bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Isaiah 11
Isaiah 11
Lao Bible 2012 (ພຣະຄຳພີສັກສິ)
← Chapter 10
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 53
Chapter 54
Chapter 55
Chapter 56
Chapter 57
Chapter 58
Chapter 59
Chapter 60
Chapter 61
Chapter 62
Chapter 63
Chapter 64
Chapter 65
Chapter 66
Chapter 12 →
1
ເຊື້ອວົງຂອງກະສັດດາວິດເປັນດັ່ງກົກໄມ້ທີ່ຖືກປໍ້າລົງແລ້ວ, ແຕ່ຍັງມີກິ່ງເກີດອອກມາຈາກຕໍນັ້ນສັນໃດ ກໍຈະມີກະສັດອົງໃໝ່ ເກີດຂຶ້ນມາຈາກເຊື້ອສາຍຂອງດາວິດສັນນັ້ນ.
2
ພຣະວິນຍານຂອງພຣະເຈົ້າຢາເວຈະຊົງສະຖິດຢູ່ກັບເພິ່ນ, ວິນຍານແຫ່ງສະຕິປັນຍາ ວິນຍານແຫ່ງຄວາມເຂົ້າໃຈ. ວິນຍານແຫ່ງທີ່ປຶກສາ ວິນຍານແຫ່ງຣິດອຳນາດ ວິນຍານແຫ່ງຄວາມຮູ້ ວິນຍານແຫ່ງການຢຳເກງພຣະເຈົ້າຢາເວ
3
ແລະເພິ່ນຈະຊົມຊື່ນດ້ວຍຄວາມຢຳເກງພຣະເຈົ້າຢາເວ ເພິ່ນຈະບໍ່ຕັດສິນຕາມຕາເຫັນ ຫລືຕາມຄຳທີ່ຄົນເວົ້າ;
4
ເພິ່ນຈະຕັດສິນຄົນທຸກລຳບາກຢ່າງຍຸດຕິທຳ ແລະປ້ອງກັນສິດທິຂອງຜູ້ທີ່ຕໍ່າຕ້ອຍ. ເມື່ອເພິ່ນສັ່ງແລ້ວຄົນຈະຕ້ອງໄດ້ຮັບໂທດກຳ ແລະຄົນກະທຳການຊົ່ວຮ້າຍຕ່າງກໍຈະຕາຍໄປສິ້ນ.
5
ເພິ່ນຈະປົກຄອງຊົນຊາດຂອງເພິ່ນໂດຍຕົນເອງ ດ້ວຍຄວາມຍຸດຕິທຳແລະດ້ວຍຄວາມສັດຊື່.
6
ໝາໄນກັບແກະຈະຢູ່ນຳກັນຢ່າງສັນຕິສຸກ ແລະເສືອດາວຈະນອນຮ່ວມກັນກັບໂຕແບ້. ລູກງົວກັບລູກໂຕສິງຈະຫາຢູ່ຫາກິນນຳກັນ ແລະເດັກນ້ອຍກໍຈະດູແລສັດເຫຼົ່ານັ້ນ.
7
ງົວກັບໝີນັ້ນຈະກິນນຳກັນ ລູກພວກມັນຈະນອນຢ່າງເປັນສຸກລົ້ນ. ສ່ວນໂຕສິງນັ້ນກໍຈະກິນເຟືອງ ດັ່ງໂຕງົວກິນເຟືອງແລະຫຍ້າ.
8
ແມ່ນແຕ່ເດັກອ່ອນນ້ອຍກໍບໍ່ມີອັນຕະລາຍ ເມື່ອພວກເຂົາຫລິ້ນຢູ່ໃກ້ກັບງູມີພິດ.
9
ເທິງເນີນພູສັກສິດຂອງພຣະເຈົ້າຄືພູເຂົາຊີໂອນ ທີ່ນັ້ນຈະບໍ່ມີສິ່ງໃດໆທຳຮ້າຍ ແລະຊົ່ວຊ້າ. ຄົນທີ່ຮູ້ເຖິງພຣະເຈົ້າຢາເວຈະມີຢູ່ເຕັມດິນແດນ ດັ່ງທ້ອງທະເລຫລວງທີ່ເຕັມໄປດ້ວຍນໍ້າ.
