bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Isaiah 60
Isaiah 60
Lao Bible 2012 (ພຣະຄຳພີສັກສິ)
← Chapter 59
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 53
Chapter 54
Chapter 55
Chapter 56
Chapter 57
Chapter 58
Chapter 59
Chapter 60
Chapter 61
Chapter 62
Chapter 63
Chapter 64
Chapter 65
Chapter 66
Chapter 61 →
1
ເຢຣູຊາເລັມ ຈົ່ງລຸກຂຶ້ນສ່ອງແຈ້ງດັ່ງດວງຕາເວັນ ພຣະເຈົ້າຢາເວຈະໃຫ້ສະຫງ່າຣາສີສ່ອງໃສ່ເຈົ້າ
2
ສ່ວນຊົນຊາດອື່ນໆນັ້ນ ມືດຈະປົກຄຸມພວກເຂົາ ແຕ່ສຳລັບເຈົ້າເອງແສງແຈ້ງຈະສ່ອງໃສ່ເຈົ້າ; ເປັນແສງແຈ້ງທີ່ມາຈາກພຣະເຈົ້າຢາເວ ຄືພຣະອົງຈະມາຢູ່ນຳດ້ວຍສະຫງ່າຣາສີນັ້ນ.
3
ແສງແຈ້ງຂອງເຈົ້າຈະນຳບັນດາຊົນຊາດເຂົ້າມາ ກະສັດຈະເຂົ້າສູ່ແສງແຈ້ງໃນວັນໃໝ່ຂອງເຈົ້າ.
4
ຈົ່ງເບິ່ງຮອບຕົວເຈົ້າ ແລະເຫັນຫຍັງເກີດຂຶ້ນແດ່ ຄືປະຊາຊົນຂອງເຈົ້າທັງໝົດໄດ້ເຕົ້າໂຮມກັນກັບຄືນມາ ພວກລູກຊາຍຂອງເຈົ້າຈະມາຈາກທີ່ຫ່າງໄກ ພວກລູກສາວຂອງເຈົ້າຈະຖືກອູ້ມມາດັ່ງເດັກນ້ອຍ.
5
ເຈົ້າຈະເຫັນສິ່ງນີ້ ແລະເຕັມດ້ວຍຄວາມປິຕິຍິນດີ ຈະທັງສັ່ນເຊັນດ້ວຍຄວາມຕື່ນເຕັ້ນ. ຊັບສົມບັດນາໆຊາດຈະຖືກນຳມາຈາກທີ່ຫ່າງໄກຂອງທະເລ ຊັບສົມບັດຂອງພວກເຂົາຈະມາຫາເຈົ້າ.
6
ຂະບວນອູດຈະມາຈາກມີດີອານແລະເອຟາ ບັນທຸກຄຳແລະເຄື່ອງຫອມມາຈາກເຊບາພຸ້ນ. ປະຊາຊົນຕ່າງກໍຈະພາກັນປະກາດຄຳສັນລະເສີນ ເຖິງພາລະກິດອັນຍິ່ງໃຫຍ່ຂອງພຣະເຈົ້າຢາເວ
7
ຝູງແກະທັງໝົດຂອງເນບາໂຢດແລະເກດາ ຈະຖືກນຳມາຖວາຍເປັນເຄື່ອງບູຊາແກ່ເຈົ້າ ແລະຖວາຍທີ່ເທິງແທ່ນບູຊາ ພຣະອົງຈະເຮັດໃຫ້ວິຫານຂອງພຣະອົງຮຸ່ງເຮືອງຍິ່ງໆຂຶ້ນ.
8
ເປັນຫຍັງບັນດາເຮືອຈຶ່ງມາດັ່ງກ້ອນເມກນໍ ດັ່ງຝູງນົກເຂົາບິນຄືນສູ່ຮັງຢ່າງຟັ່ງຟ້າວ?
