bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Isaiah 28
Isaiah 28
Lao Bible 2012 (ພຣະຄຳພີສັກສິ)
← Chapter 27
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 53
Chapter 54
Chapter 55
Chapter 56
Chapter 57
Chapter 58
Chapter 59
Chapter 60
Chapter 61
Chapter 62
Chapter 63
Chapter 64
Chapter 65
Chapter 66
Chapter 29 →
1
ເຄາະກຳເປັນຂອງອານາຈັກອິດສະຣາເອນສາແລ້ວ ຄວາມຮຸ່ງເຮືອງຂອງອານາຈັກກຳລັງຫ່ຽວແຫ້ງລົງ ດັ່ງມົງກຸດດອກໄມ້ທີ່ຢູ່ເທິງຫົວຂອງຜູ້ນຳຂີ້ເມົາທັງຫລາຍ. ຫົວອັນອວດອົ່ງຂອງພວກເຂົາມີກິ່ນຫອມຫວນດີ ແຕ່ພວກເຂົາພັດນອນເມົາບໍ່ໄດ້ສະຕິດັ່ງຄົນຕາຍ.
2
ອົງພຣະຜູ້ເປັນເຈົ້າໄດ້ໃຫ້ມີຄົນໜຶ່ງທີ່ເຂັ້ມແຂງ ແລະມີອຳນາດ ຕຽມພ້ອມເພື່ອໂຈມຕີພວກເຂົາ ຄືຄົນໜຶ່ງທີ່ຈະມາດັ່ງພະຍຸໝາກເຫັບ, ດັ່ງຫ່າຝົນ ແລະດັ່ງນໍ້າໄຫລເຊາະຖ້ວມລົ້ນເຕັມໄປທົ່ວດິນແດນ.
3
ຄວາມອວດອົ່ງຈອງຫອງຂອງບັນດາຜູ້ນຳເຫຼົ່ານັ້ນ ຈະຖືກຢຽບຢໍ່າລົງໃຕ້ພື້ນຕີນ.
4
ຄວາມຮຸ່ງເຮືອງອັນຫ່ຽວແຫ້ງຂອງພວກຜູ້ນຳ ທີ່ອວດອົ່ງຈອງຫອງເຫຼົ່ານັ້ນຈະສູນຫາຍໄປ ດັ່ງໝາກເດື່ອສຸກຮວດທຳອິດໃນລະດູ ເມື່ອມັນສຸກແລ້ວກໍເກັບເອົາມາກິນໄດ້ທັນທີ.
5
ເມື່ອວັນນັ້ນມາເຖິງ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ຈະເປັນດັ່ງມົງກຸດດອກໄມ້ອັນສະຫງ່າງາມ ສຳລັບປະຊາຊົນຂອງພຣະອົງຜູ້ຍັງມີຊີວິດຢູ່.
6
ພຣະອົງຈະໃຫ້ຜູ້ເຮັດໜ້າທີ່ຕັດສິນຄະດີ ມີຄວາມເຂົ້າໃຈຄວາມຍຸດຕິທຳ ແລະຈະໃຫ້ຄວາມກ້າຫານແກ່ຜູ້ທີ່ປ້ອງກັນປະຕູເມືອງບໍ່ໃຫ້ຖືກໂຈມຕີ.
7
ແມ່ນແຕ່ພວກຜູ້ທຳນວາຍ ແລະພວກປະໂຣຫິດກໍມືນເມົາເໝືອນກັນ ຈົນຍ່າງໂຊເຊ ພວກເຂົາດື່ມເຫຼົ້າອະງຸ່ນ ແລະດື່ມເຫຼົ້າຫລາຍ ຈົນມືນເມົາເຕະສະດຸດ. ພວກຜູ້ທຳນວາຍເມົາຫຼາຍ ຈົນບໍ່ເຂົ້າໃຈນິມິດຕ່າງໆທີ່ພຣະເຈົ້າສົ່ງມາ; ແລະພວກປະໂຣຫິດກໍເມົາໂພດ ຈົນຕັດສິນຄະດີທີ່ຄົນນຳມາຫາພວກເຂົາບໍ່ໄດ້.
8
ໂຕະທີ່ພວກເຂົານັ່ງເຕັມໄປແຕ່ຮາກ ແລະບໍ່ມີບ່ອນໃດສະອາດເລີຍ.
9
ພວກເຂົາຈົ່ມໃຫ້ຂ້າພະເຈົ້າວ່າ, “ລາວຄິດວ່າລາວກຳລັງສັ່ງສອນຜູ້ໃດ? ຜູ້ໃດເດນໍຕ້ອງການຄຳສັ່ງສອນຂອງລາວ? ຄຳສັ່ງສອນນັ້ນສຳລັບແອນ້ອຍທີ່ຫາກໍເຊົາກິນນົມຫລາຍກວ່າ.
