bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Isaiah 19
Isaiah 19
Lao Bible 2012 (ພຣະຄຳພີສັກສິ)
← Chapter 18
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 53
Chapter 54
Chapter 55
Chapter 56
Chapter 57
Chapter 58
Chapter 59
Chapter 60
Chapter 61
Chapter 62
Chapter 63
Chapter 64
Chapter 65
Chapter 66
Chapter 20 →
1
ຕໍ່ໄປນີ້ແມ່ນຖ້ອຍຄຳກ່ຽວກັບເອຢິບ. ພຣະເຈົ້າຢາເວກຳລັງມາສູ່ເອຢິບເທິງເມກຢ່າງວ່ອງໄວ. ຮູບເຄົາຣົບທັງຫລາຍຂອງຊາວເອຢິບສັ່ນເຊັນຕໍ່ໜ້າພຣະອົງ ແລະປະຊາຊົນຊາວເອຢິບກໍສູນເສຍຄວາມກ້າຫານຂອງພວກເຂົາ.
2
“ເຮົາຈະເຮັດໃຫ້ປະເທດເອຢິບສັ່ນສະທ້ານ ແລະເກີດເສິກກາງເມືອງ; ອ້າຍນ້ອງຈະຕໍ່ສູ້ກັນ ແລະເພື່ອນບ້ານຈະສູ້ຮົບກັນ. ເມືອງຕ່າງໆຈະຕໍ່ສູ້ກັນເອງເພາະການເປັນສັດຕູກັນ ແລະກະສັດທີ່ເປັນສັດຕູກັນກໍຈະຍາດແຍ່ງອຳນາດກັນ.
3
ເຮົາກຳລັງຈະເຮັດໃຫ້ແຜນການຂອງຊາວເອຢິບບໍ່ສົມຫວັງ ແລະເຮັດໃຫ້ພວກເຂົາເສຍຂວັນ. ພວກເຂົາຈະໄປຂໍໃຫ້ຮູບເຄົາຣົບຊ່ວຍເຫລືອພວກເຂົາ ແລະຈະໄປປຶກສາໝໍຜີ ແລະຈະໄປຖາມເອົາຄວາມນຳຄົນຕາຍ.
4
ເຮົາຈະຍົກຊາວເອຢິບໃຫ້ແກ່ນັກກົດຂີ່ຄົນໜຶ່ງ ຄືໃຫ້ກະສັດທີ່ໂຫດຫ້ຽມຜູ້ໜຶ່ງທີ່ຈະປົກຄອງພວກເຂົາ.” ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ກ່າວດັ່ງນີ້ແຫລະ.
5
ແມ່ນໍ້ານິນຈະລົດລົງ ແລະນໍ້າໃນຫ້ວຍຈະແຫ້ງລົງເລື້ອຍໆ.
6
ຄອງຂອງຫ້ວຍນໍ້າທັງຫລາຍຈະເໝັນ ເມື່ອມັນແຫ້ງລົງເທື່ອເລັກເທື່ອໜ້ອຍ. ກົກອໍ້ແລະກົກຫຍ້າຈະຫ່ຽວແຫ້ງໄປ
7
ແລະພືດຜົນຕາມແຄມຝັ່ງຂອງແມ່ນໍ້ານິນກໍຈະແຫ້ງ ແລະຖືກລົມພັດໄປ.
8
ທຸກໆຄົນທີ່ຫາປາເປັນອາຊີບໃນແມ່ນໍ້ານິນຕ່າງກໍຈະຄວນຄາງແລະຮ້ອງໄຫ້ ເພາະເບັດ ແລະແຫຂອງພວກເຂົາຈະໃຊ້ການບໍ່ໄດ້.
9
ພວກທີ່ເຮັດຜ້າປ່ານກໍຈະໝົດຫວັງໄປຕາມໆກັນ;
10
ຊ່າງຕໍ່າຜ້າແພ ແລະຊ່າງສີມືຈະໝົດເນື້ອໝົດຕົວ ແລະຈະເສົ້າໂສກເສຍໃຈ.
