bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Isaiah 23
Isaiah 23
Lao Bible 2012 (ພຣະຄຳພີສັກສິ)
← Chapter 22
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 53
Chapter 54
Chapter 55
Chapter 56
Chapter 57
Chapter 58
Chapter 59
Chapter 60
Chapter 61
Chapter 62
Chapter 63
Chapter 64
Chapter 65
Chapter 66
Chapter 24 →
1
ຕໍ່ໄປນີ້ແມ່ນຖ້ອຍຄຳກ່ຽວກັບຕີເຣ. ຈົ່ງໂສກເສົ້າຮໍ່າໄຮເຖີດ ພວກແລ່ນເຮືອແຫ່ງຕາກຊິດເອີຍ ທ່າເຮືອໃນເມືອງທ່າຂອງພວກເຈົ້າຖືກທຳລາຍສາແລ້ວ; ບ້ານເຮືອນກັບທ່າເຮືອຖືກພັງພິນາດສາແລ້ວ. ພວກເຈົ້າຮູ້ຂ່າວຕ່າງໆ ເມື່ອເຮືອຂອງພວກເຈົ້າກັບມາແຕ່ເມືອງໄຊປຣັດ.
2
ຈົ່ງຄວນຄາງເຖີດ ບັນດາພໍ່ຄ້າທີ່ເມືອງຊີໂດນເອີຍ
3
ພວກເຈົ້າສົ່ງຄົນຂ້າມທະເລໄປຊື້ຂາຍເມັດພືດທີ່ເກີດໃນປະເທດເອຢິບ ແລະເຮັດທຸລະກິດກັບທຸກຊົນຊາດ.
4
ເມືອງຊີໂດນເອີຍ ເຈົ້າຖືກອັບອາຍຂາຍໜ້າສາແລ້ວ ທະເລແລະມະຫາສະໝຸດອັນກວ້າງເລິກບອກປະຕິເສດໄປວ່າ, “ເຮົາບໍ່ເຄີຍມີລູກຈັກເທື່ອ. ເຮົາບໍ່ເຄີຍລ້ຽງລູກຊາຍລູກຍິງເລີຍ.”
5
ແມ່ນແຕ່ຊາວເອຢິບກໍເກີດສະເທືອນຈິດໃຈ ແລະທໍ້ຖອຍ ເມື່ອຮູ້ວ່າເມືອງຕີເຣຖືກທຳລາຍ.
6
ຊາວເມືອງໂຟນີເຊຍເອີຍ ຈົ່ງໂສກເສົ້າຮໍ່າໄຮເຖີດ ຈົ່ງພະຍາຍາມປົບໜີໄປຍັງຕາກຊິດສາ
7
ເມືອງຕີເຣນີ້ ຊຶ່ງຖືກໍ່ຕັ້ງມາໄດ້ດົນນານແລ້ວ ເປັນແຫລ່ງແຫ່ງການສະໜຸກສະໜານຊັ້ນຫລື? ບໍ່ແມ່ນເມືອງນີ້ບໍ ທີ່ສົ່ງນັກກໍ່ຕັ້ງຖິ່ນຖານຂ້າມທະເລໄປສ້າງເມືອງຂຶ້ນຕ່າງໆ?
8
ຜູ້ໃດເດເປັນຜູ້ວາງແຜນນຳສິ່ງທັງໝົດນີ້ມາສູ່ເມືອງຕີເຣ ເມືອງແຫ່ງຈອມຈັກກະພັດທີ່ພວກເຈົ້າຊາຍຜູ້ເປັນພໍ່ຄ້າ ໄດ້ຮັບກຽດອັນສູງສຸດເໜືອມະນຸດໃນໂລກ?
9
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ວາງແຜນການນີ້. ພຣະອົງໄດ້ວາງແຜນການນັ້ນ ເພື່ອເຮັດໃຫ້ຄວາມອວດອົ່ງຈອງຫອງຂອງພວກເຂົາສິ້ນສຸດລົງ ແລະເຮັດໃຫ້ຄົນທີ່ໄດ້ຮັບກຽດນັ້ນສະຫງຽມຈຽມຕົວ.
10
ຈົ່ງໄປເຮັດໄຮ່ເຮັດນາເຖີດ ພວກເຈົ້າຄົນທີ່ຢູ່ໃນເມືອງຂຶ້ນຕ່າງໆຂອງຕາກຊິດເອີຍ ບໍ່ມີຜູ້ໃດທີ່ຈະປົກປ້ອງເຈົ້າໄວ້ຕໍ່ໄປອີກແລ້ວ.
