bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Isaiah 40
Isaiah 40
Lao Bible 2012 (ພຣະຄຳພີສັກສິ)
← Chapter 39
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 53
Chapter 54
Chapter 55
Chapter 56
Chapter 57
Chapter 58
Chapter 59
Chapter 60
Chapter 61
Chapter 62
Chapter 63
Chapter 64
Chapter 65
Chapter 66
Chapter 41 →
1
ພຣະເຈົ້າຂອງພວກເຮົາກ່າວວ່າ, “ຈົ່ງເລົ້າໂລມປະຊາຊົນຂອງເຮົາ ຈົ່ງເລົ້າໂລມໃຈປະຊາຊົນຂອງເຮົາເຖີດ
2
ຈົ່ງຊູໃຈປະຊາຊົນຊາວນະຄອນເຢຣູຊາເລັມ ຈົ່ງບອກວ່າ, ພວກເຂົາທົນທຸກດົນນານພໍແລ້ວ ບັດນີ້ການບາບຂອງພວກເຂົາທັງຫລາຍ ກໍໄດ້ຮັບອະໄພ ເສຍແລ້ວ. ພຣະເຈົ້າຢາເວໄດ້ລົງໂທດລົງທັນພວກເຂົາ ໃຫ້ສົມກັບບາບກຳທີ່ພວກເຂົາໄດ້ກະທຳແລ້ວ.”
3
ຍັງມີສຽງໜຶ່ງນັ້ນຮ້ອງດັງອອກມາວ່າ “ຈົ່ງຕຽມທາງໃນຖິ່ນແຫ້ງແລ້ງກັນດານໃຫ້ພ້ອມ ຈົ່ງຕຽມຫົນທາງນັ້ນໄວ້ສຳລັບພຣະເຈົ້າຢາເວເດີ ຈົ່ງແປງທາງໃນທະເລຊາຍສຳລັບພຣະເຈົ້າຂອງພວກເຮົາ
4
ຈົ່ງຖົມຮ່ອມພູທຸກບ່ອນໃຫ້ຮາບພຽງກັນ ຈົ່ງຂຸດພູທຸກໜ່ວຍລົງໃຫ້ຮາບພຽງກັນໄວ້. ເນີນພູທັງຫລາຍຈະກາຍເປັນທົ່ງຮາບພຽງ ທີ່ແຂງແລະຫຍາບຈະຖືກປ່ຽນໃຫ້ເປັນດິນອ່ອນ.
5
ແລ້ວສະຫງ່າຣາສີຂອງພຣະເຈົ້າຢາເວກໍຈະປາກົດແຈ້ງ ທຸກປະຊາຊາດກໍຈະໄດ້ເຫັນພຣະສະຫງ່າຣາສີນັ້ນ ປາກຂອງພຣະເຈົ້າຢາເວເອງໄດ້ກ່າວໄວ້.”
6
ຍັງມີສຽງໜຶ່ງນັ້ນຮ້ອງດັງອອກມາວ່າ, “ຈົ່ງໄປປະກາດຖ້ອຍຄຳຂອງພຣະອົງ.” ແລ້ວຂ້າພະເຈົ້າກໍໄດ້ເອີ້ນຖາມຄືນໄປວ່າ, “ແມ່ນຖ້ອຍຄຳຫຍັງທີ່ຂ້ານ້ອຍຈະຕ້ອງປະກາດ?” ສຽງນັ້ນຈຶ່ງໄດ້ກ່າວຕໍ່ໄປອີກວ່າ, “ຈົ່ງປະກາດວ່າມະນຸດທຸກຄົນເປັນດັ່ງຕົ້ນຫຍ້າ; ຊາຕາກຳຂອງມະນຸດນັ້ນຈະຢູ່ບໍ່ໄດ້ດົນ ເພາະທຸກຄົນເປັນພຽງແຕ່ດອກໄມ້ປ່າ.