11
ບັນດາຜູ້ນຳໃນເມືອງໂຊອານປ່ວງບ້າ ຄົນສະຫລາດທີ່ສຸດໃນເອຢິບໃຫ້ຄຳເຫັນອັນໂງ່ຈ້າ ພວກເຂົາກ້າບອກກະສັດໄດ້ຢ່າງໃດວ່າ ພວກຕົນເປັນຜູ້ສືບແທນນັກຮຽນຮູ້ໃນສະໄໝບູຮານແລະບັນດາກະສັດ?
12
ກະສັດແຫ່ງເອຢິບເອີຍ ບັນດາທີ່ປຶກສາຜູ້ຫລັກແຫລມຂອງເຈົ້າໄປໃສໝົດ? ບາງທີພວກເຂົາອາດບອກເຈົ້າໄດ້ວ່າ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ມີແຜນການຫຍັງແດ່ຕໍ່ສູ້ເອຢິບກໍໄດ້.
13
ບັນດາຜູ້ນຳຂອງເມືອງໂຊອານ ແລະເມືອງມຳຟິດໂງ່ຫລາຍ. ພວກເຂົາຖືຕົນວ່າເປັນຜູ້ນຳຂອງຊາດ ແຕ່ພັດໄດ້ນຳຊາດໄປໃນທາງຜິດ.
14
ພຣະເຈົ້າຢາເວໄດ້ເຮັດໃຫ້ພວກເຂົາໃຫ້ຄຳແນະນຳອັນສັບສົນ. ຜົນທີ່ໄດ້ຮັບຄືເອຢິບກະທຳທຸກສິ່ງຜິດພາດ ແລະຍ່າງໂຊເຊໄປດັ່ງຄົນເມົາເຫຼົ້າທີ່ພະລາດລົ້ມເທິງຮາກຂອງຕົນ.
15
ໃນເອຢິບບໍ່ມີຜູ້ໃດ ບໍ່ວ່າຄົນທຸກຫລືຄົນຮັ່ງກໍຕາມ ສຳຄັນຫລືບໍ່ສຳຄັນກໍດີ ທີ່ໃຫ້ຄວາມຊ່ວຍເຫລືອໄດ້.
16
ເມື່ອເວລານັ້ນມາເຖິງ ປະຊາຊົນຊາວເອຢິບຈະເປັນດັ່ງພວກຜູ້ຍິງ. ພວກເຂົາຈະສັ່ນເຊັນດ້ວຍຄວາມຢ້ານກົວ ເມື່ອເຫັນພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ຢຽດມືອອກເພື່ອລົງໂທດພວກເຂົາ.
17
ປະຊາຊົນຊາວເອຢິບຈະຢ້ານກົວຊາວຢູດາຫລາຍ ໃນທຸກເທື່ອທີ່ພວກເຂົາລະນຶກເຖິງຊາຕາກຳ ທີ່ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ຈັດຕຽມໄວ້ສຳລັບພວກເຂົາ.
18
ເມື່ອເວລານັ້ນມາເຖິງ ຄົນໃນຫ້າຕົວເມືອງຂອງເອຢິບຈະເວົ້າພາສາເຮັບເຣີ. ປະຊາຊົນທີ່ຢູ່ໃນບ່ອນນັ້ນ ຈະສາບານໂດຍພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່. ເມືອງໜຶ່ງໃນຈຳນວນເມືອງທັງຫລາຍຈະມີຄົນເອີ້ນວ່າ, “ເມືອງແຫ່ງດວງອາທິດ.”
