bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Isaiah 63
Isaiah 63
Lao Bible 2012 (ພຣະຄຳພີສັກສິ)
← Chapter 62
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 53
Chapter 54
Chapter 55
Chapter 56
Chapter 57
Chapter 58
Chapter 59
Chapter 60
Chapter 61
Chapter 62
Chapter 63
Chapter 64
Chapter 65
Chapter 66
Chapter 64 →
1
ແມ່ນຜູ້ໃດນໍ ທີ່ກຳລັງມາຈາກເມືອງໂບຊະຣາໃນເອໂດມ? ແມ່ນຜູ້ໃດນໍທີ່ນຸ່ງເຄື່ອງສີແດງສະຫງ່າງາມ ໂດຍຍ່າງ ດ້ວຍທ່າທາງທີ່ຊົງຣິດອຳນາດແລະຊົງກຳລັງວັງຊາ? “ນີ້ແມ່ນເຮົາເອງ ກຳລັງຮ້ອງປະກາດດ້ວຍຄວາມຊອບທຳ ອົງຊົງຣິດອຳນາດຍິ່ງໃຫຍ່ຊ່ວຍໃຫ້ພົ້ນໄດ້.”
2
“ເປັນຫຍັງເຄື່ອງນຸ່ງຂອງພຣະອົງຈຶ່ງເປັນສີແດງແທ້ ດັ່ງຄົນໜຶ່ງທີ່ຢຽບໝາກອະງຸ່ນເຮັດເຫຼົ້າ?”
3
ອົງພຣະຜູ້ເປັນເຈົ້າຕອບວ່າ, “ເຮົາໄດ້ຢຽບຢໍ່າບັນດາປະຊາຊາດດັ່ງຢຽບຢໍ່າໝາກອະງຸ່ນ ແລະບໍ່ມີຜູ້ໃດໄດ້ມາຊ່ວຍເຮົາເລີຍ. ເຮົາໄດ້ຢຽບຢໍ່າພວກເຂົາລົງດ້ວຍຄວາມໂກດຮ້າຍ ແລະເລືອດຂອງພວກເຂົາໄດ້ຖືກເສື້ອຂອງເຮົາຈົນເປື້ອນເປິໝົດ.
4
ເຮົາຕັດສິນໃຈແລ້ວວ່າ ເວລາທີ່ຈະຊ່ວຍປະຊາຊົນຂອງເຮົາໃຫ້ພົ້ນນັ້ນມາຮອດແລ້ວ; ທັງເປັນເວລາທີ່ຈະລົງໂທດເຫຼົ່າສັດຕູຂອງພວກເຂົາດ້ວຍ.
5
ເຮົາແປກໃຈຫລາຍເມື່ອເຮົາແນມເບິ່ງ ແລະບໍ່ເຫັນຜູ້ໃດຊ່ວຍເຫລືອເຮົາ. ແຕ່ຄວາມໂກດຮ້າຍເຮັດໃຫ້ເຮົາແຂງແຮງ ແລະໄດ້ຮັບໄຊຊະນະໂດຍເຮົາເອງ.
6
ດ້ວຍຄວາມໂກດຮ້າຍເຮົາໄດ້ຢຽບຢໍ່າບັນດາປະຊາຊາດ ແລະເຮັດໃຫ້ພວກເຂົາກະຈັດກະຈາຍໄປ. ເຮົາໄດ້ເທເລືອດອັນເປັນຊີວິດຂອງພວກເຂົານັ້ນລົງເທິງພື້ນດິນ.”
7
ເພາະທຸກສິ່ງທີ່ພຣະເຈົ້າຢາເວໄດ້ເຮັດເພື່ອພວກເຮົາ ຂ້ອຍຈະຍ້ອງຍໍສັນລະເສີນພຣະເຈົ້າຢາເວ; ຂ້ອຍຈະບອກເຖິງຄວາມຮັກອັນໝັ້ນຄົງຂອງພຣະເຈົ້າຢາເວ ເພາະພຣະອົງໄດ້ອວຍພອນແກ່ປະຊາຊົນຢ່າງບໍ່ອັ້ນ ຄືປະຊາຊົນອິດສະຣາເອນ ເພາະຄວາມເມດຕາ ແລະຄວາມຮັກອັນໝັ້ນຄົງຂອງພຣະອົງ.
