bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Isaiah 52
Isaiah 52
Lao Bible 2012 (ພຣະຄຳພີສັກສິ)
← Chapter 51
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 53
Chapter 54
Chapter 55
Chapter 56
Chapter 57
Chapter 58
Chapter 59
Chapter 60
Chapter 61
Chapter 62
Chapter 63
Chapter 64
Chapter 65
Chapter 66
Chapter 53 →
1
ຈົ່ງເຂັ້ມແຂງຍິ່ງໃຫຍ່ອີກນະຄອນເຢຣູຊາເລັມເອີຍ ພຣະນະຄອນສັກສິດ ຈົ່ງສວມພຣະສະຫງ່າຣາສີເຖີດ ພວກບໍ່ນັບຖືພຣະເຈົ້າ ແລະພວກທີ່ເປັນມົນທິນ ຈະບໍ່ໄດ້ເຂົ້າທີ່ປະຕູເມືອງຂອງເຈົ້າອີກຈັກເທື່ອ.
2
ນະຄອນເຢຣູຊາເລັມເອີຍ ຈົ່ງສັ່ນຂີ້ຝຸ່ນເປັນອິດສະຫລະ ຈົ່ງລຸກຈາກຂີ້ຝຸ່ນດິນ ແລະນັ່ງລົງເທິງບັນລັງເຖີດ ພວກລູກສາວຂອງພູເຂົາຊີໂອນຜູ້ຖືກຈັບເອີຍ ຈົ່ງທຸບໂສ້ທີ່ລ່າມເຈົ້ານັ້ນໃຫ້ມັນຫລຸດອອກໄປ.
3
ພຣະເຈົ້າຢາເວກ່າວແກ່ປະຊາຊົນຂອງພຣະອົງວ່າ, “ເມື່ອຕົກເປັນທາດນັ້ນບໍ່ມີຜູ້ໃດທີ່ໃຊ້ເງິນຊື້ເອົາພວກເຈົ້າໄປ; ທຳນອງດຽວກັນ ບໍ່ມີສິ່ງໃດທີ່ຈະຊື້ເອົາພວກເຈົ້າໃຫ້ເປັນອິດສະຫລະ.
4
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ ເມື່ອພວກເຈົ້າໄດ້ໄປຢູ່ທີ່ປະເທດເອຢິບໃນຖານະເປັນຄົນຕ່າງດ້າວນັ້ນ ພວກເຈົ້າໄດ້ໄປຢູ່ຕາມໃຈມັກຂອງຕົນເອງ, ແຕ່ອັດຊີເຣຍໄດ້ຈັບເອົາພວກເຈົ້າໄປ ໂດຍໃຊ້ກຳລັງແລະບໍ່ໄດ້ຈ່າຍຫຍັງໃຫ້ພວກເຈົ້າ.
5
ພຣະເຈົ້າຢາເວກ່າວວ່າ, ບັດນີ້ ໃນບາບີໂລນແມ່ນສິ່ງດຽວກັນນັ້ນ ທີ່ໄດ້ເກີດຂຶ້ນອີກ ຄືພວກເຈົ້າໄດ້ຖືກຈັບໄປ ແລະບໍ່ໄດ້ຈ່າຍຫຍັງໃຫ້ພວກເຈົ້າ. ພຣະເຈົ້າຢາເວກ່າວວ່າ, ຜູ້ທີ່ປົກຄອງເໜືອພວກເຈົ້າເວົ້າໂມ້ທັງໂອ້ອວດ ແລະດູຖູກຫຍໍ້ຫຍັນເຮົາຢູ່ເປັນປະຈຳ.
6
ເມື່ອເວລານັ້ນມາເຖິງ ພວກເຈົ້າຈະຮັບຮູ້ວ່າເຮົາແມ່ນພຣະເຈົ້າ ແລະແມ່ນເຮົາທີ່ໄດ້ກ່າວແກ່ພວກເຈົ້າ.”
7
ເປັນຕາຮັກແທ້ທີ່ເຫັນຜູ້ສົ່ງຂ່າວຂ້າມພູເຂົາມາ ໂດຍນຳຂ່າວດີຄືຂ່າວແຫ່ງສັນຕິສຸກມາໃຫ້ ລາວປະກາດເລື່ອງໄຊຊະນະແກ່ພູເຂົາຊີໂອນວ່າ, “ພຣະເຈົ້າຂອງເຈົ້າເປັນເຈົ້າມະຫາຊີວິດ.”