11
ພຣະເຈົ້າຢາເວໄດ້ຢຽດມືຂອງພຣະອົງອອກເທິງທະເລ ແລະໄດ້ໂຄ່ນລົ້ມຣາຊອານາຈັກຕ່າງໆ. ພຣະອົງໄດ້ສັ່ງໃຫ້ສູນການຄ້າຕ່າງໆໃນໂຟນີເຊຍຖືກທຳລາຍ.
12
ເມືອງຊີໂດນເອີຍ ຄວາມສຸກຂອງເຈົ້າໄດ້ສິ້ນສຸດລົງສາແລ້ວ ແລະປະຊາຊົນຂອງເຈົ້າກໍໄດ້ຖືກກົດຂີ່. ເຖິງແມ່ນວ່າພວກເຂົາປົບໜີໄປທີ່ເມືອງໄຊປຣັດ; ແຕ່ກໍຈະບໍ່ໄດ້ຮັບຄວາມປອດໄພ.
13
ແມ່ນຊາວບາບີໂລນ ແຕ່ບໍ່ແມ່ນຊາວອັດຊີເຣຍ ທີ່ໄດ້ປ່ອຍໃຫ້ພວກສັດປ່າຢຽບຢໍ່າເມືອງຕີເຣ. ແມ່ນຊາວບາບີໂລນທີ່ໄດ້ປິດລ້ອມຫໍຄອຍຕ່າງໆ ຮື້ປ້ອມທີ່ປ້ອງກັນເມືອງຕີເຣ ແລະປະປ່ອຍໃຫ້ເປັນເມືອງຮົກຮ້າງເພພັງ.
14
ຈົ່ງໂສກເສົ້າຮໍ່າໄຮເຖີດ ບັນດາເຮືອແຫ່ງຕາກຊິດເອີຍ ເມືອງທີ່ພວກເຈົ້າເພິ່ງພາອາໄສໄດ້ຖືກທຳລາຍສາແລ້ວ.
15
ເມື່ອເວລານັ້ນມາເຖິງ ເມືອງຕີເຣຈະຖືກລືມໄລເປັນເວລາເຈັດສິບປີ ຄືຊົ່ວຊີວິດຂອງກະສັດຜູ້ໜຶ່ງ. ເມື່ອປີເຫຼົ່ານັ້ນໄດ້ຜ່ານພົ້ນໄປແລ້ວ ເມືອງຕີເຣຈະເປັນດັ່ງຍິງໂສເພນີທີ່ຮ້ອງເພງວ່າ:
16
“ຈົ່ງຈັບກິດຕາຂຶ້ນດີດຍ່າງເລາະໄປທົ່ວເມືອງ ພວກເຈົ້າຍິງໂສເພນີຜູ້ທີ່ຖືກລືມໄລໄປສິ້ນ ຈົ່ງພາກັນຮ້ອງລຳທຳເພງກັນອີກໃໝ່ ເພື່ອນຳພວກຜູ້ຊາຍໃຫ້ກັບຄືນມາອີກແມ.”
17
ເມື່ອເຈັດສິບປີນັ້ນໝົດໄປແລ້ວ ພຣະເຈົ້າຢາເວຈະໃຫ້ເມືອງຕີເຣກັບສູ່ສະພາບເດີມ ແລະເມືອງນີ້ຈະຮັບຈ້າງເຮັດທຸລະກິດກັບທຸກອານາຈັກໃນໂລກ.
18
ພວກເຂົາຈະເອົາເງິນທີ່ຄ້າຂາຍໄດ້ນັ້ນ ມາຖວາຍແກ່ພຣະເຈົ້າຢາເວ. ເມືອງນີ້ຈະບໍ່ທ້ອນເງິນນັ້ນໄວ້ລ້າໆ ແຕ່ຜູ້ທີ່ນະມັດສະການພຣະເຈົ້າຢາເວຈະໃຊ້ເງິນນັ້ນຊື້ອາຫານແລະເຄື່ອງນຸ່ງຫົ່ມທີ່ພວກເຂົາຕ້ອງການ.
← Chapter 22
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 53
Chapter 54
Chapter 55
Chapter 56
Chapter 57
Chapter 58
Chapter 59
Chapter 60
Chapter 61
Chapter 62
Chapter 63
Chapter 64
Chapter 65
Chapter 66
Chapter 24 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50
51
52
53
54
55
56
57
58
59
60
61
62
63
64
65
66