bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Isaiah 26
Isaiah 26
Lao Bible 2012 (ພຣະຄຳພີສັກສິ)
← Chapter 25
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 53
Chapter 54
Chapter 55
Chapter 56
Chapter 57
Chapter 58
Chapter 59
Chapter 60
Chapter 61
Chapter 62
Chapter 63
Chapter 64
Chapter 65
Chapter 66
Chapter 27 →
1
ເມື່ອເຖິງວັນນັ້ນ ປະຊາຊົນຈະຮ້ອງເພງໃນດິນແດນຢູດາຍວ່າ: ເມືອງຂອງພວກເຮົາໜາແໜ້ນແລະເຂັ້ມແຂງ ພຣະເຈົ້າເອງປ້ອງກັນກຳແພງເມືອງໄວ້
2
ຈົ່ງໄຂປະຕູເມືອງໃຫ້ຊົນຊາດທີ່ສັດຊື່ເຂົ້າມາ ຄືຊົນຊາດທີ່ປະຊາຊົນເຮັດໃນສິ່ງທີ່ຖືກຕ້ອງ.
3
ຂໍໂຜດໃຫ້ມີສັນຕິສຸກເຖີດ ເປັນສັນຕິສຸກອັນຄົບຖ້ວນແກ່ທຸກຄົນດ້ວຍ ຄືຜູ້ທີ່ຢຶດໝັ້ນແທ້ຈິງໃນເປົ້າໝາຍຂອງຕົນ ແລະແກ່ທຸກຄົນທີ່ໄວ້ວາງໃຈໃນພຣະອົງ.
4
ຈົ່ງໄວ້ວາງໃຈໃນພຣະເຈົ້າຢາເວຕະຫລອດໄປ ເຫດວ່າພຣະເຈົ້າຢາເວ, ພຣະເຈົ້າຢາເວເປັນສີລາຕະຫຼອດໄປເປັນນິດ.
5
ພຣະອົງໄດ້ເຮັດໃຫ້ຄົນຈອງຫອງຖ່ອມຕົວລົງ ແລະທຳລາຍເມືອງອັນເຂັ້ມແຂງຂອງພວກເຂົາຖິ້ມ ຄືເມືອງທັງຫລາຍທີ່ພວກເຂົາໄດ້ຢູ່ອາໄສ ແລະທຳລາຍໝຸ່ນທະລາຍໃຫ້ເປັນຂີ້ຝຸ່ນ.
6
ບັດນີ້ ພວກທີ່ຖືກກົດຂີ່ກໍຢຽບຂີ້ຝຸ່ນດິນນັ້ນໄປ ແລະຢຽບຢໍ່າຢູ່ໃຕ້ພື້ນຕີນຂອງເຂົາເຈົ້າ.
7
ທາງຂອງຄົນຊອບທຳກໍຮາບພຽງດີ ພຣະອົງຊົງສັດຊື່ກໍຊົງກະທຳໃຫ້ທາງແຫ່ງຄວາມຊອບທຳຮາບກ້ຽງ.
8
ຂ້ແດ່ພຣະເຈົ້າຢາເວ ໃນທາງແຫ່ງການຕັດສິນຂອງພຣະອົງ ພວກຂ້ານ້ອຍລໍຄອຍພຣະອົງ; ໂດຍນາມຊື່ອັນເປັນທີ່ລະນຶກຂອງພຣະອົງ ແມ່ນຈິດໃຈທີ່ປາຖະໜາຂອງພວກຂ້ານ້ອຍ.
9
ໃນຕອນກາງຄືນ ຂ້ານ້ອຍກໍຄິດຫາແຕ່ພຣະອົງ ປາຖະໜາຫາແຕ່ພຣະອົງດ້ວຍໝົດຫົວໃຈ. ເມື່ອພຣະອົງຕັດສິນໂລກນີ້ລວມທັງປະຊາຊາດທັງປວງ ທຸກຄົນຈະໄດ້ຮຽນຮູ້ວ່າຄວາມຍຸດຕິທຳຄືຫຍັງແທ້.
10
ເຖິງວ່າພຣະອົງເມດຕາຕໍ່ຄົນຊົ່ວຮ້າຍກໍຕາມ ພວກເຂົາກໍບໍ່ເຄີຍຮຽນຮູ້ທີ່ຈະເຮັດໃນສິ່ງທີ່ຖືກຕ້ອງ. ເຖິງວ່າບ່ອນນີ້ຈະເປັນດິນແດນ ບ່ອນທີ່ຄົນຊອບທຳອາໄສຢູ່ກໍຕາມ; ພວກເຂົາກໍຍັງເຮັດໃນສິ່ງທີ່ຜິດພາດສະເໝີມາ ພວກເຂົາບໍ່ຍອມຮັບຮູ້ຄວາມຍິ່ງໃຫຍ່ຂອງພຣະເຈົ້າຢາເວ.
11
ຂ້າແດ່ພຣະເຈົ້າຢາເວ ເຫຼົ່າສັດຕູບໍ່ຮູ້ວ່າພຣະອົງຈະລົງໂທດພວກເຂົາ ໃຫ້ຖືກອັບອາຍແລະຮັບທຸກ ຈົ່ງໃຫ້ພວກເຂົາໄດ້ຮັບໂທດທີ່ພຣະອົງຕຽມໄວ້ນັ້ນສາ ໃຫ້ເຫັນວ່າພຣະອົງຮັກປະຊາຊົນຂອງພຣະອົງ.