8
ອົງພຣະຜູ້ເປັນເຈົ້າໄດ້ກ່າວວ່າ, “ພວກເຂົາເປັນປະຊາຊົນຂອງເຮົາ; ພວກເຂົາຈະບໍ່ຫລອກລວງເຮົາ.”
9
ສະນັ້ນ ພຣະອົງຈຶ່ງໄດ້ຊ່ວຍເຫລືອພວກເຂົາ ໃຫ້ພົ້ນຈາກຄວາມທົນທຸກທັງໝົດ. ບໍ່ແມ່ນເທວະດາຕົນໜຶ່ງຕົນໃດທີ່ໄດ້ຊ່ວຍເຫລືອພວກເຂົາ ແຕ່ແມ່ນອົງພຣະຜູ້ເປັນເຈົ້າເອງ. ເພາະຄວາມຮັກແລະຄວາມເມດຕາຂອງພຣະອົງ ພຣະອົງຈຶ່ງໄດ້ຊ່ວຍກູ້ເອົາພວກເຂົາ. ໃນອະດີດພຣະອົງໄດ້ເບິ່ງແຍງພວກເຂົາຕະຫລອດມາ
10
ແຕ່ພວກເຂົາໄດ້ກະບົດຕໍ່ພຣະອົງ ແລະເຮັດໃຫ້ພຣະວິນຍານຂອງພຣະອົງເສົ້າໝອງ. ສະນັ້ນ ອົງພຣະຜູ້ເປັນເຈົ້າຈຶ່ງໄດ້ກາຍເປັນສັດຕູຂອງພວກເຂົາ ແລະຕໍ່ສູ້ພວກເຂົາ.
11
ແຕ່ແລ້ວພວກເຂົາ ກໍລະນຶກເຖິງອະດີດ ຄືສະໄໝຂອງໂມເຊຜູ້ຮັບໃຊ້ຂອງພຣະອົງແລະໄດ້ຖາມວ່າ, “ດຽວນີ້ອົງພຣະຜູ້ເປັນເຈົ້າອົງທີ່ໄດ້ຊ່ວຍເຫລືອພວກຜູ້ນຳປະຊາຊົນຂອງພຣະອົງ ຂ້າມທະເລນັ້ນຢູ່ໃສ? ອົງພຣະຜູ້ເປັນເຈົ້າອົງທີ່ໄດ້ໃຫ້ພຣະວິນຍານແກ່ໂມເຊນັ້ນຢູ່ໃສ?
12
ອົງພຣະຜູ້ເປັນເຈົ້າຢູ່ໃສ? ຄືອົງທີ່ໄດ້ໃຊ້ຣິດອຳນາດອັນຍິ່ງໃຫຍ່ເຮັດການອັດສະຈັນຜ່ານທາງໂມເຊນັ້ນ ໂດຍໄດ້ແຍກນໍ້າທະເລອອກ ແລະນຳປະຊາຊົນຂອງພຣະອົງຜ່ານບ່ອນທີ່ມີນໍ້າເລິກໄປ ຊຶ່ງເປັນການນຳຊື່ສຽງອັນຕະຫລອດໄປມາສູ່ພຣະອົງ.” ໂດຍມີອົງພຣະຜູ້ເປັນເຈົ້ານຳພາ ພວກເຂົາບໍ່ໄດ້ສະດຸດລົ້ມ, ແຕ່ເດີນຕໍ່ໄປຢ່າງໝັ້ນຄົງດັ່ງມ້າ.