19
ເມື່ອເວລານັ້ນມາເຖິງ ຢູ່ໃນເອຢິບຈະມີແທ່ນບູຊາຖວາຍແກ່ພຣະເຈົ້າຢາເວ ແລະມີເສົາຫີນທີ່ໄດ້ຕັ້ງຂຶ້ນທີ່ຊາຍແດນຂອງປະເທດເພື່ອອຸທິດໃຫ້ແກ່ພຣະເຈົ້າຢາເວ.
20
ສິ່ງເຫຼົ່ານັ້ນຈະເປັນໝາຍສຳຄັນແລະພະຍານຝ່າຍພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ດຳລົງຢູ່ໃນເອຢິບ. ເມື່ອປະຊາຊົນໃນທີ່ນັ້ນໄດ້ຮັບການກົດຂີ່ ແລະຮ້ອງຫາພຣະເຈົ້າຢາເວໃຫ້ຊ່ວຍເຫລືອ ພຣະອົງຈະສົ່ງຄົນໜຶ່ງໄປຊ່ວຍກູ້ເອົາພວກເຂົາ.
21
ພຣະເຈົ້າຢາເວຈະປາກົດພຣະອົງເອງໃຫ້ຊາວເອຢິບໄດ້ເຫັນ ແລ້ວໃນວັນນັ້ນພວກເຂົາກໍຈະຮັບຮູ້ພຣະເຈົ້າຢາເວ ແລະນະມັດສະການພຣະອົງ ທັງຈະນຳເຄື່ອງບູຊາມາຖວາຍແກ່ພຣະອົງດ້ວຍ. ພວກເຂົາຈະເຮັດສັນຍາສາບານຕົວໄວ້ກັບພຣະເຈົ້າຢາເວ ແລະກະທຳໃຫ້ສັນຍານັ້ນສຳເລັດແລ້ວ.
22
ພຣະເຈົ້າຢາເວຈະລົງໂທດຊາວເອຢິບ, ແຕ່ຈະປິ່ນປົວພວກເຂົາໃຫ້ດີ. ພວກເຂົາຈະກັບມາຫາພຣະເຈົ້າຢາເວ ແລະພຣະອົງຈະຟັງຄຳພາວັນນາອະທິຖານ ແລະປິ່ນປົວພວກເຂົາໃຫ້ດີ.
23
ເມື່ອເວລານັ້ນມາເຖິງ ຈະມີຫົນທາງຫລວງລະຫວ່າງປະເທດເອຢິບ ແລະອັດຊີເຣຍ. ປະຊາຊົນທັງສອງປະເທດນີ້ຈະໄປມາຫາສູ່ກັນ ແລະທັງສອງຊົນຊາດຈະນະມັດສະການພຣະອົງຮ່ວມກັນ.
24
ເມື່ອເວລານັ້ນມາເຖິງ ຊາດອິດສະຣາເອນຈະມີຕຳແໜ່ງເທົ່າທຽມກັນກັບປະເທດເອຢິບ ແລະອັດຊີເຣຍ ແລະປະເທດທັງສາມນີ້ ຈະເປັນທໍ່ພຣະພອນໃຫ້ແກ່ຊົນຊາດທັງໝົດໃນໂລກ.
25
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ຈະອວຍພອນພວກເຂົາວ່າ, “ເຮົາຈະອວຍພອນເຈົ້າ ເອຢິບປະຊາຊົນຂອງເຮົາ; ອັດຊີເຣຍ ຜູ້ທີ່ເຮົາໄດ້ສ້າງຂຶ້ນມາ ແລະອິດສະຣາເອນ ປະຊາຊົນທີ່ເຮົາໄດ້ເລືອກໄວ້.”
← Chapter 18
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 53
Chapter 54
Chapter 55
Chapter 56
Chapter 57
Chapter 58
Chapter 59
Chapter 60
Chapter 61
Chapter 62
Chapter 63
Chapter 64
Chapter 65
Chapter 66
Chapter 20 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50
51
52
53
54
55
56
57
58
59
60
61
62
63
64
65
66