bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Isaiah 33
Isaiah 33
Lao Bible 2012 (ພຣະຄຳພີສັກສິ)
← Chapter 32
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 53
Chapter 54
Chapter 55
Chapter 56
Chapter 57
Chapter 58
Chapter 59
Chapter 60
Chapter 61
Chapter 62
Chapter 63
Chapter 64
Chapter 65
Chapter 66
Chapter 34 →
1
ເຄາະກຳເປັນຂອງເຫຼົ່າສັດຕູຂອງພວກເຮົາສາແລ້ວ ພວກເຂົາປຸ້ນ ແລະທໍລະຍົດ ທັງໆທີ່ບໍ່ມີຜູ້ໃດປຸ້ນ ແລະທໍລະຍົດພວກເຂົາ. ແຕ່ເວລາຂອງພວກເຂົາທີ່ປຸ້ນ ແລະທໍລະຍົດນັ້ນຈະສິ້ນສຸດລົງ ແລະພວກເຂົາເອງຈະຕົກເປັນເຫຍື່ອຂອງການປຸ້ນ ແລະການທໍລະຍົດ.
2
ຂ້າແດ່ພຣະເຈົ້າຢາເວ ໂຜດເມດຕາພວກຂ້ານ້ອຍດ້ວຍເຖີດ. ພວກຂ້ານ້ອຍຂໍຝາກຄວາມຫວັງໄວ້ກັບພຣະອົງ. ຈົ່ງປົກປ້ອງພວກຂ້ານ້ອຍແຕ່ລະວັນ ແລະຊ່ວຍເຫລືອພວກຂ້ານ້ອຍໃນເວລາເດືອດຮ້ອນດ້ວຍເຖີດ.
3
ເມື່ອພຣະອົງສູ້ຮົບແທນພວກຂ້ານ້ອຍນັ້ນ ຊົນຊາດທັງຫລາຍກໍແລ່ນປົບໜີໄປຈາກສຽງທີ່ຕໍ່ສູ້ກັນໃນສະໜາມຮົບ.
4
ສິ່ງຂອງທີ່ພວກເຂົາມີຢູ່ກໍຖືກຮິບໂຮມເອົາໄປໝົດ.
5
ຜູ້ຍິ່ງໃຫຍ່ທີ່ສຸດແມ່ນພຣະເຈົ້າຢາເວ ພຣະອົງປົກຄອງເໜືອສັບພະທຸກສິ່ງ. ພຣະອົງຈະໃຫ້ນະຄອນເຢຣູຊາເລັມເຕັມດ້ວຍຄວາມຍຸດຕິທຳແລະຄວາມຊອບທຳ
6
ແລະໃຫ້ປະເທດຊາດມີຄວາມໝັ້ນຄົງດີ. ພຣະອົງປົກປ້ອງປະຊາຊົນຂອງພຣະອົງຢູ່ສະເໝີ ແລະໃຫ້ພວກເຂົາມີສະຕິປັນຍາ ແລະຄວາມຮອບຮູ້. ຊັບສົມບັດອັນຍິ່ງໃຫຍ່ທີ່ສຸດຂອງພວກເຂົາ ແມ່ນການຢຳເກງພຣະເຈົ້າຢາເວ.
7
ບັນດາຄົນກ້າຫານກັບຮ້ອງຂໍຄວາມຊ່ວຍເຫລືອ. ບັນດາທູດຜູ້ທີ່ພະຍາຍາມໃຫ້ເກີດສັນຕິສຸກກໍຮ້ອງໄຫ້ຢ່າງຂົມຂື່ນ.
8
ຫົນທາງຫລວງທຸກສາຍກໍເຕັມໄປດ້ວຍອັນຕະລາຍ ຈົນບໍ່ມີຜູ້ໃດກ້າທຽວ. ຂໍ້ສັນຍາຕ່າງໆຖືກຝ່າຝືນ ແລະຂໍ້ຕົກລົງຕ່າງໆຖືກລະເມີດ. ບໍ່ມີຜູ້ໃດນັບຖືຊຶ່ງກັນແລະກັນຕໍ່ໄປ.