10
ລາວກຳລັງພະຍາຍາມຈະສັ່ງສອນພວກເຮົາເທື່ອລະໂຕ ເທື່ອລະແຖວ ແລະເທື່ອລະບົດ.”
11
ຖ້າພວກເຈົ້າບໍ່ຍອມຟັງຂ້າພະເຈົ້າ ແລ້ວພຣະເຈົ້າກໍຈະໃຊ້ພວກຕ່າງຊາດ ທີ່ເວົ້າພາສາອື່ນມາສັ່ງສອນບົດຮຽນໃຫ້.
12
ພຣະອົງໃຫ້ການພັກຜ່ອນ ແລະການເລົ້າໂລມໃຈແກ່ພວກເຈົ້າ ແຕ່ພວກເຈົ້າພັດບໍ່ຍອມຟັງພຣະອົງ.
13
ດັ່ງນັ້ນ ພຣະເຈົ້າຢາເວຈຶ່ງຈະສັ່ງສອນບົດຮຽນໃຫ້ເທື່ອລະໂຕ ເທື່ອລະແຖວ ແລະເທື່ອລະບົດ ແລ້ວພວກເຈົ້າກໍຈະສະດຸດລົ້ມລົງທຸກບາດກ້າວທີ່ພວກເຈົ້າຍ່າງໄປ. ພວກເຈົ້າຈະໄດ້ຮັບບາດເຈັບ, ຖືກບ້ວງແຮ້ວ ແລະຖືກຈັບໄປເປັນຊະເລີຍ.
14
ບັດນີ້ ພວກເຈົ້າຄົນອວດດີເອີຍ ຄືຜູ້ປົກຄອງປະຊາຊົນຢູ່ໃນນະຄອນເຢຣູຊາເລັມ; ຈົ່ງຟັງສິ່ງທີ່ພຣະເຈົ້າຢາເວກຳລັງກ່າວ.
15
ພວກເຈົ້າເວົ້າອວດວ່າ ພວກເຈົ້າໄດ້ເຮັດຂໍ້ສັນຍາກັບຄວາມຕາຍ ແລະບັນລຸຂໍ້ຕົກລົງໄປສູ່ແດນມໍຣະນາ. ພວກເຈົ້າແນ່ໃຈວ່າເມື່ອຄວາມຈິບຫາຍມາ ມັນຈະຫວິດໄປຈາກພວກເຈົ້າຍ້ອນພວກເຈົ້າເພິ່ງຄຳເວົ້າຕົວະ ແລະເພິ່ງການຫລອກລວງເພື່ອຮັກສາພວກເຈົ້າໃຫ້ປອດໄພ.
16
ບັດນີ້ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້: “ເຮົາກຳລັງວາງຮາກຖານໃນພູເຂົາຊີໂອນຢ່າງໝັ້ນຄົງແລະແຂງແຮງ. ໃນທີ່ນັ້ນ ເຮົາກຳລັງວາງຫີນເສົາເອກ ຊຶ່ງມີຂຽນຖ້ອຍຄຳໃສ່ເທິງວ່າ ‘ຄວາມເຊື່ອທີ່ໝັ້ນຄົງກໍອົດທົນດົນນານ.’
17
ຄວາມຍຸດຕິທຳຈະເປັນເສັ້ນວັດແທກຮາກຖານ ແລະຄວາມສັດຊື່ຈະເປັນສາຍຢັ່ງຄວາມທຸ່ນທ່ຽງ.” ພະຍຸໝາກເຫັບຈະກວາດເອົາຄຳເວົ້າຕົວະຂອງພວກເຈົ້າໄປຈົນໝົດ ແລະນໍ້າຖ້ວມຈະທຳລາຍຄວາມໝັ້ນຄົງຂອງພວກເຈົ້າ.
18
ຂໍ້ສັນຍາທີ່ພວກເຈົ້າໄດ້ເຮັດກັບຄວາມຕາຍຈະຖືກທຳລາຍ ແລະຂໍ້ຕົກລົງທີ່ພວກເຈົ້າໄດ້ເຮັດກັບແດນມໍຣະນາກໍຈະຖືກຍົກເລີກ. ເມື່ອຄວາມຈິບຫາຍມາເຖິງ ມັນຈະຢຽບຢໍ່າພວກເຈົ້າລົງ.