9
ແມ່ນຂະບວນເຮືອໃຫຍ່ທີ່ກຳລັງມາຈາກແດນໄກ ກຳລັງນຳປະຊາຊົນຂອງພຣະອົງກັບຄືນມາບ້ານ. ພວກເຂົາເອົາເງິນແລະຄຳກັບຄືນມານຳ ເພື່ອຖວາຍເປັນກຽດແກ່ນາມຊື່ຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແລະສຳລັບອົງບໍຣິສຸດຂອງຊາດອິດສະຣາເອນ ທີ່ເຮັດໃຫ້ທຸກຊົນຊາດຍົກຍໍປະຊາຊົນຂອງພຣະອົງ.
10
ອົງພຣະຜູ້ເປັນເຈົ້າກ່າວແກ່ນະຄອນເຢຣູຊາເລັມວ່າ, “ຊາວຕ່າງດ້າວຈະສ້າງກຳແພງເຈົ້າຂຶ້ນໃໝ່ ກະສັດຂອງພວກເຂົາກໍຈະມີສິດຮັບໃຊ້ເຈົ້າຄືກັນ ທີ່ເຮົາໄດ້ລົງໂທດເຈົ້າໄປເພາະຄວາມໂກດຮ້າຍ; ແຕ່ບັດນີ້ ເຮົາຈະສຳແດງຄວາມເມດຕາ ເຮົາຈະໃຫ້ຄວາມປານີຂອງເຮົາແກ່ເຈົ້າ.
11
ປະຕູເມືອງຂອງເຈົ້າຈະໄຂໄວ້ທັງເວັນທັງຄືນ ເພື່ອບັນດາກະສັດແຫ່ງປະຊາຊາດຈະນຳຊັບສົມບັດມາໃຫ້ເຈົ້າ.
12
ແຕ່ບັນດາກະສັດແຫ່ງປະຊາຊາດທີ່ບໍ່ຍອມຮັບໃຊ້ເຈົ້າ ກໍຈະພາກັນຖືກທຳລາຍໃຫ້ພິນາດ.
13
ໄມ້ສົນສີດາ ໄມ້ແປກ ທັງແປກເທດໃນປ່າເລບານອນ ຈະຖືກນຳມາສ້າງນະຄອນເຢຣູຊາເລັມຂຶ້ນໃໝ່ ເພື່ອເຮັດໃຫ້ວິຫານຂອງເຮົາສວຍສົດງົດງາມ ແລະເພື່ອໃຫ້ພຣະນະຄອນມີສະຫງ່າຣາສີດ້ວຍ.
14
ພວກລູກຊາຍຂອງຄົນທີ່ກົດຂີ່ເຈົ້າກໍຈະມາ ກົ້ມຂາບລົງເພື່ອໃຫ້ຄວາມນັບຖືແກ່ເຈົ້າ. ຜູ້ທີ່ເຄີຍຫຍໍ້ຫຍັນເຈົ້າແຕ່ເມື່ອກ່ອນເມື່ອຫລັງ ກໍຈະນະມັດສະການເຮົາທີ່ແທບຕີນເຈົ້າ. ພວກເຂົາຈະເອີ້ນເຈົ້າວ່າ, ‘ນະຄອນຂອງພຣະເຈົ້າຢາເວ’ ‘ຊີໂອນ ເມືອງຂອງອົງບໍຣິສຸດແຫ່ງຊາດອິດສະຣາເອນ.’
15
ເຈົ້າຈະບໍ່ຖືກປະຖິ້ມ ແລະບໍ່ເປັນທີ່ກຽດຊັງອີກຕໍ່ໄປ ບໍ່ເປັນນະຄອນທີ່ເສົ້າໝອງແລະຮ້າງເປົ່າອີກ. ເຮົາຈະເຮັດໃຫ້ເຈົ້າຍິ່ງໃຫຍ່ແລະງົດງາມ ເປັນທີ່ເບີກບານໃຈແລະຍິນດີໄປຕະຫລອດ.
16
ບັນດາຊົນຊາດທັງກະສັດຈະເອົາໃຈໃສ່ເຈົ້າ ເໝືອນດັ່ງແມ່ຜູ້ໜຶ່ງລ້ຽງລູກຂອງຕົນນັ້ນ. ເຈົ້າຈະຮູ້ວ່າເຮົາຄືພຣະເຈົ້າຢາເວເປັນຜູ້ຊ່ວຍຂອງເຈົ້າ. ແລະເປັນຜູ້ໄຖ່ໂທດຂອງເຈົ້າ ຄືອົງຊົງຣິດອຳນາດຍິ່ງໃຫຍ່ຂອງຢາໂຄບ.