9
ດິນແດນຖືກປະຖິ້ມໃຫ້ຮົກຮ້າງຫວ່າງເປົ່າ. ປ່າໄມ້ຂອງນະຄອນເລບານອນຫ່ຽວແຫ້ງໄປ ຮ່ອມພູທີ່ອຸດົມສົມບູນດີໃນຊາໂຣນກໍເປັນດັ່ງຖິ່ນແຫ້ງແລ້ງກັນດານ ແລະໃນຖິ່ນບາຊານ ແລະເທິງພູກາເມນ ໃບໄມ້ກໍຫລົ່ນລົງຈາກຕົ້ນໝົດ.
10
ພຣະເຈົ້າຢາເວກ່າວແກ່ຊົນຊາດທັງຫລາຍວ່າ, “ບັດນີ້ເຮົາຈະດຳເນີນການ. ເຮົາຈະສະແດງໃຫ້ເຫັນວ່າເຮົາມີຣິດອຳນາດສໍ່າໃດ.
11
ແຜນການຂອງພວກເຈົ້າບໍ່ໄດ້ເລື່ອງ ແລະບໍ່ມີປະໂຫຍດ. ວິນຍານຂອງເຮົາເປັນດັ່ງໄຟ ທີ່ຈະທຳລາຍພວກເຈົ້າ.
12
ພວກເຈົ້າຈະໝຸ່ນໝົດດັ່ງຫີນທີ່ຖືກເຜົາເພື່ອຈະເອົາໄປເຮັດປູນຂາວ ດັ່ງໜາມທີ່ຖືກເຜົາເປັນຂີ້ເຖົ່າ.
13
ຈົ່ງໃຫ້ຄົນທີ່ຢູ່ໄກ ແລະຢູ່ໃກ້ໄດ້ຍິນສິ່ງທີ່ເຮົາໄດ້ເຮັດ; ແລະຈົ່ງໃຫ້ຮັບຮູ້ຣິດເດດຂອງເຮົາ.”
14
ປະຊາຊົນຂອງພູເຂົາຊີໂອນທີ່ເຮັດບາບ ກຳລັງຢ້ານກົວຈົນຕົວສັ່ນເຊັນ. ພວກເຂົາເວົ້າວ່າ, “ການຕັດສິນຂອງພຣະເຈົ້າເປັນດັ່ງໄຟທີ່ໄໝ້ຢູ່ຕະຫລອດໄປ. ມີຜູ້ໃດແດ່ໃນພວກເຮົາທີ່ມີຊີວິດລອດຢູ່ໄດ້ໃນໄຟເຊັ່ນນັ້ນ?”
15
ພວກເຈົ້າຈະມີຊີວິດຢູ່ໄດ້ ຖ້າພວກເຈົ້າເວົ້າ ແລະເຮັດໃນສິ່ງທີ່ຊອບທຳ. ຢ່າໃຊ້ອຳນາດຂອງພວກເຈົ້າສໍ້ໂກງຄົນຍາກຈົນ ແລະຢ່າຮັບສິນຈ້າງລາງວັນ. ຢ່າຮ່ວມກັບຜູ້ທີ່ວາງແຜນຂ້າຄົນຫລືກະທຳສິ່ງທີ່ຊົ່ວຮ້າຍ.
16
ແລ້ວພວກເຈົ້າກໍຈະປອດໄພ; ພວກເຈົ້າຈະໝັ້ນຄົງດັ່ງຢູ່ໃນປ້ອມປ້ອງກັນອັນເຂັ້ມແຂງ. ພວກເຈົ້າຈະມີອາຫານກິນ ແລະຈະມີນໍ້າດື່ມ.
