bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Isaiah 8
Isaiah 8
Lao Bible 2012 (ພຣະຄຳພີສັກສິ)
← Chapter 7
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 53
Chapter 54
Chapter 55
Chapter 56
Chapter 57
Chapter 58
Chapter 59
Chapter 60
Chapter 61
Chapter 62
Chapter 63
Chapter 64
Chapter 65
Chapter 66
Chapter 9 →
1
ພຣະເຈົ້າຢາເວໄດ້ກ່າວແກ່ຂ້າພະເຈົ້າວ່າ, “ຈົ່ງເອົາປ້າຍໃຫຍ່ແຜ່ນໜຶ່ງມາ ແລະຂຽນໜັງສືໂຕໃຫຍ່ໆໃສ່ໃນນັ້ນ ວ່າ: ‘ລົງມືປຸ້ນທັນທີ ໄດ້ຂອງປຸ້ນມາໄວ.’
2
ແລ້ວໃຫ້ເອົາຄົນທີ່ໄວ້ໃຈໄດ້ສອງຄົນ ຄືປະໂຣຫິດອູຣີຢາແລະເຊກາຣີຢາລູກຊາຍຂອງເຢເບເຣກີຢາ ມາເພື່ອເປັນພະຍານ.”
3
ຕໍ່ມາ ເມຍຂອງຂ້າພະເຈົ້າກໍໄດ້ຖືພາແລະເກີດລູກຊາຍຜູ້ໜຶ່ງ. ພຣະເຈົ້າຢາເວໄດ້ກ່າວແກ່ຂ້າພະເຈົ້າວ່າ, “ຈົ່ງໃສ່ຊື່ເດັກນັ້ນວ່າ ‘ລົງມືປຸ້ນທັນທີ ໄດ້ຂອງປຸ້ນມາໄວ.’
4
ກ່ອນເດັກນ້ອຍໃຫຍ່ຂຶ້ນມາພໍຮູ້ຈັກເອີ້ນ ‘ແມ່’ ແລະ ‘ພໍ່’ ຊັບສົມບັດທັງໝົດຢູ່ໃນນະຄອນດາມັສກັດ ແລະສິ່ງທີ່ພວກເຂົາປຸ້ນມາໄດ້ຈາກນະຄອນຊາມາເຣຍ ກໍຈະຖືກກະສັດອັດຊີເຣຍຢຶດໄປໝົດ.”
5
ພຣະເຈົ້າຢາເວໄດ້ກ່າວແກ່ຂ້າພະເຈົ້າອີກ.
6
ພຣະອົງບອກວ່າ, “ຍ້ອນປະຊາຊົນເຫຼົ່ານີ້ໄດ້ປະຕິເສດ ສາຍນໍ້າທີ່ງຽບສະຫງັດຈາກຫ້ວຍນໍ້າຊີໂລອາ ແລະສັ່ນເຊັນ ຕໍ່ໜ້າກະສັດເຣຊິນແລະກະສັດເປກາ
7
ດັ່ງນັ້ນ ອົງພຣະຜູ້ເປັນເຈົ້າຈະໃຫ້ກະສັດອັດຊີເຣຍພ້ອມກອງທັບທັງໝົດຂອງລາວ ມາໂຈມຕີຢູດາຍ. ກອງທັບນີ້ຈະບຸກໜ້າໄປດັ່ງແມ່ນໍ້າເອີຟຣັດໄຫລນອງລົ້ນຕາຝັ່ງ.
8
ທະຫານອັດຊີເຣຍຈະບຸກໂຈມຕີຢູດາຍດັ່ງຖືກກະແສນໍ້າພັດ ແລະຖ້ວມບ່າໄຫລ່ສູງຂຶ້ນໄປຈົນປົກຄຸມເອົາໝົດທຸກສິ່ງ.” ພຣະເຈົ້າສະຖິດຢູ່ນຳພວກເຮົາ ປີກຂອງພຣະອົງພືອອກເພື່ອປົກປ້ອງດິນແດນໄວ້.
9
ຊົນຊາດຂີ້ຢ້ານທັງຫລາຍເອີຍ ຈົ່ງເຂົ້າມາເຕົ້າໂຮມກັນ ບັນດາປະເທດທີ່ຢູ່ຫ່າງໄກເອີຍ ຈົ່ງຟັງເທີ້ນ. ຕຽມພ້ອມສູ້ຮົບແຕ່ພັດຢ້ານກົວ ແມ່ນແລ້ວຕຽມພ້ອມແຕ່ພັດຢ້ານກົວ
10
ວາງແຜນຂອງເຈົ້າໄວ້ສາ, ແຕ່ແຜນການນັ້ນຈະບໍ່ສຳເລັດຈັກເທື່ອ. ປຶກສາກັນຫລາຍໆ, ແຕ່ການປຶກສານັ້ນຈະບໍ່ມີປະໂຫຍດຫຍັງໝົດ ເພາະພຣະເຈົ້າສະຖິດຢູ່ກັບພວກເຮົາ.
11
ພຣະເຈົ້າຢາເວໄດ້ເຕືອນຂ້າພະເຈົ້າ ດ້ວຍຣິດອຳນາດອັນຍິ່ງໃຫຍ່ຂອງພຣະອົງ ບໍ່ໃຫ້ປະພຶດຕາມທາງທີ່ຊົນຊາດນີ້ກຳລັງປະພຶດກັນຢູ່. ພຣະອົງບອກວ່າ,
12
“ຢ່າສູ່ຮ່ວມແຜນການກະບົດນຳປະຊາຊົນ ແລະຢ່າສູ່ຢ້ານສິ່ງທີ່ພວກເຂົາຢ້ານ.