17
ເຮົາຈະນຳເອົາຄຳມາໃຫ້ເຈົ້າ ແທນທີ່ຈະແມ່ນທອງສຳຣິດ ນຳເອົາເງິນມາໃຫ້ ແທນທີ່ຈະແມ່ນເຫຼັກ ເຮົາຈະນຳເອົາທອງສຳຣິດ ແທນທີ່ຈະນຳໄມ້ມາ ນຳເອົາເຫຼັກ ແທນທີ່ຈະນຳຫີນມາໃຫ້. ພວກຜູ້ປົກຄອງຂອງເຈົ້າຈະບໍ່ກົດຂີ່ເຈົ້າອີກຕໍ່ໄປ; ພວກເຂົາຈະປົກຄອງຢ່າງຍຸດຕິທຳ ແລະມີສັນຕິສຸກລົ້ນ.
18
ສຽງຂອງຄວາມຮຸນແຮງນັ້ນຈະບໍ່ມີຕໍ່ໄປ ຄວາມຈິບຫາຍຈະບໍ່ມາທຳລາຍປະເທດອີກ. ເຮົາຈະເປັນດັ່ງກຳແພງລ້ອມປົກປ້ອງຄຸ້ມຄອງ ເຈົ້າຈະຍົກຍໍເຮົາເພາະເຮົາຊ່ວຍເຈົ້າໃຫ້ພົ້ນ.
19
ຕາເວັນຈະບໍ່ເປັນແຈ້ງສຳລັບກາງເວັນຕໍ່ໄປ ຫລືເດືອນຈະບໍ່ເປັນແສງແຈ່ມໃສສຳລັບກາງຄືນອີກ; ແຕ່ພຣະເຈົ້າຢາເວຈະເປັນແສງແຈ້ງສືບໄປ ແລະພຣະເຈົ້າຂອງເຈົ້າຈະເປັນສະຫງ່າຣາສີຂອງເຈົ້າ.
20
ມື້ທີ່ເຈົ້າໂສກເສົ້າເສຍໃຈຈະສິ້ນສຸດໄປ ພຣະເຈົ້າຢາເວຈະເປັນແຈ້ງຂອງເຈົ້າ ຄືເປັນຄວາມສະຫວ່າງຂອງເຈົ້າຕະຫລອດໄປ ສ່ອງແສງແຈ້ງກວ່າຕາເວັນແລະເດືອນອີກ.
21
ປະຊາຊົນຂອງເຈົ້າຈະເຮັດສິ່ງຖືກຕ້ອງທັງໝົດ ແລະໄດ້ເປັນເຈົ້າຂອງດິນແດນສືບໄປເປັນນິດ. ເຮົາໄດ້ປູກພວກເຂົາໄວ້ແລະເຮົາໄດ້ສ້າງພວກເຂົາຂຶ້ນມາ ເພື່ອເຜີຍຄວາມຍິ່ງໃຫຍ່ຂອງເຮົາໃຫ້ໂລກໄດ້ຮູ້.
22
ເຖິງວ່າຄອບຄົວເຈົ້າໜ້ອຍ ແລະຕໍ່າຕ້ອຍທີ່ສຸດ ກໍຈະກາຍເປັນໃຫຍ່ໂຕດັ່ງຊົນຊາດມີອຳນາດ. ເຮົາຈະເຮັດໃຫ້ເລື່ອງນີ້ເກີດຂຶ້ນໂດຍໄວ ເຮົາແມ່ນພຣະເຈົ້າຢາເວ.”
← Chapter 59
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 53
Chapter 54
Chapter 55
Chapter 56
Chapter 57
Chapter 58
Chapter 59
Chapter 60
Chapter 61
Chapter 62
Chapter 63
Chapter 64
Chapter 65
Chapter 66
Chapter 61 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50
51
52
53
54
55
56
57
58
59
60
61
62
63
64
65
66