17
ອີກຄັ້ງໜຶ່ງ ພວກເຈົ້າຈະເຫັນກະສັດອົງໜຶ່ງ ປົກຄອງດິນແດນອັນກວ້າງໃຫຍ່ໄພສານດ້ວຍສະຫງ່າຣາສີ ທີ່ກະຈາຍອອກໄປທົ່ວທຸກທິດ.
18
ຄວາມຢ້ານອັນເກົ່າຂອງຄົນເກັບພາສີຊາດຕ່າງດ້າວ ແລະນັກສືບສອດແນມ ກໍຈະເປັນແຕ່ພຽງການຈົດຈຳເທົ່ານັ້ນ.
19
ພວກເຈົ້າຈະບໍ່ເຫັນຄົນຕ່າງດ້າວຜູ້ອວດດີ ເວົ້າພາສາທີ່ພວກເຈົ້າບໍ່ເຂົ້າໃຈອີກຕໍ່ໄປ.
20
ເບິ່ງທີ່ພູເຂົາຊີໂອນພຸ້ນດູ ນະຄອນທີ່ພວກເຮົາສະຫລອງເທດສະການຕ່າງໆ. ເບິ່ງນະຄອນເຢຣູຊາເລັມພຸ້ນດູ ຊ່າງເປັນບ່ອນປອດໄພທີ່ໜ້າຢູ່ແທ້ໆ ເປັນດັ່ງຜ້າເຕັນທີ່ຈະບໍ່ຖືກຍົກຍ້າຍຈັກເທື່ອ ຊຶ່ງຫລັກສຽບບໍ່ເຄີຍຖອນອອກ ແລະເຊືອກເໜັ່ງກໍບໍ່ເຄີຍຂາດ.
21
ພຣະເຈົ້າຢາເວຈະໃຫ້ພວກເຮົາເຫັນສະຫງ່າຣາສີຂອງພຣະອົງ. ພວກເຮົາຈະໄດ້ຢູ່ໃກ້ແມ່ນໍ້າລຳທານອັນກວ້າງໃຫຍ່ ແຕ່ເຮືອຂອງເຫຼົ່າສັດຕູຈະບໍ່ໄດ້ຈອດຢູ່ໃນທີ່ນັ້ນ.
22
ເຊືອກກາງຜ້າໃບຂອງເຮືອກໍບໍ່ມີປະໂຫຍດ; ຜ້າໃບແລ່ນເຮືອກໍໃຊ້ການບໍ່ໄດ້ ພວກເຈົ້າຈະຢຶດຊັບສົມບັດອັນມະຫາສານຂອງກອງທັບເຫຼົ່າສັດຕູຈົນໝົດ ແມ່ນແຕ່ຄົນຂາພິການກໍໄດ້ຮັບສ່ວນແບ່ງ. ເພາະພຣະເຈົ້າຢາເວເປັນຜູ້ຕັດສິນຂອງພວກເຮົາ, ພຣະເຈົ້າຢາເວເປັນຜູ້ໃຫ້ກົດໝາຍຂອງພວກເຮົາ, ພຣະເຈົ້າຢາເວເປັນກະສັດຂອງພວກເຮົາ; ພຣະອົງຈະຊ່ວຍພວກເຮົາໃຫ້ພົ້ນ.
24
ບໍ່ມີຜູ້ໃດທີ່ຢູ່ໃນດິນແດນຂອງພວກເຮົາຈະຈົ່ມວ່າຕົນເຈັບໄຂ້ໄດ້ປ່ວຍ ແລະການບາບທັງໝົດຂອງພວກເຮົາຈະໄດ້ຮັບອະໄພ.
← Chapter 32
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 53
Chapter 54
Chapter 55
Chapter 56
Chapter 57
Chapter 58
Chapter 59
Chapter 60
Chapter 61
Chapter 62
Chapter 63
Chapter 64
Chapter 65
Chapter 66
Chapter 34 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50
51
52
53
54
55
56
57
58
59
60
61
62
63
64
65
66