢູ່ໃຕ້ຮົ່ມຂອງພວກເຈົ້າເຖີດ. ພວກເຮົາເປັນຊາວອົບພະຍົບ ຂໍເຊື່ອງພວກເຮົາໄວ້ຢູ່ໃນບ່ອນທີ່ບໍ່ມີຜູ້ໃດຫາພົບໄດ້ແດ່.
4
ຂໍໃຫ້ພວກເຮົາໄດ້ອາໄສຢູ່ໃນດິນແດນຂອງພວກເຈົ້າແດ່ທ້ອນ. ຂໍປົກປ້ອງພວກເຮົາໄວ້ຈາກພວກທີ່ຢາກທຳລາຍດ້ວຍ.” (ການກົດຂີ່ແລະໄພພິບັດທັງຫລາຍຈະສິ້ນສຸດໄປ ແລະພວກທີ່ທຳລາຍປະເທດກໍຈະໝົດໄປ.
5
ແລ້ວເຊື້ອສາຍຜູ້ໜຶ່ງຂອງດາວິດກໍຈະຂຶ້ນເປັນກະສັດ ແລະເພິ່ນຈະປົກຄອງປະຊາຊົນດ້ວຍຄວາມຮັກແລະຄວາມສັດຊື່. ເພິ່ນຈະຟ້າວລົງມືເຮັດໃນສິ່ງທີ່ຖືກຕ້ອງ ແລະເພິ່ນຈະຄອຍເບິ່ງວ່າມີຄວາມຍຸດຕິທຳຫລືບໍ?)
6
ປະຊາຊົນຊາວຢູດາເວົ້າວ່າ, “ພວກເຮົາເຄີຍໄດ້ຍິນເຖິງຊາວໂມອາບວ່າ ພວກເຂົາອວດອົ່ງຈອງຫອງສໍ່າໃດ. ພວກເຮົາຮູ້ວ່າພວກເຂົາອວດດີແລະທະນົງຕົວ ແຕ່ພວກເຂົາຂີ້ສະຫາວລ້າໆ.”
7
ຊາວໂມອາບຈະຮ້ອງໄຫ້ຮໍ່າໄຮ ຍ້ອນຄວາມເດືອດຮ້ອນທີ່ພວກຕົນໄດ້ຮັບ. ພວກເຂົາຈະຮໍ່າໄຮເມື່ອຄິດເຖິງອາຫານແຊບໆ ທີ່ພວກຕົນເຄີຍກິນໃນເມືອງກີຣະເຮເຣັດ. ພວກເຂົາຈະຖືກທໍລະມານຈົນຕ້ອງສິ້ນຫວັງ.
8
ທົ່ງໄຮ່ທົ່ງນາຂອງເມືອງເຮັດຊະໂບນ ແລະສວນໝາກອະງຸ່ນຂອງເມືອງສິບມາກໍຈະຖືກທຳລາຍ ຄືສວນໝາກອະງຸ່ນຂອງຄົນທີ່ໃຊ້ເຫຼົ້າອະງຸ່ນເຮັດໃຫ້ຊົນຊາດຕ່າງໆມືນເມົາ. ໃນສະໄໝໜຶ່ງຕົ້ນອະງຸ່ນໄດ້ແຜ່ຜາຍອອກໄປຮອດເມືອງຢາເຊ ແລະຈົນເຖິງທິດຕາເວັນຕົກຟາກທະເລຕາຍເບຶ້ອງນັ້ນ.
9
ບັດນີ້ ຂ້າພະເຈົ້າຮ້ອງໄຫ້ເພື່ອຕົ້ນອະງຸ່ນຂອງເມືອງສິບມາ ເໝືອນດັ່ງຮ້ອງໄຫ້ເພື່ອເມືອງຢາເຊ. ນໍ້າຕາຂອງຂ້າພະເຈົ້າຫລັ່ງໄຫລ ເຖິງເມືອງເຮັດຊະໂບນແລະເມືອງເອເລອາເລ ຍ້ອນທີ່ນັ້ນບໍ່ມີການເກັບກ່ຽວພໍເຮັດໃຫ້ປະຊາຊົນເບີກບານໃຈເລີຍ.
10
ບັດນີ້ ໃນທົ່ງໄຮ່ທົ່ງນາທີ່ມີດິນດີກໍບໍ່ມີຜູ້ໃດຢູ່ເປັນສຸກ. ບໍ່ມີຜູ້ໃດໂຮຮ້ອງຫລືຂັບລຳທຳເພງໃນສວນອະງຸ່ນເລີຍ. ບໍ່ມີຜູ້ໃດບີບໝາກອະງຸ່ນເຮັດເຫຼົ້າອະງຸ່ນ ສຽງໂຮຮ້ອງອັນຊົມຊື່ນຍິນດີນັ້ນໄດ້ໝົດໄປສາແລ້ວ.
11
ຂ້າພະເຈົ້າຄວນຄາງດ້ວຍຄວາມເສົ້າໝອງເພື່ອດິນແດນໂມອາບ ແລະດ້ວຍຄວາມຂົມຂື່ນຫລາຍເພື່ອເມືອງກີຣະເຮເຣັດ.
12
ປະຊາຊົນຊາວໂມອາບໝົດກຳລັງແລ້ວ ທີ່ຈະໄປເທິງພູເຂົາທີ່ມີຮູບເຄົາຣົບຂອງພວກເຂົາ ແລະໄປຍັງວິຫານຂອງພວກເຂົາເພື່ອໄຫວ້ວອນ ແຕ່ຈະບໍ່ມີປະໂຫຍດຫຍັງເລີຍ.
13
ນັ້ນແຫລະ ຄືຖ້ອຍຄຳຂອງພຣະເຈົ້າຢາເວ ທີ່ໄດ້ບອກລ່ວງໜ້າກ່ຽວກັບໂມອາບ.
14
ບັດນີ້ ພຣະເຈົ້າຢາເວກ່າວວ່າ, “ເມື່ອຄົບສາມປີເຕັມ ຄວາມຮັ່ງມີອັນມະຫາສານຂອງໂມອາບຈະສູນສິ້ນໄປ. ໃນຈຳນວນປະຊາຊົນທີ່ຫລວງຫລາຍ ຈະມີພຽງແຕ່ໜ້ອຍຄົນເທົ່ານັ້ນທີ່ລອດຊີວິດຢູ່ ແລະຕ່າງກໍຈະອ່ອນເພຍ.”
← Chapter 15
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 53
Chapter 54
Chapter 55
Chapter 56
Chapter 57
Chapter 58
Chapter 59
Chapter 60
Chapter 61
Chapter 62
Chapter 63
Chapter 64
Chapter 65
Chapter 66
Chapter 17 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50
51
52
53
54
55
56
57
58
59
60
61
62
63
64
65
66