8
ພວກທີ່ເຝົ້າຍາມກໍໂຮຮ້ອງດ້ວຍສຽງດັງກ້ອງ ພວກເຂົາຊົມຊື່ນຍິນດີຈຶ່ງພາກັນໂຮຮ້ອງ ພວກເຂົາສາມາດເຫັນໄດ້ດ້ວຍຕາຂອງພວກເຂົາເອງ ການກັບມາສູ່ພູເຂົາຊີໂອນຂອງພຣະເຈົ້າຢາເວ.
9
ນະຄອນເຢຣູຊາເລັມເອີຍ ຈົ່ງເປັ່ງສຽງຮ້ອງຍິນດີ ເຈົ້າຜູ້ທີ່ເປັນເມືອງເພພັງແລະຮົກຮ້າງ ພຣະເຈົ້າຢາເວຈະຊົງໄຖ່ເອົານະຄອນເຢຣູຊາເລັມ ທັງຈະອອຍໃຈປະຊາຊົນຂອງພຣະອົງດ້ວຍ.
10
ພຣະເຈົ້າຢາເວຈະໃຊ້ຣິດທານຸພາບອັນສັກສິດ ຕໍ່ສາຍຕາປະຊາຊົນຂອງທຸກໆຊົນຊາດ ພຣະອົງຈະຊ່ວຍປະຊາຊົນຂອງພຣະອົງໃຫ້ພົ້ນໄພ ໝົດທັງໂລກຈະໄດ້ເຫັນຄວາມພົ້ນແຫ່ງພຣະເຈົ້າຂອງພວກເຮົາ.
11
ທຸກຄົນທີ່ແບກຫາບເຄື່ອງໃຊ້ຂອງພຣະເຈົ້າຢາເວ ຈົ່ງອອກໄປໄວໆ ຈາກນະຄອນບາບີໂລນເຖີດ ຢ່າແຕະຕ້ອງສິ່ງຫວງຫ້າມໃດໆ ຈົ່ງຮັກສາຕົວໃຫ້ບໍຣິສຸດ ແລະອອກໜີໄປເຖີດ
12
ເທື່ອນີ້ບໍ່ຈຳເປັນຕ້ອງຟ້າວຟັ່ງອອກໄປ ພວກເຈົ້າບໍ່ຈຳເປັນຕ້ອງປົບໜີໄປດອກ ພຣະເຈົ້າຢາເວຈະນຳໜ້າອອກໄປ ພຣະອົງຈະປົກປັກຮັກສາພວກເຈົ້າຮອບດ້ານ.
13
ອົງພຣະຜູ້ເປັນເຈົ້າກ່າວວ່າ, “ຜູ້ຮັບໃຊ້ຂອງເຮົານັ້ນ ຈະເຮັດສຳເລັດໜ້າທີ່ຊຶ່ງໄດ້ມອບໝາຍໃຫ້; ເພິ່ນຈະເຮັດພາລະກິດຂອງເພິ່ນໃຫ້ສຳເລັດຜົນ; ແມ່ນກຽດສັກສີອັນສູງທີ່ທ່ານຈະໄດ້ຮັບ.
14
ເມື່ອປະຊາຊົນໄດ້ເຫັນທ່ານກໍສະດຸ້ງຕົກໃຈ; ໜ້າຕາທ່ານປ່ຽນໂສມ ທ່າທາງເກືອບບໍ່ຄືມະນຸດ.
15
ແຕ່ບັດນີ້ຫລາຍຊົນຊາດຈະງຶດງໍ້ອັດສະຈັນໃຈ ພວກກະສັດກໍຈະອັດສະຈັນໃຈຈົນປາກບໍ່ອອກ. ພວກເຂົາຈະຮູ້ເຫັນແລະທັງຈະເຂົ້າໃຈ ບາງສິ່ງທີ່ພວກເຂົາບໍ່ເຄີຍຮູ້ເຫັນຈັກເທື່ອ.”
← Chapter 51
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 53
Chapter 54
Chapter 55
Chapter 56
Chapter 57
Chapter 58
Chapter 59
Chapter 60
Chapter 61
Chapter 62
Chapter 63
Chapter 64
Chapter 65
Chapter 66
Chapter 53 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50
51
52
53
54
55
56
57
58
59
60
61
62
63
64
65
66