12
ຂ້າແດ່ພຣະເຈົ້າຢາເວ ພຣະອົງຈະໃຫ້ພວກຂ້ານ້ອຍນັ້ນ ໄດ້ຈະເລີນຮຸ່ງເຮືອງ ທຸກສິ່ງທີ່ພວກຂ້ານ້ອຍກະທຳ ລ້ວນແຕ່ແມ່ນພຣະປະສົງຂອງພຣະເຈົ້າ.
13
ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍ ມີຄົນອື່ນປົກຄອງພວກຂ້ານ້ອຍ ແຕ່ພວກຂ້ານ້ອຍຍອມຮັບນາມຊື່ຂອງພຣະອົງອົງດຽວເປັນອົງພຣະຜູ້ເປັນເຈົ້າ.
14
ບັດນີ້ ພວກເຂົາຕາຍໄປແລ້ວແລະບໍ່ມີຊີວິດຢູ່ ແລະວິນຍານຂອງພວກເຂົາກໍຈະບໍ່ຟື້ນຄືນມາເລີຍ ເພາະພຣະອົງໄດ້ລົງໂທດແລະທຳລາຍພວກເຂົາ ແລະບໍ່ມີຜູ້ໃດຈະລະລຶກເຖິງພວກເຂົາອີກຕໍ່ໄປ.
15
ຂ້າແດ່ພຣະເຈົ້າຢາເວ ພຣະອົງໄດ້ເຮັດໃຫ້ຊົນຊາດຂອງຂ້ານ້ອຍ ມີປະຊາຊົນມາກມາຍເພີ່ມພູນຍິ່ງໆຂຶ້ນ ທັງເຮັດໃຫ້ເຂດແດນທຸກດ້ານຂະຫຍາຍອອກໄປ ເປັນການນຳກຽດອັນຍິ່ງໃຫຍ່ມາສູ່ພຣະອົງ.
16
ຂ້າແດ່ພຣະເຈົ້າຢາເວ ພຣະອົງລົງໂທດຄົນຂອງພຣະອົງ ພວກເຂົາໄດ້ພາວັນນາອະທິຖານດ້ວຍຈິດໃຈທີ່ເຈັບປວດ.
17
ຂ້າແດ່ພຣະເຈົ້າຢາເວ ພຣະອົງໄດ້ເຮັດໃຫ້ຄົນຂອງພຣະອົງຮ້ອງອອກມາ ດັ່ງຜູ້ຍິງຖືພາຮ້ອງຢ່າງເຈັບປວດເມື່ອຄອດລູກ.
18
ພວກຂ້ານ້ອຍເຈັບປວດເກືອບຈະສິ້ນໃຈຕາຍ ແຕ່ກໍບໍ່ໄດ້ໃຫ້ກຳເນີດຫຍັງອອກມາຊໍ້າ ທັງບໍ່ໄດ້ນຳໄຊຊະນະມາສູ່ດິນແດນເລີຍ ພວກຂ້ານ້ອຍບໍ່ໄດ້ສຳເລັດຜົນຫຍັງທັງນັ້ນ.
19
ຄົນພວກຂ້ານ້ອຍທີ່ຕາຍໄປແລ້ວ ກໍຈະມີຊີວິດຢູ່ ຮ່າງກາຍເຂົາເຈົ້າຈະກັບຄືນມີຊີວິດອີກຄັ້ງ. ທຸກຄົນທີ່ນອນຫລັບຢູ່ໃນຂຸມຝັງສົບ ຈະຕື່ນຂຶ້ນຮ້ອງເພງຢ່າງຊົມຊື່ນຍິນດີໃຫຍ່. ນໍ້າຄ້າງໃສເຫລື້ອມເຮັດໃຫ້ໂລກນີ້ສົດຊື່ນສັນໃດ ພຣະອົງຈະເຮັດໃຫ້ຜູ້ຕາຍໄປແຕ່ດົນນານຟື້ນຄືນສັນນັ້ນ.
20
ປະຊາຊົນຂອງເຮົາເອີຍ ຈົ່ງເມືອເຮືອນຂອງພວກເຈົ້າແລະອັດປະຕູໄວ້ສາ. ຈົ່ງຊ້ອນຕົວພວກເຈົ້າໄວ້ຊົ່ວໄລຍະໜຶ່ງ ຈົນກວ່າພຣະເຈົ້າເຊົາໂກດຮ້າຍ.
21
ພຣະເຈົ້າຢາເວກຳລັງມາແຕ່ບ່ອນທີ່ພຣະອົງສະຖິດຢູ່ ເພື່ອລົງໂທດປະຊາກອນໃນໂລກນີ້ ເພາະບາບທີ່ພວກເຂົາໄດ້ເຮັດ. ຄາດຕະກອນທີ່ໄດ້ຂ້າຄົນຢ່າງລັບລີ້ຈະຖືກເປີດເຜີຍ ແລະພື້ນດິນກໍຈະບໍ່ເຊື່ອງຊ້ອນຊາກສົບຂອງຜູ້ທີ່ໄດ້ຖືກຂ້າອີກຕໍ່ໄປ.
← Chapter 25
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 53
Chapter 54
Chapter 55
Chapter 56
Chapter 57
Chapter 58
Chapter 59
Chapter 60
Chapter 61
Chapter 62
Chapter 63
Chapter 64
Chapter 65
Chapter 66
Chapter 27 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50
51
52
53
54
55
56
57
58
59
60
61
62
63
64
65
66