7
ຕົ້ນຫຍ້າຫ່ຽວແຫ້ງທັງດອກໄມ້ກໍຫລ່າເຫລືອງ ເມື່ອພຣະເຈົ້າຢາເວສົ່ງລົມພັດມາໃສ່ ມະນຸດເຮົາບໍ່ອາດທົນທານໄດ້ສັນໃດ ຕົ້ນຫຍ້າກໍບໍ່ອາດທົນທານໄດ້ສັນນັ້ນ.
8
ຖືກແລ້ວ ຕົ້ນຫຍ້າຫ່ຽວແຫ້ງດອກໄມ້ຫລ່າເຫລືອງ ແຕ່ຖ້ອຍຄຳຂອງພຣະເຈົ້າຂອງພວກເຮົາກໍດຳລົງຢູ່ຕະຫລອດໄປເປັນນິດ.”
9
ຊາວນະຄອນເຢຣູຊາເລັມເອີຍ ຈົ່ງຂຶ້ນໄປເທິງພູສູງ ຈົ່ງພາກັນໄປປະກາດຂ່າວດີຢູ່ທີ່ນັ້ນເຖີດ ຈົ່ງເປັ່ງສຽງຮ້ອງດັງໆ ຊາວພູເຂົາຊີໂອນເອີຍ ຈົ່ງປະກາດຂ່າວດີ ຢ່າຢ້ານກົວສິ່ງໃດໆທັງນັ້ນ. ຈົ່ງບອກເມືອງຕ່າງໆຂອງຊາວຢູດາຍ ວ່າພຣະເຈົ້າຂອງພວກເຂົາກຳລັງສະເດັດມາຮອດ.
10
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຢາເວຈະມາປົກຄອງດ້ວຍຣິດທານຸພາບຍິ່ງໃຫຍ່ ໂດຍນຳຄົນທີ່ພຣະອົງໄດ້ຊ່ວຍກູ້ເອົາມາພ້ອມ.
11
ພຣະອົງຈະລ້ຽງແກະຂອງພຣະອົງດັ່ງຄົນລ້ຽງແກະຜູ້ໜຶ່ງ ພຣະອົງຈະເຕົ້າໂຮມລູກແກະທຸກໂຕໄວ້ ແລະອູ້ມເຂົາໄວ້ຢູ່ໃນອ້ອມກອດຂອງພຣະອົງ ຈະນຳລູກແກະ ແມ່ແກະເຫຼົ່ານັ້ນຢ່າງອ່ອນໂຍນ.
12
ຜູ້ໃດແທກມະຫາສະໝຸດໄດ້ດ້ວຍອົ້ງມືຕົນ ຫລືໃຊ້ຝາມືຕົນແທກລວງຍາວຂອງຟ້າສະຫວັນໄດ້? ຜູ້ໃດເອົາຂີ້ດິນໃນໂລກນີ້ໄດ້ໃສ່ເຄື່ອງຜອງຕວງເບິ່ງ ຫລືຊັ່ງພູເຂົາ ແລະເນີນພູ ເພື່ອຢາກຮູ້ວ່າໜັກເທົ່າໃດ?
13
ຜູ້ໃດບອກພຣະວິນຍານຂອງພຣະເຈົ້າຢາເວໄດ້ວ່າຄວນຈະເຮັດຫຍັງ? ຫລືສັ່ງສອນພຣະອົງ ຫລືແນະນຳພຣະອົງໄດ້?
14
ພຣະອົງປຶກສານຳຜູ້ໃດເພື່ອຢາກຮູ້ແລະເຂົ້າໃຈ ຫລືສຶກສາຮໍ່າຮຽນສິ່ງທັງໝົດໃນໂລກນີ້?
15
ສຳລັບພຣະອົງແລ້ວຊົນຊາດຕ່າງໆໄຮ້ຄ່າໝົດ ພວກເຂົາເທົ່າທຽມກັບຢອດນໍ້າຢອດໜຶ່ງເທົ່ານັ້ນ; ພວກເຂົາເປັນພຽງແຕ່ຂີ້ຝຸ່ນທີ່ຊັ່ງເທິງຊີງ ໝູ່ເກາະກໍເປັນພຽງແຕ່ຂີ້ຝຸ່ນດິນສວດຂຶ້ນ.
