bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Isaiah 27
Isaiah 27
Lao Bible 2012 (ພຣະຄຳພີສັກສິ)
← Chapter 26
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 53
Chapter 54
Chapter 55
Chapter 56
Chapter 57
Chapter 58
Chapter 59
Chapter 60
Chapter 61
Chapter 62
Chapter 63
Chapter 64
Chapter 65
Chapter 66
Chapter 28 →
1
ໃນວັນນັ້ນ ພຣະເຈົ້າຢາເວຈະໃຊ້ດາບອັນມີອຳນາດ ແລະເຖິງແກ່ຄວາມຕາຍ ລົງໂທດເລວີອາທັນມັງກອນຮ້າຍທີ່ບິດ ແລະກ້ຽວໄປໂງມາ ແລະຂ້າເງືອກ ທີ່ອາໄສຢູ່ໃນທະເລ.
2
ໃນວັນນັ້ນ ພຣະເຈົ້າຢາເວຈະກ່າວເຖິງສວນອະງຸ່ນຂອງພຣະອົງ ທີ່ໃຫ້ຄວາມພໍໃຈນັ້ນວ່າ,
3
“ເຮົາເຝົ້າເບິ່ງແລະຫົດນໍ້າມັນບໍ່ໄດ້ຂາດ. ເຮົາເຝົ້າຮັກສາທັງເວັນ ແລະທັງຄືນ ເພື່ອບໍ່ໃຫ້ຜູ້ໃດມາທຳຮ້າຍມັນໄດ້.
4
ເຮົາຈະບໍ່ໂກດຮ້າຍຕໍ່ສວນອະງຸ່ນຂອງເຮົາອີກຕໍ່ໄປ. ຖ້າກົກໜາມໃຫຍ່ນ້ອຍເກີດຂຶ້ນມາຕໍ່ສູ້ ເຮົາກໍຈະເຜົາໃຫ້ສິ້ນຊາກໄປ.
5
ແຕ່ຖ້າເຫຼົ່າສັດຕູຂອງປະຊາຊົນຂອງເຮົາ ຕ້ອງການໃຫ້ເຮົາປົກປ້ອງຄຸ້ມຄອງພວກເຂົາ ຈົ່ງໃຫ້ພວກເຂົາສ້າງສັນຕິພາບກັບເຮົາສາ. ຖືກແລ້ວ ໃຫ້ພວກເຂົາສ້າງສັນຕິພາບກັບເຮົາ.”
6
ໃນວັນນັ້ນ ປະຊາຊົນອິດສະຣາເອນຜູ້ເປັນເຊື້ອສາຍຂອງຢາໂຄບ ຈະຢັ່ງຮາກລົງດັ່ງຮາກຂອງຕົ້ນໄມ້ແລະຈະອອກດອກຈູມດອກບານ. ໂລກນີ້ຈະເຕັມໄປດ້ວຍໝາກຜົນຂອງພວກເຂົາ.
7
ຊາດອິດສະຣາເອນຈະບໍ່ຖືກພຣະເຈົ້າຢາເວລົງໂທດໜັກ ເທົ່າກັບບັນດາເຫຼົ່າສັດຕູຂອງຕົນ ແລະຈະບໍ່ຖືກຂ້າຫລາຍເທົ່າກັບເຫຼົ່າສັດຕູຂອງເຂົາຖືກຂ້າ.
8
ພຣະເຈົ້າຢາເວລົງໂທດປະຊາຊົນຂອງພຣະອົງ ໂດຍເນລະເທດເຂົາໃຫ້ໜີໄປ. ພຣະອົງໄດ້ໃຊ້ລົມອັນໂຫດຮ້າຍຈາກທິດຕາເວັນອອກ ພັດສົ່ງພວກເຂົາໄປ.
9
ແຕ່ບາບຂອງຊາດອິດສະຣາເອນຈະໄດ້ຮັບການໃຫ້ອະໄພ ກໍຕໍ່ເມື່ອຫີນແທ່ນບູຊາຂອງຜູ້ທີ່ບໍ່ນັບຖືພຣະເຈົ້າຖືກທຳລາຍດັ່ງຂີ້ສໍຂາວ ແລະທັງບໍ່ມີສັນຍາລັກຕ່າງໆຂອງເຈົ້າແມ່ອາເຊຣາ ຫລືແທ່ນເຜົາເຄື່ອງຫອມບູຊາເຫຼືອຢູ່ເລີຍ.
10
ເມືອງທີ່ມີປ້ອມປ້ອງກັນກໍຮົກຮ້າງເພພັງ ຂາດຄົນຢູ່ອາໄສດັ່ງຖິ່ນແຫ້ງແລ້ງກັນດານອັນເປົ່າແປນ. ມັນກາຍເປັນທົ່ງທີ່ສັດພັກຜ່ອນແລະເລາະກິນຫຍ້າ.
11
ງ່າໄມ້ກໍຫ່ຽວແຫ້ງແລະຫັກລົງ ແລະພວກຜູ້ຍິງກໍໄປເກັບເອົາມາເຮັດຟືນ. ຍ້ອນປະຊາຊົນບໍ່ໄດ້ເຂົ້າໃຈຫຍັງ ພຣະເຈົ້າອົງເປັນພຣະຜູ້ສ້າງຂອງພວກເຂົາຈຶ່ງຈະບໍ່ໃຫ້ຄວາມເມດຕາປານີ ຫລືສະແດງຄວາມອີດູຕົນໃດໆແກ່ພວກເຂົາເລີຍ.
12
ໃນວັນນັ້ນ ຕັ້ງແຕ່ແມ່ນໍ້າເອີຟຣັດຈົນຮອດຊາຍແດນຂອງປະເທດເອຢິບ ພຣະເຈົ້າຢາເວຈະເຕົ້າໂຮມປະຊາຊົນຂອງພຣະອົງແຕ່ລະຄົນດັ່ງຝັດແກບອອກຈາກເມັດເຂົ້າ.
13
ເມື່ອວັນນັ້ນມາເຖິງ ສຽງແກຈະດັງຂຶ້ນ ເພື່ອເອີ້ນເອົາພວກອິດສະຣາເອນທັງໝົດທີ່ໄດ້ຖືກເນລະເທດໄປນັ້ນ ໃຫ້ກັບຄືນມາຈາກອັດຊີເຣຍ ແລະປະເທດເອຢິບ. ພວກເຂົາຈະມານະມັດສະການພຣະເຈົ້າຢາເວຢູ່ໃນນະຄອນເຢຣູຊາເລັມ ຄືທີ່ເທິງເນີນພູສັກສິດຂອງພຣະອົງ.
← Chapter 26
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 53
Chapter 54
Chapter 55
Chapter 56
Chapter 57
Chapter 58
Chapter 59
Chapter 60
Chapter 61
Chapter 62
Chapter 63
Chapter 64
Chapter 65
Chapter 66
Chapter 28 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50
51
52
53
54
55
56
57
58
59
60
61
62
63
64
65
66