10
ເມື່ອວັນນັ້ນມາເຖິງ ກະສັດອົງໃໝ່ຈາກເຊື້ອວົງຂອງດາວິດ ຈະເປັນສັນຍາລັກຂອງຊົນຊາດທັງຫລາຍ. ພວກເຂົາຈະເຕົ້າໂຮມກັນຢູ່ໃນເມືອງຂອງກະສັດ ແລະຈະຍ້ອງຍໍໃຫ້ກຽດພຣະອົງ.
11
ເມື່ອວັນນັ້ນມາເຖິງ ອີກເທື່ອໜຶ່ງ ອົງພຣະຜູ້ເປັນເຈົ້າຈະໃຊ້ຣິດອຳນາດຂອງພຣະອົງ ແລະນຳປະຊາຊົນຂອງພຣະອົງກັບຄືນມາຈາກດິນແດນເຫຼົ່ານີ້: ຄົນທີ່ເຫຼືອຢູ່ໃນປະເທດອັດຊີເຣຍ ແລະໃນປະເທດເອຢິບ, ໃນດິນແດນປັດໂຣດ, ປະເທດເອທີໂອເປຍ, ປະເທດເອລາມ, ປະເທດບາບີໂລນ ແລະປະເທດຮາມັດ ແລະໃນດິນແດນຕາມຝັ່ງທະເລແລະທີ່ເທິງໝູ່ເກາະ.
12
ອົງພຣະຜູ້ເປັນເຈົ້າຈະຍົກທຸງຂຶ້ນເປັນສັນຍານ ເພື່ອສະແດງໃຫ້ຊົນຊາດຕ່າງໆຮູ້ວ່າ ພຣະອົງກຳລັງເຕົ້າໂຮມປະຊາຊົນຂອງພຣະອົງເຂົ້າກັນ ຄືປະຊາຊົນຂອງອິດສະຣາເອນແລະຢູດາຍ ທີ່ກະຈັດກະຈາຍຢູ່ຕາມທິດທັງສີ່ຂອງໂລກນັ້ນໃຫ້ກັບຄືນມາ.
13
ອານາຈັກເອຟຣາອິມຈະບໍ່ອິດສາຢູດາຍອີກຕໍ່ໄປ ແລະອານາຈັກຢູດາຍຈະບໍ່ເປັນສັດຕູຂອງເອຟຣາອິມດ້ວຍ.
14
ພວກເຂົາຈະໂຈມຕີຊາວຟີລິດສະຕິນທາງທິດຕາເວັນຕົກ ແລະປຸ້ນສະດົມປະຊາຊົນທາງທິດຕາເວັນອອກ. ພວກເຂົາຈະຕີຊະນະຊາວເອໂດມແລະຊາວໂມອາບ ແລະຊາວອຳໂມນກໍຈະເຊື່ອຟັງພວກເຂົາ.
15
ພຣະເຈົ້າຢາເວຈະເຮັດໃຫ້ນໍ້າໃນອ່າວຊູແອດແຫ້ງ ແລະພຣະອົງຈະບັນດານໃຫ້ລົມຮ້ອນມາພັດແມ່ນໍ້າເອີຟຣັດໃຫ້ແຫ້ງ ໂດຍປະເຈັດຫ້ວຍນ້ອຍເທົ່ານັ້ນໃຫ້ມີນໍ້າ ເພື່ອວ່າຜູ້ໃດໆກໍຈະສາມາດຂ້າມໄປໄດ້.
16
ຈະມີຖະໜົນຫລວງຈາກອັດຊີເຣຍ ໃຫ້ປະຊາຊົນອິດສະຣາເອນຂອງພຣະອົງ ຜູ້ລອດຕາຍຢູ່ໃນທີ່ນັ້ນເດີນທາງອອກມາ ດັ່ງບັນພະບຸລຸດຂອງພວກເຂົາໄດ້ເດີນທາງ ເມື່ອອອກມາຈາກປະເທດເອຢິບນັ້ນ.
← Chapter 10
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 53
Chapter 54
Chapter 55
Chapter 56
Chapter 57
Chapter 58
Chapter 59
Chapter 60
Chapter 61
Chapter 62
Chapter 63
Chapter 64
Chapter 65
Chapter 66
Chapter 12 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50
51
52
53
54
55
56
57
58
59
60
61
62
63
64
65
66