13
ຈົ່ງຈື່ຈຳໄວ້ວ່າພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ຊົງບໍຣິສຸດ; ຈົ່ງຢ້ານຢຳແລະຢ້ານກົວພຣະອົງເຖີດ.
14
ແລ້ວພຣະອົງຈະເປັນສະຖານບໍຣິສຸດແລະເປັນດັ່ງຫີນທີ່ໃຫ້ປະຊາຊົນຕຳສະດຸດ ແລະເປັນດັ່ງແຮ້ວທີ່ຈະດັກຈັບເອົາ ປະຊາຊົນໃນອານາຈັກຢູດາຍ ແລະອິດສະຣາເອນ ພ້ອມທັງຊາວນະຄອນເຢຣູຊາເລັມດ້ວຍ.
15
ຫລາຍຄົນຈະຕຳສະດຸດ; ພວກເຂົາຈະລົ້ມລົງແລະຈະຖືກຢຽບຢໍ່າ. ພວກເຂົາຈະຖືກບ້ວງແຮ້ວແລະຈະໜີໄປບໍ່ພົ້ນ.”
16
ພວກສາວົກຂອງເຮົາເອີຍ ພວກເຈົ້າຕ້ອງເຝົ້າລະວັງແລະຮັກສາຖ້ອຍຄຳ ທີ່ພຣະເຈົ້າໄດ້ມອບໃຫ້ຂ້າພະເຈົ້າ.
17
ພຣະເຈົ້າຢາເວລີ້ພຣະອົງເອງຈາກປະຊາຊົນຂອງພຣະອົງ ແຕ່ຂ້າພະເຈົ້າໄວ້ວາງໃຈໃນພຣະອົງ ແລະມອບຄວາມຫວັງໄວ້ໃນພຣະອົງ.
18
ຂ້າພະເຈົ້າກັບພວກລູກໆທີ່ພຣະເຈົ້າຢາເວໄດ້ມອບໃຫ້ນັ້ນໄດ້ຢູ່ທີ່ນີ້. ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ອົງທີ່ນັ່ງຢູ່ເທິງບັນລັງທີ່ພູເຂົາຊີໂອນ ໄດ້ໃຊ້ພວກເຮົາໃຫ້ເປັນຖ້ອຍຄຳອັນມີຊີວິດ ເພື່ອປະຊາຊົນອິດສະຣາເອນ.
19
ແຕ່ພວກເຂົາຈະບອກພວກເຈົ້າວ່າ, “ໃຫ້ຖາມເອົາຄວາມນຳພວກໝໍມໍ ແລະພວກໝໍຜີຜູ້ທີ່ເວົ້າພຶມພໍ່າຢູ່ໃນລຳຄໍ.” ບໍ່ຄວນບໍທີ່ປະຊາຊົນຈະຕ້ອງຖາມເອົາຄວາມນຳພຣະເຈົ້າຂອງພວກເຂົາ ແລະຄວນຢູ່ບໍທີ່ຈະໄປຖາມເອົາຄວາມນຳຄົນຕາຍເພື່ອຄົນເປັນ.
20
ພວກເຈົ້າຕ້ອງຕອບພວກເຂົາວ່າ, “ຈົ່ງຟັງສິ່ງທີ່ອົງພຣະຜູ້ເປັນເຈົ້າກຳລັງສັ່ງສອນພວກເຈົ້າ ຢ່າສູ່ຟັງຄວາມຂອງໝໍຜີ ເພາະສິ່ງທີ່ເຂົາບອກພວກເຈົ້າໃຫ້ເຮັດນັ້ນມັນບໍ່ດີ.”
21
ປະຊາຊົນຈະພາກັນຊັດເຊພະເນຈອນໄປຢູ່ທົ່ວປະເທດ ທັງສິ້ນຫວັງ ແລະອຶດຢາກ. ເພາະຄວາມອຶດຢາກ ແລະຄວາມໂກດຮ້າຍ ພວກເຂົາຈະປ້ອຍດ່າກະສັດແລະພຣະເຈົ້າຂອງຕົນ. ພວກເຂົາອາດຈະເງີຍໜ້າຂຶ້ນສູ່ຟ້າຫລືກົ້ມໜ້າລົງສູ່ດິນ
22
ແຕ່ພວກເຂົາຈະບໍ່ເຫັນຫຍັງເລີຍ ມີແຕ່ຄວາມເດືອດຮ້ອນແລະຄວາມມືດເທົ່ານັ້ນ ຄືຄວາມມືດອັນໜ້າຢ້ານກົວຍິ່ງ ຊຶ່ງພວກເຂົາຕ້ອງພົບ. ພວກເຂົາບໍ່ມີທາງທີ່ຈະຫລົບໜີຈາກຄວາມເດືອດຮ້ອນອັນນີ້ໄດ້ເລີຍ.
← Chapter 7
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 53
Chapter 54
Chapter 55
Chapter 56
Chapter 57
Chapter 58
Chapter 59
Chapter 60
Chapter 61
Chapter 62
Chapter 63
Chapter 64
Chapter 65
Chapter 66
Chapter 9 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50
51
52
53
54
55
56
57
58
59
60
61
62
63
64
65
66