14
ຝູງງົວໄດ້ຖືກນຳໄປລ້ຽງຢູ່ໃນຮ່ອມພູທີ່ມີດິນດີສັນໃດ ພຣະເຈົ້າຢາເວໄດ້ໃຫ້ປະຊາຊົນຂອງພຣະອົງພັກຜ່ອນສັນນັ້ນ. ພຣະອົງໄດ້ນຳພາປະຊາຊົນຂອງພຣະອົງ ແລະນຳກຽດສັກສີມາສູ່ພຣະອົງເອງ.
15
ຂ້າແດ່ອົງພຣະຜູ້ເປັນເຈົ້າ ຈາກສະຫວັນບ່ອນທີ່ພຣະອົງສະຖິດຢູ່ໃນຄວາມບໍຣິສຸດ ແລະໃນສະຫງ່າຣາສີນັ້ນ ຈົ່ງແນມລົງມາເບິ່ງພວກຂ້ານ້ອຍທັງຫລາຍແດ່ທ້ອນ. ຄວາມຫ່ວງໃຍອັນໃຫຍ່ຫລວງທີ່ພຣະອົງມີຕໍ່ພວກຂ້ານ້ອຍນັ້ນຢູ່ໃສ? ຣິດອຳນາດຂອງພຣະອົງໄປໃສແລ້ວ? ຄວາມຮັກແລະຄວາມເມດຕາຂອງພຣະອົງຢູ່ໃສແລ້ວ? ຢ່າເມີນເສີຍຕໍ່ພວກຂ້ານ້ອຍເລີຍ.
16
ພຣະອົງເປັນພຣະບິດາຂອງພວກຂ້ານ້ອຍ. ອັບຣາຮາມແລະຢາໂຄບ ບັນພະບຸລຸດຂອງພວກຂ້ານ້ອຍບໍ່ຍອມຮັບຮູ້ພວກຂ້ານ້ອຍ; ແຕ່ພຣະອົງຄືພຣະເຈົ້າຢາເວເປັນພຣະບິດາຂອງພວກຂ້ານ້ອຍ ນາມຊື່ຂອງພຣະອົງແມ່ນພຣະຜູ້ໄຖ່ຂອງພວກຂ້ານ້ອຍຕະຫລອດມາ.
17
ຂ້າແດ່ພຣະເຈົ້າຢາເວ ເປັນຫຍັງພຣະອົງຈຶ່ງໃຫ້ພວກຂ້ານ້ອຍໜີໄປຈາກພຣະອົງ? ເປັນຫຍັງຈຶ່ງເຮັດໃຫ້ພວກຂ້ານ້ອຍດື້ດຶງຈົນຫັນໜີໄປຈາກພຣະອົງ? ເພື່ອເຫັນແກ່ພວກທີ່ຮັບໃຊ້ພຣະອົງ ແລະປະຊາຊົນທີ່ເປັນພວກຂອງພຣະອົງ ຈົ່ງກັບມາເທີ້ນ.
18
ພວກຂ້ານ້ອຍ ປະຊາຊົນຜູ້ບໍຣິສຸດຂອງພຣະອົງ ໄດ້ຖືກເຫຼົ່າສັດຕູໄລ່ໃຫ້ອອກໜີໄປໃນຊົ່ວໄລຍະໜຶ່ງ; ພວກເຂົາໄດ້ຢຽບຢໍ່າສະຖານທີ່ອັນສັກສິດຂອງພຣະອົງ.
19
ພຣະອົງເຮັດຕໍ່ພວກຂ້ານ້ອຍ ດັ່ງບໍ່ແມ່ນຜູ້ປົກຄອງຂອງພວກຂ້ານ້ອຍ ແລະດັ່ງພວກຂ້ານ້ອຍບໍ່ແມ່ນປະຊາຊົນຂອງພຣະອົງເລີຍ.
← Chapter 62
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 53
Chapter 54
Chapter 55
Chapter 56
Chapter 57
Chapter 58
Chapter 59
Chapter 60
Chapter 61
Chapter 62
Chapter 63
Chapter 64
Chapter 65
Chapter 66
Chapter 64 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50
51
52
53
54
55
56
57
58
59
60
61
62
63
64
65
66