bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Isaiah 56
Isaiah 56
Lao Bible 2012 (ພຣະຄຳພີສັກສິ)
← Chapter 55
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 53
Chapter 54
Chapter 55
Chapter 56
Chapter 57
Chapter 58
Chapter 59
Chapter 60
Chapter 61
Chapter 62
Chapter 63
Chapter 64
Chapter 65
Chapter 66
Chapter 57 →
1
ພຣະເຈົ້າຢາເວກ່າວແກ່ປະຊາຊົນຂອງພຣະອົງວ່າ, “ຈົ່ງເຮັດໃນສິ່ງທີ່ຍຸດຕິທຳແລະຖືກຕ້ອງ ເພາະໃນໄວໆນີ້ເຮົາຈະຊ່ວຍພວກເຈົ້າໃຫ້ພົ້ນ.
2
ເຮົາຈະອວຍພອນພວກທີ່ຢຶດຖືວັນຊະບາໂຕແລະຜູ້ທີ່ບໍ່ລະເມີດກົດຂອງວັນຊະບາໂຕ. ເຮົາຈະອວຍພອນຜູ້ທີ່ບໍ່ເຮັດສິ່ງອັນຊົ່ວຊ້າໃດໆ.”
3
ເມື່ອຄົນຕ່າງດ້າວຜູ້ໜຶ່ງໄດ້ເຂົ້າຮ່ວມກັບປະຊາຊົນຂອງພຣະເຈົ້າຢາເວ ລາວຈະບໍ່ໄດ້ເວົ້າວ່າ, “ພຣະເຈົ້າຢາເວຈະບໍ່ໃຫ້ຂ້ອຍ ນະມັດສະການກັບປະຊາຊົນຂອງພຣະອົງ.” ຊາຍກະເທີຍຄົນໜຶ່ງບໍ່ຕ້ອງຄິດເລີຍວ່າເພາະຕົນມີລູກບໍ່ໄດ້ ຈຶ່ງເປັນປະຊາຊົນຂອງພຣະເຈົ້າບໍ່ໄດ້.
4
ພຣະເຈົ້າຢາເວກ່າວແກ່ລາວວ່າ, “ຖ້າເຈົ້າໃຫ້ກຽດເຮົາໂດຍຢຶດຖືວັນຊະບາໂຕ ແລະເຮັດໃນສິ່ງທີ່ເຮົາພໍໃຈ ຕະຫລອດທັງຮັກສາພັນທະສັນຍາຂອງເຮົາຢ່າງສັດຊື່
5
ແລ້ວເຮົາກໍຈະຈົດຊື່ຂອງເຈົ້າໄວ້ໃນວິຫານຂອງເຮົາ ແລະໃນທ່າມກາງປະຊາຊົນຂອງເຮົາຍາວນານກວ່າ ຖ້າເຈົ້າມີລູກຊາຍແລະລູກສາວຫລາຍຄົນ. ເຮົາຈະບໍ່ລືມໄລເຈົ້າຈັກເທື່ອ.”
6
ແລ້ວພຣະເຈົ້າຢາເວກໍກ່າວແກ່ພວກຕ່າງດ້າວ ທີ່ກາຍເປັນປະຊາຊົນສ່ວນໜຶ່ງຂອງພຣະອົງ ຄືຜູ້ທີ່ຮັກນາມຊື່ຂອງພຣະເຈົ້າຢາເວ ແລະບົວລະບັດຮັບໃຊ້ພຣະອົງ ທີ່ຢຶດຖືວັນຊະບາໂຕ ແລະຮັກສາພັນທະສັນຍາຂອງພຣະອົງຢ່າງສັດຊື່ວ່າ,
7
“ເຮົາຈະນຳພວກເຈົ້າໄປຍັງຊີໂອນ ເນີນພູສັກສິດຂອງເຮົາ ເພື່ອໃຫ້ພວກເຈົ້າມີຄວາມຊົມຊື່ນຍິນດີໃນເຮືອນຂອງເຮົາສຳລັບພາວັນນາອະທິຖານ ແລະເຮົາຈະຮັບເຄື່ອງບູຊາຊຶ່ງພວກເຈົ້າຖວາຍທີ່ເທິງແທ່ນຂອງເຮົາ. ພຣະວິຫານຂອງເຮົາຈະເປັນທີ່ເອີ້ນວ່າ, ‘ວິຫານແຫ່ງການໄຫວ້ວອນສຳລັບທຸກຊົນຊາດ.”’
8
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຜູ້ທີ່ນຳປະຊາຊົນອິດສະຣາເອນຂອງພຣະອົງ ກັບຄືນມາແຕ່ການເປັນຊະເລີຍໃນຕ່າງຖິ່ນໄດ້ສັນຍາວ່າ ພຣະອົງຍັງຈະນຳປະຊາຊົນອື່ນໆມາຮ່ວມກັບພວກເຂົາ.
9
ອົງພຣະຜູ້ເປັນເຈົ້າໄດ້ບອກຊາດຕ່າງດ້າວທັງຫລາຍໃຫ້ມາດັ່ງຝູງສັດປ່າ ແລະກັດກິນປະຊາຊົນຂອງພຣະອົງ.
10
ພຣະອົງກ່າວວ່າ, “ບັນດາຜູ້ນຳທັງໝົດ ຄືຜູ້ທີ່ຖືກສົ່ງມາຕັກເຕືອນປະຊາຊົນຂອງເຮົານັ້ນຕາບອດໝົດ ພວກເຂົາບໍ່ຮູ້ຈັກຫຍັງ. ພວກເຂົາເປັນດັ່ງໝານອນເຝົ້າທີ່ບໍ່ເຫົ່າ ຄືມັກເອ່ນຕົວລົງ ແລະເພີ້ຝັນ. ພວກເຂົາມັກນອນຫລາຍແທ້.
11
ພວກເຂົາເປັນຄືໝາທີ່ກິນແລ້ວບໍ່ຮູ້ຈັກອີ່ມ. ພວກຜູ້ນຳເຫຼົ່ານີ້ບໍ່ມີຄວາມເຂົ້າໃຈ. ພວກເຂົາແຕ່ລະຄົນເຮັດໄປຕາມໃຈບັນຊາ ແລະຊອກຫາຜົນປະໂຫຍດສ່ວນຕົວ.
12
ພວກຂີ້ເຫລົ້າເຫຼົ່ານີ້ເວົ້າວ່າ, ‘ດື່ມເຫຼົ້າອະງຸ່ນກັນເທາະ ແລະດື່ມເທົ່າທີ່ພວກເຮົາດື່ມໄດ້ ເພາະມື້ອື່ນຈະດີກວ່າມື້ນີ້.”’
← Chapter 55
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 53
Chapter 54
Chapter 55
Chapter 56
Chapter 57
Chapter 58
Chapter 59
Chapter 60
Chapter 61
Chapter 62
Chapter 63
Chapter 64
Chapter 65
Chapter 66
Chapter 57 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50
51
52
53
54
55
56
57
58
59
60
61
62
63
64
65
66