16
ແມ່ນແຕ່ສັດຕ່າງໆທີ່ຢູ່ໃນປ່າເລບານອນ ກໍຍັງບໍ່ມີພຽງພໍທີ່ຈະຖວາຍບູຊາແກ່ພຣະເຈົ້າ ພ້ອມທັງບັນດາຕົ້ນໄມ້ທີ່ຢູ່ໃນປ່າດົງພົງໄພ ກໍຍັງມີແຕ່ໜ້ອຍດຽວເພື່ອເຮັດຟືນດັງໄຟໄດ້.
17
ຕໍ່ໜ້າພຣະອົງຊົນຊາດຕ່າງໆໄຮ້ຄ່າທັງໝົດ ພວກເຂົາບໍ່ມີປະໂຫຍດຫຍັງຕໍ່ພຣະອົງຈັກດີ້.
18
ພຣະເຈົ້າຖືກທຽບໃສ່ໄດ້ກັບສິ່ງໃດ? ທ່ານພັນລະນາໄດ້ບໍວ່າພຣະອົງເປັນອັນໃດແທ້?
19
ພຣະອົງບໍ່ເປັນດັ່ງຮູບເຄົາຣົບທີ່ຖືກສ້າງດ້ວຍມື ທີ່ຊ່າງໂລຫະເຄືອບຄຳທັງໃຊ້ເງິນຫລໍ່ຕີນດ້ວຍ.
20
ຄົນທີ່ບໍ່ສາມາດຫາເງິນ ຫລືຄຳມາເຮັດ ກໍເລືອກເອົາໄມ້ທີ່ມອດກັດບໍ່ໄດ້ມາເຮັດ. ລາວຊອກຫາເອົາຊ່າງຜູ້ທີ່ຊຳນິຊຳນານ ມາສ້າງເປັນຮູບພະທີ່ເໜັງຕີງໄປມາບໍ່ໄດ້.
21
ທ່ານບໍ່ຮູ້ບໍສິ່ງທີ່ຄົນໄດ້ກໍ່ຕັ້ງແຕ່ດົນນານ? ບໍ່ໄດ້ຍິນບໍວ່າໂລກເຮົາໄດ້ຕັ້ງຕົ້ນຢ່າງໃດແທ້?
22
ພຣະອົງທີ່ນັ່ງເທິງບັນລັງຂອງພຣະອົງ ຢູ່ເໜືອແຜ່ນດິນໂລກເຮົາ ແລະຢູ່ເທິງທ້ອງຟ້າ; ພຣະອົງໄດ້ສ້າງໂລກນີ້ດ້ວຍສີມືຂອງພຣະອົງເອງ ພຣະອົງຫລຽວເຫັນມະນຸດຄືໂຕຕັກແຕນຢູ່ເທິງໂລກ. ພຣະອົງກາງຟ້າສະຫວັນດັ່ງກາງຜ້າກັ້ງອອກມາ ດັ່ງຄົນກາງຜ້າເຕັນເພື່ອຈະອາໄສຢູ່.
23
ພຣະອົງປົດນັກປົກຄອງຈາກອຳນາດຂອງພວກເຂົາ ແລະລົດກຽດພວກເຂົາລົງຈົນບໍ່ມີຄ່າຫຍັງໝົດ.
24
ຄົນເຫຼົ່ານັ້ນເປັນດັ່ງຕົ້ນໄມ້ນ້ອຍໆທັງຫລາຍ ທີ່ຫາກໍ່ປູກໃໝ່ ແລະຮາກຫາກໍ່ຢັ່ງລົງດິນເທົ່ານັ້ນ. ເມື່ອອົງພຣະຜູ້ເປັນເຈົ້າໃຫ້ລົມພັດຜ່ານກາຍມາ ມັນກໍຫ່ຽວແຫ້ງທັນທີ ແລະຖືກພັດໄປດັ່ງເຟືອງເຂົ້າ.