19
ມັນຈະກະທົບພວກເຈົ້າອີກຫລາຍເທື່ອ ຕອນເຊົ້າແລ້ວຕອນເຊົ້າອີກ. ພວກເຈົ້າຈະຕ້ອງອົດທົນເອົາທັງກາງເວັນແລະກາງຄືນ. ຖ້ອຍຄຳໃໝ່ໆຈາກພຣະເຈົ້າແຕ່ລະເທື່ອ ຈະນຳຄວາມຢ້ານກົວອັນໃຫຍ່ຢ່າງໃໝ່ມາໃຫ້
20
ພວກເຈົ້າຈະເປັນດັ່ງຄົນທີ່ກ່າວໄວ້ໃນສຸພາສິດວ່າ: ຜູ້ທີ່ຊອກຫານອນໃນຕຽງທີ່ສັ້ນໂພດ ແຖມຫົ່ມຜ້າທີ່ສັ້ນບໍ່ຫຸ້ມຮອດຕົນຕົວ.
21
ພຣະເຈົ້າຢາເວຈະຕໍ່ສູ້ ດັ່ງທີ່ພຣະອົງໄດ້ຕໍ່ສູ້ທີ່ພູເປຣາຊີມ ແລະຢູ່ໃນຮ່ອມພູກີເບໂອນເພື່ອເຮັດໃນສິ່ງທີ່ພຣະອົງຢາກເຮັດ; ການກະທຳຂອງພຣະອົງເບິ່ງແລ້ວເປັນການແປກປະຫລາດແທ້ ພຣະອົງຈະເຮັດພາລະກິດຂອງພຣະອົງໃຫ້ຄົບຖ້ວນ ຄືພາລະກິດທີ່ລຶກລັບຂອງພຣະອົງ.
22
ຢ່າສູ່ຫົວຂວັນຕໍ່ຄຳເຕືອນທີ່ຂ້າພະເຈົ້າກຳລັງຈະມອບໃຫ້ພວກເຈົ້າ ຖ້າຫົວຂວັນມັນຈະຮ້າຍແຮງຫລາຍຂຶ້ນຈົນພວກເຈົ້າປົບໜີໄປບໍ່ໄດ້. ຂ້າພະເຈົ້າໄດ້ຍິນຄຳຕັດສິນໃຈຂອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ເພື່ອທຳລາຍດິນແດນທັງໝົດແລ້ວ.
23
ຈົ່ງຫງ່ຽງຫູຟັງສິ່ງທີ່ຂ້າພະເຈົ້າກຳລັງກ່າວ ຈົ່ງເອົາໃຈໃສ່ຕໍ່ສິ່ງທີ່ຂ້າພະເຈົ້າກຳລັງບອກ.
24
ບໍ່ມີຊາວນາຄົນໃດທີ່ສືບຕໍ່ໄຖນາ ແລະຕຽມດິນສຳລັບຫວ່ານເມັດພືດໄປເລີຍໆ.
25
ພໍຕຽມດິນແລ້ວໆ ລາວກໍປູກແກ່ນຜັກໃສ່ ເຊັ່ນ: ຜັກຊີແລະຂີ້ໝິ້ນ. ລາວປູກເຂົ້າບາເລແລະເຂົ້າເດືອຍ ເປັນແຖວ ແລະລາວປູກພືດເປັນເມັດແນວອື່ນຕາມແຄມນາ.
26
ລາວຮູ້ວຽກຂອງຕົນເພາະພຣະເຈົ້າໄດ້ບອກສອນລາວ.
27
ລາວບໍ່ເຄີຍໃຊ້ໄມ້ໜັກໆ ທັບເອົາເມັດຜັກຊີແລະຫົວຂີ້ໝິ້ນຈັກເທື່ອ; ແຕ່ລາວໃຊ້ໄມ້ຂະໜາດພໍດີຂຸດເອົາ.
28
ລາວບໍ່ໄດ້ບົດເມັດເຂົ້າທີ່ເຮັດເຂົ້າຈີ່ເສຍຫາຍໂດຍນວດຢ່າງບໍ່ຮູ້ຈັກເຊົາ ແລະຮູ້ຈັກສີເຂົ້າໂດຍແລ່ນກົງກວຽນທັບບໍ່ໃຫ້ເມັດເຂົ້າແຕກ.
29
ສະຕິປັນຍາທັງໝົດນີ້ມາຈາກພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່. ແຜນການທີ່ພຣະອົງດຳເນີນນັ້ນສະຫລາດ ແລະສຳເລັດຜົນສະເໝີ.
← Chapter 27
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 53
Chapter 54
Chapter 55
Chapter 56
Chapter 57
Chapter 58
Chapter 59
Chapter 60
Chapter 61
Chapter 62
Chapter 63
Chapter 64
Chapter 65
Chapter 66
Chapter 29 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50
51
52
53
54
55
56
57
58
59
60
61
62
63
64
65
66