bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Isaiah 61
Isaiah 61
Lao Bible 2012 (ພຣະຄຳພີສັກສິ)
← Chapter 60
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 53
Chapter 54
Chapter 55
Chapter 56
Chapter 57
Chapter 58
Chapter 59
Chapter 60
Chapter 61
Chapter 62
Chapter 63
Chapter 64
Chapter 65
Chapter 66
Chapter 62 →
1
ພຣະວິນຍານຂອງພຣະເຈົ້າຢາເວ ອົງພຣະຜູ້ເປັນເຈົ້າໄດ້ສະຖິດກັບເຮົາ. ເພາະພຣະເຈົ້າຢາເວໄດ້ຫົດສົງແຕ່ງຕັ້ງເຮົາໄວ້ ເພື່ອນຳເອົາຂ່າວປະເສີດໄປສູ່ຜູ້ຍາກຈົນ ເພື່ອປິ່ນປົວຄົນລະທົມໃຈແລະຊອກຊໍ້າ ເພື່ອປະກາດການປົດປ່ອຍແກ່ຊະເລີຍເສິກ ແລະເສລີພາບແກ່ຜູ້ທີ່ຖືກຂັງຄຸກ.
2
ພຣະອົງໃຊ້ເຮົາໄປປະກາດວ່າເວລາໄດ້ມາເຖິງ ເມື່ອພຣະອົງຈະຊ່ວຍປະຊາຊົນຂອງພຣະອົງໃຫ້ພົ້ນ ແລະເພື່ອເອົາຊະນະເຫຼົ່າສັດຕູຂອງພວກເຂົາ ພຣະອົງໄດ້ໃຊ້ເຮົາໄປອອຍໃຈຜູ້ເສົ້າໂສກ
3
ເພື່ອໃຫ້ພວກທີ່ໄວ້ທຸກທີ່ເທິງພູເຂົາຊີໂອນ ໄດ້ຊົມຊື່ນຍິນດີແທນທີ່ຈະໂສກເສົ້າ; ພວກເຂົາຈະຮ້ອງເພງສັນລະເສີນພຣະເຈົ້າໃດ ແທນທີ່ຈະເສົ້າໂສກເສຍໃຈຢູ່ເລື້ອຍໆ. ພວກເຂົາຈະເປັນດັ່ງຕົ້ນໄມ້ທີ່ພຣະເຈົ້າຢາເວໄດ້ປູກໄວ້ເອງ ພວກເຂົາທຸກຄົນຈະກະທຳແຕ່ສິ່ງທີ່ຖືກຕ້ອງ ແລະພຣະເຈົ້າກໍຈະໄດ້ຮັບຄຳຍ້ອງຍໍສັນລະເສີນ ສຳລັບສິ່ງທີ່ພຣະອົງໄດ້ກະທຳມານັ້ນ.
4
ພວກເຂົາຈະກໍ່ສ້າງເມືອງທັງຫລາຍຂຶ້ນໃໝ່ ຄືເມືອງທີ່ຮົກຮ້າງເພພັງແຕ່ດົນນານນັ້ນ.
5
ປະຊາຊົນຂອງເຮົາເອີຍ ຄົນຕ່າງດ້າວຈະຮັບໃຊ້ພວກເຈົ້າ ພວກເຂົາຈະເປັນຜູ້ລ້ຽງດູຝູງແກະຂອງພວກເຈົ້າ ແລະພວກເຂົາຈະຂຸດຄົ້ນທັງປູກຝັງໃນທີ່ດິນ ດູແລເບິ່ງແຍງສວນອະງຸ່ນໃຫ້ພວກເຈົ້າ.
6
ຄົນຈະຮູ້ວ່າພວກເຈົ້າເປັນປະໂຣຫິດຂອງພຣະເຈົ້າຢາເວ ເຂົາຈະກ່າວເຖິງພວກເຈົ້າວ່າ ເປັນຜູ້ຮັບໃຊ້ຂອງພຣະເຈົ້າຂອງພວກເຮົາ. ພວກເຈົ້າຈະມ່ວນຊື່ນຢູ່ກັບສົມບັດຊົນຊາດທັງຫລາຍ ແລະຈະພູມໃຈໃນຊັບສິນທີ່ເປັນຂອງພວກເຈົ້າ.
7
ຄວາມອັບອາຍຂາຍໜ້າຂອງພວກເຈົ້າກໍສິ້ນສຸດໄປ ແລະຈະໄດ້ອາໄສຢູ່ໃນດິນແດນຂອງພວກເຈົ້າ ແລະຊັບສົມບັດຂອງພວກເຈົ້າກໍຈະມີເທົ່າຕົວ ພວກເຈົ້າຈະຊົມຊື່ນຍິນດີຢູ່ຕະຫລອດ.
8
ພຣະເຈົ້າຢາເວກ່າວວ່າ, “ເຮົາຮັກຄວາມຍຸດຕິທຳ ເຮົາກຽດຊັງການກົດຂີ່ ແລະອາຊະຍາກຳດ້ວຍ. ເຮົາຈະໃຫ້ບຳເໜັດແກ່ປະຊາຊົນຂອງເຮົາຢ່າງສັດຊື່ ທັງຈະເຮັດສັນຍາອັນຖາວອນກັບພວກເຂົາ.
9
ພວກເຂົາຈະມີຊື່ສຽງໃນທ່າມກາງຊົນຊາດທັງຫລາຍ ທຸກໆຄົນທີ່ເຫັນພວກເຂົາກໍຈະຮູ້ຈັກກັນທັງນັ້ນ ວ່າພວກເຂົານັ້ນແມ່ນປະຊາຊົນຊາດໜຶ່ງ ທີ່ພຣະເຈົ້າຢາເວໄດ້ອວຍພອນພວກເຂົາ.”
10
ຂ້ານ້ອຍຈະຊົມຊື່ນຍິນດີໃນພຣະເຈົ້າຢາເວ ຈິດໃຈຂອງຂ້ານ້ອຍຈະຊື່ນບານໃນພຣະເຈົ້າຂອງຂ້ານ້ອຍ ເພາະພຣະອົງໄດ້ເອົາເສື້ອຜ້າແຫ່ງຄວາມພົ້ນມາໃຫ້ນຸ່ງ ພຣະອົງໄດ້ເອົາເສື້ອແຫ່ງຄວາມຊອບທຳໃຫ້ຂ້ານ້ອຍຮົ່ມໄວ້ ເໝືອນດັ່ງເຈົ້າບ່າວຕົບແຕ່ງຕົວຄືປະໂຣຫິດ ແລະເໝືອນດັ່ງເຈົ້າສາວປະດັບຕົວດ້ວຍເພັດພອຍ.
11
ສະນັ້ນ ດັ່ງພື້ນດິນເຮັດໃຫ້ພືດງອກຂຶ້ນມາ ດັ່ງສວນເຮັດໃຫ້ພືດທີ່ຫວ່ານລົງງອກຂຶ້ນນັ້ນ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຈະໄດ້ຊ່ວຍຄົນຂອງພຣະອົງ ແລະທຸກຊົນຊາດກໍຈະຍ້ອງຍໍສັນລະເສີນພຣະອົງ.
← Chapter 60
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 53
Chapter 54
Chapter 55
Chapter 56
Chapter 57
Chapter 58
Chapter 59
Chapter 60
Chapter 61
Chapter 62
Chapter 63
Chapter 64
Chapter 65
Chapter 66
Chapter 62 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50
51
52
53
54
55
56
57
58
59
60
61
62
63
64
65
66