25
ພຣະເຈົ້າອົງບໍຣິສຸດຖືກທຽບໃສ່ໄດ້ກັບສິ່ງໃດນໍ? ມີຜູ້ໃດແດ່ທີ່ສຳຄັນເໝືອນດັ່ງພຣະອົງໄດ້?
26
ຈົ່ງເງີຍໜ້າຂຶ້ນສູ່ທ້ອງຟ້າເວຫາເບິ່ງດູ ຜູ້ໃດສ້າງໝູ່ດວງດາວທີ່ທ່ານເຫັນຢູ່ນັ້ນ? ຜູ້ທີ່ນຳດວງດາວມາໄວ້ດັ່ງກອງທັບທະຫານ ຮູ້ຈັກຈຳນວນແລະເອີ້ນຊື່ດາວແຕ່ລະດວງໄດ້ ຣິດອຳນາດຂອງພຣະອົງຍິ່ງໃຫຍ່ເຫລືອຫລາຍ ຈົນບໍ່ມີດາວດວງໃດຂາດຫາຍໄປຈັກດວງ.
27
ຊາດອິດສະຣາເອນເອີຍ ເປັນຫຍັງພວກເຈົ້າຈຶ່ງຈົ່ມ ວ່າພຣະເຈົ້າຢາເວບໍ່ຮູ້ຈັກຄວາມເດືອດຮ້ອນຂອງພວກເຈົ້າ ຫລືບໍ່ເບິ່ງແຍງພວກເຈົ້າ ແລະເຝົ້າຮັກສາ? ເມື່ອຖືກທົນທຸກເພາະຄວາມບໍ່ຍຸດຕິທຳນັ້ນ?
28
ພວກເຈົ້າຕັ້ງບໍ່ຮູ້ ພວກເຈົ້າບໍ່ໄດ້ຍິນບໍ? ພຣະເຈົ້າຢາເວຄືພຣະເຈົ້າເປັນຢູ່ສືບໄປເປັນນິດ; ພຣະອົງເປັນຜູ້ສ້າງສັບພະທຸກສິ່ງຢູ່ໃນໂລກເຮົາ ພຣະອົງບໍ່ເຄີຍກ່າວວ່າພຣະອົງອ່ອນແຮງຈັກເທື່ອ ຫລືພຣະອົງອິດເມື່ອຍແຕ່ປະການໃດເລີຍ ບໍ່ມີຜູ້ໃດເຂົ້າໃຈຄວາມຄິດຂອງພຣະອົງໄດ້.
29
ພຣະອົງເຊີດຊູກຳລັງຜູ້ທີ່ອິດເມື່ອຍອ່ອນແຮງ ແລະໃຫ້ຄວາມເຂັ້ມແຂງແກ່ຜູ້ທີ່ຂາດກຳລັງ.
30
ແມ່ນແຕ່ຜູ້ທີ່ໜຸ່ມນ້ອຍກໍຍັງອ່ອນແຮງ ຄົນໜຸ່ມລົ້ມລົງເພາະຕົນໝົດແຮງໄດ້.
31
ແຕ່ພວກທີ່ລໍຄອຍໄວ້ວາງໃຈໃນພຣະເຈົ້າຢາເວ ຈະໄດ້ຮັບການເສີມກຳລັງເຮື່ອແຮງຂຶ້ນໃໝ່ ພວກເຂົາຈະບິນຂຶ້ນດ້ວຍປິກດັ່ງນົກອິນຊີບິນໄປ; ພວກເຂົາຈະແລ່ນໄດ້ແລະບໍ່ອິດເມື່ອຍອ່ອນແຮງ, ພວກເຂົາຈະຍ່າງໄປ ແລະບໍ່ອ່ອນເພຍລົງອີກ.
← Chapter 39
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 53
Chapter 54
Chapter 55
Chapter 56
Chapter 57
Chapter 58
Chapter 59
Chapter 60
Chapter 61
Chapter 62
Chapter 63
Chapter 64
Chapter 65
Chapter 66
Chapter 41 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50
51
52
53
54
55
56
57
58
59
60
61
62
63
64
65
66